ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເສລີພາບ ດ້ານສື່ມວນຊົນ ຕົກຕ່ຳລົງ ຢູ່ໃນ ຫຼາຍປະເທດ (ວີດີໂອ)


Media Group: Press Freedom Slipping in Some Countries
please wait

No media source currently available

0:00 0:02:41 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບ ລາຍງານນີ້.

ດັດຊະນີ​ໃໝ່ ວ່າ​ດ້ວຍ​ເສລີພາບ​ດ້ານການ​ຂ່າວ​ໂລກ​ ຂອງ​ກຸ່ມ
​ນັກ​ຂ່າວ​ບໍ່​ມີ​ພົມ​ແດນ​ໃໝ່ ໄດ້ລະບຸຫຼາຍໆ​ຂົງ​ເຂດ​ທີ່​ຮ້ອນແຮງ​
ໃນ​ພາກຕາ​ເວັນ​ອອກ​ກາງ ອາ​ຟຣິກາ ​ແລະ​ ເອ​ເຊຍ ​ວ່າ​ເປັນ
​ເຂດ​ທີ່ມີ​ການ​ກົດ​ຂີ່ເສລີພາບ​ດ້ານການຂ່າວ​ຮ້າຍ​ແຮງ​ທີ່​ສຸດ.
ກຸ່ມປົກປ້ອງສິດທິດ້ານ​ການ​ຂ່າວ ຍັງ​ເວົ້າອີກ​ວ່າ ​ໄດ້ມີ​ການ
ຕົກຕໍ່າລົງຫຼາຍ​ ໃນເສລີພາບ​ດ້ານການ​ຂ່າວ​ຢູ່​ໃນ​ສະຫະລັດ
ຄື​ກັນ. ຜູ້​ສື່​ຂ່າວ ວີ​ໂອ​ເອ Pam Dockins ມີ​ລາຍ​ງານ​ກ່ຽວ​
ກັບ​ເລຶ່ອງນີ້ ຊຶ່ງ​ທອງ​ປານຈະ​ນຳມາສະ​ເໜີ​ທ່ານ.

ລິງໂດຍກົງ

ອົງການ​ນັກ​ຂ່າວ​ບໍ່​ມີ​ພົມ​ແດນ ຫຼື Reporters Without Borders ​ເວົ້າ​ວ່າ​ປະ​ເທດ​ຊີເຣຍ
ທີ່ໄດ້ປະສົບ​ກັບ​ການ​ສູ້​ລົບ​ກັນ​ ລະຫວ່າງ​ກໍາລັງ​ຂອງ​ລັດຖະບານ​ແລະ​ກຸ່ມ​ຕໍ່ຕ້ານມາເປັນປີ
ທີ່​ສາມ​ແລ້ວ​ນັ້ນ ​ແມ່ນ​ເປັນ​ບ່ອນ​ທີ່​ອັນຕະລາຍຮ້າຍ​ແຮງຫຼາຍ​ຂຶ້ນນັບ​ມື້ສໍາລັບພວກນັກຂ່າວ.

ທ່ານນາງ Delphine Halgand ຜູ້​ອໍາ​ນວຍການ​ ອົງການ​ນັກ​ຂ່າວ​ບໍ່​ມີ​ພົມ​ແດນ ປະ​ຈໍາ ສະຫະລັດ ​ເວົ້າ​ວ່າ ຊີ​ເຣຍ​ຖືກ​ຈັດ​ໃຫ້​ຢູ່​ໃນ​ອັນ​ດັບເກືອບຕໍ່າ​ສຸດ​ຂອງ​ດັດຊະນີຂອງ​ຕົນ ທີ່​ໄດ້​ທໍາ​ການ​ສໍາ​ຫຼວດຢູ່​ໃນ 180 ປະ​ເທດ​.

ທ່ານນາງ Halgand ​ເວົ້າ​ວ່າ​: “ຈົ່ງຢ່າ​ລື​ມວ່າ ມີ​ພວກ​ນັກ​ຂ່າວ​ຫຼາຍ​ກວ່າ 130 ຄົນ​ແລ້ວ
ທີ່​ຖືກ​ຂ້າ​ຕາຍ​ຢູ່ໃນ​ຊີ​ເຣຍ ນັບ​ຕັ້ງ​ແຕ່​ເກີດ​ບັນຫາ​ຂັດ​ແຍ້​ງກັນ​ໃນເດືອນ​ມີນາ​ ປີ 2011 ​
ເປັນ​ຕົ້ນ​ມາ ​ໂຮມ​ທັງ​ 45 ຄົນ ນັບ​ຕັ້ງ​ແຕ່​ປີ​ກາຍນີ້ມາ. ນອກ​ເໜືອ​ໄປ​ກວ່າ​ນັ້ນ ກໍ​ມີ​ນັກ​
ຂ່າວ​ຕ່າງປະ​ເທດ ຢ່າງ​ໜ້ອຍອີກ 16 ຄົນ ​ແລະນັກ​ໜັງສືພິມອີກ 26 ຄົນ ທີ່​ຖືກ​ກັກ​ຂັງ ຖືກ​ລັກ​ພາ​ຕົວ​ໄປ ​ຫຼື ຫາຍ​ສາບ​ສູນ​ໄປ ຢູ່​ໃນ​ຂະນະ​ນີ້.”


ທ່ານ​ນາງ Halgand ​ເວົ້າ​ວ່າ ​ໃນ​ບາງ​ປະ​ເທດ​ໃນ​ຂົງ​ເຂດ​ອາ​ຟຣິກາ ການກໍ່​ຄວາມ​ຮຸນແຮງ
ທາງ​ສ່ວນ​ຕົວນັ້ນ​ ​ໄດ້​ກາຍ​ມາເປັນ​ບັນຫາ ​ແລະທ່ານ​ນາງຊີ້​ໄປ​ໃສ່ ກຸ່ມ​ທະຫານ​ບ້ານ M23 ​
ໃນ​ປະ​ເທດ​ຄອງ​ໂກ ​ແລະ​ກຸ່ມ​ຫົວ​ຮຸນ​ແຮງ al-Shabab ທີ່ເຊື່ອມ​ໂຍງ​ກັບ​ກຸ່ມ​ອາລ ຄາ​ອີດາ
​ໃນ​ປະ​ເທດ​ໂຊ​ມາ​ເລຍ​.

ທ່ານ​ນາງ Halgand ເວົ້າ​ວ່າ: “ສິ່ງ​ທີ່ພວກ​ເຮົາ​ໝາຍ​ເຖິງນັ້ນ ກໍ​ຄື​ວ່າພວກ​ກຸ່ມ​ທີ່​ບໍ່​ຂຶ້ນ
ກັບລັດ ຄືແຫຼ່ງສໍາຄັນ​ຂອງ​ການ​ກໍ່​ຄວາມ​ຮຸນ​ແຮງ​ຕໍ່ຕ້ານ​ສື່​ມວນ​ຊົນ. ນີ້​ຄືກໍ​ລະ​ນີທີ່​
ເກີດ​ຂຶ້ນຢູ່​ໃນ​ຫຼາຍໆ​ປະ​ເທດ​ໃນຂົງ​ເຂດ​ອາ​ຟຣິກາ.”


​ໃນການຈັດ​ລະດັບ​ປະ​ຈໍາປີຂອງ​ຕົນ​ນັ້ນ ກຸ່ມ​ນັກ​ຂ່າວ​ບໍ່​ມີ​ພົມ​ແດນ ສຶກສາ​ເບິ່ງ​ຫຼາຍໆປັດ
ໃຈ​ ເປັນ​ຕົ້ນ​ວ່າ ຄວາມ​ເປັນ​ອິດສະຫຼະຂອງ​ສື່​ມວນ​ຊົນ ​ແລະ​ລະດັບ​ການລະ​ເມີດ​.

​ໃນ​ຫວຽດນາມນັ້ນ ກຸ່ມ​ນີ້ເວົ້າ​ວ່າ ​ການພະຍາຍາມຫຼາຍໆ​ຄັ້ງ​ຂອງລັດຖະບານ ເພື່ອ​ກວດ​
ລ້າງ​ພວກສື່​ສັງຄົມ ​ແລະ​ພວກ​ທີ່ຂຽນ​ຂ່າວລົງ​ເວັບ​ໄຊ້ ຫຼື bloggers ນັ້ນ ມີບົດບາດ​ສໍາຄັນ​
ໃນ​ການ​ເຮັດ​ໃຫ້​ຫວຽດນາມ​ຖືກ​ຈັດ​ຢູ່​ໃນລະດັບຕໍ່າ​.

ນາງ Huong Nguyen ປະ​ຈໍາ​ກຸ່ມ ເຍົາວະ​ຊົນ​ຫວຽດ​ເພື່ອ​ປະຊາທິປະ​ໄຕ ​ໃຫ້​ຄວາມເຫັນ​
ດັ່ງ​ນີ້:

“ສິ່ງ​ທີ່​ດີກ່ຽວ​ກັບ​ສື່​ສັງຄົມ​ນັ້ນ ກໍ​ຄື​ວ່າ ມັນ​ເປັນ​ການຍາກຫຼາຍ​ສໍາລັບ​ລັດຖະບານ
ທີ່​ຈະ​ຄວບ​ຄຸມ​ໃນ​ສິ່ງ​ທີ່​ປະຊາຊົາ​ເວົ້າ​ກັນ​. ດ້ວຍ​ເຫດ​ນີ້ ຈຶ່ງ​ເກີດ​ມີ​ການ​ສຸມ​ຄວາມ​
ພະຍາຍາມຫຼາຍ​ທີ່​ສຸດ​ ຈາກ​ລັດຖະບານ​ຫວຽດນາມ ​ໃສ່ການວາງ​ຂໍ້​ຈໍາກັດ​ຮັດ
ແຄບ​ ຕໍ່ເສລີພາບໃນ​ການລົງຂໍ້ມູນ​ຂ່າວສານ ທາງ​ອິນ​ເທີ​ເນັດ​ນັ້ນ.”


ສໍາລັບ​ສະຫະລັດ​ນັ້ນ ກຸ່ມນັກ​ຂ່າວ​ບໍ່​ມີ​ພົມ​ແດນເວົ້າ​ວ່າ ການທີ່ລັດຖະບານ​ສະຫະລັດ
ຕາມລ່າ​ຫາໂຕ​ພວກເປີດ​ເຜີຍ​ຄວາມ​ລັບ ໄດ້ມີ​ບົດບາດ​ສໍາຄັນ ​ໃນ​ການ​ເຮັດ​ໃຫ້ສະຫະລັດ
ຕົກອັນ​ດັບ​ ຢູ່​ໃນດັດຊະນີດັ່ງກ່າວ.

ລາຍ​ງານ​ຂອງ​ກຸ່ມນັກ​ຂ່າວ​ບໍ່​ມີ​ພົມ​ແດນ ​ໄດ້​ອ້າງ​ເຖິງ​ກໍລະນີ​ຂອງນາຍ Bradley Manning
ອະດີດ​ນັກວິເຄາະ​ຂ່າວ​ກອງ ຫຼືຂ່າວ​ສືບ​ລັບ​ຂອງ​ກອງທັບ​ບົກສະຫະລັດ ​ທີ່​ຖືກ​ຕັດສິນ​ຈໍາຄຸກ
35 ປີ ​ໃນ​ຂໍ້​ຫາ​ລັກ​ສົ່ງ​ເອກ​ກະສາ​ນລັບ​ ໄປ​ໃຫ້​ກຸ່ມ​ຕໍ່ຕ້ານ​ຄວາມ​ລັບ WikiLeaks ນັ້ນ.

James Risen ນັກ​ຂ່າວ​ສືບສວນ ປະ​ຈໍາ​ໜັງສືພິມ New York times ​ໃຫ້​ທັດສະນະວ່າ:

“ຂ້າພະ​ເຈົ້າຄິດ​ວ່າ ມັນແມ່ນ​ການກວດ​ລ້າງ​ພວກນັກ​ຂ່າວ ພວກ​ເປີດ​ເຜີຍ​ຄວາມ​
ລັບ ​ແລະ​ຄວາມ​ພະຍາຍາມ​ໂດຍລັດຖະບານ ​ແລະ​ກົນ​ໄກ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດຂອງ​ລັດຖະບານເພື່ອຈໍາກັດ​ຂໍ້​ມູນ​ຂ່າວສານ ທີ່​ມະຫາຊົນ​ສາມາດຮູ້​ເຫັນ​
ໄດ້​ນັ້ນ ​ທີ່ເປັນສາ​ເຫດ.”


ອົງການນັກ​ຂ່າວ​ບໍ່​ມີ​ພົມ​ແດນ ​ເວົ້າ​ວ່າ ປະ​ເທດ​ອາ​ຟຣິກາ​ໃຕ້ເປັນ​ປະ​ເທດນຶ່ງໃນ​ຫຼາຍໆ
ປະເທດ ທີ່​ສ້າງ​ຄວາມ​ກ້າວໜ້າ​ດ້ານ​ເສລີພາບໃນການ​ອອກ​ຂ່າວ ໃນ​ໄລຍະ​ປີຜ່ານມາ.
XS
SM
MD
LG