ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີ ເຢຍຣະມັນ ທານນາງເມີໂກລ ກ່າວວ່າ ໄພນໍ້າຖ້ວມ ໃນຢູໂຣບ ເປັນທີ່ໜ້າຢ້ານກົວ


ນາຢົກລັດຖະມົນຕີເຢຍຣະມັນ ທ່ານນາງແອນເກີລາ ເມີໂກລ ແລະຜູ້ປົກຄອງລັດຣາຍແລນ-ພາລາຕີເນດ ທ່ານມາລູ ດຣາຍເຢິ ທີ່ເຫັນ ຢູ່ເທິງຂົວ ລະຫວ່າງການຢ້ຽມຢາມເຂດນໍ້າຖ້ວມ ທາງພາກຕາເວັນຕົກຂອງເຢຣະມັນ ວັນທີ 18 ກໍລະກົດ 2021.
ນາຢົກລັດຖະມົນຕີເຢຍຣະມັນ ທ່ານນາງແອນເກີລາ ເມີໂກລ ແລະຜູ້ປົກຄອງລັດຣາຍແລນ-ພາລາຕີເນດ ທ່ານມາລູ ດຣາຍເຢິ ທີ່ເຫັນ ຢູ່ເທິງຂົວ ລະຫວ່າງການຢ້ຽມຢາມເຂດນໍ້າຖ້ວມ ທາງພາກຕາເວັນຕົກຂອງເຢຣະມັນ ວັນທີ 18 ກໍລະກົດ 2021.

ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງແອນເກີລາ ເມີໂກລ ກ່າວໃນວັນອາ ທິດວານນີ້ວ່າ ໄພນໍ້າຖ້ວມຫວ່າງໃນຢູໂຣບມໍ່ໆມານີ້ເປັນທີ່ “ໜ້າຢ້ານກົວ” ແລະ ໄດ້ໃຫ້ຄຳໝັ້ນສັນຍາຈະໃຫ້ການຊ່ວຍເຫຼືອດ້ານການເງິນຢ່າງຮີບດ່ວນແກ່ນຶ່ງໃນ ບ່ອນທີ່ໄດ້ຮັບຄວາມເສຍຫາຍໜັກ ໃນປະເທດຂອງທ່ານນາງ.

ທ່ານນາງເມີໂກລ ກ່າວວ່າ “ຄຳເວົ້າໃນພາສາເຢຍຣະມັນ ສາມາດທີ່ຈະບັນລະຍາຍໄດ້ແຕ່ພຽງໜ້ອຍນຶ່ງເທົ່ານັ້ນເຖິງຄວາມຫາຍຍະນະທີ່ໄດ້ເກີດຂຶ້ນ” ຊຶ່ງທ່ານ ນາງໄດ້ໃຫ້ຄວາມເຫັນດັ່ງກ່າວໃນຂະນະທີ່ໂຕເລກຜູ້ເສຍຊີວິດເພີ້ມຂຶ້ນເປັນ 184 ຄົນໃນທົ່ວທະວີບຢູໂຣບ ຮວມທັງ 157 ຄົນໃນປະເທດເຢຍຣະມັນ.

ພວກກູ້ໄພຍັງສືບຕໍ່ຊອກຄົ້ນຫາຄົນທີ່ຫາຍສາບສູນ ຢູ່ໃນເຂດບາວາເຣຍ ທາງ ພາກໃຕ້
ເຢຍຣະມັນ ທີ່ໄດ້ຖືກທໍາລາຍໂດຍນໍ້າຖ້ວມ ຍ້ອນຝົນຕົກແຮງ ຊຶ່ງໄດ້ ເຮັດໃຫ້ມີຜູ້ເສຍຊີ
ວິດຢ່າງໜ້ອຍນຶ່ງຄົນ. ຖະໜົນຫົນທາງໄດ້ກາຍເປັນນໍ້າຫ້ວຍ ພ້ອມດ້ວຍລົດລາ ຖືກຊຸໄປ
ໂດຍກະແສນໍ້າທີ່ແຮງ ແລະຫຼາຍໆເຂດຖືກຖົມດ້ວຍ ຂີ້ຕົມ ໃກ້ກັບຊາຍແດນອອສເຕຣຍ.

“ພວກເຮົາບໍ່ໄດ້ກະກຽມຮັບມືກັບເລື້ອງນີ້” ທີ່ທ່ານເບິຈແທສກາເດີເມີຣ (Bierchtesdkdemer) ຜູ້ຄຸ້ມຄອງດິນ ໃນເມືອງເບີນຮາດເຄີນ (Bernhard Kern) ທີ່ໄດ້ກ່າວໄວ້. ທ່ານກ່າວວ່າ ສະພາບການໄດ້ຮ້າຍແຮງລົງ “ຢ່າງໄວ” ໃນຕອນແລງວັນອາທິດ ເຮັດໃຫ້ມີເວລາເລັກນ້ອຍສຳລັບພວກເຈົ້າໜ້າທີ່ປະຕິ ບັດງານສຸກເສີນກຽມຮັບມື.

ຢູ່່ໃນເຂດອາຣວາຍເລີຣ (Ahrwiler) ທີ່ຢູ່ທາງໃຕ້ຂອງໂກໂລຍ (Cologne) ທີ່ຖືກນໍ້າຖ້ວມ
ຮ້າຍແຮງສຸດປະມານ 110 ຄົນໄດ້ເສຍຊີວິດ ໂດຍຄາດວ່າ ຈະພົບເຫັນຊາກສົບຢູ່ທີ່ນັ້ນ
ເພີ້ມຂຶ້ນ ໃນຂະນະນໍ້າບົກລົງອີງຕາມຄຳເວົ້າຂອງຕຳຫຼວດ.

ນໍ້າໄດ້ເລີ້ມຖ້ວມໃນວັນພຸດອາທິດແລ້ວນີ້ ແລະໄດ້ຖ້ວມໂດຍສະເພາະຢູ່ບັນດາລັດ
ຣາຍແລນ ພາລາຕີເນດ (Rhineland Palatinate) ນອດຣາຍນ໌- ແວສພາເລຍ
(North Rhine-Westphalia) ແລະຫຼາຍໆເຂດຂອງປະເທດແບລ ຈ້ຽມ (Belgium)
ບ່ອນທີ່ຈຳນວນຜູ້ເສຍຊີວິດມີຢູ່ 27 ຄົນ. ບັນດາປະຊາຄົມ ທັງໝົດ ບໍ່ມີໄຟຟ້າໃຊ້
ຫຼືຂາດການຕິດຕໍ່.

ທ່ານນາງເມີໂກລ ກ່າວວ່າ ລັດຖະບານໄດ້ດີຂຶ້ນແລ້ວ ແລະໄວຂຶ້ນໃນຄວາມພະ ຍາຍາມຂອງເຂົາເຈົ້າຮັບມືກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ຫຼາຍມື້ທີ່ຜ່ານມາ ຢູໂຣບໄດ້ກ່າວເຖິງບາດກ້າວຕ່າງໆໄປສູ່ການປ່ອຍແກັສເຮືອນແກ້ວເປັນ “ສູນ” ພາຍໃນກາງສັດຕະວັດນີ້

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG