ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໂຄງການ ສ້າງເຂື່ອນ ຢູ່ລາວ ທົດສອບ ຄວາມໜ້າເຊື່ອຖື ຂອງ MRC


ສະຖານທີ່ ກໍ່ສ້າງເຂື່ອນໄຊຍະບູລີ ໃນພາກເໜືອຂອງລາວ
ສະຖານທີ່ ກໍ່ສ້າງເຂື່ອນໄຊຍະບູລີ ໃນພາກເໜືອຂອງລາວ

ບັນດາລັດຖະມົນຕີຈາກເຂດລຸ່ມແມ່ນໍ້າຂອງ ໄປເຕົ້າໂຮມກັນຢູ່ລາວ ໃນສັບປະດານີ້ ເພື່ອເຂົ້າຮ່ວມກອງປະຊຸມ ປະຈຳປີຂອງຄະນະກຳມາທິການແມ່ນໍ້າຂອງສາກົນຫຼື MRC ຊຶ່ງເປັນອົງການທີ່ອຳນວຍຄວາມສະດວກໃຫ້ແກ່ ການຄຸ້ມຄອງຊັບພະຍາກອນຂອງແມ່ນໍ້າຂອງ. ມີທ່າທາງວ່າ ພວກລັດຖະມົນຕີເຫລົ່ານັ້ນ ຈະຫາລືກັນ ກ່ຽວກັບ ໂຄງການສ້າງເຂື່ອນໄຊຍະບູລີ ທີ່ຍັງເປັນບັນຫາໂຕ້ແຍ້ງ ແລະສ້າງຄວາມວິຕົກກັງວົນ ໃຫ້ແກ່ພວກເຄື່ອນໄຫວ ດ້ານສະພາບແວດລ້ອມ. ຜູ້ສື່ຂ່າວວີໂອເອ Daniel Schearf ມີລາຍງານກ່ຽວກັບເລື່ອງນີ້ ຈາກບາງກອກ.

ບັນດາລັດຖະມົນຕີຮັບຜິດຊອບກ່ຽວກັບເລື່ອງນໍ້າແລະສິ່ງແວດ
ລ້ອມຂອງກຳປູເຈຍ ລາວ ໄທແລະຫວຽດນາມໄປເຕົ້າໂຮມກັນ
ທີ່ນະຄອນຫລວງພະບາງ ໃນວັນພະຫັດມື້ອື່ນນີ້ ເພື່ອເຂົ້າຮ່ວມ
ກອງປະຊຸມຄະນະກຳມາທິການແມ່ນໍ້າຂອງສາກົນ ຫລື MRC.

MRC ໄດ້ມີການສ້າງຕັ້ງຂຶ້ນມາໃນປີ 1995 ເພື່ອໃຫ້ການຄຸ້ມ
ຄອງທີ່ດີຂຶ້ນຕໍ່ຊັບພະຍາກອນຂອງແມ່ນໍ້າຂອງແຕ່ພວກເຄື່ອນ ໄຫວດ້ານສະພາບແວດລ້ອມ ກ່າວວ່າ ຄວາມສຳຄັນຂອງຄະ
ນະກຳມາທິການດັ່ງກ່າວພວມຖືກທົດສອບໂດຍໂຄງການສ້າງ
ເຂື່ອນໄຟຟ້າພະລັງນໍ້າໃນລາວ ທີ່ເປັນບັນຫາຖົກຖຽງໂຕ້ແຍ້ງ.

ການສ້າງເຂື່ອນຂອງລາວທີ່ແຂວງໄຊຍະບູລີ ຈະເປັນໂຄງການ
ສ້າງເຂື່ອນໃສ່ລໍາແມ່ນໍ້າຂອງແຫ່ງທຳອິດ ໃນເຂດລຸ່ມແມ່ນໍ້າຂອງ ແລະພວກເຄື່ອນໄຫວ
ດ້ານສະພາບແວດລ້ອມ ມີຄວາມວິຕົກກັງວົນຢ້ານວ່າ ໂຄງການດັ່ງກ່າວ ຈະສ້າງຄວາມ ເສຍຫາຍໃຫ້ແກ່ແມ່ນໍ້າຂອງແລະປະຊາຊົນຈຳນວນຫລາຍລ້ານຄົນທີ່ອາໄສຢູ່ເລາະລຽບ ສອງຟາກຝັ່ງແມ່ນໍ້າຂອງນັ້ນ.

ໃນກອງປະຊຸມເທື່ອສຸດທ້າຍຂອງ MRC ກຳປູເຈຍແລະຫວຽດນາມໄດ້ຮ້ອງຂໍໃຫ້ມີການ ເລື່ອນເວລາ ເພື່ອທຳການສຶກສາຜົນກະທົບ ຕໍ່ສິ່ງແວດລ້ອມເພີ້ມຕື່ມ. ແຕ່ແທນທີ່ຈະດຳ ເນີນການດັ່ງກ່າວ ລາວກັບໄດ້ເດີນໜ້າຕໍ່ໄປ ໃນການກໍ່ສ້າງຕ່າງໆທີ່ພົວພັນກັບໂຄງການ ນີ້ແລະກໍໄດ້ລົງນາມໃນຂໍ້ຕົກລົງຊື້ຂາຍກະແສໄຟຟ້າກັບປະເທດໄທ.

ທ່ານສຸຣະສັກ ກລ້າຫານ ໂຄສົກຂອງ MRC ກ່າວວ່າ ນັບແຕ່ນັ້ນມາ ທັງກຳປູເຈຍແລະ ຫວຽດນາມຕ່າງກໍບໍ່ໄດ້ກົດດັນກ່ຽວກັບບັນຫາດັ່ງກ່າວນີ້ຢູ່ໃນຄະນະກຳມາທິການແມ່ນໍ້າ ຂອງອີກ.

ທ່ານສຸຣະສັກ ເວົ້າວ່າ “ແລະມາຮອດປັດຈຸບັນ ກອງເລຂາທິການຂອງຄະນະກຳ ມາທິການແມ່ນໍ້າຂອງສາກົນ ກໍບໍ່ໄດ້ຮັບຂໍ້ມູນໃໝ່ໃດໆຈາກບັນດາປະເທດສະ ມາຊິກ ກ່ຽວກັບຄວາມເຫັນຂອງເຂົາເຈົ້າ ໃນເລື້ອງສະຖານະພາບ ຂອງການ ປຶກສາຫາລືກັນກ່ຽວກັບໂຄງການນີ້.”

ທາງຝ່າຍເຈົ້າໜ້າທີ່ລາວນັ້ນກ່າວວ່າ ຕົນໄດ້ດັດແປງການອອກແບບຂອງເຂື່ອນເພື່ອໃຫ້ ປາສາມາດຂຶ້ນລົງໄດ້ດີກວ່າເກົ່າ ແລະການທັບຖົມກັນຂຶ້ນຂອງຂີ້ຕົມຫລືຕະກອນ ແຕ່ຍັງ ບໍ່ທັນໄດເປີດເຜີຍ ແຜນການດັ່ງກ່າວເທື່ອ. ເຖິງຢ່າງໃດກໍຕາມ ເບິ່ງຄືວ່າ ກຳປູເຈຍແລະ ຫວຽດນາມໄດ້ຮັບເອົາເລື່ອງນີ້ແລ້ວ ແລະໂຄງການນີ້ຈະເດີນໜ້າຕໍ່ໄປ.

ການສຶກສາກ່ອນໜ້ານີ້ ກ່ຽວກັບສະພາບແວດລ້ອມທີ່ຄະນະກຳມາທິການແມ່ນໍ້າຂອງສາ ກົນ ໄດ້ມອບໝາຍໃຫ້ເຮັດຂຶ້ນນັ້ນ ແນະນຳວ່າ ບໍ່ຄວນມີການສ້າງເຂື່ອນໃດໆ ໃສ່ລໍາແມ່ ນໍ້າຂອງພາຍໃນເວລາຢ່າງໜ້ອຍ 10 ປີ.

ນາງ Aviva Imhof ຜູ້ອຳນວຍການດ້ານການປຸກລະດົມ ຂອງອົງການປົກປ້ອງສິ່ງແວດ ລ້ອມແມ່ນໍ້າສາກົນຫຼື International Rivers ກ່າວວ່າ ການເຄື່ອນໄຫວທີ່ບໍ່ສອດຄ່ອງ ກັບຄໍາແນະນໍາດັ່ງກ່າວນັ້ນ ເຮັດໃຫ້ມີການຕັ້ງຄຳຖາມຂຶ້ນມາ ກ່ຽວກັບຄວາມໝາຍ ຫລື ຄວາມສຳຄັນຂອງ MRC.

ນາງ Imhof ເວົ້າວ່າ “ຖ້າທາງຄະນະກຳມາທິການຫາກຍັງບໍ່ຮູ້ສຶກວ່າຕົນກໍາລັງປະ ເຊີນກັບວິກິດການໃນເລື່ອງຈຸດປະສົງແລະຄວາມເຊື່ອໝັ້ນແລ້ວ ແນ່ນອນມັນກໍ ໜ້າຈະຮູ້ສຶກແລ້ວ. ຍ້ອນວ່າຄະນະກຳມາທິການນີ້ ໄດ້ຕັ້ງຂຶ້ນມາເພື່ອເຈລະຈາ ແລະຄໍ້າປະກັນວ່າ ໄດ້ມີການພັດທະນາແລະຄຸ້ມຄອງແມ່ນໍ້າສາຍນີ້ແບບກໍ້າເກິ່ງ ແລະຍຸຕິທຳ ແຕ່ແລ້ວກໍປະກົດວ່າມີປະເທດນຶ່ງ ໄດ້ດຳເນີນການຕໍ່ໄປໂດຍບໍ່ປະ ຕິບັດຕາມຂັ້ນຕອນທີ່ໄດ້ມີການຕົກລົງກັນໄວ້.”

ໄຟຟ້າເກືອບທັງໝົດທີ່ເຂື່ອນໄຊຍະບູລີຜະລິດໄດ້ ຈະຂາຍໃຫ້ແກ່ປະເທດໄທ. ພວກນັກ ເຄື່ອນໄຫວຂອງໄທຈຸນຶ່ງ ພວມຟ້ອງເຈົ້າໜ້າທີ່ພະລັງງານຂອງໄທໃນຄວາມຫວັງເພື່ອຈະ ຍຸຕິໂຄງການສ້າງເຂື່ອນດັ່ງກ່າວນີ້.

ພາບຈໍາລອງເຂື່ອນໄຊຍະບູລີ ໃນລໍາແມ່ນໍ້າຂອງ
ພາບຈໍາລອງເຂື່ອນໄຊຍະບູລີ ໃນລໍາແມ່ນໍ້າຂອງ

ນອກນັ້ນແລ້ວລາວຍັງມີໂຄງການທີ່ຈະສ້າງອີກຫຼາຍໆເຂື່ອນໃສ່ແມ່ນໍ້າຂອງໃນຄວາມຫວັງ ທີ່ຈະກາຍເປັນໃນອັນທີ່ເອີ້ນວ່າ “ໝໍ້ໄຟແຫ່ງເຂດເອເຊຍ”.

ບັນດາປະເທດທີ່ຢູ່ທາງລຸ່ມຂອງເຂື່ອນວິຕົກກັງວົນວ່າ ເຂື່ອນເຫຼົ່ານີ້ອາດຈະມີຜົນກະທົບຕໍ່ ອຸສາຫະກຳທີ່ສຳຄັນໆເປັນຕົ້ນວ່າການຜະລິດເຂົ້າຂອງຫວຽດນາມທີ່ເຊື່ອມໂຍງໃສ່ກັບແມ່ ນໍ້າຂອງໂດຍກົງ ຂະນະທີ່ແຫຼ່ງທີ່ມາຂອງໂປຣຕີນ ໃນກຳປູເຈຍ ປະມານ 80% ແມ່ນມາ ຈາກແມ່ນໍ້າຂອງ.

ພວກນັກຊ່ຽວຊານບາງຄົນກະປະມານວ່າ ອາດມີປາຫຼາຍເຖິງ 20 ສາຍພັນສູນພັນໄປຖ້າ ຫາກມີການສ້າງເຂື່ອນໄຊຍະບູລີຂຶ້ນ ເຖິງແມ່ນສ່ວນຫຼາຍແລ້ວຈະເປັນປາຂະໜາດໃຫຍ່ ຊຶ່ງກໍຈະບໍ່ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຄວາມໝັ້ນຄົງທາງດ້ານອາຫານ.

ທ່ານ Marc Goichot ຈາກອົງການກອງທຶນໂລກເພື່ອຄຸ້ມຄອງທຳມະຊາດ ຫລື World Wide Fund for Nature ຢູ່ປະເທດລາວ ເວົ້າວ່າ ປາຊະນິດທີ່ສຳຄັນ ເຊັ່ນປາບຶກອາດ ຈະສູນພັນກໍໄດ້.

ທ່ານ Goichot ເວົ້າວ່າ “ມີປາຫລາຍໆຊະນິດຢູ່ໃນແມ່ນໍ້າຂອງ ແລະບາງຈຳນວນ ຂອງປາເຫຼົ່ານີ້ຮອດຍັງບໍ່ທັນມີການລະບຸຫຼືຈົດບັນທຶກໄວ້ເທື່ອຊໍ້າ ແລະພວກເຮົາ ອາດຈະສູນເສຍປາເຫຼົ່ານີ້ໄປກ່ອນທີ່ຈະມີການບັນທຶກໄວ້. ນອກນັ້ນມັນຍັງເປັນ ເລື້ອງທີ່ສຳຄັນຫຼາຍຍ້ອນວ່າແມ່ນໍ້າຂອງອາດຈະເປັນບ່ອນນຶ່ງໃນໂລກທີ່ມີຄວາມ ສຳພັນກັນຢ່າງແຂງແກ່ນທີ່ສຸດລະຫວ່າງຊີວະນາໆພັນແລະວິຖີການດຳລົງຊີວິດ ຂອງຜູ້ຄົນ.”

ທ່ານ Goichot ກ່າວວ່າ ອົງການ WWF ບໍ່ແມ່ນຄັດຄ້ານຕໍ່ການສ້າງເຂື່ອນແຕ່ຢາກຊຸກ ຍູ້ໃຫ້ລາວດຳເນີນໂຄງການອື່ນໆທີ່ມີຄວາມສ່ຽງໜ້ອຍລົງເພື່ອສະໜອງຄວາມຕ້ອງການ ທາງດ້ານພະລັງງານຂອງຕົນ.

ລາວຊຶ່ງເປັນປະເທດທີ່ທຸກຍາກກ່າວວ່າ ການຂາຍໄຟຟ້າພະລັງນໍ້າໃຫ້ແກ່ບັນດາປະເທດ ເພື່ອນບ້ານຈະຊ່ອຍໃຫ້ຕົນພົ້ນຈາກຄວາມທຸກຍາກ.

ແຕ່ແນວໃດກໍຕາມນາງ Aviva Imhof ຈາກອົງການແມ່ນໍ້າສາກົນເວົ້າວ່າ ໂຄງການສ້າງ ເຂື່ອນຕ່າງໆແມ່ນປະປ່ອຍໃຫ້ປະຊາຊົນທຸກຍາກກວ່າເກົ່າ ເກືອບວ່າສະເໝີໄປ ໃນເມື່ອ ວ່າພວກເຂົາເຈົ້າບໍ່ສາມາດມີໂອກາດທີ່ຈະສວຍໃຊ້ຊັບພະຍາກອນທຳມະຊາດນັ້ນໄດ້ອີກ.

ນາງ Imhof ເວົ້າວ່າ “ແລະມາຮອດປັດຈຸບັນນີ້ ເກືອບວ່າ ບໍ່ມີຫລັກຖານເລີຍທີ່ສະ ແດງໃຫ້ເຫັນວ່າຜົນກຳໄລທີ່ມາຈາກລາຍໄດ້ຈາກເຂື່ອນຕ່າງໆນັ້ນໄດ້ຖືກນຳໄປ ໃຊ້ສຳລັບປະຊາຄົມ ທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່.”

ພວກນັກເຄື່ອນໄຫວດ້ານສະພາບແວດລ້ອມກ່າວວ່າ ບັນຫາສ່ວນນຶ່ງໃນການສ້າງເຂື່ອນ ກໍຄືວ່າ ຍັງບໍ່ຮູ້ຫຍັງຫຼາຍກ່ຽວກັບຜົນກະທົບຕໍ່ແມ່ນໍ້າ ຈົນເທົ່າການກໍ່ສ້າງໄດ້ສຳເລັດແລ້ວ.

ຈີນແມ່ນປະເທດດຽວເທົ່ານັ້ນທີ່ໄດ້ສ້າງເຂື່ອນໄຟຟ້າພະລັງນໍ້າໃສ່ລໍາແມ່ນໍ້າຂອງຕອນເທິງ ຊຶ່ງປັກກິ່ງໄດ້ຖືກຕຳໜິຕິຕຽນທີ່ບໍ່ຍອມແບ່ງປັນຂໍ້ມູນຫຍັງຫຼາຍໃຫ້ແກ່ບັນດາປະເທດເພື່ອນ ບ້ານທີ່ຢູ່ລຸ່ມເຂື່ອນ ຫຼືສົນທະນາຫາລືກ່ຽວກັບແຜນການສ້າງເຂື່ອນ ໃນອະນາຄົດ.

ທ່ານ Ed Grumbine ແມ່ນແຂກຜູ້ຊ່ຽວຊານ ດ້ານຊີວະນາໆພັນ ຂອງສະຖາບັນພຶກສາ ສາດ ທີ່ນະຄອນຄຸນມິງຂອງຈີນ. ໃນການຖະແຫຼງຜ່ານທາງ Skype ຕໍ່ວີໂອເອນັ້ນ ທ່ານ ເວົ້າວ່າ ເບິ່ງຄືວ່າບັນດາປະເທດໃນເຂດລຸ່ມແມ່ນໍ້າຂອງຈະເອົາແບບຢ່າງຂອງຈີນໂດຍບໍ່ ຄຳນຶງເຖິງ ຜົນກະທົບທີ່ຕິດຕາມມາ ພາຍຫຼັງ.

ທ່ານ Grumbine ເວົ້າວ່າ “ຂໍ້ມູນທີ່ພວກເຮົາມີໃນເວລານີ້ ສະແດງໃຫ້ເຫັນວ່າຈະ ມີຜົນກະທົບທີ່ສຳຄັນ ຈາກການໃຊ້ເຂື່ອນໄຟຟ້າພະລັງນໍ້າທັງໝົດ ຢູ່ໃນຈີນນັ້ນ. ລັດຖະບານຈີນບໍ່ໄດ້ເຫັນພ້ອມກັບການສຳຫຼວດເຫຼົ່ານີ້ ແຕ່ຈີນກໍບໍ່ເຄີຍແຈ້ງໃຫ້ ບັນດາປະເທດໃນເຂດລຸ່ມແມ່ນໍ້າຂອງຊາບ ມາຈົນຮອດຈຸດນີ້.”

ທ່ານ Grumbine ກ່າວວ່າ ເພື່ອເປັນການສະໜອງຕອບຕໍ່ຄວາມຕ້ອງການທາງດ້ານພະ ລັງງານນັ້ນ ບັນດາປະເທດໃນເຂດລຸ່ມແມ່ນໍ້າຂອງ ຄວນເພັ່ງເລັງໃສ່ການປັບປຸງການໃຊ້ ພະລັງງານຢ່າງມີປະສິດທິຜົນ ຫຼຸດຜ່ອນຄວາມຕ້ອງການ ແລະພັດທະນາພະລັງງານທາງ ເລືອກ.
XS
SM
MD
LG