ນາຍົກລັດຖະມົນຕີໄທຢືນຢັນວ່າ ການທີ່ລັດຖະບານໄທສະໜັບສະໜຸນແຜນການຂອງ
ລັດຖະບານຈີນ ໃນການຂະຫຍາຍເສັ້ນທາງເດີນເຮືອໃນແມ່ນໍ້າຂອງ ບໍ່ແມ່ນການຕົກລົງ
ໃຫ້ລະເບີດແກ້ງຫີນ ແຕ່ຢ່າງໃດ.
ເນື່ອງຈາກກອງປະຊຸມລັດຖະບານໄທ ຊຶ່ງເປັນທານໂດຍພົນເອກ ປະຢຸດ ຈັນໂອຊາ
ນາຍົກລັດຖະມົນຕີ ແລະຫົວໜ້າຄະນະຮັກສາຄວາມສະຫງົບແຫ່ງຊາດໄທ ໄດ້ມີມະຕິ
ຕົກລົງ ໃຫ້ການສະໜັບສະໜຸນແຜນການຂອງລັດຖະບານຈີນກ່ຽວກັບການຂະຫຍາຍ
ເສັ້ນທາງເດີນເຮືອໃນແມ່ນໍ້າຂອງ ທີ່ເລີ້ມຈາກເຂດສິບສອງພັນນາຂອງຈີນ ເຂດສາມ
ຫລ່ຽມຄໍາ ໃນເຂດມຽນມາ-ລາວ-ໄທ ເພື່ອເຊື່ອມຕໍ່ໄປໃຫ້ເຖິງຫລວງພະບາງ ຕາມຂໍ້ຕົກ
ລົງລະຫວ່າງ 4 ປະເທດ ທີ່ໄດ້ລົງນາມຮ່ວມກັນ ນັບແຕ່ປີ 1992 ເປັນຕົ້ນມາແລ້ວນັ້ນ
ພົນເອກປະຢຸດ ໄດ້ໃຫ້ການຢືນຢັນວ່າ ຍັງບໍ່ແມ່ນການຕົກລົງໃຫ້ທໍາການລະເບີດເພື່ອ
ເຄື່ອນຍ້າຍແກ້ງຫີນອອກໄປຈາກເສັ້ນທາງເດີນເຮືອ ແຕ່ຢ່າງໃດ.
ທັງນີ້ ພົນເອກປະຢຸດ ໄດ້ອະທິບາຍວ່າ ເຖິງແມ່ນວ່າແກ້ງຫີນໃນແມ່ນໍ້າຂອງ ທີ່ຢູ່ໃນເຂດ
ແດນລະຫວ່າງລາວກັບໄທນັ້ນ ບໍ່ແມ່ນເຂດອະທິປະໄຕຂອງໄທ ແຕ່ເປັນເຂດອະທິປະໄຕ
ຂອງລາວ ຕາມທີ່ໄດ້ມີການກໍານົດ ໄວ້ໃນສົນທິສັນຍາ ລະຫວ່າງສະຫຍາມກັບຝຣັ່ງ ໃນ
ອະດີດກໍຕາມ ແຕ່ເນື່ອງຈາກວ່າ ແກ້ງຫີນທີ່ຈະຕ້ອງທໍາການລະເບີດເພື່ອເຄື່ອນຍ້າຍ
ມັນອອກໄປຈາກເສັ້ນທາງເດີນເຮືອນນັ້ນ ອາດຈະສົ່ງຜົນກະທົບຕໍ່ຮ່ອງນໍາເລິກ ທີ່ເປັນ
ເຂດແດນລະຫວ່າງລາວ-ໄທ ໃນແມ່ນໍ້າຂອງ ສະນັ້ນມັນຈຶ່ງເປັນບັນຫາທີ່ຈະຕ້ອງຮ່ວມ
ກັນສຶກສາ ສໍາຫລວດໃນໄລຍະຕໍ່ໄປ ດັ່ງທີ່ທ່ານໄດ້ຢືນຢັນວ່າ:
“ການລະເບີດແກ້ງແມ່ນໍ້າຂອງມະຕິ ຄຣມ (ມະຕິຄະນະລັດຖະມົນຕີ) ບອກວ່າ ໃຫ້ໄປ
ສຶກສາ ແລ້ວກໍໃຫ້ນໍາຂໍ້ມູນນີ້ໄປຊີ້ແຈງໃນທີ່ປະຊຸມກັນວ່າ ຖ້າເຂົາທໍາ ຈະທໍາຢ່າງໃດ
ຈະທໍາໄດ້ຫລືບໍ່ ສະມາຊິກເຫັນດີນໍາກັນໝົດ ຫລືບໍ່ ໃນດ້ານຂໍ້ມູນ ທີ່ເວົ້າເຖິງການການ
ຂະຫຍາຍເສັ້ນທາງເດີນເຮືອ ການຂົນສົ່ງສິນຄ້າໃນແມ່ນໍ້າຂອງ ມັນກໍຕ້ອງໄປຕໍ່ອີກວ່າ
ສະມາຊິກທັງໝົດ 4-5 ປະເທດເຫັນພ້ອມນໍາກັນໝົດຫລືບໍ່. ຖ້າເຫັນດີຢ່າງໃດແລ້ວ
ກໍຕ້ອງນໍາເອົາເລື່ອງເຂົ້າໄປຫາ ຄຣມ. ມັນຍັງໄປບໍ່ເຖິງຕອນນັ້ນເລີຍນະ ແລ້ວກໍຄົງ
ໄມ້ປ່ອຍໃຫ້ມັນເສຍຫາຍດອກ ແລະຂໍ້ທີ່ສໍາຄັນທຸກຄົນຮູ້ ຫລືຍັງວ່າ ເກາະແກ້ງກາງ
ແມ່ນໍ້າຂອງທັງໝົດບໍ່ແມ່ນຂອງໄທ. ສະນັ້ນ ການລະເບີດມັນກໍມີຜົນໃນເລື່ອງຂອງ
ຮ່ອງນໍ້າເລິກ ຊຶ່ງມັນເປັນເສັ້ນເຂດແດນ.”
ການເດີນເຮືອໃນແມ່ນໍ້າຂອງຕາມການຕົກລົງດັ່ງກ່າວ ແມ່ນປະກອບມີທ່າເຮືອ 14
ແຫ່ງດ້ວຍກັນ ຊຶ່ງແບ່ງເປັນ 4 ແຫ່ງໃນຈີນ, 6 ແຫ່ງໃນລາວ, 2 ແຫ່ງໃນມຽນມາ ແລະ 2
ແຫ່ງໃນໄທ. ແຕ່ວ່າການເດີນເຮືອກໍຍັງບໍ່ເຊື່ອມຕໍ່ໄປເຖິງທ່າເຮືອປາຍທາງ ທີ່ຫລວງ
ພະບາງຂອງລາວໄດ້ເລີຍ ເນື່ອງຈາກມີ ແກ້ງຫີນຂະໜາດໃຫຍ່ ທີ່ຂວາງກັ້ນເສັ້ນທາງ
ເດີນເຮືອ ທີ່ເປັນເຂດແດນໃນແມ່ນໍ້າຂອງ ລະຫວ່າງບໍ່ແກ້ວຂອງລາວ ກັບຈັງຫວັດຊຽງ
ຣາຍຂອງໄທ ທີ່ຈະຕ້ອງເຄື່ອນຍ້າຍດ້ວຍການລະເບີດເທົ່ານັ້ນ.
ຫາກແຕ່ວ່າ ກໍຍັງຖືກຄັດຄ້ານຈາກເຄືອຂ່າຍອະນຸລັກແມ່ນໍ້າໃນເຂດລຸ່ມແມ່ນໍ້າຂອງມາ
ໂດຍຕະຫລອດ ເພາະເກງວ່າຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະສັດນໍ້າ
ໃນເຂດດອນຕ່າງໆ ຂອງແມ່ນໍ້າຢ່າງຮຸນແຮງ ລວມທັງຜົນກະທົບຕໍ່ສະພາບຊີວິດການ
ເປັນຢູ່ປະຊາຊົນລາວ-ໄທຢູ່ 2 ຝັ່ງແມ່ນໍ້າຂອງອີກດ້ວຍ.
ນອກຈາກນັ້ນ ເຄືອຂ່າຍອະນຸລັກແມ່ນໍ້າໃນເຂດລຸ່ມແມ່ນໍ້າຂອງ ຍັງໄດ້ຄັດຄ້ານການສ້າງ
ເຂື່ອນໄຟຟ້າ ໃນແລວແມ່ນໍ້າຂອງໃນເຂດຂອງລາວອີກດ້ວຍ ເຊັ່ນໂຄງການເຂື່ອນໄຊ
ຍະບູລີ, ໂຄງການເຂື່ອນດອນສະຫົງ ແລະ ໂຄງການເຂື່ອນປາກແບງ ທີ່ກໍາລັງດໍາເນີນ
ການກໍ່ສ້າງຢູ່ໃນເວລານີ້.
ທາງດ້ານທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກ ຢືນຢັນວ່າໂຄງການ ຂື່ອນດອນສະ
ໂຫງ ມີຜົນກະທົບຕໍ່ສະພາບແວດລ້ອມທຳມະຊາດໃນລະດັບຕ່ຳ ແລະ ມີປະຊາຊົນພຽງ 14 ຄອບຄົວເທົ່ານັ້ນທີ່ຈະຖືກຍົກຍ້າຍອອກໄປຈາກ ເຂດກໍ່ສ້າງໂດຍກຸ່ມຜູ້ລົງທຶນໄດ້ປຸກເຮືອນຢູ່
ຢ່າງຖາວອນໃຫ້ ພ້ອມທັງສົ່ງເສີມ ວິຊາຊີບເພື່ອໃຫ້ປະຊາຊົນມີອາຊີບຄົງທີ່ ແລະມີລາຍຮັບທີ່
ໝັ້ນຄົງອີກດ້ວຍ.
ຄວາມເຫັນຂອງທ່ານ
ສະແດງຄວາມເຫັນໃຫ້ເບິ່ງ