ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ພາບຖ່າຍ ບ່ອນທີ່ ຍານອາວະກາດ ຂອງ ຢູໂຣບຕົກ ເທິງດາວພະອັງຄານ


ນີ້ແມ່ນບ່ອນ ທີ່ເຊື່ອກັນວ່າ ຍານອາວະກາດ Schiaparelli ຕົກ ຈາກພາບຖ່າຍໂດຍຍານ Mars Reconnaissance Orbiter ຂອງອົງການນາຊາ.

ອົງການ​ອາວະ​ກາດ​ຢູ​ໂຣບ ຫລື ESA ກ່າວ​ວ່າ ຕົນ​ໄດ້​ພົບ​ເຫັນ​ບ່ອນ​ຕົກ​ຂອງ ຍານ​ອາວະ​ກາດ Schiaparelli ​ແລ້ວ ​ຢູ່່ເທິງດາວພະ​ອັງຄານ.

ຫົວໜ້າ​ປະຕິບັດ​ງານຄວບ​ຄຸມການບິນ ExoMars ທ່າ​ນ Michael Denis ກ່າວ​ວ່າ “ຂ້າພ​ະ​ເຈົ້າ​ເຊື່ອ​ວ່າ​ພວກ​ເຮົາ​ໄດ້​ພົບ​ເຫັນ ບ່ອນ​ທີ່​ຍານ​ອາ​ວະ​ກາດ Schiaparelli ​ໄດ້ຕົກ. ນີ້​ບໍ່​ແມ່ນ​ການ​ລົງຈອດແບບ​ລາບ​ລື່ນ​ດັ່ງ​ທີ່​ພວກ​ເຮົາຢາກ ຈະ​ເຫັນ ເພາະ​ວ່າຂັ້ນຕອນສຸດ​ທ້າ​ຍ ຂອງ​ການລົງຈອດ ​ແລະການ​ລົງສູ່​ພື້ນຜິວ​ບໍ່​ໄດ້ເປັນ​ໄປແບບ​ປົກ​ກະຕິ.

ທ່ານ​ກ່າວ​ເພີ້​ມອີກ​ວ່າ ຫລາຍ​ພາກສ່ວນຂອງ​ການ​ລົງຈອດ​ໄດ້ເປັນ​ໄປ​ຕາມ​ແຜ​ນ ​ແຕ່​ວ່າ​ “ຈ້ອງ​ໄດ້​ພື່ງອອກ​ໄວ​ເກີນ​ໄປ” ​ແລະ​ເຄື່ອງ​ຈັກ​ທີ່​ໄດ້​ອອກ​ແບບ​ຊ່ວຍ​ເຮັດ​ໃຫ້​ຍານອາ​ວະ​ກາດຊ້າ​ລົງ ​ໄດ້​ຕິດ​ຂຶ້ນ​ບໍ່​ເທົ່າ​ໃດ​ວິນາທີ ຊຶ່ງທ່ານ​ກ່າວ​ວ່າ “ບໍ່​ໄດ້ຊ່ວຍ​ຫຍັງ​ຫຼາຍ”

ທ່ານ​ກ່າວ​ວ່າ “ຕາມ​ຄວາມ​ຈິງ​ແລ້​ວ ຍານ​ອາ​ວະ​ກາດ Schiaparelli ​ໄດ້​ລົງ​ສູ່​ພື້ນ​ຜິວພ້ອມ ດ້ວຍ​ໄວ​ທີ່​ໄວ​ກວ່າຄວນຈະ​ເປັນ ຫລາຍ​ຮ້ອຍ​ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ແລະບໍ່​ເປັນ​ຈັ່ງ​ໂຊກ ຫລັງ​ຈາກ​ນັ້ນແນ່ນອນມັນ​ໄດ້​ຖືກ​ທຳລາຍ​ຈາກ​ການ​ກະທົບ.

ຍານ Schiaparelli ໂຄຈອນ ເຂົ້າໄປໃກ້ໆ ດາວພະອັງຄານ
ຍານ Schiaparelli ໂຄຈອນ ເຂົ້າໄປໃກ້ໆ ດາວພະອັງຄານ

ທ່ານ Denis ກ່າວ​ວ່າ ຍານ​ອາ​ວະ​ກາດໄດ້​ຕົກລົງ​ໃສ່​ພື້ນຜິວ ​ໃກ້​ກັບບ່ອນ​ທີ່ໄດ້ ວາງ​ແຜນ​ໃຫ້​ລົງ​ຈອດທີ່​ອຳນວຍໃຫ້ຍານ​ສັງ​ເກດ​ການ MRO ຂອງອົງ NASA ສາມາດຖ່າຍຮູບ​ເອົາບ່ອນ​ຕົກ​ໄດ້.

ຮອຍ​ດຳປະມານ 15 ​ແມັດຄູນ 40 ​ແມັດ ​ໄດ້​ແນມ​ເຫັນ ​ຢູ່ໃນ​ຮູບຂອງ MRO. ບ່ອນ​ທີ່​ຕົກ​ນີ້​ ແມ່ນປະມານ​ແປດ​ກິ​ໂລ​ແມັດ ຢູ່​ທາງ​ກ້ຳ​ຕາ​ເວັນ​ຕົກ​ຂອງຈຸດ​ວາງ​ແຜນ​ລົງ​ຈອດ ໃກ້​ກັບ​ເສັ້ນສູນ​ສຸດ​ຂອງ​ທົ່ງ​ຮາບພຽງດາວ​ພະ​ອັງຄານ.

ແຜນທີ່ ອົງການ NASA ສະແດງໃຫ້ເຫັນບ່ອນລົງຈອດຢູ່ເທິງດາວພະອັງຄານ.
ແຜນທີ່ ອົງການ NASA ສະແດງໃຫ້ເຫັນບ່ອນລົງຈອດຢູ່ເທິງດາວພະອັງຄານ.

ທ່ານ​ກ່າວ​ວ່າ “ຜູ້​ໃດ​ຜູ້​ນຶ່ງ​ສາມາດ​ແນມ​ເຫັນ​ຈ້ອງ​ຢ່າງ​ຈະ​ແຈ້ງ ທີ່​ຕົກລົງ​ຫຼັງ​ຈາກ​ ໄດ້​ປ່ອຍ ອອກ ​ໃນ​ບ່ອນ​ທີ່​ຖືກຕ້ອງ ​ແລະ​ບ່ອນທີ່​ຍານ​ອາ​ວະ​ກາດ Schiaparelli ຄວນ​ທີ່​ລົງ​ຈອດ​ຢ່າງ​ລາບ​ລື່ນ ​ແຕ່​ບໍ່​ເປັນ​ຈັ່ງ​ໂຊກ​ ບໍ່​ໄດ້​ລົງຈອດ​ຢ່າງ​ທີ່​ວ່າ ​ແຕ່​ວ່າ​ຜູ້​ໃດ​ຜູ້​ນຶ່ງ​ສາມາດແນມ ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ຢູ່​ໃນ​ຮູບ.”

ບັນດາ​ນັກວິ​ສະວະ​ກອນຂອງ​ອົງການ ESA ຍັງ​ສືບ​ຕ່ສຶກສາ​ເບິ່ງ​ຂໍ້​ມູນ​ເພື່ອ​ຊອກ​ຫາ​ເຫດ ຜົນຂອງສິ່ງ​ທີ່ພາ​ໃຫ້​ເກີດ​ຄວາມ​ຜິດພາດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG