ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຂົງເຂດແມ່ນໍ້າຂອງ ພວມມີຄວາມ​ສຳ​ຄັນເພີ້ມຂຶ້ນ ​ຕໍ່ສາຍພົວພັນ ຂອງຈີນ ແລະ ສຫລ

ຊາວປະມົງຂະເໝນ ຢູ່ກາງແມ່ນໍ້າຂອງ ໃກ້ໆກັບພະນົມເປັນ ໃນວັນທີ 23 ມັງກອນ 2017.

ໃນຖ້າມກາງຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ສະ​ຫະ​ລັດ ກັບຈີນ ທີ່​ເພີ້ມ​ທະ​ວີ​ຂຶ້ນຢູ່ນີ້,ເຈົ້າ​ໜ້າ​ທີ່
​ສະ​ຫະ​ລັດທ່ານນຶ່ງ ໄດ້ພາດ​ພິງເຖິງ​ຈີນ ແຕ່​ບໍ່​ໄດ້ບົ່ງ​ເຈາະ​ຈົງວ່າແມ່ນຈີນ ກ່ຽວ​ກັບ
“ຄວາມ​ສ່ຽງ” ​ແລະ “ການ​ທ້າ​ທາຍຕ່າງໆ” ທີ່​ມີຂຶ້ນ ຍ້ອນວິທີສ້າງ​ເຂື່ອນ ແລະ​ການກະ
ທຳຢູ່ເລາະລຽບແລະຂ້າມແມ່ນໍ້າຊາຍແດນໃນ​ແຖບ​ແມ່​ນ້ຳ​ຂອງ​ ​ຊຶ່ງສາລີ ຈະມີ​ລາຍ
​ງານລະ​ອຽດ​ ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ລິງໂດຍກົງ

ໃນ​ການ​ປະ​ຊຸມ​ຮໍ່າຮຽນ​ທີ່​ນະ​ຄອນ​ພະ​ນົມ​ເປັນ ໂດຍ​ສະ​ຖາ​ບັນຂອງຂະເໝນ ເພື່ອ​ການ
​ປະ​ສານ​ງານແລະ​ສັນ​ຕິພາບ ຫລື CICP ທ່ານ Michael Newbill ອບປະທູດ ​ສະ​ຫະ
​ລັດ ​ກ່າວ​ວ່າ ການ​ກະທຳ “ຂອງ​ປະ​ເທດ​ດ່ຽວ” ໃນ​ຂົງ​ເຂດ​ແມ່​ນ້ຳ​ຂອງ​ ແມ່ນ “ສ້າງຄວາມ
ເປັນ​ຫ່ວງ” ສຳລັບ ທັງ​ພວກ​ປະ​ເທດຢູ່ເລາະລຽບ​ຕາມເຂດ​ລຸ່ມ​ແມ່​ນ້ຳຂອງ ແລະ​ສ​ະຫະ
​ລັດຊຶ່ງທ່ານກ່າວວ່າ:

“ໃນ​ຮອ​ບສອງ​ປີຜ່ານມາ ​ການຫັນປ່ຽນໃນດ້ານພູ​ມີສາດ-​ການ​ເມືອງ ແມ່ນ​ໄດ້​ເລີ້ມຕົ້ນ
ສ້າງ​ການ​ທ້າ​ທາຍ​ໃໝ່​ທີ່ໃຫຍ່ໂຕ,” ທ່ານ Newbill ເວົ້າຕ່ືມວ່າ​:

“ພວກ​ເຮົາ ໄດ້​ມອງເຫັນການເພິ່ງອີງໜີ້​ສິນທີ່ເພີ້ມຂຶ້ນ, ການ​ຄວບ​ຄຸມ​ທີ່​ບໍ່​ສະ​ເໝີ​ພາບ ຂອງເຂື່ອນ​ຫລາຍກວ່າ​ສິບແຫ່ງ ​ແຜນການ​ທີ່​ຈະ​ລະ​ເບີດ ແລະ​ສະສາງ​ຕາລິ່ງ​ແຫ່ງ
ຕ່າງໆ” ຊຶ່ງທ່ານ​ໄດ້ໃຫ້ຂໍ້ສັງເກດເພີ້ມ ລົງໃນໜ້າ​ເວັບ​ໄຊ​ຕ໌ ຂອງ​ສະ​ຖານ​ທູ​ດສະ​ຫະ
​ລັດ ໃນເວລາຕໍ່ມາ​.

ແນວຄິດທີ່ວ່າການ​ກາງ​ຕໍ່ເງິນ​ກູ້​ ຫຼື​ກັບ​ດັກ​ຂອງໜີ້ສິນ ໄດ້​ເລີ້ມ​ຂຶ້ນ ໃນ​ປີ 2017. ມັນ
​ອ້າງ​ເຖິງ​ການ​ກະ​ທຳ​ຂອງຈີນ ທີ່​ໃ​ຫ້​ເງິນ​ກູ້​ຢືມສຳລັບ​ໂຄງ​ການ​ຕ່າງໆ ທີ່​ເຮັດ​ໃຫ້​ປັກ​ກິ່ງ
ໄດ້​ເຂົ້າ​ເຖິງ​ແຫຼ່ງສັບ​ພະ​ຍາ​ກອນທ້ອງ​ຖິ່ນ ແທນທີ່ຈະເປັນການ​ຊ່ອຍເຫລືອ​ເສດ​ຖະ
​ກິດຂົງ​ເຂດ. ແທນ​ທີ່​ຈະ​ເປັນແນວນັ້ນ ແມ່ນຊໍ້າແມ່ນ​ວ່າ ພວກປະ​ເທດ​ເຫລົ່ານັ້ນ ຈະ
ກາຍເປັນພວກທີ່ຕົກຢູ່ພາຍໃຕ້ “​ອິດ​ທິ​ພົນ​ຂອງຈີນ”

​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງ​ສະ​ຖານ​ທູດ ຜູ້​ທີ່​ຂໍ​ບໍ່ໃຫ້​ອອກຊື່ ໄດ້​ໂອ້​ລົມ​ເລື້ອງ​ດັ່ງກ່າວ, ໄດ້​
ເນັ້ນຢໍ້າ​ວ່າທ່ານ Newbill ໄດ້​ອ້າງ​ເຖິງຈີນ ເວລາເພິ່ນ​ໃຊ້ຄຳວ່າ “ປະ​ເທດ​ດຽວ” ໃນ​
ສັບ​ປະ​ດາແລ້ວ​ນີ້.

ເຮືອຫາປາກຳລັງແລ່ນຜ່ານບ່ອນກໍ່ສ້າງຢູ່ດອນສະຫົງ

​ໃນເລື້ອງຕ່າງ​ຫາກ, ທ່ານ ເຊັກ ໂຊພາລ ນັກ​ວິ​ໄຈ ຈາກ​ສູນ​ກາງ​ສຶກ​ສາ​ເອ​ເຊຍ Ritsumeikanຂອງ​ຍີ່​ປຸ່ນ ໄດ້​ບອກວີ​ໂອ​ເອ​ ພະ​ແນກ​ພາ​ສາ​ຂະ​ເໝນທາງ​ອີ​ເ​ມ​ລວ່າ
“ເຖິງ​ແມ່ນ​ວ່າ ທ່ານ Newbill ຈະບໍ່​ໄດ້ບົ່ງ​ຊື່​ປະ​ເທດ​ໃດກໍຕາມ ແຕ່ມັນ​ກໍ​ເປັນທີ່ແຈ້ງ
ຂາວ ວ່າ​ແມ່ນ ຈີນ ທີ່ຕົງກັບ​ທຸກຈຸດ ທີ່​ທ່ານໄດ້ນຳ​ຂຶ້ນ​ມາ​ເວົ້າ​ເຖິງ.”

​ທ່ານ Sophal ກ່າວ​ເພີ້​ມ​ຕື່ມ​ວ່າ “ສ່ວນຕົວ​ແລ້ວ, ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ທ່ານ​ກ່າວ​ເຖິງ
ຈີນ,”

ນັກປາດ​ກຳ​ປູ​ເຈຍທ່ານນີ້ ກ່າວ​ເພີ້​ມ​ວ່າ ຂົງ​ເຂດ​ແມ່ນໍ້າ​ຂອງ ແມ່ນ​ຍຸດ​ທະ​ສາດ ທາງ
ເຂົ້າ​ໄປ​ສູ່​ສະ​ຫະ​ລັດ ໃນ​ການ​ປະ​ເຊີນໜ້າ​ກັບ ສະ​ພາບ​ແວດ​ລ້ອມ​ທີ່​ຍືນ​ຍົງ​ຂອງ​ຈີນ ແລະທາງດ້ານຕົວບົດໝາຍ​.

ຂໍ້​ຄວາມ​ໂດຍ​ນັກການທູດ​ພິ​ເສດ​ຂອງ​ສະ​ຫະ​ລັດທ່ານນີ້ ສະເໜີແນະໃຫ້​ເຫັນ​ວ່າ ຂົງ
​ເຂດ​ແມ່​ນ້ຳ​ຂອງ ​ເປັນ​ຂົງ​ເຂດ​ໃໝ່ ສຳ​ລັບ​ການ​ແຂ່ງຂັນ​ລະຫວ່າງ​ສະ​ຫະ​ລັດ ​ກັບຈີນ.

ປະ​ເທດ​ທັງ​ສອງ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່ທີ່ສຸດ ແມ່ນ​ໄດ້​ພົວ​ພັນ​ໃນ​ການ​ສົງ​ຄາມ​ການ​ຄ້າ
ມາແລ້ວ ແລະ​ການ​ປະ​ເຊີນ​ໜ້າກັນດ້ານ ການ​ຮັກ​ສາ​ຄວາມ​ປອດ​ໄພ​ໃຫ້ຊ່ອງແຄບ​ໄຕ້​
ຫວັນ ໄປເຖິງ​ທະ​ເລ​ຈີນ​ໃຕ້.

ທ່ານ Pongphisoot Busbarat ອາ​ຈາ​ນສອນລັດ​ຖະ​ສາດ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ຈຸ​ລາ​
ລົງ​ກອນ ກ່າວ​ວ່າ ນອກຈາກ​ທະ​ເລ​ຈີນ​ໃຕ້ແລ້ວ ຂົງ​ເຂດ​ແມ່​ນໍ້າຂອງ “ແນ່ນອນແມ່ນ
​ເປັນ​ຂົງ​ເຂດ​ບົ່ມຊ້ອນ​ ສຳລັບການແຍ້ງຊິງອຳ​ນາດກັນ ​ໃນ​ເອ​ເຊຍ​ອາ​ຄະ​ເນ,”

ແຜ່ນດິນປົ່ງໃໝ່ໃນລຸ່ມແມ່ນໍ້າຂອງ
ແຜ່ນດິນປົ່ງໃໝ່ໃນລຸ່ມແມ່ນໍ້າຂອງ

ໃນຖ້າມກາງຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ສະ​ຫະ​ລັດ ກັບຈີນ ທີ່​ເພີ້ມ​ທະ​ວີ​ຂຶ້ນຢູ່ນີ້,ເຈົ້າ​ໜ້າ​ທີ່
​ສະ​ຫະ​ລັດທ່ານນຶ່ງ ໄດ້ພາດ​ພິງເຖິງ​ຈີນ ແຕ່​ບໍ່​ໄດ້ບົ່ງ​ເຈາະ​ຈົງວ່າແມ່ນຈີນ ກ່ຽວ​ກັບ
“ຄວາມ​ສ່ຽງ” ​ແລະ “ການ​ທ້າ​ທາຍຕ່າງໆ” ທີ່​ມີຂຶ້ນ ຍ້ອນວິທີສ້າງ​ເຂື່ອນ ແລະ​ການກະ
ທຳຢູ່ເລາະລຽບແລະຂ້າມແມ່ນໍ້າຊາຍແດນໃນ​ແຖບ​ແມ່​ນ້ຳ​ຂອງ​ ​ຊຶ່ງສາລີ ຈະມີ​ລາຍ
​ງານລະ​ອຽດ​ ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ໃນ​ການ​ປະ​ຊຸມ​ຮໍ່າຮຽນ​ທີ່​ນະ​ຄອນ​ພະ​ນົມ​ເປັນ ໂດຍ​ສະ​ຖາ​ບັນຂອງຂະເໝນ ເພື່ອ​ການ
​ປະ​ສານ​ງານແລະ​ສັນ​ຕິພາບ ຫລື CICP ທ່ານ Michael Newbill ອບປະທູດ ​ສະ​ຫະ
​ລັດ ​ກ່າວ​ວ່າ ການ​ກະທຳ “ຂອງ​ປະ​ເທດ​ດ່ຽວ” ໃນ​ຂົງ​ເຂດ​ແມ່​ນ້ຳ​ຂອງ​ ແມ່ນ “ສ້າງຄວາມ
ເປັນ​ຫ່ວງ” ສຳລັບ ທັງ​ພວກ​ປະ​ເທດຢູ່ເລາະລຽບ​ຕາມເຂດ​ລຸ່ມ​ແມ່​ນ້ຳຂອງ ແລະ​ສ​ະຫະ
​ລັດຊຶ່ງທ່ານກ່າວວ່າ:

“ໃນ​ຮອ​ບສອງ​ປີຜ່ານມາ ​ການຫັນປ່ຽນໃນດ້ານພູ​ມີສາດ-​ການ​ເມືອງ ແມ່ນ​ໄດ້​ເລີ້ມຕົ້ນ
ສ້າງ​ການ​ທ້າ​ທາຍ​ໃໝ່​ທີ່ໃຫຍ່ໂຕ,” ທ່ານ Newbill ເວົ້າຕ່ືມວ່າ​:

“ພວກ​ເຮົາ ໄດ້​ມອງເຫັນການເພິ່ງອີງໜີ້​ສິນທີ່ເພີ້ມຂຶ້ນ, ການ​ຄວບ​ຄຸມ​ທີ່​ບໍ່​ສະ​ເໝີ​ພາບ ຂອງເຂື່ອນ​ຫລາຍກວ່າ​ສິບແຫ່ງ ​ແຜນການ​ທີ່​ຈະ​ລະ​ເບີດ ແລະ​ສະສາງ​ຕາລິ່ງ​ແຫ່ງ
ຕ່າງໆ” ຊຶ່ງທ່ານ​ໄດ້ໃຫ້ຂໍ້ສັງເກດເພີ້ມ ລົງໃນໜ້າ​ເວັບ​ໄຊ​ຕ໌ ຂອງ​ສະ​ຖານ​ທູ​ດສະ​ຫະ
​ລັດ ໃນເວລາຕໍ່ມາ​.

ແນວຄິດທີ່ວ່າການ​ກາງ​ຕໍ່ເງິນ​ກູ້​ ຫຼື​ກັບ​ດັກ​ຂອງໜີ້ສິນ ໄດ້​ເລີ້ມ​ຂຶ້ນ ໃນ​ປີ 2017. ມັນ
​ອ້າງ​ເຖິງ​ການ​ກະ​ທຳ​ຂອງຈີນ ທີ່​ໃ​ຫ້​ເງິນ​ກູ້​ຢືມສຳລັບ​ໂຄງ​ການ​ຕ່າງໆ ທີ່​ເຮັດ​ໃຫ້​ປັກ​ກິ່ງ
ໄດ້​ເຂົ້າ​ເຖິງ​ແຫຼ່ງສັບ​ພະ​ຍາ​ກອນທ້ອງ​ຖິ່ນ ແທນທີ່ຈະເປັນການ​ຊ່ອຍເຫລືອ​ເສດ​ຖະ
​ກິດຂົງ​ເຂດ. ແທນ​ທີ່​ຈະ​ເປັນແນວນັ້ນ ແມ່ນຊໍ້າແມ່ນ​ວ່າ ພວກປະ​ເທດ​ເຫລົ່ານັ້ນ ຈະ
ກາຍເປັນພວກທີ່ຕົກຢູ່ພາຍໃຕ້ “​ອິດ​ທິ​ພົນ​ຂອງຈີນ”

​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງ​ສະ​ຖານ​ທູດ ຜູ້​ທີ່​ຂໍ​ບໍ່ໃຫ້​ອອກຊື່ ໄດ້​ໂອ້​ລົມ​ເລື້ອງ​ດັ່ງກ່າວ, ໄດ້​
ເນັ້ນຢໍ້າ​ວ່າທ່ານ Newbill ໄດ້​ອ້າງ​ເຖິງຈີນ ເວລາເພິ່ນ​ໃຊ້ຄຳວ່າ “ປະ​ເທດ​ດຽວ” ໃນ​
ສັບ​ປະ​ດາແລ້ວ​ນີ້.

ນັກ​ການ​ທູດ​ສະ​ຫະ​ລັດທ່ານນັ້ນ ກ່າວ​ຕໍ່​ໄປ​ວ່າ “ຄວາມ​ສ່ຽງ” ໃນ​ການ​ທີ່ມີປະ​ເທດ​ນຶ່ງ
ຄວບ​ຄຸມ​ການ​ວາງ​ແຜນ ໃນ​ຂົງ​ເຂດ​ແມ່​ນ້ຳ​ຂອງມີລວມທັງການການເຊາະໄຫລທີ່​ມີ
​ຢູ່​ແລ້ວ​,ການ​ລາດ​ຕະ​ເວນ​ຄວບ​ຄຸມ​ແມ່​ນ້ຳ ໃນ​ປັດ​ຈະ​ບັນ​ນີ້ ອາ​ຊະ​ຍາ​ກຳ​ທີ່​ເຄື່ອນ
ໄຫວໄປມາ ແລະ​ຂະ​ບວນ​ການ​ຄ້າ​ຢາ​ເສບ​ຕິດ ຊີວິດ​ສັດ​ປ່າ ແລະມະ​ນຸດ.

“ແນວໂນ້ມທັງ​ໝົດທີ່ກ່າວມານີ້ ແມ່ນ​ສ້າງ​ຄວາມ​ສ່ຽງ ຕໍ່​ການ​ມີ​ອຳ​ນາດ ຕໍ່ອິດສະຫລະ
ຂອງເສດ​ຖະ​ກິດ ແລະຕໍ່ແມ່ນໍ້າລຳທານ​, ພະ​ລັງ​ງານ ແລະ​ຄວາມ​ໝັ້ນຄົງຂອງເຂົ້າ​ປາ
​ອາ​ຫານ ໃນ​ທົ່ວ​ຂົງ​ເຂດ​ແມ່ນ້ຳຂອງ,” ຕາມທີ່ທ່ານ Newbill ໄດ້​ວົ້າໄປ.

​ທ່ານກ່າວເພີ້ມຕື່ມ​ວ່າ ໃນ​ຂົງ​ເຂດ ທີ່​ຮວ​ມ​ທັງ 6 ປະ​ເທດ ອັນ​ມີ ຈີນ ມຽນ​ມາ, ໄທ ສ​ປ​ປ
ລາວ ກຳ​ປູ​ເຈຍ ແລະ​ຫວຽດ​ນາມ ແມ່ນ “ເປັນ​ຍຸດ​ປະ​ສາດ​ທີ່​ສຳ​ຄັນ” ຕໍ່​ສະ​ຫະ​ລັດທີ່​ຖື
ວ່າເປັນ​ພາ​ຄີສັນຍາວໍ​ຊີງ​ຕັນ, ປະ​ເທດ​ໄທ ​ແລະ​ປະ​ເທດ​ຫວຽດ​ນາມ ຊຶ່ງຍິ່ງເພີ້ມທະວີ​ຄວາມສຳຄັນທາງດ້ານ​ຍຸດ​ທະ​ສາ​ດໃນ​ຂົງ​ເຂດ.

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ຄົນ​ດຽວ​ກັນນີ້ ​ຂອງສະ​ຖານ​ທູດ ຊຶ່ງເປັນ​ຜູ້​ນຶ່ງທີ່​ເປັນ​ເຈົ້າ​ໜ້າ​ທີ່ ທີ່​
ກ່ຽວຂ້ອງ​ໃນ​ການ​ຕຽມຄຳ​ປາ​ໄສ​ຂອງ​ທ່ານ Newbill ໄດ້ກ່າວເພີ້ມວ່າ

ນອກນັ້ນ ອຸບປະທູດທ່ານນີ້ ຍັງໝາຍຄວາມວ່າ​ ຈີນ ຕ້ອງເປັນຜູ້​ຮັບ​ຜິດ​ຊອບ ຕໍ່ຄວາມ​
ສ່ຽງ​ທັງ​ໝົດ ທີ່​ທ່ານ​ໄດ້​ກ່າວ​ເຖິງ​ນັ້ນ.

ໃນເລື້ອງຕ່າງ​ຫາກ, ທ່ານ ເຊັກ ໂຊພາລ ນັກ​ວິ​ໄຈ ຈາກ​ສູນ​ກາງ​ສຶກ​ສາ​ເອ​ເຊຍ
Ritsumeikanຂອງ​ຍີ່​ປຸ່ນ ໄດ້​ບອກວີ​ໂອ​ເອ​ ພະ​ແນກ​ພາ​ສາ​ຂະ​ເໝນທາງ​ອີ​ເ​ມ​ລວ່າ
“ເຖິງ​ແມ່ນ​ວ່າ ທ່ານ Newbill ຈະບໍ່​ໄດ້ບົ່ງ​ຊື່​ປະ​ເທດ​ໃດກໍຕາມ ແຕ່ມັນ​ກໍ​ເປັນທີ່ແຈ້ງ
ຂາວ ວ່າ​ແມ່ນ ຈີນ ທີ່ຕົງກັບ​ທຸກຈຸດ ທີ່​ທ່ານໄດ້ນຳ​ຂຶ້ນ​ມາ​ເວົ້າ​ເຖິງ.”

​ທ່ານ Sophal ກ່າວ​ເພີ້​ມ​ຕື່ມ​ວ່າ “ສ່ວນຕົວ​ແລ້ວ, ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ທ່ານ​ກ່າວ​ເຖິງ
ຈີນ,”

ນັກປາດ​ກຳ​ປູ​ເຈຍທ່ານນີ້ ກ່າວ​ເພີ້​ມ​ວ່າ ຂົງ​ເຂດ​ແມ່ນໍ້າ​ຂອງ ແມ່ນ​ຍຸດ​ທະ​ສາດ ທາງ
ເຂົ້າ​ໄປ​ສູ່​ສະ​ຫະ​ລັດ ໃນ​ການ​ປະ​ເຊີນໜ້າ​ກັບ ສະ​ພາບ​ແວດ​ລ້ອມ​ທີ່​ຍືນ​ຍົງ​ຂອງ​ຈີນ ແລະທາງດ້ານຕົວບົດໝາຍ​.

ຂໍ້​ຄວາມ​ໂດຍ​ນັກການທູດ​ພິ​ເສດ​ຂອງ​ສະ​ຫະ​ລັດທ່ານນີ້ ສະເໜີແນະໃຫ້​ເຫັນ​ວ່າ ຂົງ
​ເຂດ​ແມ່​ນ້ຳ​ຂອງ ​ເປັນ​ຂົງ​ເຂດ​ໃໝ່ ສຳ​ລັບ​ການ​ແຂ່ງຂັນ​ລະຫວ່າງ​ສະ​ຫະ​ລັດ ​ກັບຈີນ.

ປະ​ເທດ​ທັງ​ສອງ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່ທີ່ສຸດ ແມ່ນ​ໄດ້​ພົວ​ພັນ​ໃນ​ການ​ສົງ​ຄາມ​ການ​ຄ້າ
ມາແລ້ວ ແລະ​ການ​ປະ​ເຊີນ​ໜ້າກັນດ້ານ ການ​ຮັກ​ສາ​ຄວາມ​ປອດ​ໄພ​ໃຫ້ຊ່ອງແຄບ​ໄຕ້​
ຫວັນ ໄປເຖິງ​ທະ​ເລ​ຈີນ​ໃຕ້.

ທ່ານ Pongphisoot Busbarat ອາ​ຈາ​ນສອນລັດ​ຖະ​ສາດ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ຈຸ​ລາ​
ລົງ​ກອນ ກ່າວ​ວ່າ ນອກຈາກ​ທະ​ເລ​ຈີນ​ໃຕ້ແລ້ວ ຂົງ​ເຂດ​ແມ່​ນໍ້າຂອງ “ແນ່ນອນແມ່ນ
​ເປັນ​ຂົງ​ເຂດ​ບົ່ມຊ້ອນ​ ສຳລັບການແຍ້ງຊິງອຳ​ນາດກັນ ​ໃນ​ເອ​ເຊຍ​ອາ​ຄະ​ເນ,”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG