ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອາເມຣິກາ ສະຫຼອງ ວັນ Memorial Day ໃຫ້ກຽດແກ່ ທະຫານທີ່​ເສຍ​ຊີວິດ ໃນສົງຄາມ


Washing ParadeHonors Those Killed Serving in US Military
please wait

No media source currently available

0:00 0:02:03 0:00

ຊົມວີດີໂອ ການສວນສະໜາມ ຢູ່ວໍຊິງຕັນ ດີຊີ ໃນວັນ Memorial Day ຫລື ວັນໃຫ້ກຽດແກ່ ທະຫານທີ່​ເສຍ​ຊີວິດໃນສົງຄາມ, ວັນຈັນ ອາທິດສຸດທ້າຍ ຂອງເດືອນພຶດສະພາ.

ປະຊາຊົນໃນ​ ສະຫະລັດ​ ພາກັນສະ​ແດ​ງຄວາມ​ເຄົາລົບ​ ​ແລະ​ໃຫ້​ກຽດ​ແກ່ ​ທ​ະຫານ​ທີ່​ໄດ້​ເສຍ​ຊີວິດ​ໃນລະຫວ່າງ ​ການ​ຮັບ​ໃຊ້ປະ​ເທດ ຊາດ ​ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ​ເປັນ​ວັນລະນຶກເຖິງ ທະຫານທີ່​ເສຍ​ຊີວິດ ຫຼື Memorial day ​ປະ​ຈຳປີ.

​ໃນຂະນະ​ທີ່​ ຫຼາຍໆ​ຊຸມ​ຊົນ​ທົ່ວ​ປະ​ເທດ ພາກັນໃຫ້​ກຽດ​ແກ່ທະຫານ​ທີ່​ຕາຍ​ໃນ​ສົງຄາມ ​ດ້ວຍ​ການແຫ່​ສວນສະໜາມ, ການ​ສະ​ແດງຄອນ​ເສີດ​ນ້ຳ​ໃຈ​ຮັກ​ຊາດ ​ແລະ ພິທີການ​ຕ່າງໆ, ບາງ​ຊຸມ​ຊົນ​ກໍ່​ຈະ​ສະຫຼອງ ໂດຍ ການ​ລະ​ລຶກ​ເຖິງ​ຢ່າງ​ງຽບໆ ​ຫາບັນດາຜູ້​ທີ່​ໄດ້​ເສຍ​ສະຫຼະຊີວິດ​ຂອງ​ພວກ​ເຂົາ​ເຈົ້າ ​ໃນ​ລະຫວ່າງ​ທີ່​ຮັບ​ໃຊ້​ລັດຖະ​ການ​ທະຫານນັ້ນ.

​ໃນ​ມື້​ວັນ​ອາທິດ​ວານ​ນີ້, ມີ​ນັກ​ຂັບຂີ່​ລົດຈັກ​ຫຼາ​ຍພັນ​ຄົນ​ ພາ​ກັນ​ຂີ່​ລົດ​ໄປ​ທົ່ວ​ນະ​ຄອນ​ຫຼວງ Washington ປະກອບສ່ວນ​ໃນກາ​ນໂຮມຊຸມນຸມ ຂອງ​ບັນດາ​ນັກ​ຂັບ​ຂີ່​ລົດ​ຈັກ​ຫຼາຍ​ປະ​ເພດ ​ປະ​ຈຳປີ ທີ່​ເອີ້ນ​ວ່າ Rolling Thunder ​ເພື່​ອລະນຶກເຖິງ​ນັກ​ໂທດ​ສົງຄາມ ​ແລະ ຜູ້​ທີ່​ຫາຍ​ສາບ​ສູນ​ໃນ​ການ​ປະຕິບັດ​ໜ້າ​ທີ່.

ປະທານາທິບໍດີ Barack Obama ໄດ້ກ່າວບົດປາໄສ ປະຈຳອາທິດ ຂອງທ່ານ ເພື່ອ ສະຫຼອງ ວັນລະນຶກເຖິງທະຫານຜ່ານເສິກ ແລະສະດຸດີ ​ບັນດາຜູ້ຊາຍ ແລະ ແມ່ຍິງໃນ ເຄື່ອງແບບ ທີ່ໄດ້ ເສຍສະຫຼະຊີວິດ ຂອງພວກເຂົາ ໃນການຮັບໃຊ້ຊາດຂອງພວກເຂົາ.

ທ່ານ​ໂອ​ບາ​ມາເວົ້າວ່າ ວັນພັກດັ່ງກ່າວເປັນມື້ທີ່ສຳຄັນ ແລະ ມີຄວາມໝາຍພິ​ເສດ ສຳລັບ
ປີນີ້ ເພາະວ່າມັນເປັນວັນລະນຶກເຖິງ ທະຫານຜ່ານເສິກ ຄັ້ງທຳອິດຕັ້ງແຕ່ ສົງຄາມໃນ
ປະເທດ Afghanistan ໄດ້ສິ້ນສຸດ ລົງ.

ປ. ໂອບາມາ ວາງພວງມາລາ ຢູ່ສຸສານທະຫານ ນີລະນາມ ໃນວັນ Memorial day:

Obama Thanks US Military on Memorial Day
please wait

No media source currently available

0:00 0:01:58 0:00

ການສະຫລອງຂະໜາດ​ໃຫຍ່ຄັ້ງທຳອິດ ​ວັນ​ດັ່ງກ່າວ ເຊິ່ງດັ້ງເດີມ ເອີ້ນວ່າ ວັນ Decoration Day ຫຼື ວັນປະດັບປະດານັ້ນ ​ໄດ້ມີຂຶ້ນ ຢູ່ທີ່ສຸສານ​ແຫ່ງ​ຊາດ Arlington ໃນປີ 1868, ຄື 3 ປີ ຫຼັງຈາກສົງ ຄາມກາງ​ເມືອງທີ່ນອງເລືອດຂອງ​ ສະຫະລັດ ທີ່ໄດ້ເຮັດໃຫ້ ຫຼາຍກວ່າ 600,000 ຄົນເສຍຊີວິດ.

ຊາວອາເມຣິກັນສ່ວນ​ໃຫຍ່ ​ແມ່ນພາກັນພັກວຽກພັກ​ການ ແລະ ໂຮງຮຽນ, ​ແລະວັນພັກສຸດ ສັບປະດາສາມມື້ນີ້ ແມ່ນຖືວ່າ ເປັນການເລີ່ມຕົ້ນຢ່າງບໍ່ເປັນທາງການ ຂອງລະດູພັກຮ້ອນ. ​ໃນ​ມື້​ນີ້ ຫຼາຍໆຄອບຄົວ ພາກັນ ຊຸມ​ເຂົ້າ​ກາງ​ແຈ້ງ ຫຼືປິກນິກກັນ ຫຼືບໍ່​ກໍໄປຫຼີ້ນຫາດຊາຍ
ນ້ຳ​ທະ​ເລ ສວນສາທາລະນະ ຫຼື ສະຖານຕັ້ງແຄັ້ມ.

MEMORIAL DAY 1st UPD
Memorial Day Honors US War Dead

People in the United States will honor those who died in military service with the annual Memorial Day holiday Monday.

While many communities across the country will honor the war dead with parades, patriotic concerts and ceremonies, others will mark the day with quiet reflection on those who have lost their lives in military service.

On Sunday, thousands of motorcycle riders rolled through Washington for the annual Rolling Thunder rally to call attention to prisoners of war and those missing in action.

President Barrack Obama used his weekly address to commemorate Memorial Day and pay tribute to the men and women in uniform who have given their lives in service to our country.

He said the holiday is especially meaningful this year because it is the first Memorial Day since the war in Afghanistan ended.

The first large-scale observance of what was originally called Decoration Day took place at Arlington cemetery in 1868, three years after the bloody U.S. Civil War that killed more than 600,000 people.

Many Americans have the day off from work and school, and the three-day weekend is seen as the unofficial start of the summer vacation season. Many families have picnics or make trips to the beach, parks or campgrounds.

XS
SM
MD
LG