ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໒ ທັນວາ ໒໐໒໔

ສິນຄ້າຈີນ ຂະຫຍາຍຕົວ ຢ່າງວ່ອງໄວ ໃນລໍາແມ່ນໍ້າຂອງ (ວີດິໂອລາວ/ອັງກິດ)


ແມ່ນໍ້າຂອງ ຢູ່ເຂດອໍາເພີຊຽງແສນ ຈັງຫວັດຊຽງຣາຍ ທີ່ສິນຄ້າຈີນກໍາລັງ ຫຼັ່ງໄຫຼເຂົ້າມາ ຫລາຍຂຶ້ນນັບມື້.
ແມ່ນໍ້າຂອງ ຢູ່ເຂດອໍາເພີຊຽງແສນ ຈັງຫວັດຊຽງຣາຍ ທີ່ສິນຄ້າຈີນກໍາລັງ ຫຼັ່ງໄຫຼເຂົ້າມາ ຫລາຍຂຶ້ນນັບມື້.
ການຂະຫຍາຍ​ໂຕ​ທາງເສດຖະກິດຂອງຈີນ ອອກໄປໃນຂົງເຂດ
ເອເຊຍ ຢ່າງວ່ອງໄວໄດ້ພາໃຫ້ມີການເພິ່ງພາອາ​ໄສແມ່ນໍ້າຂອງ
ຫຼາຍຂຶ້ນນັບ​ມື້ ເພື່ອການຄ້າ. ທັງເຂື່ອນແລະທ່າເຮືອໃໝ່ໆ ຄາດ
ວ່າຈະເປັນຕົວຊ່ວຍການຄ້າໃນບໍ່ເທົ່າໃດປີຕໍ່ໜ້ານີ້ ແຕ່ກໍບໍ່​ແມ່ນ
ທຸກໆຄົນທີ່ຍິນດີກັບການປ່ຽນແປງດັ່ງກ່າວນີ້. Steve Sand
ford ຜຸ້ສື່ຂ່າວວີໂອເອ ລາຍງານມາ ຈາກອໍາເພີຊຽງແສນ ຈັງ
ຫວັດຊຽງຮາຍ ປະເທດໄທ ຊຶ່ງທອງປານມີບົດ​ແປ ມາສະເໜີ.

ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:


ນັບຕັ້ງແຕ່ໂບຮານນະການມາ​ແລ້ວ ແມ່ນໍ້າຂອງແມ່ນເປັນເສັ້ນທາງຂົນສົ່ງທີ່ສໍາຄັນອັນ
ນຶ່ງ. ມາບັດນີ້ ການມີກໍາປັ່ນທີ່ທັນສະໄໝແລະທ່າເຮືອໃໝ່ໆ ໄດ້ເຮັດ​ໃຫ້ແມ່ນໍ້າຂອງກາຍ ມາເປັນພາກສໍາຄັນ ຂອງການຂະຫຍາຍ​ໂຕ​ທາງເສດຖະກິດຢ່າງວ່ອງໄວຂອງຈີນ.

ນັບແຕ່ປີ 2004 ເປັນຕົ້ນມາ ປະລິມານສິນຄ້າປະ​ຈໍາປີທີ່​ຂົນ​ສົ່ງ​ໄ​ປມາ ລະຫວ່າງທ່າເຮືອ ໄທແລະຈີນ ໄດ້ຖີບຕົວສູງຂຶ້ນສາມເທົ່າ ເປັນປະມານ 300,000 ໂຕນ ຊຶ່ງສ່ວນນຶ່ງ​ແມ່ນ ເປັນຍ້ອນສັນຍາການຄ້າເສລີ ທີ່​ເຊັນ​ກັນ​ໃນປີ 2003 ລະຫວ່າງຈີນແລະປະເທດເພື່ອນ ບ້ານສະມາຄົມອາຊ່ຽນ.

ສາ​ເຫດ​ນຶ່ງ​ອີກ​ທີ່​ພາ​ໃຫ້ການຄ້າຈະເລີນຂື້ນ ກໍ​ຄືໂຄງການພິ​ເສດ​ທີ່​ເອີ້ນ​ວ່າ ​ໂຄງການ
ເກັບກ່ຽວແຕ່ຫົວທີ ຫຼື Early Harvest Program ລະຫວ່າງໄທແລະຈີນ ທີ່ບໍ່ເກັບພາສີ
ຈາກຜະລິດຕະຜົນກະ​ເສດ​ຂອງ​ກັນ​ແລະ​ກັນ ຫຼາຍກວ່າ 100 ຊະນິດ ຊຶ່ງ​ເຮັດໃຫ້ພວກ
ພໍ່ຄ້າ​ແມ່​ຄ້າປີກຍ່ອຍທ້ອງຖິ່ນ ບໍ່ພໍໃຈ ປານໃດກັບການແຂ່ງຂັນ ທີ່ມີເພີ່ມຂຶ້ນນີ້. ແມ່ຄ້າ​ໄທ
ນາງ​ສະອາງ ​ໂສ​ມາ​ລິ​ນ ເວົ້າວ່າ:

“ຜະລິດຕະຜົນຈີນຈະຖືກກວ່າ ຂອງໄທ ສະນັ້ນມັນກໍເລີຍກະທົບຕໍ່ພວກຊາວນາ ຊາວສວນໄທ ເພາະບໍ່ໄດ້ ຂາຍຜັກໝີ່ ຂອງພວກເຂົ້າເຈົ້າ.”

ຫຼາຍຄົນຢູ່ທີ່ນີ້ຮູ້ສຶກວ່າ ລະບົບປອດພາສີດັ່ງກ່າວແມ່ນຕໍ່ຕ້ານພວກເຂົາເຈົ້າ. ນອກ​ນີ້
ການ​ຄວບ​ຄຸມ​ທີ່​ເຂ້​ມງວດ​ກ່ວາ​ຂອງ​ຈີນ ໃນ​ເລື້ອງ​ອະນາ​ໄມ​ຂອງຜະລິດຕະພັນອາຫານ
ແລະພາສີສິນຄ້າແລະການບໍລິການ ໄດ້ຕັດ​ທອນກໍາໄລຂອງຜູ້ສົ່ງອອກໄທ ລົງ.

ແຕ່ວ່າ ​ເລື້ອງນຶ່ງ​ໃນ​ການຈົ່ມທຸກທີ່ໃຫຍ່ທີ່ສຸດ ກໍຄື​ເລື້ອງເຄືອຂ່າຍການຂົນສົ່ງໃນ​ລໍາ​ແມ່​
ນໍ້າຂອງ​ເອງ. ທ່ານ ສາຍັນ ຄໍາ​ເນີນ ເປັນນັກເສດຖະສາດ ທີ່ສຶກສາເລຶ່ອງຜົນກະທົບ
ຂອງເຂື່ອນ ຕໍ່​ພວກປະຊາ​ຄົມທີ່​ອາ​ໄສ​ຢູ່ແຄມແມ່​ນໍ້າ. ທ່ານສາຍັນ ເວົ້າວ່າ:

“ເຮືອທັງໝົດເປັນຂອງຄົນຈີນ ແລະຈີນເປັນຜູ້ຄວບຄຸມຄ່າຂົນສົ່ງ ແລະຄ່າອື່ນໆອີກ. ແລະຍ້ອນວ່າຈີນໄດ້ສ້າງເຂື່ອນຫຼາຍໆ​ແຫ່ງ ຢູ່ສ່ວນເທິງຂອງ​ນໍ້າຂອງ ຈີນກໍສາມາດ
ຄວບຄຸມລະດັບນໍ້າ
​ໄດ້ ​ເພື່ອ​ໃຫ້ເຮືອຈາກຈີນຫຼາຍລໍາຂຶ້ນ ສາມາດນໍາສົ່ງສິນຄ້າ ລົງມາຍັງສ່ວນລຸ່ມຂອງນໍ້າຂອງ​ ໄດ້ຫຼາຍຂຶ້ນ ໂດຍໃຊ້ເວລາພຽງສາມວັນເທົ່ານັ້ນ.”

ຢູ່ເຂດຊາຍແດນໄທ ທີ່ຊຽງແສນນັ້ນ ກໍ​ຍາກ​ທີ່​ຈະ​ມອງ​ຂ້າມຮ່ອງຮອຍແຫ່ງການປ່ຽນແປງ ດ້ານປະຊາກອນໄປ​ໄດ້. ຕາມຕະຫຼອດທ້ອງຖິ່ນ ຜັກ​ໝີ່ ​ໝາກ​ໄມ້ ພືດ​ຜົນນໍາເຂົ້າຈາກຈີນ ​ແມ່ນຂາຍໄດ້ໄວ ຂະນະ​ທີ່​ພວກ​ຜູ້​ຊື້​ພາກັນ​ຂົນຊື້​ເອົາ​ຢ່າງ​ໃຫຍ່ ​ເພາະ​ລາຄາ​ຖືກ​ກ່ວາ. ແຕ່
ກໍ​ຍັງ​ມີຫຼາຍໆຄົນຢູ່ທີ່ນີ້ ທີ່ຍັງໃຫ້ການສະໜັບສະໜຸນພືດຜົນ ທີ່ປູກຢູ່​ໃນ​ທ້ອງ​ຖິ່ນ. ນາງ
ສະອາງ ເວົ້າວ່າ :

“ພວກຄົນໄທມັກກິນເຄຶ່ອງປູກຂອງຝັງຂອງຕົນເອງ ເຊັ່ນ ໝາກເຜັດ ແລະຜັກອື່ນໆ.
ສະນັ້ນ ຜັກຈາກຈີນຈຶ່ງຕ້ອງຖືກສົ່ງຕໍ່ ເຂົ້າໄປຂາຍ ຢູ່ບາງກອກ.

ເຖິງແມ່ນພວກຄົນທ້ອງຖິ່ນຈະຈົ່ມວ່າຢ່າງໃດກໍຕາມ ສິນຄ້ານໍາເຂົ້າຈາກຈີນ ກໍແມ່ນຈະເພີ່ມ
ຂຶ້ນໄປຢ່າງບໍ່ລົດລະ ຍ້ອນມີທ່າເຮືອພານິດແຫ່ງທີສອງເປີດ ຂື້ນມາໃໝ່ໆ. ວີຣະ ຈິນນິຄອນ ​ເປັນຜູ້ຈັດການທ່າເຮືອ​ຊຽງ​ແສນ​ແຫ່ງ​ໃໝ່ນີ້. ວີຣະ ເວົ້າວ່າ:

​ເຫດຜົນໃຫຍ່ທີ່ພວກເຮົາສ້າງທ່າເຮືອໃໝ່ຂຶ້ນມາ ກໍຍ້ອນວ່າ ໃນອະນາຄົດ
ຈະມີຜັກມາຈາກຈີນເພີ່ມຂຶ້ນ
. ທ່າເຮືອເກົ່າຊຽງແສນ ສາມາດຮັບສິນຄ້າ​ໄດ້
ປະມານ 3 ແສນໂຕນຕໍ່ປີ​. ນັ້ນ​ຄືເຫດຜົນທີ່ທາງການໄທ ຕັດສິນໃຈສ້າງທ່າ
ເຮືອໃໝ່ ທີ່ສາມາດຮັບສິນຄ້າໄດ້ຫຼາຍ ເຖິງຫົກລ້ານໂຕນ
ຕໍ່ປີໄດ້.”

ໃນຂະນະທີ່ການຄ້າເພີ່ມພູນໄປໜ້າ ຊາວ​ໄທ​ທີ່​ຕ້ອງ​ຕິການຕົກລົງກັນນີ້ ມີ​ຄວາມເປັນຫ່ວງ
ວ່າ ຖ້າ​ຫາກລັດຖະບານບໍ່ເຂົ້າມາຫຍຸ້ງກ່ຽວ​ແລ້ວ ວົງການທຸລະກິດລະດັບທ້ອງຖິ່ນທັງ
ຫຼາຍ ກໍຈະໄດ້ຮັບຄວາມເດືອດຮ້ອນໄປ ຕາມໆກັນ ຍ້ອນວ່າ​ກໍ​າໄລໄປຕົກຢູ່ກັບຈີນ.

ເບິ່ງລາຍງານວີດິໂດນີ້ ເປັນພາສາອັງກິດ:

XS
SM
MD
LG