ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຊາ​ຄ້າຢາ​ເສບ​ຕິດ “El Chapo” ໄດ້ຮັບບາດເຈັບ ຈາກ ການຕາມລ່າໂຕ ຂອງທະຫານແມັກຊິກໂກ


ໃນພາບນີ້ ຖ່າຍເມື່ອ ວັນທີ 16 ກໍລະກົດ 2015, ຕຳຫລວດລັດຖະບານກາງ ເມັກຊິກໂກ ສະແດງໃຫ້ເຫັນ ໃບປະກາດ ໃຫ້ລາງວັນ ສຳຫລັບຂໍ້ມູນທີ່ນຳໄປສູ່ການຈັບກຸມ ລາຊາ​ຄ້າຢາ​ເສບ​ຕິດ Joaquin “El Chapo” Guzman ຜູ້ທີ່ໄດ້​ແຫກ​ຄຸກ ຫຼົບໜີ ​ຜ່ານອຸບ​ໂມງ ໃຕ້ຄຸກ ລະຍະ 1.5 ກິ​ໂລ​ແມັດ ​ເມື່ອ​ເດືອນ ກໍລະກົດປີ​ກາຍ​ນີ້ ໃນເມືອງ Almoloya ຢູ່ທາງກ້ຳຕາເວັນຕົກ ຂອງນະຄອນຫຼວງ Mexico City.
ໃນພາບນີ້ ຖ່າຍເມື່ອ ວັນທີ 16 ກໍລະກົດ 2015, ຕຳຫລວດລັດຖະບານກາງ ເມັກຊິກໂກ ສະແດງໃຫ້ເຫັນ ໃບປະກາດ ໃຫ້ລາງວັນ ສຳຫລັບຂໍ້ມູນທີ່ນຳໄປສູ່ການຈັບກຸມ ລາຊາ​ຄ້າຢາ​ເສບ​ຕິດ Joaquin “El Chapo” Guzman ຜູ້ທີ່ໄດ້​ແຫກ​ຄຸກ ຫຼົບໜີ ​ຜ່ານອຸບ​ໂມງ ໃຕ້ຄຸກ ລະຍະ 1.5 ກິ​ໂລ​ແມັດ ​ເມື່ອ​ເດືອນ ກໍລະກົດປີ​ກາຍ​ນີ້ ໃນເມືອງ Almoloya ຢູ່ທາງກ້ຳຕາເວັນຕົກ ຂອງນະຄອນຫຼວງ Mexico City.

ເຈົ້າໜ້າ​ທີ່​ລັດຖະບານ​ກາງເມັກ​ຊິກ​ໂກ ທີ່ຕາມ​ລ່າ​ຫາ​ນັກ​ໂທດ
​ລາຊາ​ຄ້າຢາ​ເສບ​ຕິດ Joaquin “El Chapo” Guzman
ກ່າວ​ວ່າ ພວກ​ເຂົາ​ເຈົ້າ ກຳລັງ​ເພັ່ງ​ເລັງ ການ​ຕາມ​ລ່າໂຕ​ດັ່ງກ່າວ
ໃສ່ ລັດ Sinaloa ຢູ່ຂົງ​ເຂດ​ພູດອຍ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ
​ເໜືອ ອັນ​ເປັນລັດ​ບ້ານ​ເກີດ​ຂອງ​ຜູ້ກ່ຽວ ຫຼັງຈາກ​ທີ່ ​ໄດ້​ແຫກ​ຄຸກ
ຫຼົບໜີ ​ຜ່ານອຸບ​ໂມງ ລະຍະ 1.5 ກິ​ໂລ​ແມັດ ​ເມື່ອ​ເດືອນ ກໍລະກົດ
​ປີ​ກາຍ​ນີ້.

​ໃນ​ຄຳ​ຖະ​ແຫລ​ງການ​ສະບັບ ທ້າຍ​ວັນ​ສຸກ​ຜ່ານ​ມາ ​ຫ້ອງການ​
ຄວາມ​ໝັ້ນຄົງ​ຂອງ​ແມັກ​ຊິກ​ໂກ ກ່າວ​ວ່າ ພວກ​ຕິດຕາມ​ຫາໂຕ
​ເຊື່ອ​ວ່າ ນາຍ Guzman ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໄດ້​ຮັບ​ບາດ​ເຈັບ ​ໃນ​
ຂະນະ​ທີ່​ຫລົບ​ໜີ ທະຫານ​ນາ​ວິທະ​ໂຍທິນ​ແມັກ​ຊິ​ກ​ໂກ ຈຳນວນ​ນຶ່ງ ຢູ່​ໃນ​ເຂດທຸລະກັນດານ
​ໃກ້ໆ​ກັບ​ເຂດ​ຊາຍ​ແດນ​ ລະຫວ່າງ ລັດ Sinaloa ​ແລະ ລັດ Durango​.

ຖະ​ແຫລ​ງການ​ດັ່ງກ່າວ ບໍ່​ໄດ້ເວົ້າ​ວ່າ ​ການ​ໄດ້​ຮັບ​ບາດ​ເຈັບ​ນັ້ນ ​ເກີດ​ຂຶ້ນໃນ​ເວລາ​ໃດ ຫຼື ​
ໃນ​ວິທີ​ໃດ​ທີ່​ພວກ​ເຂົາ​ເຈົ້າ​ໄດ້ຮຽນ​ຮູ້​ເຖິງ​ເຫດການ​ດັ່ງກ່າວ. ​ແຕ່​ໃນ​ເມື່ອ​ອາທິດ​ແລ້ວ​ນີ້ ​
ອາທິ​ໄອ​ຍະ​ການ​ແມັກ​ຊິກ​ໂກ ທ່ານ Arely Gomez ກ່າວ​ວ່າ ບັນດາ​ເຈົ້າໜ້າ​ທີ່ ​ໄດ້​ຈັບ​ຕົວ​
ນັກ​ບິນ ຜູ້​ທີ່​ຊ່ວຍ​ເຫຼືອ ນາຍ Guzman ​ຫຼົບໜີ​ໃນ​ເຮືອບິນ​ນ້ອຍລຳ​ນຶ່ງ ຈາກຄຸກ​ຄຸມ​ຂັງເຄັ່ງ
​ຄັດ​ທີ່​ສຸດ ຢູ່​ໃກ້ໆ ນະ​ຄອນ Mexico City ນັ້ນ.

ສຳນັກ​ຂ່າວ​ຜ່ານ​ທາງ​ສາຍ​ໂລ​ລະ​ເລກ ​ໄດ້​ອ້າງ​ເຖິງ​ຄຳ​ເວົ້າ ຂອງ​ເຈົ້າໜ້າ​ທີ່​ລັດຖະບານ
ທີ່​ບໍ່​ຂໍ​ອອກ​ຊື່ ທີ່​ກ່າວ​ວ່າ ນາຍ Guzman ​ໄດ້​ຮັບ​ບາດ​ເຈັບ “ນຶ່ງ​ໃນຫຼາຍຄັ້ງ” ທີ່​ຜູ້​ກ່ຽວ
​ລົ້ມ​ລົງ ​ໃນ​ຂະນະ​ທີ່​ຫລົບໜີ ທະຫານ​ນາ​ວິທະ​ໂຍທິນ​ ໄປໃນ​ເຂດ​ Sierra Madre ທີ່ເປັນ
ພູດ​ອຍ. ​ເຈົ້າໜ້າ​ທີ່​ຄົນທີ​ສອງ ເວົ້າວ່າ ​ການ​ດຳ​ເນີນ​ງານ ​ເກີ​ດ​ຂຶ້ນ​ເມື່ອ​ຕົ້ນ​ເດືອນ​ນີ້. ທັງສອງ
​ທ່ານ​ກ່າວ​ວ່າ ທະຫານ​ນາ​ວິທະ​ໂຍທິນ ​ໄດ້​ອອກ​ຕາມລ່າ​ ຫາໂຕນັກ​ໂທດ​ດັ່ງກ່າວ​ນັ້ນ ມາ​
ໄດ້ຫຼາຍອາທິດ​ແລ້ວ ​ໃນບໍລິ​ເວນ​ເຂ​ດຊາຍ​ແດນ ລະຫວ່າງ​ລັດ Sinaloa ​ແລະ Durango
ທີ່​ຮູ້ຈັກ​ກັນວ່າ ສາມ​ຫຼຽມຄຳ.

XS
SM
MD
LG