ສິນຄ້າຈີນ ຂະຫຍາຍຕົວ ຢ່າງວ່ອງໄວ ໃນລໍາແມ່ນໍ້າຂອງ
ການຂະຫຍາຍໂຕທາງເສດຖະກິດຂອງຈີນ ອອກໄປໃນຂົງເຂດ ເອເຊຍ ຢ່າງວ່ອງໄວໄດ້ພາໃຫ້ມີການເພິ່ງພາອາໄສແມ່ນໍ້າຂອງ ຫຼາຍຂຶ້ນນັບມື້ ເພື່ອການຄ້າ. ທັງເຂື່ອນແລະທ່າເຮືອໃໝ່ໆ ຄາດ ວ່າຈະເປັນຕົວຊ່ວຍການຄ້າໃນບໍ່ເທົ່າໃດປີຕໍ່ໜ້ານີ້ ແຕ່ກໍບໍ່ແມ່ນ ທຸກໆຄົນທີ່ຍິນດີກັບການປ່ຽນແປງດັ່ງກ່າວນີ້. Steve Sand ford ຜູ້ສື່ຂ່າວວີໂອເອ ລາຍງານມາຈາກ ອໍາເພີຊຽງແສນ ຈັງຫວັດຊຽງຮາຍ ປະເທດໄທ.