ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກຳ​ມະ​ກອນໃນ​ຫລາຍ​ປະ​ເທດ ຮຽກ​ຮ້ອງ​ໃຫ້​ມີ​ສິດ​ ແລະໄດ້​ຮັບ​ຄວາມ​ນັບ​ຖື ເທົ່າ​ທຽມ​ກັບຄົນ​ອື່ນໆ ​ໃນວັນ​ກຳ​ມະ​ກອນ ​ສາ​ກົນ

ພວກ​ເດີນ​ຂະ​ບວນ​ພາ​ກັນ​ໃຊ້​ກະ​ດານ​ກຳ​ບັງ ເພື່ອຕໍ່​ສູ້​ກັບ​ຕຳ​ຫລວດ​ໃນ​ຂະ​ນະທີ່​ມີ​ການ​ປະ​ທ້ວງຕ້ານ​ຫ້ອງ​ການ​ຄວບ​ຄຸມ ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ​ກາງຊຶ່ງ​ເປັນ​ສ່ວນ​ນຶ່ງ​ໃນ​ການ​ສະ​ຫລອງ ວັນ​ກຳ​ມະ​ກອນສາ​ກົນ ຢູ່​ນະ​ຄອນແຊນຮວນ ຂອງ Puerto Rico ໃນ​ວັນ​ທີ 1 ພຶດ​ສະ​ພາ, 2019

ຕຳ​ຫລວດ​ຢູ່​ນະ​ຄອນ​ຫລວງ​ປາ​ຣີ ໄດ້​ຍິງ​ອາຍ​ແກັ​ສ​ນ້ຳ​ຕາໃສ່​ພວກ​ເດີນ​ຂະ​ບວນ​ປະ​ທ້ວງ​ຫລາຍ​ພັນ​ຄົນ ຊຶ່ງ​ລວມ​ທັງ​ພວກ​ປະ​ທ້​ວງ​ເສື້ອ​ກັກ​ສີ​ເຫລືອງ​ທີ່​ຕໍ່ຕ້ານ​ລັດ​ຖະ​ບານ ແລະພວກ​ໃສ່​ຊຸດ​ສີ​ດຳ​ທີ່​ຖື​ຕົນ​ເອງວ່າເປັນ​ກຸ່ມ​ນິ​ຍົມ​ອະ​ນາ​ທິ​ປະ​ໄຕ ທີ່​ໄດ້ເຮັດ​ໃຫ້​ມີ​ການກໍ່​ຄວາມ​ຮຸນ​ແຮງ​ຢູ່​ໃນ​ການ​ປະ​ທ້ວງ​ຕ່າງໆ​ໃນ​ວັນ​ກຳ​ມະ​ກອນ ຫລື May Day ຢູ່​ໃນ​ຝ​ຣັ່ງ​ໃນ​ຫລາຍໆ​ ປີ​ຜ່ານ​ມາ.

ວັນ​ທີ 1 ພຶດ​ສະ​ພາ ຫລື May Day, ຍັງ​ເອີ້ນ​ອີກ​ຊື່​ນຶ່ງວ່າ ວັນ​ກຳ​ມະ​ກອນ​ສາ​ກົນ ຊຶ່ງ​ເປັນ​ເຫດ​ການທີ່​ເຮັດ​ໃຫ້​ໂດ່ງ​ດັງ​ຍ້ອນ​ຂະ​ບວນ​ການ​ເຄື່ອນ​ໄຫວ​ຂອງ ກຳ​ມະ​ກອນ​ສາ​ກົນ​ ເພື່ອ​ຮຽກ​ຮ້ອງ​ໃຫ້​ມີ​ສະ​ພາບການ​ອອກ​ແຮງ​ງານ​ທີ່​ດີ​ຂຶ້ນ. ຕາມ​ປະ​ເພ​ນີ​ແລ້ວ ມັນ​ຈະເປັນວັນ​ສຳ​ລັ​ບ​ການ​ເດີນ​ຂະ​ບວນ​ທາງ​ການ​ເມືອງ.

ຢູ່​ອີ​ຕາ​ລີ

ພວກ​ເດີນ​ຂະ​ບວນປະ​ທ້​ວງບໍ່​ໃຫ້​ເຮັດ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ເຕົ້າ​ໂຮມ​ກັນຢູ່​ນະ​ຄອນ Turin ຊຶ່ງ​ເປັນ​ສ່ວນ​ນຶ່ງ​ໃນ​ການໂຮມ​ຊຸມ​ນຸມ​ປະ​ທ້ວງ​ເລື້ອງ​ຫວ່າງ​ງານ ໃນ​ອີ​ຕາ​ລີ, ວັນ​ທີ 1 ພຶດ​ສະ​ພາ, 2019
ພວກ​ເດີນ​ຂະ​ບວນປະ​ທ້​ວງບໍ່​ໃຫ້​ເຮັດ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ເຕົ້າ​ໂຮມ​ກັນຢູ່​ນະ​ຄອນ Turin ຊຶ່ງ​ເປັນ​ສ່ວນ​ນຶ່ງ​ໃນ​ການໂຮມ​ຊຸມ​ນຸມ​ປະ​ທ້ວງ​ເລື້ອງ​ຫວ່າງ​ງານ ໃນ​ອີ​ຕາ​ລີ, ວັນ​ທີ 1 ພຶດ​ສະ​ພາ, 2019

ເນື່ອງ​ຈາກວ່າ​ ມັນ​ມີ​ການກໍ່​ຄວາມ​ຮຸນ​ແຮງ​ໃນ​ຊຸມ​ປີ​ກ່ອນໆ​ນັ້ນ ພ້ອມ​ທັງ​ມີ​ການ​ເດີນ​ຂະ​ບວນປະ​ທ້ວງປະ​ຈຳ​ອາ​ທິດຂອງພວກ​ເສື້ອ​ກັກ​ສີ​ເຫລືອງ ນັບ​ແຕ່​ເດືອນ​ກັນ​ຍາ​ປີ​ກາຍນີ້ເປັນ​ຕົ້ນ​ມາ ຈຶ່ງ​ໄດ້ມີຕຳ​ຫລວດ​ຫລາຍກວ່າ 7,000 ຄົນ​ ມາ​ປະ​ຈຳ​ການຢູ່​ໃນນະ​ຄອນ​ຫລວງ​ຂອງ​ຝ​ຣັ່ງ ​ເພື່ອ​ຮັບ​ມື​ກັບ​ການກໍ່​ຄວາມ​ຮຸນ​ແຮງ​ທີ່​ອາດ​ເກີດ​ຂຶ້ນນັ້ນ. ທຸ​ລະ​ກິດ, ຫ້າງ​ຮ້ານ​ຕ່າງໆ ຫລາຍ​ຮ້ອຍ​ຮ້ານ​ຖືກ​ປິດ​ໄວ້ ກ່ອນ ​ຮອດ​ວັນ​ດັ່ງ​ກ່າວ ພາຍ​ຫລັງ​ທີ່​ມີ​ການ​ທໍາ​ລາຍ​ສິ່ງ​ຂອງຢູ່ໜ້າ​ຮ້ານຄ້າ ​ຈຳ​ນວນ​ນຶ່ງ​ໃນ​ປີ​ກາຍນີ້.

ຢູ່​ຣັດ​ເຊຍ

ພວກ​ສະ​ໜັບ​ສະ​ໜຸນ​ພັກ​ຄອມ​ມີວ​ນິ​ສ​ຖື​ທຸງທີ່​ມີ​ຮູບທ່ານ​ເລ​ນິນ, ຜູ້ຕັ້ງ​ສະ​ຫະ​ພາບ​ໂຊ​ຫວຽດ ຢູ່ໃນ​ການ​ໂຮມ​ຊຸມ​ນຸມ​ຢູ່​ນະ​ຄອນ St. Petersburg ຂອງ​ຣັດ​ເຊຍ, ວັນ​ທີ 1 ພຶດ​ສະ​ພາ, 2019
ພວກ​ສະ​ໜັບ​ສະ​ໜຸນ​ພັກ​ຄອມ​ມີວ​ນິ​ສ​ຖື​ທຸງທີ່​ມີ​ຮູບທ່ານ​ເລ​ນິນ, ຜູ້ຕັ້ງ​ສະ​ຫະ​ພາບ​ໂຊ​ຫວຽດ ຢູ່ໃນ​ການ​ໂຮມ​ຊຸມ​ນຸມ​ຢູ່​ນະ​ຄອນ St. Petersburg ຂອງ​ຣັດ​ເຊຍ, ວັນ​ທີ 1 ພຶດ​ສະ​ພາ, 2019

ມີ​ລາຍ​ງານ​ວ່າ ​ຕຳ​ຫລວດ​ໄດ້​ໃຊ້ແກັ​ສ​ນ້ຳ​ຕາຍິງ​ໃສ່​ພວກ​ເດີນ​ຂະ​ບວນ​ປະທ້​ວງ​ຢູ່​ໃກ້​ສະ​ຖາ​ນີ​ລົດ​ໄຟມົງ​ປາ​ນາ​ຊ໌ (Montparnasse) ໃນ​ນະ​ຄອນ​ປາ​ຣີ.​ໄດ້​ມີ​ການ​ຈັດ​ການ​ເດີນ​ຂະ​ບວ​ນຢູ່​ໃນ​ເມືອງ​ອື່ນໆ ຂອງ​ຝ​ຣັ່ງ, ຢູ່​ທົ່ວທະ​ວີບ​ຢູ​ໂຣບ ແລະ​ທົ່ວ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ.

ສ່ວນຢູ່​ໃນ​ນະ​ຄອນ​ນິວຢອກນັ້ນ ມີ​ຫລາຍ​ຮ້ອຍ​ຄົນ​ພາ​ກັນ​ໄປ​ເຕົ້າ​ໂຮມ​ຢູ່​ຕໍ່​ໜ້າ​ຕຶກ​ທີ່​ເປັນ​ຂອງ ແລະໃສ່​ຊື່​ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ​ ຂອງສະ​ຫະ​ລັດຢູ່​ຍ່ານຕະ​ຫລາດ​ຮຸ້ນ ຫລື Wall Street ແລະ​ຢູ່​ໃນ​ວົງ​ວຽນ Columbus ເພື່ອ​ປະ​ທ້​ວງ ຕໍ່​ບັນ​ຫາ​ຕ່າງໆ​ຫລາຍ​ອັນ. ພວກ​ປະ​ທ້ວງ​ຍັງ​ໄດ້​ພາ​ກັນ​ຈັດ​ການ​ໂຮມ​ຊຸມ​ນຸມ ຢູ່​ນະ​ຄອນ Seattle, Los Angeles, ແລະ​ໃນ Puerto Rico ອີກ​ດ້ວຍ.

ຢູ່​ຝ​ຣັ່ງ

ຊາຍ​ຄົນ​ນຶ່ງ​ຍ່າງ​ກາຍກອງ​ຂີ້​ເຫຍື້ອທີ່​ມີ​ໄຟ​ລຸກ​ຂຶ້ນໃນ​ປາ​ຣີ, ວັນ​ທີ 1 ພຶດ​ສະ​ພາ, 2019
ຊາຍ​ຄົນ​ນຶ່ງ​ຍ່າງ​ກາຍກອງ​ຂີ້​ເຫຍື້ອທີ່​ມີ​ໄຟ​ລຸກ​ຂຶ້ນໃນ​ປາ​ຣີ, ວັນ​ທີ 1 ພຶດ​ສະ​ພາ, 2019

ມີ​ກຸ່ມ​ນຶ່ງ​ທີ່​ຊື່​ວ່າ OVD-Info ທີ່​ຕິດ​ຕາມ​ເບິ່ງ​ການ​ຈັບ​ກຸມ​ຍ້ອນ​ເລື້ອງ​ການ​ເມືອງ ລາຍ​ງານ​ວ່າ​ ມີ​ຫລາຍກວ່າ 100 ຄົນ​ຖືກ​ຈັບ​ຢູ່ໃນ​ການ​ໂຮມ​ຊຸ​ມ​ນຸມ ໃນ​ວັນ​ກຳ​ມະ​ກອນ ຫລື May Day ຢູ່​ຣັດ​ເຊຍ. ມີ​ລາຍ​ງານ​ວ່າຢ່າ​ງໜ້ອຍ 68 ຄົນ​ຖືກ ຈັບ​ຢູ່​ນະ​ຄອນ St. Petersburg ຊຶ່ງ​ເປັນ​ຕົວ​ເມືອງ​ໃຫຍ່​ ອັນ​ດັບ​ສອງ​ຂອງ​ຣັດ​ເຊຍ, ບ່ອນ​ທີ່​ອົງ​ການ​ຂ່າວເອ​ພີ ຫລື Associated Press ລາຍ​ງານ​ວ່າ ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ຄົນ​ນຶ່ງ​ຖືກ​ຈັບ​ກຸມ​ເປັນ​ເວ​ລາ​ສັ້ນໆ ແລ້ວ​ກໍ​ຖືກ​ປ່ອຍ​ຕົວ​ໄປ.

ຢູ່​ເກົາ​ຫລີ​ໃຕ້

ສະ​ມາ​ຊິກ​ສະ​ຫະ​ພັນ​ກຳ​ມະ​ບານ​ເກົາ​ຫລີພາ​ກັນ​ຍົກ​ປ້າຍປະ​ທ້ວງ​ຢູ່​ໃນ​ການ​ໂຮມ​ຊຸມ​ນຸມໃນ​ວັນ​ກຳ​ມະ​ກອນ​ສາ​ກົນ ຢູ່​ນະ​ຄອນ​ຫລວງ​ໂຊ​ລ ຂອງ​ເກົາ​ຫລີ​ໃຕ້, ວັນ​ທີ 1 ພຶດ​ສະ​ພາ, 2019
ສະ​ມາ​ຊິກ​ສະ​ຫະ​ພັນ​ກຳ​ມະ​ບານ​ເກົາ​ຫລີພາ​ກັນ​ຍົກ​ປ້າຍປະ​ທ້ວງ​ຢູ່​ໃນ​ການ​ໂຮມ​ຊຸມ​ນຸມໃນ​ວັນ​ກຳ​ມະ​ກອນ​ສາ​ກົນ ຢູ່​ນະ​ຄອນ​ຫລວງ​ໂຊ​ລ ຂອງ​ເກົາ​ຫລີ​ໃຕ້, ວັນ​ທີ 1 ພຶດ​ສະ​ພາ, 2019

ໃນ​ຂະ​ນະ​ທີ່​ຝ​ຣັ່ງ ແລະ​ຣັດ​ເຊຍ​ເປັນ​ເວ​ທີ​ຂອງ​ການ​ເຄື່ອນ​ໄຫວ​ທີ່​ສຳ​ຄັນ​ທີ່​ສຸດ​ ຈຳ​ນວນ​ນຶ່ງ, ກໍຍັງ​ມີການ​ປະ​ທ້ວງ​ເກີດ​ຂຶ້ນ​ອີກ​ຢູ່​ໃນ​ນະ​ຄອນ​ຫລວງ ໂກ​ເປັນ​ເຮ​ເກັນ (Copenhagen) ຂອງເດັນ​ມາກ; ນະ​ຄອນ​ກອດ​ເທັນ​ເກ (Gothenburg) ຂອງ​ສະ​ວີ​ເດັນ; ແລະເບີ​ລິນ (Berlin) ຂອງເຢ​ຍ​ຣະ​ມັນ. ກ່ອນ​ໜ້ານັ້ນ ຢູ່​ໃນ​ມື້​ດຽວ​ກັນ​ ກໍ​ມີ​ການ​ໂຮມ​ຊຸມ​ນຸມຈັດ​ຂຶ້ນ​ຢູ່​ໃນປະ​ເທດອາ​ຟ​ຣິ​ກາ​ໃຕ້, ພ້ອມ​ທັງ​ຢູ່​ໃນ ຟີ​ລິບ​ປິນ, ມາ​ເລ​ເຊຍ, ກຳ​ປູ​ເຈຍ ແລະ​ມຽນ​ມາ ອີກ​ດ້ວຍ.

ທີ່​ອາ​ຟ​ຣິ​ກາ​ໃຕ້

ພວກ​ສະ​ໜ​ັບ​ສະ​ໜຸນພັກ​ນັກ​ລົບ​ເພື່ອ​ເສ​ລີ​ພາບ​ທາງ​ເສດ​ຖະ​ກິດ (EFF) ຍົກ​ຮູບຜູ້​ນຳ Julius Malema ຂຶ້ນ​ຢູ່​ໃນການ​ໂຮມ​ຊຸມ​ນຸມ​ໃນ​ວັນ​ກຳ​ມະ​ກອນ​ສາ​ກົນຢູ່​ເມືອງ Alexandra ຂອງ​ນະ​ຄອນ Johannesburg, ວັນ​ທີ 1 ພຶດ​ສະ​ພາ 2019

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດຢູ່​ລຸ່ມນີ້

Police in Paris fired tear gas on thousands of demonstrators who marched through the streets of the French capital Wednesday to commemorate May Day.

The demonstrators included both the anti-government Yellow Vest protesters and black-clad, self-described anarchist groups that have caused violence at May Day protests in France in years past.

More than 7,000 police were deployed in the French capital city to deal with possible violence. Hundreds of businesses were closed ahead of time, following vandalism to a number of storefronts during last year's May Day celebrations. ((:31))

SOUNDBITE IN FRENCH: Bernard Dantec//Paris May Day Protester:
"The May Day protest was a good protest. I came here to protest just like any other May Day. There have been some excessive actions from the part of some people, but we have to especially talk about the damage that's being done to society. Stop talking about the hooligans. We don't care about the hooligans."

Paris has been wracked by the Yellow Vest demonstrations that have been held weekly since last September, which have often turned violent.

Marches were also held in other French cities, across Europe and in the United States.

In New York, hundreds gathered in front of building owned by and bearing the name of U.S. President Donald Trump on Wall Street and in Columbus Circle to protest a range of issues. ((:29))

The first of May, or May Day, is also known as International Workers' Day, an event popularized by the international labor movement to call for better working conditions. It is traditionally a day for political demonstrations.

XS
SM
MD
LG