ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການມີກຳປັ່ນຫຼູຫຼາຂະໜາດໃຫຍ່ ໄປ​ຈອດ​ຢູ່​ຮົງ​ກົງ ​ພາ​ໃຫ້ມີການ ກ່າວເຕືອນວ່າ ຮົງກົງອາດ​ກາຍ​ເປັນບ່ອນ ລີ້ຊ່ອນຂອງຣັດເຊຍ


ມີ​ລາຍ​ງານ​ວ່າ ກຳປັ່ນຫລູຫລາຂະໜາດໃຫຍ່ Nord ທີ່ມີ​ການເຊື່ອມ​ໂຍງ​ກັບມະ​ຫາ​ເສດ​ຖີຣັດເຊຍ Alexei Mordashov ຖືກ​ພົບ​ເຫັນ​ວ່າ ຈອດຢູ່ເຂດ​ແຄມ​ທະ​ເລ​ຂອງ​ຮົງກົງ, ວັນ​ທີ 12 ຕຸ​ລາ, 2022
ມີ​ລາຍ​ງານ​ວ່າ ກຳປັ່ນຫລູຫລາຂະໜາດໃຫຍ່ Nord ທີ່ມີ​ການເຊື່ອມ​ໂຍງ​ກັບມະ​ຫາ​ເສດ​ຖີຣັດເຊຍ Alexei Mordashov ຖືກ​ພົບ​ເຫັນ​ວ່າ ຈອດຢູ່ເຂດ​ແຄມ​ທະ​ເລ​ຂອງ​ຮົງກົງ, ວັນ​ທີ 12 ຕຸ​ລາ, 2022

ການ​ທີ່​ກຳ​ປັ່ນຫລູ​ຫລາ​ຂະ​ໜາດ​ໃຫຍ່​ຂອງ​ຣັດ​ເຊຍ​ໄປ​ຮອດ​ຮົງ​ກົງ​ເມື່ອ​ບໍ່​ດົນ​ມາ​ນີ້ ໄດ້​ກະ​ຕຸ້ນ​ໃຫ້​ມີ​ການ​ກ່າວ​ເຕືອນ​ຈາກ​ພວກ​ສືບ​ສວນກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫຼວງ​ວ່າ ເມືອງ​ນີ້​ອາດ​ຈະ​ກາຍ​ເປັນ​ບ່ອນ​ລີ້​ຊ່ອນ​ຂອງ​ພວກຮັ່ງ​ມີ ​ທີ່ພົວ​ພັນ​ກັບ​ຜູ້ທີ່​ມີອິດ​ທິ​ພົນ ແລະ​ເຈົ້າ​ໜ້າ​ທີ່​ຕ່າງໆ ທີ່​ຫລົບ​ຫລີກ​ການ​ລົງ​ໂທດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ, ອີງ​ຕາມ​ອົງ​ການ​ຂ່າວ AFP.

ກຳ​ປັ່ນນອດ (Nord) ຊຶ່ງ​ເປັນ​ກຳ​ປັ່ນທີ່​ມີ​ມູນ​ຄ່າ 500 ລ້ານ​ໂດ​ລາ ທີ່​ມີ​ການ​ເຊື່ອມ​ໂຍງກັບມະຫາເສດຖີຣັດ​ເຊຍ ​ອາ​ເລັກ​ເຊ ມໍ​ດາ​ສ​ຊອ​ຟ (Alexei Mordashov) ໄດ້ໃຊ້ ເວລາຫຼາຍກວ່າສາມອາທິດ ຢູ່ໃນດິນແດນຂອງຈີນ ກ່ອນທີ່ມັນຈະອອກຈາກບ່ອນນັ້ນໄປ ​ໃນວັນພະຫັດຜ່ານມາ.

​ທ່ານມໍ​ດາສ​ຊອ​ຟ (Mordashov) ​ແມ່ນ​ນຶ່ງ​ໃນ​ບັນດາ​ມະຫາ​ເສດຖີ​ທີ່ມີ​ຄວາມ​ໃກ້​ຊິດ​ກັບ​ປະທານາທິບໍດີ​ຣັດ​ເຊຍ, ທ່ານວ​ລາ​ດິ​ເມຍ ປູ​ຕິນ ຜູ້​ທີ່​ໄດ້ຖືກ​ລົງ​ໂທດ​ຈາກ​ສະຫະ ລັດ, ສະຫະພາບ​ຢູ​ໂຣບ ​ແລະ​ອັງກິດ ຫລັງ​ຈາກ​ການ​ບຸກ​ລຸກ​ຂອງ​ມົສກູ​ເຂົ້າ​ໄປ​ໃນງ​ຢູ​ເຄຣນ.

ເຂດອຳນາດ​ການ​ປົກຄອງ​ຫຼາຍ​ແຫ່ງ ​ໄດ້​ຍຶດ​ກຳ​ປັ່ນ​ຫລູ​ຫລາ​ ແລະ​ຊັບ​ສິນ​ອື່ນໆຂອງ​ພວກຮັ່ງ​ມີ​ ທີ່​ມີ​ການ​ພົວ​ພັນ​ກັບ​ຜູ້ທີ່​ມີ​ອຳ​ນາດຣັດ​ເຊຍ​ ໃນ​ປີ​ນີ້. ​ແຕ່​ຮົງ​ກົງໄດ້​ຊີ້ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ ຕົນ​ຈະ​ບໍ່​ເຮັດ​ແບບ​ນັ້ນ, ​ໂດຍ​ກ່າວ​ວ່າ​ຕົນພຽງ​ແຕ່ຈະປະຕິບັດຕາມ ​ມາດ​ຕະການ​ລົງ​ໂທດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ເທົ່າ​ນັ້ນ, ຈະບໍ່​ເຮັດ​ຕາມມາດ​ຕະ​ການ​ແບບ “ຝ່າຍ​ດຽວ”.

ສະ​ພາບ​ດັ່ງກ່າວ​ໄດ້​ກະ​ຕຸ້ນ​ໃຫ້​ມີ​ການ​ຕຳ​ໜິຢ່າງ​ແຮງ​ຈາກ​ວໍ​ຊິງ​ຕັນ​ວ່າ ຊື່​ສຽງ​ຂອງ​ຮົງ​ກົງ​ໃນ​ຖາ​ນະທີ່​ເປັນ​ສູນ​ກາງ​ທຸລະ​ກິດ​ສາກົນ​ອາດ​ຈະ​ຖືກ​ທຳລາຍ.

ແຕ່ທ່ານນາງ​ໄມ​ຣາ ມາ​ຕິ​ນີ (Maira Martini), ຜູ້ຊ່ຽວຊານຂອງອົງການຄວາມໂປ່ງ ໃສສາກົນໃນດ້ານການໄຫຼວຽນຂອງເງິນສໍ້ລາດບັງຫຼວງ ກ່າວວ່າ ເມືອງດັ່ງກ່າວ ເປັນເຂດປົກຄອງທີ່ເປັນປະໂຫຍດສໍາລັບຜູ້ທີ່ "ຢາກປິດບັງຊັບສິນ ແລະ ຟອກເງິນ ເປື້ອນ."

ທ່ານນາງອ້າງເຖິງ "ການຕັ້ງບໍລິສັດທີ່ບໍ່​ມີ​ຕົວ​ຕົນໄດ້​ແບບງ່າຍໆ ຂອງຮົງກົງທີ່ ສາມາດຖືກນໍາໃຊ້ເພື່ອເປັນ​ບ່ອນຊຸກເຊື່ອງເງິນທຶນໃນ​ເປັນຫລືບເປັນ​ຊັ້ນ ແລະປົກປິດ ເຈົ້າຂອງທີ່ແທ້ຈິງ."

ທ່ານນາງກ່າວຕໍ່ອົງ​ການ​ຂ່າວ AFP ວ່າ "ການປະກາດເມື່ອບໍ່ດົນມານີ້ ຂອງລັດຖະ ບານວ່າ ຕົນບໍ່ມີຄວາມສົນໃຈທີ່​ຈະປະຕິບັດການລົງໂທດນັ້ນ ຍິ່ງເຮັດໃຫ້ຮົງກົງ ເປັນ ທາງເລືອກທີ່ດຶງດູດໃຈຫຼາຍຂຶ້ນສໍາລັບພວກຊົນຊັ້ນສູງຂອງຣັດເຊຍ."

ຮົງກົງແມ່ນນັບມື້ນັບ ໄດ້ຮັບສັນ​ຍານມາຈາກປັກກິ່ງ, ພັນທະມິດທີ່ສໍາຄັນຂອງມົ​ສ​ກູ, ອີງ​ຕາມທ່ານແອນ​ໂທ​ນີ ຣຸກ​ຈິ​ອໍ​ໂຣ (Anthony Ruggioro), ຜູ້ຊ່ຽວຊານດ້ານການ​ຄວບ​ຄຸມ​ການແຜ່ຂະຫຍາຍປະ​ຈຳມູນນິທິ ປ້ອງກັນຊາດ​ຂອງບັນ​ດາປະ​ເທດປະ​ຊາທິປະໄຕ ກ່່າວ.

ທ່ານກ່າວຕໍ່ AFP ວ່າ "ຂ້າພະເຈົ້າຄິດວ່າໃນເວລານີ້ ແລະໃນລະດັບນີ້, ພວກເຮົາ ຕ້ອງປະຕິບັດຕໍ່ຮົງກົງແບບດຽວກັນກັບຈີນແທ້ໆ ເມື່ອເຂົາເຈົ້າເຕັມໃຈທີ່ຈະຮ່ວມມືກ່ຽວ ກັບການແຜ່ຂະຫຍາຍ, ຫຼືໃນກໍລະນີນີ້, ຄວາມເຕັມໃຈທີ່ຈະຮ່ວມມືໃນ​ການກົດດັນຣັດ​ເຊຍ."

ຜູ້​ນໍາ​ຂອງເມືອງດັ່ງ​ກ່າວ, ທ່ານ​ຈອນ ລີ (John Lee) ແລະ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຄົນ​ອື່ນໆ​ ເຂົາ​ເຈົ້າເອງກໍ​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ດຳ​ຂອງ​ວໍ​ຊິງ​ຕັນເຊັ່​ນກັນ ສຳ​ລັບ​ບົດ​ບາດ​ຂອງ​ເຂົາ​ເຈົ້າ​ໃນ​ການ​ປາບ​ປາມ​ສິດ​ເສ​ລີ​ພາບ​ທາງ​ການ​ເມືອງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG