ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ປະ​ຊາຄົມ​ລາວ​ອາ​ເມ​ຣິ​ກັນ ຢູ່​ທົ່ວ​ສະ​ຫະ​ລັດ ຮ່ວມ​ສະ​ຫຼອງ ບຸນວັນ​ຂອບ​ຄຸນ​ພະ​ເຈົ້າ


Trump Pardons 'Bread' and 'Butter,' the Turkeys
please wait

No media source currently available

0:00 0:02:40 0:00

​ເຊີນ​ຊົມ​ວີ​ດີ​ໂອ ພິ​ທີ​ໂຜດ​ໄກ່​ງວງ ​ປະ​ຈຳ​ປີ ກ່ອນບຸນ​ວັນ​ຂອບ​ຄຸນ​ພະ​ເຈົ້າ ຫຼື Thanksgiving ໂດຍ​ປະ​ທາ​ນາ​ທິ​ບໍ​ດີ ​ດໍ​ໂນລ ທ​ຣຳ​ ທີ່ ທຳ​ນຽບ​ຂາວ ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ວັນ​ທີ 26 ພະ​ຈິກ 2019.

ສະ​ບາຍ​ດີທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ມື້​ນີ້ແມ່ນ​ວັນ​ພະຫັດ ທີ 28 ຊຶ່ງ​ເປັນອາ​ທິດ​ສຸດ​ທ້າຍ​ຂອງ
ເດືອນພະຈິກ ແລະ​ກໍ​ເປັນ​ວັນ​ທີ່​ຊາວອະ​ເມຣິ ກັນທັງ​ປະ​ເທດ​ພາກັນສະຫລອງບຸນ Thanksgiving ຫລື ​ບຸນ​ຂອບ ຄຸນ​ພະ​ເຈົ້າ​ ຫຼືເອີ້ນກັນຫຼິ້ນໆວ່າ ບຸນໄກ່ງວງຕາມ​ປະ​ເພ
ນີ​ ທີ່​ໄດ້​ສືບ​ທອດ​ກັນ​ມາເປັນ​ເວລານານ​ກວ່າ​ສອງຮ້ອຍປີ​ແລ້​ວ. ເພ​າະສະ​ນັ້ນ ໃນ ລາຍ
ການ​ຊີວິດຊາວ​ລາວ​ຂອງ​ວີ​ໂອ​ເອ​ມື້​ນີ້ ພວກ​ເຮົາ​ຢາກຖືເອົາໂອກາດ​ນໍາ​ເອົາ​ການ​ສໍາພາດ
ກັບບັນດາຄົນ​ອາ​ເມຣິກັນເຊື້ອ​ສາຍ​ລ​າວ ຢູ່ໃນ​ສະຫະລັດ ມາສະ​ເໜີ​ທ່າ​ນ ເພື່ອ​ຢາກ​ຮູ້​
ວ່າ​ພວກ​ເພິ່ນ​ໄດ້​ພາ​ກັນ​ຫ້າງ​ຫາກະ​ກຽມ​ເພື່ອ​ສະ​ຫລອງ​ບຸນ​ປະ​ຈຳ​ປີ​ສຳ​ຄັນ​ອັນ​ນີ້​ຄື​ແນ​ວ
ໃດ ​ແລະການ​ສະ​ຫລອງ​ບຸນຂອບຄຸນ​ພະ​ເຈົ້ານີ້ມີ​ຄວາມ​ໝາຍ​ແນວ​ໃດສຳ​ລັບ​ເຂົາ​ເຈົ້າ.
ກິ່ງ​ສະຫ​ວັນ ມີ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເລື້ອງນີ້ມາສະ​ເໜີ​ທ່ານໃນ​ອັນ​ດັບຕໍ່​ໄປ.

ອົບ​ໄກ່​ງວງ ແລະ​ການ​ຕົກ​ແຕ່ງອາ​ຫານ ສະ​ຫຼອງວັນ​ຂອບ​ຄຸນ​ພະ​ເຈົ້າ "Thanksgiving" ໂດຍ​ຍາ​ນາງ​ເອດ​ຣຽນ ປະ​ຖັມ​ມະ​ວົງ.
ອົບ​ໄກ່​ງວງ ແລະ​ການ​ຕົກ​ແຕ່ງອາ​ຫານ ສະ​ຫຼອງວັນ​ຂອບ​ຄຸນ​ພະ​ເຈົ້າ "Thanksgiving" ໂດຍ​ຍາ​ນາງ​ເອດ​ຣຽນ ປະ​ຖັມ​ມະ​ວົງ.

​ບຸນ Thanksgiving ຫລື ວັນບຸນຂອບ​ຄຸນ​ພະ​ເຈົ້າທີ່​ຈັດ​ຂຶ້ນ​ໃນ​ແຕ່​ລະ​ປີນັ້ນເປັນ​ວັນ
ບຸນ​ແຫ່ງ​ຊາດ​ສຳ​ຄັນ​ອັນ​ນຶ່ງຂອງສະຫະລັດທີ່ໄດ້​ສະຫລອງ​ກັນ​ມາ​ເປັນ​ເວລາ ສອງຮ້ອຍ​
ກວ່າ​ປີ​ແລ້ວ​. ​ຢູ່​ທໍານຽບຂາວ​ໄດ້ມີ​ພິ​ທີ​ໂຜດ​ໄກ່​ງວງ ​ໂດຍ​ປະທານາ ທິບໍດີ ກ່ອນ​ຈະ​ຮອດ
​ມື້​ບຸນ ຊຶ່ງ​ໄດ້ສະ​ແດງ​ໃຫ້​ເຫັນປະເພນີຂອງ ການມີຄວາມ ເມດ​ຕາກະ​ລຸ​ນາ ຫຼື Pardon ໃຫ້ແກ່ໄກ່ງວງ ທີ່ໄດ້ປະ​ຕິ​ບັດ​ກັນ​ມາຕັ້ງແຕ່ສະ ໄໝປະທານາທິບໍດີ Abraham
Lincoln ທີ່​ດຳ​ລົງ​ຕຳ​ແໜ່ງ​ແຕ່ປີ 1​861 ຫາ​ປີ 1865.

ດັ່ງ​ທຸກໆ​ປີ ການ​ສະ​ຫລອງ​ງານ​ບຸນນີ້ແມ່ນ​ຈັດ​ຂຶນຢູ່​ທ່າມ​ກາງ​ຄວາມ​ໜາວ​ເຢັນ ເພາະ
ປັດ​ຈຸ​ບັນ​ນີ້ອາ​ກາດຢູ່​ໃນ​ຫລາຍ​ພາກ​ຂອງ​ສະ​ຫະ​ລັດ ໂດຍ​ສະ​ເພາະ​ພາກ​ຕາ​ເວັນ​ຕົກ​
|ຕອນ​ກາງ​ຂອງ​ປະ​ເທດໄດ້​ເລີ້ມໜາວ ພ້ອມ​ທັງ​ມີຫິມະຕົກ ແລະທ້າມ​ກາງບັນ​ຍາ​ກາດ
ທີ່​ເຕັມ​ໄປ​ດ້ວຍຄວາມ​ຕື່ນ​ເຕັ້ນ​ທີ່ຈະ​ມີເທດສະການ ແລະວັນພັກ ຕ່າງໆ ​ລຽນ​ຕິດ​ກັນໄປ
ນັບ​ແຕ່ນີ້ ​ຈົນ​ຮອດ​ວັນ​ຂຶ້ນ​ປີໃໝ່. ​ຢູ່​ຕາມ​ບ້ານ​ເຮືອນ, ຖະ​ໜົນ​ຫົນ​ທາງ ແລະ​ຮ້ານ​ຄ້າທົ່ວ
ໄປ ຈະ​ມີການ​ຕົກ​ແຕ່ງ, ປະ​ດັບ​ປະ​ດາ​ດ້ວຍແສງ​ສີ ແລະ​ເຄື່ອງ​ເອ້​ຕ່າງໆ ເພື່ອ​ຕ້ອນ​ຮັບ​
ການ​ສະ​ຫລອງ​ບຸນ Christmas ​ວັນ​ທີ 25 ເດືອນທັນ​ວາ ແລະ​ໃນວັນ​ທີ 31 ທັ​ນ​ວາ ກໍ​
ຈະ​ເປັນວັນ​ສົ່ງ​ທ້າຍປີເກົ່າ ແລະ ຕ້ອນ​ຮັບວັນຂຶ້ນ​ປີໃໝ່ ຄ​.ສ 2020.

​ຕາມ​ປະ​ເພ​ນີ​ແລ້ວ ໃນ​ອາ​ທິດທີ່​ມີ​ວັນ​ບຸນນີ້ ຊາວ​ອາ​ເມ​ຣິ​ກັນຫ​ລາຍ​ລ້ານ​ຄົນ ທີ່​ຢູ່​ໃກ້ ແລະ
​ໄກ​ກໍ​ຈະ​ພາກັນ​ເດີນ​ທາງໄປ​ຢ້​ຽ​ມ​ຢາມ​ພໍ່​ແມ່ ແລະຍາດ​ຕິ​ພີ່​ນ້ອງ. ເຂົາ​ເຈົ້າ​ມັກຊື້​ອາ​ຫານ​
ການ​ກິນ,​ ເຄື່ອງ​ດື່ມເພື່ອໄປສະ​ຫລອງ​ວັນຂອ​ບຄຸນ​ພະ​ເຈົ້າຮ່ວມ​ກັນ​ກັບ​ຄອບ​ຄົວ​. ພ້ອມ​
ດຽວ​ກັນ​ໃນຕອນ​ເຊົ້າ​ຂອງວັນ​ພະ​ຫັດ​ມື້​ນີ້ ຢູ່ທີ່​ນະຄອນ​ນິວຢອກ​ມີ​ການ​ເດີນ​ສວນສະ
ໜາ​ມເພື່ອ​ເປັນ​ການ​ສະ​ຫລອງ​ບຸນ Thanksgiving ຢູ່​ໃຈ​ກາງ​ເມືອງຢ່າງ​ຄຶກຄື້ນ.

ຂະ​ນະ​ດຽວ​ກັນທາງວີ​ໂອ​ເອກໍ​ໄດ້ຖື​ໂອ​ກາດ​ນີ້ ​ສໍາພາດ​ຍານ​າງລີ​ຊາ ຫຼວງ​ສົມ​ຄຳ, ອາ​
ຈານ​ສອນ​ວິ​ຊາ​ສັງ​ຄົມ​ວິ​ທະ​ຍາ ຫຼື Social Study ຢູ່​ມັດ​ທະ​ຍົມ​ແຫ່ງ​ນຶ່ງໃນລັດ​ອິ​ລ​ລິ
​ນອຍ ທີ່​ຕັ້ງ​ຢູ່​ທາງພາກ​ຕາ​ເວັນ​ຕົກ​ຕອນກາງຂອງ​ສະ​ຫະ​ລັດ​ ຊຶ່​ງ ຍານາງ​ໄດ້​ເວົ້າ​ເຖິງ
ຄວາມ​ຮູ້​ສຶກຂອງ​ຕົນ​ກ່ຽວ​ກັບ​ການ​ສະ​ຫຼອງ​ບຸນນີ້ສູ່​ຟັງ​ວ່າ:

ຍານ​າງ​ລີ​ຊາ ຫຼວງ​ສົງ​ຄຳ
ຍານ​າງ​ລີ​ຊາ ຫຼວງ​ສົງ​ຄຳ

ນາງ​ຊາ​ຣາ ສຸ​ຣິນ​ທອນ ວີ​ລະ​ພັນ, ທີ່ໄດ້ຍ້າຍ​ອອກ​ໄປຢູ່ໄກຈາກ​ພໍ່​ແມ່ທີ່​ຢູ່​ພາກ​ເໜືອ​
ຂອງ​ລັດ​ຄາ​ລິ​ຟໍ​ເນຍເພື່ອ​ໄປ​ເຮັດ​ວຽກຢູ່ນະ​ຄອນ​ລອ​ສ ແອ​ລ​ເຈີລິ​ສ, ທາງ​ພາກ​ໃຕ້​ຂອງ​
ລັດດຽວ​ກັນມາ​ໄດ້​ຫ້າ​ປີ​ແລ້ວ ກໍ​ໄດ້​ເວົ້າ​ສູ່​ວີ​ໂອ​ເອ​ຟັງ​ວ່າ ໃນວັນ ບຸນຂອບ​ຄຸນ​ພະ​ເຈົ້າ​ປີ
​ນີ້ນາງບໍ່​ສາ​ມາດໄປ​ຫາ​ຄອບຄົວ​ໄດ້ ແລະ​ຈະ​ສະ​ຫຼອງ​ບຸນ​ຂອບ​ຄຸນ​ພະ​ເຈົ້າ​ກັບ​ໝູ່​ເພື່ອນ​
ຢູ່​ບ້ານ​ຕົນ​ເອງແທນ ຊຶ່ງ​ນາງ​ເວົ້າ​ວ່າ:

ຍາ​ນາງ​ຊາ​ຣາ ສຸ​ຣິນ​ທອນ ວິ​ລະ​ພັນ
ຍາ​ນາງ​ຊາ​ຣາ ສຸ​ຣິນ​ທອນ ວິ​ລະ​ພັນ

ຊາວ​ອາ​ເມຣິກັນ​ເຊື້ອສາຍ​ລາວ, ເຖິງ​ແມ່ນໄດ້​ກາຍມາ​ເປັນ​ສັນຊາດອາ​ເມ​ຣິ​ກັນ ແລະ
​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ປະ​ເທດນີ້​ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ​ກໍ​ຕາມ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ບໍ່​ລືມ​
ອາ​ຫານ​ລາວ​. ແລະ​ການ​ສະ​ຫລອງ​ບຸນ​ຂອບ​ຄຸນ​ພະ​ເຈົ້າ​ນີ້ ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ
​ຫລາຍ​ຕໍ່​ຊາວ​ລາວຢູ່ອາ​ເມ​ຣິກາທີ່​ສ່ວນ​ໃຫຍ່ໄດ້​ພັດ​ພາກ​ຈາກ​ບ້ານ​ເກີດ​ເມືອງນອນ
ມາ​ຕັ້ງ​ຖິ່ນ​ຖານໃໝ່​ໃນດິນ​ແດນ​ແຫ່ງນີ້ ​ໃນຊຸມ​ປີ 1990. ດັ່ງ​ທີ່​ທ່ານ​ໄພ​ວັນ ດວງ​ພູ​ມີ ຢູ່​
ໃນ​ເມືອງ ຣີ​ສມອນ, ນະ​ຄອນ​ຫລວງ​ຂອງ​ລັດ​ເວີ​ຈີ​ເນຍ ໄດ້​ກ່າວ​ເຖິງ​ຄວາມ​ດ​ຄິ ແລະ​
ຄວາມ​ຮູ້​ສຶກ​ຂອງ​ຕົນ​ກ່ຽວ​ກັບການ​ສະ​ຫລອງ​ບຸ​ນ​ຂອບ​ຄຸ​ນ​ພະ​ເຈົ້ານີ້ວ່າ:

ຜົນ​ປູກ​ຈາກ​ການ​ເກັບ​ກ່ຽວ ຕົກ​ແຕ່ງ​ໃນບຸນ​ວັນ​ຂອບ​ຄຸນ​ພະ​ເຈົ້າ.
ຜົນ​ປູກ​ຈາກ​ການ​ເກັບ​ກ່ຽວ ຕົກ​ແຕ່ງ​ໃນບຸນ​ວັນ​ຂອບ​ຄຸນ​ພະ​ເຈົ້າ.

ປະ​ຫວັດການ​ສະຫລອງບຸນວັນຂອບ​ຄຸນ​ພະ​ເຈົ້າແມ່ນ​ໄດ້ມີ​ມາ​ແຕ່​ປີ 1621. ເວລາ​ນັ້ນ
ໄດ້ມີນັກ​ສະ​ແຫວ​ງບຸນຊາວ​ອັງກິດ 102 ຄົນ ຊຶ່ງ​ເປັນກຸ່ມ​ທໍາ​ອິດ​ທີ່ໄດ້ພາກັນ​ເດີນທາງ​ມາ​ເຖິງແຜ່ນດິນ​ໃໝ່ ຊຶ່ງ​ເປັນ​ທະ​ວີບ​ອາ​ເມ​ຣິ​ກາ​ໃນ​ທຸກມື້ນີ້ ​ເພື່ອ​ສະແຫວ​ງຫາສິດ​ທິໃນການ
ນັບຖື​ສາ​ສະ​ໜາ. ​ເຂົາ​ເຈົ້າ​ພາກັນຂີ່ກຳ​ປັ່ນທີ່​ມີ​ຊື່ວ່າ Mayflower ​ໂດຍໃຊ້​ເວລາ 66 ມື້
​ຈຶ່ງ​ໄດ້ຕົກມາເຖິງ​ແຜ່ນດິນຕອນ​ນີ້. ເຂດທີ່​ເຂົາ​ເຈົ້າ​ມາ​ເຖິງ​ທຳ​ອິດ​ນັ້ນ​ເອີ້ນ​ກັນ​ໃນ​ປັດ
ຈຸບັນ​ນີ້ວ່າ​ New England ຊຶ່ງເປັນ​ເຂດ​ທີ່​ກວາມ​ເອົາ 6 ລັດໃນພາກ​ຕາ​ເວັນ​ອອກສຽງ​ເໜືອຂອງສະ​ຫະ​ລັດ ໃນ​ທຸກວັນ​ນີ້.

​ຫລັງ​ຈາກໄດ້ລ່ອງ​ເຮືອ​ຂ້າມ​ມະຫາ​ສະ​ມຸດອັດແລນຕິກອັນ​ກວ້າງໃຫຍ່​ຊາວ​ອັງກິດ​ເຫລົ່າ​
ນີ້ກໍ​ປະສົບ​ກັບ​ຄວາມ​ອິດ​ເໝື່ອຍ ໂຫຍ​ຫີ​ວ ​ແລະ​ປະ​ເຊີນ​ກັບອາກາດ​ໜາວ. ຈໍານວນ​ນຶ່ງ​
ໄດ້ເຈັບ​ປ່ວຍຍ້ອນຂາດ​ອາຫານ, ​ເປັນພະຍາດ ​ແລະໄດ້​ລົ້ມ​ຫາຍ​ຕາຍ​ໄປ​ເກືອບ​ເຄິ່ງນຶ່ງ.

ຊາວ​ອິນ​ເດຍ​ແດງທີ່​ເປັນຊົ​ນ​ເຜົ່າໃນ​ທ້ອງ​ຖິ່ນນີ້ ​ໄດ້​ເຫັນຄວາມ​ຍາກ​ລໍາບາກ​ຂອງ​ຊາວ
​ອັງກິດ​ເຫລົ່ານັ້ນ ຈຶ່ງໄດ້ພາກັນຊ່ວຍ​ສິດສອນໃຫ້ເຂົາ​ເຈົ້າຮູ້ຈັກ​ປູກ​ໝາກ​ສາລີ, ຫາ​ປາ​ຢູ່​
ຕາມແມ່​ນໍ້າລໍາ​ເຊ, ໂຮ່​ເນື້ອ ​ໂດຍ​ສະ​ເພາະແມ່ນ​ການຈັບ​ໄກ່​ງວງປ່າມາ​ເປັນ​ອາຫານ.
ໃນ​ປີ​ຕໍ່​ມາ ​ເມື່ອ​ໄດ້ພົ້ນຈາກ​ຄວາມອຶດ​ຢາກ, ​ຫີ​ວໂຫຍ ຍ້ອນ​ໄດ້ຮັບ​ການ​ຊ່ວຍ​ເຫລືອ
ແລະ​ເກັບ​ກ່ຽວຜົນ​ລະ​ປູກທີ່​ຊາວ​ອິນ​ເດຍ​ແດງໄດ້​ສິດສອນໃຫ້​ເຂົາ​ເຈົ້າຮູ້​ເຮັດແລ້ວ
ຊາວ​ອັງ​ກິດກໍໄດ້​ພາກັນສະ​ແດງ​ຄວາມ​ຮູ້​ບຸນ​ຄຸນຕໍ່ຊາວ​ອິນ​ເດຍ​ແດງເຫລົ່າ​ນັ້ນ ໂດຍກ
ານເຊື້ອ​ເຊີນເອົາເຂົາ​ເຈົ້າມາ​ຮ່ວມ​ຮັບ​ປະທານ​ອາຫານນຳ​ກັນ ຈຶ່ງ​ໄດ້​ກາຍ​ມາ​ເປັນ
ບຸນປະ​ເພ​ນີ​ ຂອບ​ຄຸນ​ພະ​ເຈົ້າ ຫຼື Thanksgiving ທີ່​ໄດ້​ສະ​ຫລອງ​ກັນ​ມາເທົ່າ​ທຸກວັນ​ນີ້.

XS
SM
MD
LG