ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

4 ປະເທດຕົກລົງຮ່ວມມືກັນ ເພື່ອນຳໃຊ້ແມ່ນ້ຳຂອງຢ່າງຍືນຍົງ


ຜູ້ນຳລັດຖະບານຈາກ 4 ປະເທດສະມາຊິກໃນຄະນະກຳມາທິການແມ່ນ້ຳຂອງ ຕົກລົງເສີມສ້າງການ ຮ່ວມມືເພື່ອການນຳໃຊ້ປະໂຍດຈາກແມ່ນ້ຳ ຂອງຢ່າງຍືນຍົງ ພ້ອມທັງວາງເປົ້າໝາຍທີ່ຈະດຶງເອົາຈີນ ແລະພະມ້າເຂົ້າມາຮ່ວມເປັນປະເທດສະມາຊິກໃຫ້ໄດ້ໃນໝໍ່ໆນີ້. ຜູ້ນຳລັດຖະບານລາວ ໄທ ກຳປູເຈຍ ແລະຫວຽດນາມ ໃນຖານະພາຄີຂອງກຳມາທິການ ແມ່ນ້ຳຂອງ ຫລື Mekong River Commission ຫລື MRC ໄດ້ຕົກລົງຮ່ວມກັນ ໃນຖະແຫລງການຮ່ວມໃນໂອກາດກອງປະຊຸມສຸດຍອດຜູ້ນຳລັດຖະບານ ເມື່ອວັນທີ່ 5 ເມສານີ້ ຢູ່ຫົວຫິນທາງພາກໃຕ້ຂອງໄທ ວ່າລັດຖະບານຂອງ 4 ປະເທດພາຄີຈະເສີມສ້າງ ຄວາມຮ່ວມມືລະວ່າງກັນ ເພື່ອນຳໃຊ້ປະໂຍດຈາແມ່ນ້ຳຂອງຢ່າງຍືນຍົງ ຊຶ່ງກໍຄືການໃຫ້ຄວາມສຳຄັນເປັນ ພິເສດກັບການ ຮ່ວມກັນຕ້ານ​ໄພນ້ຳຖ້ວມ ​ໄພແຫ້ງແລ້ງ ແລະຫລຸດຜ່ອນບັນຫາສະພາວະໂລກຮ້ອນ ດ້ວຍ ການພັທະນາໂຄງການຕ່າງໆໂດຍຄຳນຶງ ເຖິງການ ປ້ອງກັນບັນຫາຜົນກະທົບຕໍ່ສະພາບແວດລ້ອມທຳມະ ຊາດເປັນສຳຄັນ ໂດຍບໍ່ວ່າ ຈະເປັນການກໍ່ສ້າງເຂື່ອນກັ້ນນ້ຳ ແລະການພັທະນາການ ເດີນເຮືອ ຕາມລຳແມ່ນ້ຳຂອງກໍຕາມ.

ໃນໂອກາດດຽວກັນນີ້ ທ່ານບົວສອນ ບຸບຜາວັນ ນາຍົກລັດຖະມົນຕີລາວ ກໍໄດ້ໃຫ້ ຄວາມເຫັນວ່າຈີນແລະ ມຽນມ້າສົມຄວນທີ່ຈະຕ້ອງເຂົ້າມາ ເປັນສະມາຊິກໃນ MRC ເນຶ່ອງ ຈາກວ່າຢູ່ໃນລຸ່ມແມ່ນ້ຳຂອງ ຄືກັນກັບ ລາວ ໄທ ກຳປູເຈຍ ແລະຫວຽດນາມ ດັ່ງນັ້ນຖ້າຫາກ ວ່າທັງຈີນແລະມຽນ ເຂົ້າມາເປັນສະມາຊິກໃນ MRC ແລ້ວ ກໍຈະເຮັດໃຫ້ການຮ່ວມມືໃນການພັທະນາໂຄງການຕ່າງໆ ສາມາດດຳເນີນໄປໄດ້ຢ່າງສອດ ຄ່ອງກັນ. ແຕ່ຢ່າງໃດກໍຕາມ ຈີນແລ​ະມຽນມ້າ ກໍມີສະຖານະພາບເປັນພຽງປະເທດຜູ້ສັງເກດການໃນ MRC ເທົ່ານັ້ນໃນປັດຈຸບັນນີ້ ໂດຍສະເພາະແມ່ນ ປະເທດຈີນທີ່ມີແຜນການສ້າງເຂຶ່ອນເທິງແນວແມ່ນ້ຳ ຂອງ ເຖິງ 8 ໂຄງການ ແລະໃນນັ້ນ ກໍໄດ້ກໍ່ສ້າງສຳເລັດແລ້ວ 4 ໂຄງການນັ້ນ

ກໍປາກົດວ່າໄດ້ຖືກ ກຸ່ມ ອົງການອະນຸລັດຊັບພະຍາກອນທຳມະຊາດໂຈມຕີວ່າ ເປັນສາເຫດເຮັດ ໃຫ້ເກີດ​ໄພແຫ້ງແລ້ງຢ່າງຮຸນແຮງ ໃນເຂດຕອນລ່າງຂອງແມ່ນ້ຳຂອງໃນ ເວລານີ້. ຊຶ່ງດ້ວຍການຖືກໂຈມຕີດັ່ງກ່າວ ກໍໄດ້ເຮັດໃຫ້ລັດຖະບານ ຈີນ ທີ່ໄດ້ສົ່ງລັດຖະມົນຕີຊ່ວຍວ່າ ການຕ່າງປະເທດຂອງຕົນເຂົ້າຮ່ວມ ສັງເກດ ການໃນກອງປະຊຸມສຸດຍອດ MRC ຄັ້ງລ່າສຸດ ນີ້ດ້ວຍນັ້ນກໍໄດ້ປະກາດທ່າທີຢ່າງແຈ້ງຂາວວ່າ ທາງການຈີນໄດ້ຕັດສິນໃຈຍົກເລີກໂຄງ ການກໍ່ສ້າງ ເຂຶ່ອນເໝິງສົງ (Meng Song) ຊຶ່ງ​ເປັນ 1 ໃນ 8 ໂຄງການແລ້ວໃນຂະນະນີ້ ແລະກໍຍັງຈະ ໃຫ້ການຮ່ວມມືໃນການແລກປ່ຽນຂໍ້ມູນສະຖິຕິ ກ່ຽວກັບປະລິມານນ້ຳຮ່ວມກັນກັບປະເທດທີ່ ຢູ່ຕອນລຸ່ມຂອງ ແມ່ນ້ຳຂອງຢ່າງສະມ່ຳສະເມີ ແລະຢ່າງໄກ້ຊິດອີກດ້ວຍ.

XS
SM
MD
LG