ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ເດີນທາງໄປ ຈີນ ເພື່ອເຈລະຈາ ສອງຝ່າຍ


ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ຈິມ ແມັດຕິສ ຮັບຊໍ່ດອກໄມ້ ຫຼັງຈາກເດີນທາງຮອດສະໜາມບິນ ໃນນະຄອນຫຼວງ ປັກກິ່ງ. ຈີນ. 26 ມິຖຸນາ, 2018.
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ຈິມ ແມັດຕິສ ຮັບຊໍ່ດອກໄມ້ ຫຼັງຈາກເດີນທາງຮອດສະໜາມບິນ ໃນນະຄອນຫຼວງ ປັກກິ່ງ. ຈີນ. 26 ມິຖຸນາ, 2018.

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ເຈມສ໌ ແມັດຕິສ ໄດ້ເດີນທາງໄປນະ
ຄອນຫຼວງ ປັກກິ່ງ ເພື່ອທຳການເຈລະຈາ ກັບຄູ່ຕຳແໜ່ງຝ່າຍ ຈີນ ທ່າມກາງຄວາມ
ເຄັ່ງຕຶງທາງດ້ານການທູດ, ທະຫານ ແລະ ເສດຖະກິດທີ່ເພີ່ມສູງຂຶ້ນລະຫວ່າງສອງ
ປະເທດມະຫາອຳນາດດັ່ງກ່າວ.

ທ່ານ ແມັດຕິສ ໄດ້ກ່າວຕໍ່ລັດຖະມົນຕີປ້ອງກັນປະເທດ ຈີນ ທ່ານ ເຫວີຍ ເຟັງຈີ ໃນ
ວັນພຸດມື້ນີ້ວ່າ ສາຍພົວພັນທາງທະຫານ ລະຫວ່າງ ວໍຊິງຕັນ ແລະ ປັກກິ່ງ ແມ່ນສຳ
ຄັນຕໍ່ສາຍພົວພັນທີ່ກວ້າງຂວາງ ລະຫວ່າງສອງປະເທດນັ້ນ, ແລະ ວ່າທ່ານຫວັງທີ່
ຈະ “ໄດ້ທຳການປຶກສາຫາລືຢ່າງເປີດ ແລະ ຈິງໃຈ” ກັບທ່ານ ເຫວີຍ.

ການຢ້ຽມຢາມຂອງທ່ານ ແມັດຕິສ ໄດ້ຖືກບົດບັງ ໂດຍຄວາມໂມໂຫຂອງ ປັກກິ່ງ ກ່ຽວ
ກັບ ການຕັດສິນໃຈຂອງປະທານາທິບໍດີ ດໍໂນລ ທຣຳ ທີ່ຈະເກັບພາສີຢ່າງຫຼວງຫຼາຍ
ຕໍ່ສິນຄ້າ ຈີນ, ຈົນເປັນເຫດເຮັດໃຫ້ ຈີນ ຕອບໂຕ້ຄືນດ້ວຍການລົງໂທດຂອງເຂົາເຈົ້າ
ເອງ ຕໍ່ ສິນຄ້າ ສະຫະລັດ, ພ້ອມກັບຄວາມບໍ່ພໍໃຈທີ່ມີຢູ່ຂອງ ວໍຊິງຕັນ ກ່ຽວກັບ ການ
ເສີມສ້າງກຳລັງຂອງຈີນ ໃນທະເລຈີນໃຕ້.

ທ່ານ ແມັດຕິສ ໄດ້ຖອນການເຊື້ອເຊີນ ບໍ່ໃຫ້ຈີນເຂົ້າຮ່ວມໃນການຝຶກຊ້ອມທາງທະ
ເລລະຫວ່າງປະເທດຂະໜາດໃຫຍ່ໃນມະຫາສະໝຸດ ປາຊີຟິກ ຊຶ່ງຈະມີຂຶ້ນໃນໄວໆ
ນີ້.

U.S. Defense Secretary James Mattis is in Beijing for talks with his Chinese counterpart amid rising diplomatic, military and economic tensions between the two superpowers.

Mattis told Chinese Defense Minister Wei Fenghe Wednesday the military relationship between Washington and Beijing was crucial to the broader relationship between the two nations, and that he looked forward to an "open and honest dialogue" with Wei.

Mattis's visit is overshadowed by Beijing's anger over President Donald Trump's decision to impose huge tariffs on Chinese products, prompting China to respond with its own penalties on U.S. goods, as well as Washington's ongoing unease over Beijing's increasing military buildup in the South China Sea.

Mattis withdrew an invitation to China to participate in an upcoming multinational Pacific naval exercise.

XS
SM
MD
LG