ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນາຍົກ ອັງກິດ ແຕ່ງຕັ້ງ ລມຕ ສາທາລະນະສຸກ ໃຫ້ເປັນ ລມຕ ການຕ່າງປະເທດ


ລັດຖະມົນຕີ ສາທາລະນະສຸກ ແລະສະຫວັດດີການສັງຄົມ ຂອງອັງກິດ ທ່ານ ເຈີເຣີມີ ຮັ້ນ ເດີນທາງໄປຮອດ ສຳນັກງານຂອງອົງການຂ່າວ ບີບີຊີ BBC ໃນໃຈກາງນະຄອນຫຼວງ ລອນດອນ ຂອງອັງກິດ, ວັນທີ 9 ກໍລະກົດ 2018.
ລັດຖະມົນຕີ ສາທາລະນະສຸກ ແລະສະຫວັດດີການສັງຄົມ ຂອງອັງກິດ ທ່ານ ເຈີເຣີມີ ຮັ້ນ ເດີນທາງໄປຮອດ ສຳນັກງານຂອງອົງການຂ່າວ ບີບີຊີ BBC ໃນໃຈກາງນະຄອນຫຼວງ ລອນດອນ ຂອງອັງກິດ, ວັນທີ 9 ກໍລະກົດ 2018.

ນາຍົກລັດຖະມົນຕີ ອັງກິດ ທ່ານນາງ ເທີີຣີສາ ເມ ໄດ້ແຕ່ງຕັ້ງ ທ່ານ ເຈີເລີມີ ຮັ້ນ ຜູ້ທີ່
ສະໜັບສະໜຸນ ທ່ານນາງ ມາເປັນເວລາຍາວນານ ໃຫ້ເປັນ ລັດຖະມົນຕີ ການຕ່າງ
ປະເທດ ຫຼັງຈາກທີ່ ທ່ານໂບຣິສ ຈອນສັນ ໄດ້ລາອອກຈາກຕຳແໜ່ງ ໃນວັນຈັນວານນີ້
ທ່າມກາງ ການບໍ່ລົງລອຍກັນ ໃນຄະນະລັດຖະບານ ກ່ຽວກັບ ການຖອນໂຕ ອອກຈາກ
ສະຫະພາບຢູໂຣບຂອງປະເທດ ຫຼືເອີ້ນວ່າ ແບຣັກຊິຕ ທີ່ຍັງລໍຖ້າການດຳເນີນການຢູ່ນັ້ນ.

ທ່ານຮັ້ນ ອະດີິດ ລັດຖະມົນຕີສາທາລະນະສຸກ ໄດ້ຄັດຄ້ານຕໍ່ແບຣັກຊິຕ ຕັ້ງແຕ່ຕົ້ນມາ
ແຕ່ທ່ານໄດ້ກ່າວວ່າ ທ່ານໄດ້ຫັນມາສະໜັບສະໜຸນ ໂດຍເອີ້ນພຶດຕິກຳ ຂອງສະຫະພາບ
ຢູໂຣບ ວ່າ ອວດດີ ໃນລະຫວ່າງການເຈລະຈາ. ສ່ວນທ່ານຈອນສັນ ເປັນຜູ້ທີ່ສະໜັບ
ສະໜຸນ ແບຣັກຊິຕ ຢ່າງເດັດດ່ຽວ.

ທ່ານຈອນສັນ ໄດ້ຈົ່ມໃນໜັງສືລາອອກຂອງທ່ານ ວ່າ ແຜນການຂອງ ທ່ານນາງ ເມ ເພື່ອ
ຮັກສາ ສາຍສຳພັນດ້ານການຄ້າໄວ້ຢ່າງໃກ້ຊິດ ກັບສະຫະພາບຢູໂຣບ ນັ້ນ ເທົ່າກັບວ່າ
ເປັນ “ການຖອນໂຕເຄິ່ງນຶ່ງຈາກແບຣັກຊິຕ ຫຼື ເຊມມາຍ-ແບຣັກຊິຕ (semi-Brexit)”
ໂດຍທີ່ອັງກິດ ມຸ້ງໜ້າໄປສູ່ “ສະຖານະຂອງການເປັນອານານິຄົມ.”

ທ່ານໄດ້ຂຽນວ່າ “ຄວາມໄຝ່ຝັນຂອງແບຣັກຊິຕ ກຳລັງຈະຕາຍ.”

“ພວກເຮົາບໍ່ເຫັນດີ ກ່ຽວກັບແນວທາງທີ່ດີທີ່ສຸດທີ່ຈະສົ່ງມອບຊຶ່ງຄວາມໝັ້ນໝາຍ
ທີ່ມີຮ່ວມກັນ ເພື່ອສະໜອງຕອບຕໍ່ຜົນຂອງການລົງປະຊາມະຕິ”
ທ່ານນາງເມ ໄດ້ກ່າວ
ໃນຖະແຫລງການຕໍ່ລັດຖະສະພາ ບໍ່ດົນຫຼັງຈາກໄດ້ມີການປະກາດການແຕ່ງຕັ້ງ ທີ່ໝາຍ
ເຖິງ ການລົງປະຊາມະຕິ ເມື່ອເດືອນມິຖຸນາ ປີ 2016 ເຊິ່ງປະຊາຊົນອັງກິດໄດ້ລົງຄະ
ແນນສຽງ ເຫັນດີຖອນໂຕອອກຈາກ ສະຫະ ພາບຢູໂຣບ.

ທ່ານນາງຍັງໄດ້ກ່າວອີກວ່າ “ແຕ່ຂ້າພະເຈົ້າຢາກຮັບຮູ້ເຖິງການຖອນໂຕ ອອກຈາກ
ສະຫະພາຢູໂຣບ ຂອງອະດີດລັດຖະມົນຕີ ການຕ່າງປະເທດ. ສຳລັບວຽກງານທີ່ທ່ານ
ໄດ້ເຮັດ ເພື່ອຈັດຕັ້ງກົມໃໝ່ຂຶ້ນມາ ແລະ ໄດ້ນຳເອົາຮ່າງກົດໝາຍບາງສ່ວນ ທີ່ສຳຄັນ
ຍິ່ງ ຜ່ານຜ່າລັດຖະສະພາ ໄວ້ໃຫ້ຄົນຮຸ້ນຫລັງ.”

ການລາອອກຂອງທ່ານຈອນສັນ ມີຂຶ້ນ ນຶ່ງວັນຫຼັງຈາກທີ່ ລັດຖະມົນຕີ ຮັກສາການ
ແບຣັກຊິຕ ຂອງອັງກິດ ທ່ານ ເດວິດ ເດວິສ ກໍໄດ້ກ້າວລົງຈາກຕຳແໜ່ງ. ຕັ້ງແຕ່ນັ້ນມາ
ທ່ານນາງ ເມ ໄດ້ແຕ່ງຕັ້ງ ທ່ານ ໂດມີນິກ ຣາອາບ ໃຫ້ເຂົ້າຮັບ ຕຳແໜ່ງແທນ ທ່ານ
ເດວິສ.

ລັດຖະມົນຕີ ຮັກສາການ ແບຣັກຊິຕ ຂອງອັງກິດ ທ່ານ ເດວິດ ເດວິສ ກໍໄດ້ກ້າວລົງຈາກຕຳແໜ່ງ.
ລັດຖະມົນຕີ ຮັກສາການ ແບຣັກຊິຕ ຂອງອັງກິດ ທ່ານ ເດວິດ ເດວິສ ກໍໄດ້ກ້າວລົງຈາກຕຳແໜ່ງ.

ທ່ານເດວິສ ເອີ້ນ ວິທີການຂອງທ່ານນາງ ເມ ຕໍ່ການຖອນໂຕ ອອກຈາກສະຫະພາບ
ຢູໂຣບ ຂອງປະເທດ ນັ້ນ ວ່າ “ເປັນຍຸດທະສາດທີ່ອັນຕະລາຍ.”

ໃນໜັງສືລາອອກ ທ່ານເດວິສ ໄດ້ບອກທ່ານນາງເມ ວ່າ ແຜນການຂອງທ່ານນາງ ເພື່ອ
ສ້າງ “ປຶ້ມກົດລະບຽບທົ່ວໄປ” ທີ່ຈະປະຕິບັດຕາມ ກົດລະບຽບຕ່າງໆ ກ່ຽວກັບ ການຄ້າ
ເສລີຂອງອັງກິດ ນັ້ນ ຈະເຮັດໃຫ້ອັງກິດ ຢູ່ໃນຖານະທີ່ດີທີ່ສຸດ ກໍຄື “ຢູ່ໃນຖານະທີ່ອ່ອນ
ແອ ໃນການເຈລະຈາ ແລະ ທີ່ອາດເປັນໄປໄດ້ ເປັນຖານະນຶ່ງທີ່ບໍ່ສາມາດຫລີກລ່ຽງ
ໄດ້.”
ທ່ານເດວິສ ໄດ້ກ່າວວ່າ ແຜນການດັ່ງ ກ່າວ ຈະເຮັດໃຫ້ມີແນວຄິດ ການຈັດຕັ້ງ
ຄືນໃໝ່ ອະທິປະໄຕຂອງອັງກິດ ອອກຈາກສະຫະພາບຢູໂຣບ ນັ້ນ “ບໍ່ເປັນເລື້ອງຈິງ ແທນທີ່ຈະເປັນຈິງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG