ລັດຖະບານຂອງປະເທດເມັກຊິໂກ ກ່າວວ່າ ຕົນແມ່ນສະເໜີໃຫ້ຖານະອົບພະຍົບຕໍ່ພວກສະມາຊິກທີ່ເຫັນສົມຄວນ ໃນຂະບວນຄາລາວານ ຂອງພວກຄົນເຂົ້າເມືອງຈາກບັນດາ
ປະເທດອາເມຣິກາກາງ ຊຶ່ງກ່ອນໜ້ານີ້ ໄດ້ມີການສົ່ງສັນຍານເຕືອນ ແບບຕື່ນຕົກໃຈ
ໂດຍປະ ທນາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ກ່ຽວກັບຄວາມຈຳເປັນທີ່ຈະຕ້ອງເພີ່ມຄວາມຮັດ ກຸມຂຶ້ນຕື່ມ ຢູ່ຕາມຊາຍແດນຂອງປະເທດ.
ຖະແຫຼງການສະບັບນຶ່ງໃນແລງວັນຈັນວານນີ້ ຈາກກະຊວງພາຍໃນ ແລະກະຊວງການ
ຕ່າງປະເທດເມັກຊິໂກ ຮັບຮູ້ວ່າຂະບວນຄາລາວານ ທີ່ປະກອບດ້ວຍຜູ້ຄົນ ຈາກປະເທດ
ກົວເຕມາລາ, ຮອນດູຣາສ, ແອລຊາລວາດໍ ໄດ້ເດີນທາງແບບດຽວກັນນີ້ ນັບຕັ້ງແຕ່ປີ
2010 ເປັນຕົ້ນມາ ໂດຍຮຽກຮ້ອງໃຫ້ມີການພິຈາລະນາ ເຖິງສິດທິຂອງພວກຄົນເຂົ້າ
ເມືອງ, ໂດຍສະເພາະ ພວກທີ່ຫລົບໜີ ສະຖານນະການທີ່ເປັນໄພອັນຕະລາຍ ໃນບ້ານ
ເກີດເມືອງນອນ ຂອງພວກເຂົາເຈົ້າ ເພື່ອການຊອກຫາບ່ອນປົກປ້ອງຄຸ້ມຄອງໃນບ່ອນອື່ນໆ.
“ນະໂຍບາຍຄົນເຂົ້າເມືອງຂອງເມັກຊິກໂກ ແມ່ນມີອະທິປະໄຕ, ໂດຍຜ່ານການຊອກ
ຄົ້ນຫາການຄ້ຳປະກັນ ທີ່ຖືກຕ້ອງຕາມກົດໝາຍ, ປອດໄພແລະຍົກຍ້າຍຖິ່ນຖານຢ່າງ
ເປັນລະບຽບ ຮຽບຮ້ອຍ ດ້ວຍການເຄົາລົບຢຳເກງສິດທິມະນຸດຂອງພວກຜູ້ຄົນ,” ນັ້ນຄືຖະແຫຼງການໄດ້ລະບຸໄວ້ ແລະຍັງກ່າວຕໍ່ໄປວ່າ “ບໍ່ວ່າໃນກໍລະນີໃດໆ ກໍຕາມ
ລັດຖະບານຂອງເມັກຊິກໂກ ບໍ່ໄດ້ສົ່ງເສີມການຍົກຍ້າຍຖິ່ນຖານແບບຜິດປົກກະຕິ.”
ກະຊວງທັງສອງ ໄດ້ກ່າວວ່າ ຕາມກົດໝາຍຂອງລັດຖະບານເມັກຊິໂກ ແລ້ວນັ້ນ ບັນດາ
ເຈົ້າໜ້າທີ່ໄດ້ສົ່ງ ສະມາຊິກ 400 ຄົນໃນຂະບວນຄາລາວານ ກັບຄືນໄປຍັງບ້ານເກີດ
ເມືອງນອນຂອງພວກເຂົາເຈົ້າແລ້ວ.
ຂະບວນຄາລາວານ ທີ່ມີປະມານ 1 ພັນ 1 ຮ້ອຍຄົນ ແມ່ນໄດ້ຈັດຕັ້ງຂຶ້ນໂດຍໂຄງການ
ຂອງພວກຜູ້ຄົນທີ່ບໍ່ມີຊາຍແດນ ຫຼື Pueblo Sin Fronteras ຊຶ່ງໃນວັນຈັນວານນີ້
ໄດ້ເອີ້ນຂັ້ນຕອນ ຂອງການຂໍລີ້ໄພໃນສະຫະລັດ ແລະເມັກຊິໂກ ນັ້ນວ່າ “ແບບລົງໂທດ
ແລະບໍ່ຍຸຕິທຳ.” ມີຂະບວນຄາລາວານ 2 ຂະບວນ ໄດ້ມາເຖິງສະຫະລັດ ໃນປີກາຍນີ້.
ທ່ານນາງຈີນາ ຄາຣີໂບ (Gina Garibo) ໂຄສົກຂອງອົງການດັ່ງກ່າວ ໄດ້ບອກກັບ
ວີໂອເອວ່າ ພວກຕົນແມ່ນອົງການຈັດຕັ້ງທີ່ຕໍ່ສູ້ເພື່ອພວກຄົນເຂົ້າເມືອງທັງຫຼາຍ
ໃນການຕໍ່ສູ້ເພື່ອສິດທິຂອງພວກເຂົ້າເຈົ້າ.
ທ່ານ ອາເລັກສ໌ ເມນສິງ (Alex Mensing) ຜູ້ປະສານງານທ່ານນຶ່ງຂອງກຸ່ມ ໄດ້ຂຽນລົງ
ໃນທາງ ທວິດເຕີ ວ່າ ພວກທີ່ຢູ່ໃນຂະບວນຄາລາວານ ເພື່ອໃຫ້ໄປເຖິງປະເທດເມັກຊິໂກ
“ແມ່ນໝັ້ນໃຈຕໍ່ການຂໍລີ້ໄພ ທີ່ຈະເດີນທາງໄປຍັງປະເທດທີ່ພວກເຂົາເຂົ້າສາມາດ
ຂໍລີ້ໄພຢູ່ນັ້ນ.”
ອົງການ ພວກຜູ້ຄົນທີ່ບໍ່ມີຊາຍແດນຍັງໄດ້ເນັ້ນເຖິງຈຳນວນຊາວຮອນດູຣາສ ໃນກຸ່ມ
ດັ່ງກ່າວ ໂດຍກ່າວວ່າ ການມີໜ້ານີ້ ແມ່ນຜົນກະທົບ ຂອງວິກິດການທາງການເມືອງ
ໃນຂົງເຂດ ທີ່ຍັງຜົນໃຫ້ມີ “ທ້າທາຍໃນສ່ວນໃຫຍ່ຂອງນະໂຍບາຍການຕ່າງປະເທດ
ຂອງລັດຖະບານສະຫະລັດ.”