ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຜູ້ນຳ ຂອງປະເທດ ຕັ້ງຢູ່ແຄມນໍ້າຂອງ ມິດງຽບ ຕໍ່ການເຕືອນ ໃນການສ້າງເຂື່ອນ


ບັນດາຜູ້ນຳທັງຫົກປະເທດ ທີ່ຕັ້ງຢູ່ແຄມແມ່ນໍ້າຂອງຄື ຈີນ ມຽນມາ ໄທ ລາວ ກຳປູເຈຍ ແລະຫວຽດນາມ ເຂົ້າຮ່ວມ ກອງປະຊຸມສຸດຍອດ ແມ່ນໍ້າຂອງ ທີ່ນະຄອນຫຼວງຮາໂນ່ຍ ປະເທດຫວຽດນາມ ທີ 31 ມີນາ 2018.
ບັນດາຜູ້ນຳທັງຫົກປະເທດ ທີ່ຕັ້ງຢູ່ແຄມແມ່ນໍ້າຂອງຄື ຈີນ ມຽນມາ ໄທ ລາວ ກຳປູເຈຍ ແລະຫວຽດນາມ ເຂົ້າຮ່ວມ ກອງປະຊຸມສຸດຍອດ ແມ່ນໍ້າຂອງ ທີ່ນະຄອນຫຼວງຮາໂນ່ຍ ປະເທດຫວຽດນາມ ທີ 31 ມີນາ 2018.

ການ​ສະ​ເ​ໜີ ​ທີ່​ໜ້າ​ “​ຢ້ານ​ກົວ” ກ່ຽວກັບຄວາມເປັນ​ໄປ​ໄດ້ ​ເນື່ອງມາ​ຈາກ​ການ​ສ້າງ​ເຂື່ອນ
ເປັນຈຳນວນຫຼວງຫຼາຍ ບັນດາ​ຜູ້ນຳຂອງປະເທດສະມາຊິກ ໃນຄະນະ​ກຳມາທິການ​ແມ່​ນໍ້າຂອງສາກົນ ບໍ່​ໄດ້​ໃຫ້​ຮ່ອງ​ຮອຍ​ຫຍັງຫຼາຍ​ໃນ​ວັນ​ພະຫັດວານນີ້ ທີ່ວ່າ​ເຂົາ​ເຈົ້າ​ໄດ້​ເອົາ
ໃຈໃສ່ຕໍ່ຄຳຮຽກຮ້ອງ ​ໃຫ້​ທົບທວນ​ຄືນ ເຖິງນະ​ໂຍບາຍພື້ນຖານ ຂອງ​ແມ່​ນໍ້າ​ ທີ່ມີຫຼາຍໆ
ປະເທດຊົມໃຊ້​ ​ຍົກ​ເວັ້ນ​ແຕ່ຫວຽດນາມ.

ຢູ່​ທີ່​ກອງ​ປະ​ຊຸມສຸດຍອດ​ຄັ້ງ​ທີ​ສາມ​ ຂອງຄະນະ​ກຳມາທິການ​ແມ່​ນໍ້າຂອງສາ​ກົນ ຫຼື
MRC ທີ່​ເມືອງ​ສຽມຣຽບ ປະ​ເທດ​ກຳ​ປູເຈຍ ​ນາຍົກລັດຖະມົນຕີຂອງສີ່ປະເທດ​ສະມາ
ຊິກທີ່ຊົມໃຊ້ແມ່​ນໍ້າ​ຂອງຮ່ວມກັນ ໄດ້ສະໜອງ​ຕອບ ​ຕໍ່ການສຶກສາໃນຂອບເຂດທີ່ກວ້າງ
ຂວາງເປັນເວລາ 6 ປີ ​ໂດຍຄະນະ​ສະພາ ຂອງກຳມາທິການແມ່ນ້ຳຂອງສາກົນ​ທີ່​ໄດ້​
ເຕືອນ​ເຖິງ​ຜົນ​ທີ່​ຈະ​ຕິດ​ຕາມ​ມາຢ່າງຮ້າຍແຮງ ຖ້າ​ຫາກ​ແຜນການ​ສ້າງ​ເຂື່ອນ ທີ່​ມີ​ຢູ່​ໃນ
​ປັດຈຸບັນ ຍັງດຳ​ເນີນຕໍ່​ໄປ.

ຮວມຢູ່​ໃນ​ການພົບເຫັນ ​ທີ່ໜ້າ​ຕື່ນຕົກ​ໃຈ​ທີ່​ສຸດ ຈາກ​ໂຕ​ຢ່າງ​ເຂົາ​ເຈົ້າມີຢູ່​ນັ້ນກໍ ແມ່ນ

ຄວາມເປັນໄປໄດ້ໃນການທີ່ຈະສູນເສຍດິນຕົມ 97 ​ໄປ​ຍັງເຂດ​ສາມຫລ່ຽມ​ປາກ​ແມ່​ນໍ້າ
ຂອງ ​ພາຍໃນ​ປີ 2040 ຖ້າ​ຫາກ​ການ​ພັດທະນາ​ຕາມແຜນການໃນ​ປັດຈຸບັນ ຍັງດຳ​ເນີນ
​ໄປ​ຢ່າງ​ເຕັມທີ່.

ນາຍົກລັດຖະມົນຕີ​ຫວຽດນາມ ທ່ານ​ຫງຽວນ ຊວນ ຟຸກ ​ໄດ້ຮຽກ​ຮ້ອງ​ໃຫ້​ມີ​ການ​ຮັບມື
ຢ່າ​ງ​ແຂງ​ຂັນ ໂດຍກ່າວຕໍ່ກອງ​ປະຊຸມ​ສຸດ​ຍອດວ່າ “ລະບົບ​ນິ​ເວດ ​ແລະ​ສິ່ງ​ແວດ​ລ້ອມ
ຂອງແມ່ນ້ຳຂອງ ກຳລັງໄດ້ຮັບຄວາມ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງ.”

ນາຍົກລັດຖະມົນຕີ ສປປ ລາວ ທ່ານທອງລຸນ ສີສຸລິດ ກ່າວຢູ່ກອງປະຊຸມສຸດຍອດແມ່ນໍ້າຂອງ ຄັ້ງທີ 10 ກຳປູເຈຍ ລາວ ຫວຽດນາມ ທີ່ນະຄອນຮາໂນ່ຍ ປະເທດຫວຽດນາມ ທີ 31 ມີນາ 2018.
ນາຍົກລັດຖະມົນຕີ ສປປ ລາວ ທ່ານທອງລຸນ ສີສຸລິດ ກ່າວຢູ່ກອງປະຊຸມສຸດຍອດແມ່ນໍ້າຂອງ ຄັ້ງທີ 10 ກຳປູເຈຍ ລາວ ຫວຽດນາມ ທີ່ນະຄອນຮາໂນ່ຍ ປະເທດຫວຽດນາມ ທີ 31 ມີນາ 2018.

ທ່ານ​ກ່າວ​ຕື່ມວ່າ “​ໄພ​ແຫ້​ງ​ແລ້ງ ທີ່ແກ່ຍາວ ນໍ້າ​ເຄັມ​ທີ່​ໄຫຼ​ເຂົ້າ​ມາ ການ​ເຈື່ອນ​ຂອງຝັ່ງທະເລແລະແມ່ນໍ້​າ ​ແລະດິນ​ດອນ​ຈົມລົງ ​ເປັນ​ໄພຂົ່ມຂູ່ຕໍ່​ຊີວິດ​ການ​ເປັນ​ຢູ່ຂອງປະຊາຊົນ 20 ກວ່າລ້ານ​ຄົນ​. ​ເພາະສະ​ນັ້ນ​ ພວກ​ເຮົາຈຶ່ງ​ຈຳ​ເປັນ ​ຕ້ອງ ໄດ້ເອົາ​ບາດກ້າວ​ອັນ​ໜັກ​ແໜ້​ນ ໃຫ້ທັນກັບເວລາ ​ເພື່ອ​ຄໍ້າປະກັນ​ວ່າ ເຂດ​ສາມ ຫລ່ຽມ​ປາກ​ແມ່​ນໍ້າຂອງ ຈະສືບຕໍ່ການ​ດຳ​ເນີນ​ພັດທະນາ​ແລະ​ເຮັດ​ວຽກໃນຖານະ ເປັນ​ບ່ອນ​ປູກ​ເຂົ້າ​ທີ່​ສຳຄັນ​ ເພື່ອຄວາມ​ປອດ​ໄພ​ດ້ານ​ອາຫານ​ຢູ່​ໃນ​ຂົງ​ເຂດ ດັ່ງ​ທີ່​ໄດ້​ເປັນ​ຖ້ວຍ​ເຂົ້າ​ ​ແລະ​ບ່ອນ​ຫາ​ປາ​ຂອງ​ຂົງ​ເຂດ​ມາ​ເປັນ​ເວລາ​ຫຼາຍ​ຮ້ອຍ​ປີ.”

ຊາວປະໂມງກຳປູເຈຍ ກຳລັງຫາປາຢູ່ກາງແມ່ນໍ້າຂອງ ໃກ້ກັບນະຄອນພະນົມເປັນ ປະເທດກຳປູເຈຍ ທີ 7, 2018.
ຊາວປະໂມງກຳປູເຈຍ ກຳລັງຫາປາຢູ່ກາງແມ່ນໍ້າຂອງ ໃກ້ກັບນະຄອນພະນົມເປັນ ປະເທດກຳປູເຈຍ ທີ 7, 2018.

ທ່ານ​ກ່າວ​ວ່າ ບັນດາ​ນັກວິທະຍາສາດ​ຢູ່​ກອງ​ປະຊຸມ​ສຸດ​ຍອດ​ໄດ້​ສະແດງ​ໃຫ້ເຫັນ
ຢ່າງ​ເປັນ​ທີ່​ຈະແຈ້ງແລ້ວວ່າ “ມີຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນ” ​ເພື່ອ​ປັບ
ປຸງ​ໂຄງ​ລ່າງດ້ານກະສິກຳ​ໃໝ່ ​ແລະ​ຮັບ​ເອົາ​ການແຂ່ງຂັນທາງດ້ານ​ເທັກ​ໂນ​ໂລ​ຈີທີ່​
ນໍາ​ໃຊ້​ຄືນ​ໃໝ່ ​ເຊັ່ນ​ວ່າ ລົມ ​ແລະ​ແສງ​ຕາ​ເວັນ.

ທ່ານ​ກ່າວ​ອີກ​ວ່າ “ຮ່ອງ​ຮອຍ​ທີ່​ເປັນ​ທາງ​ລົບ​ທັງ​ໝົດ​ນີ້ ​ແມ່ນມີຄວາມ​ສຳຄັນແລະ​ຮ້າຍ​
ແຮງ ​ຢູ່​ໃນເຂດອ່າງ​ແມ່​ນໍ້າຂອງ ​ໂດຍ​ສະ​ເພາະ ໃນເຂດສາມຫຼ່ຽມ​ປາກ​ແມ່​ນໍ້າຂອງ.

ອ່ານຂ່າວນີ້ເພິ້ມເປັນພາສາອັງກິດ

XS
SM
MD
LG