ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານແມັດຕິສ ກ່າວວ່າ ສະຫະລັດ ຈະ 'ບໍ່ເຊົາ ສູ້ລົບ' ຢູ່ ອັຟການິສຖານ


ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ James Mattis ແລະ ເລຂາທິການໃຫຍ່ອົງການ NATO ທ່ານ Jens Stoltenberg ເດີນທາງໄປຮອດ ນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 27 ກັນຍາ 2017. (ພາບຖ່າຍໂດຍ W. Gallo/VOA)
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ James Mattis ແລະ ເລຂາທິການໃຫຍ່ອົງການ NATO ທ່ານ Jens Stoltenberg ເດີນທາງໄປຮອດ ນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 27 ກັນຍາ 2017. (ພາບຖ່າຍໂດຍ W. Gallo/VOA)

ໃນລະຫວ່າງການຢ້ຽມຢາມ ນະຄອນຫຼວງກາບູລ ໃນວັນພຸດມື້ນີ້ ລັດຖະມົນຕີປ້ອງກັນ
ປະເທດ ສະຫະລັດ ທ່ານ Jim Mattis ໄດ້ກ່າວວ່າ ສະຫະລັດ ພ້ອມດ້ວຍຍຸດທະສາດ
ໃໝ່ ​ເພື່ອທັບມ້າງສະພາບການບໍ່ໄປບໍ່ມາ ກັບພວກກະບົດຕາລີບານນັ້ນ ແມ່ນຈະບໍ່
ລົດລະ​ໃນການຕໍ່ສູ້ ຢູ່ໃນອັຟການິສຖານ.

ທ່ານ Mattis ໄດ້ກ່າວວ່າ “ໂດຍການມີຍຸດ​ທະ​ສາດ​ໃໝ່ ທີ່​ອີງ​ຕາມເງຶື່ອນໄຂໃນ​ເຂດ
ເອເຊຍໃຕ້ນັ້ນ ພວກເຮົາຈະມີທ່າທີທີ່ດີຂຶ້ນກວ່າເກົ່າ ເພື່ອໃຫ້ການສະໜັບສະໜູນ
ໃນຂະນະທີ່ກຳລັງຂອງອັຟການິສຖານ ຕ່າວປີ້ນສະພາບການຕໍ່ຕ້ານພວກກໍ່
ການຮ້າຍ. ພວກເຮົາຈະບໍ່ປະຖິ້ມອັຟການິສຖານ ໃຫ້ພວກສັດຕູທີ່ໂຫດຫ້ຽມ ທີ່
ພະຍາຍາມເຂັ່ນຂ້າ ຈົນພວກ​ເຂົາໄດ້ກຳອຳນາດ.”


ເລຂາທິການໃຫຍ່ ອົງການເນໂຕ ທ່ານ Jens Stoltenberg ທີ່ຢູ່ໃນນະຄອນຫຼວງ
ກາບູລ ເຊັ່ນກັນ ກໍ​ໃຫ້ການ​ຢືນຢັນ​ຕໍ່ຄວາມໝາຍໝັ້ນ ຂອງອົງການເນໂຕ ​ເຊັ່ນ​ດຽວກັນ.

ທ່ານໄດ້ກ່າວວ່າ “ອົງການເນໂຕ ຈະບໍ່ຢຸດເຊົາເວລາ​ໃດ​ ທີ່ສະພາບການມີ​ຄວາມ
ຫຍຸ້ງຍາກ ພວກເຮົາຈະຮັກສາຄຳໝັ້ນສັນຍາ.”

ແຜນການສຳລັບອັຟການິສຖານ ຂອງປະທານາທິບໍດີ ດໍໂນລ ທຣຳ ໄດ້ຖືກປະກາດ
ເມື່ອເດືອນແລ້ວນີ້ ໂດຍມີວິໄສທັດ​ໃຫ້​ປະ​ເທດ​ທີ່​ສຳຄັນໆ​ໃນຂົງ​ເຂດມີບົດບາດ ຫຼາຍ
ຂຶ້ນກວ່າເກົ່າ ຮວມທັງອິນເດຍນຳດ້ວຍ.

ນະຄອນຫຼວງ ກາບູລ ​ແມ່ນເປັນບ່ອນຢຸດແວ່​ແຫ່ງທີສອງ ​ໃນການເດີນທາງໄປຍັງເຂດ
ເອເຊຍໃຕ້ ຊຶ່ງໄດ້ເລີ່ມຕົ້ນຂຶ້ນ ທີ່ນະຄອນຫຼວງ ນິວເດລີ.

ທະຫານນາວິກະໂຍທິນ ຫຼື ມາຣີນ ຂອງສະຫະລັດ ກຳລັງມີສ່ວນຮ່ວມ ໃນລະຫວ່າງ ການຝຶກແອບ ໃຫ້ແກ່ໜ່ວຍກ້າຕາຍ ຂອງກອງທັບອັຟການິສຖານໃນຄ້າຍທະຫານ Shorab ທີ່ແຂວງ Helmand ຂອງອັຟການິສຖານ, ວັນທີ 27 ສິງຫາ 2017.
ທະຫານນາວິກະໂຍທິນ ຫຼື ມາຣີນ ຂອງສະຫະລັດ ກຳລັງມີສ່ວນຮ່ວມ ໃນລະຫວ່າງ ການຝຶກແອບ ໃຫ້ແກ່ໜ່ວຍກ້າຕາຍ ຂອງກອງທັບອັຟການິສຖານໃນຄ້າຍທະຫານ Shorab ທີ່ແຂວງ Helmand ຂອງອັຟການິສຖານ, ວັນທີ 27 ສິງຫາ 2017.

ໃນລະຫວ່າງການຢຸດແວ່ ທີ່ນະຄອນຫຼວງຂອງອິນເດຍນັ້ນ ທ່ານ Mattis ໄດ້ຍົກຍ້ອງ
ການປະກອບສ່ວນເຂົ້າໃນອັຟການິສຖານ ຂອງອິນເດຍ ທີ່ “ລ້ຳຄ່າ” ແລະ ຍິນດີຮັບເອົາ
“ການສືບຕໍ່ຄວາມພະຍາຍາມ​ເພື່ອສົ່ງເສີມ ປະຊາທິປະໄຕ ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຂອງອັຟການິສຖານ.”

ສ່ວນຄູ່ຕຳແໜ່ງຂອງທ່ານ Mattis ລັດຖະມົນຕີປ້ອງກັນປະເທດອິນເດຍ ທ່ານນາງ
Nirmala Sitharaman ໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະເສີມຂະຫຍາຍ ການຮ່ວມມືກັບ
ອັຟການນິສຖານ ໃຫ້ເຂັ້ມແຂງຂຶ້ນຕື່ມ ​ແຕ່ທ່ານນາງ​ໄດ້​ປະຕິ​ເສດ​ເ​ຖິງຄວາມ​ເປັນ​ໄປ​ໄດ້
​ໃນ​ການທີ່ຈະສົ່ງທະຫານອິນ​ເດຍ ໄປຍັງ​ປະ​ເທດ​ດັ່ງກ່າວ.

ເຮລິຄອບເຕີ ກອງທັບສະຫະລັດ ບິນຢູ່ເທິງ ສະຖານທີ່ລະເບີດສະຫລະຊີບ ທີ່ໄດ້ ແນເປົ້າໝາຍໃສ່ ຂະບວນລົດ ຂອງອົງການ NATO ໃນເຂດເມືອງ Kandahar ຢູ່ທາງພາກໃຕ້ ຂອງນະຄອນຫຼວງ ກາບູລ, ປະເທດອັຟການິສຖານ, ວັນທີ 2 ສິງຫາ 2017.
ເຮລິຄອບເຕີ ກອງທັບສະຫະລັດ ບິນຢູ່ເທິງ ສະຖານທີ່ລະເບີດສະຫລະຊີບ ທີ່ໄດ້ ແນເປົ້າໝາຍໃສ່ ຂະບວນລົດ ຂອງອົງການ NATO ໃນເຂດເມືອງ Kandahar ຢູ່ທາງພາກໃຕ້ ຂອງນະຄອນຫຼວງ ກາບູລ, ປະເທດອັຟການິສຖານ, ວັນທີ 2 ສິງຫາ 2017.

ແຜນການຂອງສະຫະລັດ ຮຽກຮ້ອງໃຫ້ສົ່ງກຳລັງທະຫານ ​ໄປປະຈຳການຢູ່ໃນ
ອັຟການິສຖານ ຫຼາຍຂຶ້ນກວ່າເກົ່າ. ທ່ານ Mattis ເມື່ອບໍ່ດົນມານີ້ ໄດ້ປະກາດວ່າ
ສະຫະລັດ ຈະສົ່ງກຳລັງທະຫານ ອາເມຣິກັນ ຕື່ມອີກ 3,000 ຄົນ​ໄປ​ຍັງ​ປະ​ເທດດັ່ງກ່າວ
ເຊິ່ງຈະເຮັດໃຫ້ຈຳນວນທະຫານ​ອາ​ເມຣິກັນ ຢູ່ໃນປະເທດນີ້ ​ເພິ້ມຂຶ້ນເປັນ ຫຼາຍກວ່າ
14,000 ຄົນ.

ແຜນການຂອງທ່ານທຣຳ ຍັງຮຽກຮ້ອງໃຫ້ມີການຖິ້ມລະເບີດຫຼາຍຂຶ້ນ. ຕົວເລກທີ່ເປັນ
ທາງການຂອງກອງທັບ ສະແດງໃຫ້ເຫັນວ່າ ສະຫະລັດ ໄດ້ຖິ້ມລະ​ເບີດ​ຢູ່ໃນ
ອັຟການິສຖານ ໃນລະຫວ່າງເດືອນສິງຫາ ຫຼາຍກວ່າເດືອນອື່ນໆໃດທັງ​ໝົດ ພາຍໃນ​
ເວລາເດືອນດຽວ ນັບແຕ່ປີ 2012 ເປັນຕົ້ນມາ.

ຢູ່ໃນຖະແຫລງການສະບັບນຶ່ງ ຫຼັງຈາກ 16 ປີຂອງການສູ້ລົບ ພວກທະຫານສະຫະລັດ
ຕົ້ນຕໍແມ່ນໄດ້ພົວພັນ ໃນບົດບາດທີ່ບໍ່ແມ່ນການສູ້ລົບໃນສະໜາມ ໂດຍການສະໜອງ
ການແນະນຳ ແລະ ການຊ່ອຍເຫຼືອ ຕໍ່ກຳລັງປ້ອງກັນປະເທດຂອງອັຟການິສຖານ ແລະ
ສະຖາບັນຕ່າງໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG