ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພູນໍ້າກ້ອນ glacier ເປື່ອຍ ແຕ່ດຽວນີ້ ແຂງໂຕ ຂຶ້ນຄືນ


Report: Melting Greenland Glacier now Growing
please wait

No media source currently available

0:00 0:02:11 0:00

ພູນໍ້າກ້ອນຫລື glacier ຂະໜາດໃຫຍ່ ໃນເຂດ Greenland ເປັນບ່ອນ ທີ່ນໍ້າກ້ອນ
ເປື່ອຍໄວທີ່ສຸດ ທັງຫິມະກໍພວມປົກຄຸມເນື້ອທີ່ ກວ້າງອອກໄປອີກຕື່ມ ອິງຕາມການ
ສຶກສາຄົ້ນຄວ້າໃໝ່ຂອງອົງການນາຊານັ້ນ. ແຕ່ວ່າຂ່າວດັ່ງກ່າວຈະ ບໍ່ຖືວ່າເປັນຂ່າວ
ດີເລື້ອຍໄປ. ນັກຂ່າວ ວີໂອເອ Kevin Enochs ລາຍງານມາ ໃຫ້ຊາບ ດັ່ງສາລີຈະ
ສະເໜີລາຍລະອຽດຕໍ່ທ່ານໃນອັນດັບຕໍ່ໄປ.

ລາຍງານດັ່ງກ່າວພົບເຫັນວ່າ ພູນໍ້າກ້ອນຢາກົບຊາເວັນ ໃນເຂດກຣີນແລນ ບໍ່ແມ່ນບໍ່ພຽງ
ແຕ່ວ່າບໍ່ເປື່ອຍ ແຕ່ອີງຕາມທ່ານອາລາ ເຄຊານດາ ປະຈຳອົງການ ນາຊາແລ້ວແມ່ນວ່າ
ມັນເຕີບໃຫຍ່ຂຶ້ນຊໍ້າ ຊຶ່ງທ່ານກ່າວວ່າ: “ໃນລະຫວ່າງປີ 2016 ຫາ 2017 ໃນການສຳ
ຫຼວດ ຂອງນາຊາສອງຄັ້ງ ພວກເຮົາພົບເຫັນວ່າ ຢູ່ໃກ້ໆກັບດ້ານໜ້າຂອງ glacier ມັນ
ໜາຂຶ້ນຕື່ມປະມານ 30 ແມັດ. ນັ້ນແມ່ນ ເກືອບນຶ່ງຮ້ອຍຟຸດໃນປີນຶ່ງໆ ແລະໃນລະຫວ່າງ
ປີ 2017 ຫາ ປີ 2018 ກໍເຊັ່ນດຽວກັນ.”

ມັນເປັນເລື້ອງແປກກໍເພາະວ່າ ນັບຕັ້ງແຕ່ປີ 2012 ເປັນຕົ້ນມາ glacier ໄດ້ ລະລາຍມາ
ເປັນປົກກະຕິປະມານ 2 ຈຸດ 9 ກິໂລແມັດຕໍ່ປີ ຍ້ອນການປ່ຽນແປງ ຂອງດິນຟ້າອາກາດ. ຫາກແຕ່ວ່າ ມັນຊໍ້າພັດເຕີບໂຕກັບຄືນມາ ໃນອັດຕາດຽວ ກັນ.

ເຫດຜົນແມ່ນເປັນຍ້ອນຫຍັງ? ພວກນັກວິທະຍາສາດຂອງນາຊາກ່າວວ່າ ເບິ່ງ ຊົງ ມັນ
ອາດເປັນຍ້ອນແນວໂນ້ມຂອງຄວາມເຢັນຊົ່ວຄາວ ຢູ່ໃນອ່າວດິສໂກ ຢູ່ ໃນຝັ່ງທາງພາກ
ຕາເວັນຕົກຂອງ ກຣີນແລນ ບ່ອນ glacier ໄປພົບກັບນໍ້າທະ ເລ. ບ່ອນທີ່ນໍ້າເຢັນໆຢູ່
ຫັ້ນ ຈະພາໃຫ້ນໍ້າແຂງໂຕ ເປັນນໍ້າກ້ອນຫລາຍຂຶ້ນຕື່ມ.

ທ່ານ ມາຕິນ ຊີເກີ້ ທີ່ມະຫາວິທະຍາໄລ ລອນດອນ ກ່າວວ່າ: “ຕາມການວັດແທກຂອງ
ຟອຍດ໌ ບ່ອນທີ່ glacier ເຕີບໃຫຍ່ຂຶ້ນນັ້ນ ກໍແມ່ນ ບ່ອນດຽວກັນ ກັບບ່ອນທີ່ glacier
ລະລາຍ ບ່ອນທີ່ນໍ້າມັນອຸ່ນມາຈາກມະຫາ ສະໝຸດ ແລະບ່ອນທີ່ glacier ເລີ້ມມີຄວາມ
ໜາຂຶ້ນ ຊຶ່ງຄວາມອຸ່ນບໍ່ໄດ້ມີຢູ່ຫັ້ນ ອີກແລ້ວ. ນັ້ນ ບໍ່ໄດ້ໝາຍຄວາມວ່າ ມະຫາສະໝຸດ
ຈະບໍ່ມີຄວາມອຸ່ນ. ມັນພຽງ ແຕ່ໝາຍຄວາມວ່າ ການສົ່ງຂ່ຽນຄວາມຮ້ອນຈາກມະຫາສະ
ໝຸດ ໄປຫາດ້ານໜ້າ ຂອງ glacier ໄດ້ຢຸດສະງັກໄປ ເທົ້ານັ້ນ.

ເພື່ອຄວາມກະຈ່າງແຈ້ງໄປກວ່ານັ້ນ ພວກນັກວິທະຍາສາດ ທີ່ພົວພັນກັບການ ສຶກສາດັ່ງ
ກ່າວເນັ້ນຢໍ້າວ່າ ນິີ້ບໍ່ໄດ້ໝາຍຄວາມວ່າ ການປ່ຽນແປງຂອງດິນຟ້າ ອາກາດບໍ່ເກີດຂຶ້ນ. ຄວາມຈິງແມ່ນມັນພວມເກີດຂຶ້ນຢູ່. ແຜ່ນນໍ້າກ້ອນທັງໝົດ ແມ່ນພວມເປື່ອຍຢູ່ ໃນອັດຕາ
ທີ່ສູງເປັນປະຫວັດການ.

ແຕ່ກໍມີການສະເໜີແນະວ່ານໍ້າຢູ່ໃນມະຫາສະໝຸດທີ່ໄດ້ມາຈາກຄວາມຮ້ອນຂອງແຜ່ນ
ດິນ ແມ່ນມີບົດບາດຢ່າງຫລວງຫຼາຍໃນການເຮັດໃຫ້ນໍ້າກ້ອນໃນ glacier ລະລາຍໄວ
ກວ່າເທົ່າທີ່ເຄີຍເປັນມາ ຊຶ່ງທ່ານ ຄາເຊັນເດີ້ກ່າວຕື່ມວ່າ: “ໃນໄລຍະຍາວມັນຈະເປັນ
ຂ່າວຮ້າຍກໍເພາະວ່າ ການສຶກສາຄົ້ນຄວ້ານີ້ສະແດງ ໃຫ້ເຫັນວ່າ glacier ມີຄວາມຮູ້ສຶກ
ຫວັ່ນໄຫວແບບໃດ ແລະສິ່ງອື່ນໆ ຢູ່ໃນ ກຣີນແລນກໍເຊັ່ນກັນ ວ່າມັນມີຄວາມຫວັ່ນໄຫວ
ຕໍ່ການປ່ຽນແປງ ແລະໂດຍສະ ເພາະຕໍ່ອຸນນະພູມໃນມະຫາສະໝຸດ.

ແລະການສຶກສານີ້ສະແດງໃຫ້ເຫັນວ່າ ອຸນນະພູມຂອງມະຫາສະໝຸດທັງໝົດ ແມ່ນເພີ້ມ
ສູງຂຶ້ນຢ່າງສະໝໍ່າສະເໝີນັບຕັ້ງແຕ່ປະມານຊຸມປີ 1960 ເປັນຕົ້ນ ມາ.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG