ທ່ານ ຈີມ ແມັດຕິສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ໄດ້ສັນລະເສີນ
ກ່ຽວກັບການທີ່ກໍາປັ່ນບັນທຸກເຮືອບິນຂອງສະຫະລັດຈະໄປແວ່ຢ້ຽມຢາມຫວຽດນາມ
ໃນຂະນະທີ່ທ່ານມ້ວນທ້າຍການຢ້ຽມຢາມຮາໂນ່ຍ ໃນວັນພະຫັດວານນີ້.
ທ່ານແມັດຕິສ ກ່າວຕໍ່ທ່ານ Nguyen Phu Trong ຜູ້ນຳພັກຄອມມີວນິສຫວຽດນາມວ່າ
"ພວກເຮົາຂໍສະແດງຄາມຂອບໃຈ ຕໍ່ຫວຽດນາມ ທີ່ໄດ້ເພີ້ມຄວາມເປັນພາຄີກັນ ໂດຍອະນຸຍາດໃຫ້ກໍາປັນບັນທຸກເຮືອບິນຂອງພວກເຮົາ ເຂົ້າມາຈອດຢູ່ນະຄອນດານັງ ໃນ
ເດືອນມີນາທີ່ຈະມາເຖິງນີ້.”
ການແວ່ຢ້ຽມຂອງກໍາປັ່ນບັນທຸກເຮືອບິນສະຫະລັດ ຊຶ່ງເປັນການຢ້ຽມຢາມແບບບໍ່ເຄີຍ
ມີມາກ່ອນ ຢູ່ໃນທ່າເຮືອຂອງຫວຽດນາມນັ້ນ ຈະເປັນຮ່ອງຮອຍທີ່ເປັນຮູບປະທໍາຂອງ
ການຂະຫຍາຍຕົວ ໃນສາຍສໍາພັນລະຫວ່າງ ອະດີດຄູ່ສັດຕູກັນ ໃນສະໄໝສົງຄາມ.
ເຈົ້າໜ້າທີ່ທໍານຽບຫ້າແຈ ເນັ້ນໜັກວ່າ ນາຍົກລັດຖະມົນຕີຫວຽດນາມ ແລະປະມຸກທີ່
ເປັນທາງການຂອງປະເທດດັ່ງກ່າວ ໄດ້ໃຫ້ການອະນຸມັດຂັ້ນສຸດທ້າຍ ຕໍ່ການແວ່ຢ້ຽມ ຢາມຂອງກໍາປັ່ນບັນທຸກເຮືອບິນສະຫະລັດ.
ທ່ານແມັດຕິສກ່າວຕໍ່ພວກນັກຂ່າວ ໃນເວລາຕໍ່ມາວ່າ "ມັນຍັງບໍ່ແມ່ນຂັ້ນສຸດທ້າຍເທື່ອ
ແຕ່ວ່າມັນເປັນເລື້ອງທີ່ໃຫ້ກໍາລັງໃຈຫລາຍຂຶ້ນ."
ສະຫະລັດໄດ້ຮັດແໜ້ນສາຍສໍາພັນຢ່າງໃກ້ຊິດກັບຫວຽດນາມ ໂດຍສະເພາະ ໃນການ
ທີ່ຮາໂນ່ຍຍີນດີ ທີ່ຈະລຸກຂຶ້ນຕໍ່ຕ້ານການອ້າງເອົາເຂດນ້ຳແດນດິນຂອງຈີນ ຢູ່ໃນທະເລ
ຈີນໃຕ້.
ທ່ານແມັດຕິສກ່າວມ້ວນທ້າຍວ່າ "ພວກເຮົາຄິດວ່າ ມັນນອນຢູ່ໃນຜົນປະໂຫຍດທີ່
ດີທີ່ສຸດຂອງສະຫະລັດ ທີ່ເຫັນຫວຽດນາມເປັນປະເທດເອກະລາດ ທີ່ເຂັ້ມແຂງ ແລະ
ຮັ່ງມີ ແລະພວກເຮົາມີຄວາມຕັ້ງໃຈຢາກເປັນພາຄີຂອງປະເທດນີ້ ໃນຂະນະທີ່ພວກ
ເຮົາກ້າວໄປຂ້າງໜ້າ."
ການໄປຢ້ຽມຢາມຫວຽດນາມຂອງທ່ານແມັດຕິສ ມີຂຶ້ນບໍ່ເທົ່າໃດມື້ກ່ອນວັນຄົບຮອບ
50 ປີ ໃນການໂຈມຕີໄລຍະບຸນປີໃໝ່ຫວຽດນາມ ຫຼື Tet ຊຶ່ງເປັນນຶ່ງໃນການໂຈມຕີ
ທີ່ໃຫຍ່ທີ່ສຸດໃນສົງຄາມຫວຽດນາມ ແລະກໍເປັນການເຕືອນໃຫ້ເຫັນເຖິງປະຫວັດ
ສາດທີ່ມີບັນຫາຂອງສອງປະເທດນີ້.
ທ່ານແມັສຕິສຮັບຮູ້ວ່່າ “ພວກເຮົາຍັງສືບຕໍ່ກຳຈັດ ແກ້ໄຂຜົນກະທົບຂອງສົງຄາມ. ພວກເຮົາໃຫ້ການເຄົາລົບຕໍ່ອະດີດ ແຕ່ແນ່ນອນ ແມ່ນເບິ່ງໄປຂ້າງໜ້າ.”
ໃນການໃຫ້ຄວາມເຫັນຢ່າງເປັນການເປີດເຜີຍ ລະຫວ່າງການຢ້ຽມຢາມນັ້ນ ທ່ານໄດ້ກ່າວເນັ້ນເຖິງຂົງເຂດວຽກງານທີ່ມີການຕົກລົງກັນໄດ້.