ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຄົ້ນຫາ ຂໍ້ມູນ ທາງ​ດ້ານພັນທຸກຳ ຫຼື DNA ແມ່ນມີຄວາມແມ່ນຍຳ ຫຼາຍຂຶ້ນ


Matching DNA Crime Evidence Just Got Better
please wait

No media source currently available

0:00 0:02:47 0:00

​ໃນ​ວັນ​ທີ 1 ມັງກອນ 2017 ຫ້ອງ​ທົດ​ລອງວິທະຍາສາດຂອງ​ອົງການ​ສືບ​ລັບ​ສັນຕິ​ບານ
​ກາງ FBI ທົ່ວ​ສະຫະລັດ ​ໄດ້​ເລີ່​ມ​ໃຊ້​ກົດ​ລະບຽບ​ການ​ທີ່​ສຳຄັນ ​ໃນ​ການ​ກວດກາ
ສະຖານທີ່ອາດຊະຍາກຳ​ທາງ​ດ້ານພັນທຸກຳ ຫຼື DNA. ວິທີ​ໃໝ່​ນີ້ ຈະ​ຊ່ອຍ​ເຮັດ​ໃຫ້ການ​ປ່ຽນ​ແປງ​ຜິດພາດ​ໜ້ອຍ​ລົງ​ກ່ຽວກັບ​ຄວາມ​ແຕກ​ຕ່າງ ລະຫວ່າງ 2 ຄົນ ທີ່​ບໍ່​ກ່ຽວຂ້ອງ​ກັນ ແຕ່​ມີ​ຂໍ້​ມູນ DNA ​ເໝືອນ​ກັນ​ນັ້ນ. ນັກ​ຂ່າວ VOA George Putic ໄດ້ໄປເບິ່ງຫ້ອງທົດ
ລອງດັ່ງກ່າວ ​ຊຶ່ງວັນນະ​ສອນ ຈະນຳເອົາລາຍ​ລະອຽດ​ ມາສະ​ເໜີ​ທ່ານ.


ທຸກ​ຄົນຜູ້​ທີ່​ໄດ້​ເບິ່ງ​ພາບ​ພະ​ຍົນ ຫຼື​ລາຍການ​ໂທລະພາບ​ກ່ຽວ​ກັບ​ອາດຊະຍາກຳ​ຕ່າງໆ​ນັ້ນ ຄົງຮູ້​ດີ ວ່າ ການກວດ​ສອບຂໍ້​ມູນຊີວະວິທະຍາທີ່ພົບເຫັນຢູ່ບ່ອນເກີດ​ອາດຊະຍາກຳ ໃສ່
ກັບຕົວຢ່າງຈາກ DNA ທີ່ໄດ້ມາຈາກ​ພວກທີ່​ຕ້ອງ​ສົງ​ໄສ ອາດສາມາດ​ນຳ​ໄປ​ສູ່ການລົງ​ຄວາມເຫັນຢ່າງ​ສຳ​ເລັດຜົນຂອງຄະດີ​ກໍເປັນໄດ້.

ຂໍ້​ມູນ​ກຳມະພັນ ທີ່​ເອີ້ນ​ວ່າ genome ຂອງມະນຸດ ບັນຈຸປະມານ 3 ພັນ​ລ້ານ​ຄູ່ ຂອງ nucleobases ​ແລະມັນຈະເປັນເລື່ອງທີ່ບໍ່ສົມຄວນ​ທີ່​ຈະນຳມາ​ວິໄຈ​ທັງ​ໝົດໄດ້. ​ແທນ​
ທີ່​ຈະ​ເປັນ​ເຊັ່ນ​ນັ້ນ ຫ້ອງ​ສັນ​ລະສູດຫຼັກຖານຈະ​ຊອກ​ຫາ ອັນ​ທີ່​ເອີ້ນ​ວ່າ ເຄື່ອງໝາຍ ຫຼື​ບໍ່ ກໍຊອກຫາລຳດັບ​ຂອງ DNA ​ອີງຕາມສະຖານ​ທີ່ ທີ່ຮູ້​ກັນ.

​ເພື່ອ​ຄ້ຳປະກັນວ່າ ໃຫ້ຜົນຂອງການກວດສອບຈາກສະຖານທີ່ອາດຊະຍາກຳ​ ເປັນຫຼັກ
ຖານອັນດຽວກັນ ຢູ່ໃນທົ່ວທັງໝົດຂອງປະທດ ໃນ​ປີ 1997 ອົງການ​ສືບ​ລັບ​ສັນຕິ​ບານ
​ກາງ FBI ຈຶ່ງໄດ້ ເຮັດເຄືອງໝາຍ ຫຼື marker 13 ຢ່າງແຕກຕ່າງກັນຂຶ້ນມາ ເພື່ອໃຫ້
ເປັນ ​ມາດຕະຖານ ຂອງການທົດສອບ.ແຕ່​ວ່າ 20 ປີ ຕໍ່​ມາ ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ໄດ້​ປ່ຽນໄປ.

ທ່ານ Mike Coble ນັກວິ​ໄຈ ຈາກສະ​ຖາ​ບັນ​ຊີວະ​ວິທະຍາ NIST ກ່າວ​ວ່າ “ສິ່ງ​ທີ່​ໄດ້​
ເກີດ​ຂຶ້ນ ​ໃນ​ຮອບ​ຫຼາຍໆ​ປີ ຜ່ານ​ມາ ​ແມ່ນ​ຂະໜາດຂອງຂໍ້​ມູນ DNAແຫ່ງຊາດ ໄດ້ຂະຫຍາຍຫຼາຍ​ຂຶ້ນເປັນ​ປະມານ 16 ລ້ານ​ແບບໃນປັດຈຸບັນ. ເວລາທ່ານມີຂໍ້ມູນພຽງແຕ່ 13 ອັນ​ເທົ່າ​ນັ້ນ, ​ໂອກາດທີ່ຈະເຫັນວ່າ ​ຄົນ​ສອງ​ຄົນທີ່ບໍ່ມີສ່ວນກ່ຽວກັນ ​ມີ DNA ​ແບບດຽວກັນເລີຍ​ ແມ່ນໜ້ອຍທີ່ສຸດ.”

ເລີ່​ມ​ແຕ່​ ວັນ​ທີ 1 ເດືອນມັງກອນເປັນຕົ້ນມາ ອົງການ​ສືບ​ລັບ​ສັນຕິ​ບານ​ກາງ FBI ໄດ້ເພີ່ມ
ຈຳນວນ​ເຄື່ອງໝາຍ marker ຂຶ້ນເປັນ​ 20. ​ການ​ເອົາ​ບາດກ້າວດັ່ງກ່າວນີ້ ບໍ່​ພຽງ​ແຕ່ ຈະ​ເຮັດ​ໃຫ້​ກຳມະ​ວິທີການເອົາ​ຕົວຢ່າງ​ປະກອບເຂົ້າກັນລະອຽດຂຶ້ນ ​ແຕ່​ມັນຍັງຫຼຸດຜ່ອນ​ຄວາມ​ອາດ​ສາມາດທີ່ຈະ​ຜິດພາດໜ້ອຍລົງນຳ.

ເຄື່ອງ​ໝາຍ 3 ອັນ ​ໃນ 7 ອັນ ​ແມ່ນ​ໄດ້ເຮັດຂຶ້ນຈາກ​ສະ​ຖາ​ບັນ​ວິທະຍາສາດ​ແລະ​ເທັກ​ໂນ​ໂລ​ຈີແຫ່ງ​ຊາດ ຫຼື NIST ຢູ່​ຂ້າງ​ນອກ​ຂອງ​ນະຄອນຫຼວງ​ວໍ​ຊີງ​ຕັນນີ້ເອງ.

ທ່ານ Coble ກ່າວ​ວ່າ “ສິ່ງນຶ່ງທີ່​ພວກ​ເຮົາເຫັນ ກໍ​ຄື ພວກເຮົາມອບວັດຖຸອ້າງອິງມາດ
ຕະ ຖານ ໃຫ້ຫ້ອງແລັບອາດຊະຍາກຳ​ຕ່າງໆ ທົ່ວ​ສະຫະລັດ. ສິ່ງເຫຼົ່ານັ້ນກໍພວກ​ຫຼອດ DNA ນ້ອຍໆ​ ທີ່​ພວກ​ເຮົາ​ສົ່ງ​ອອກໄປໃຫ້ຜູ້​ຄົນ​ຊື້ ​ແລະ​ແຕ່ລະ​ປີ ຫ້ອງແລັບທົດ​ລອງ
ອາດຊະຍາ ກຳແຕ່ລະບ່ອນ​ໃນ​ສະຫະລັດ ຈະຕ້ອງ​ໄດ້​ເອົາ DNA ມາສຶກສາເບິ່ງ ຢູ່ໃນຫ້ອງທົດລອງວິທະຍາສາດຂອງພວກເຂົາເຈົ້າເພື່ອໃຫ້ແນ່ໃຈວ່າຈະໄດ້ຮັບຜົນ
ອັນດຽວກັນກັບ ຢູ່ໃນຫຼອດ DNA ຂອງພວກເຮົາ​.”

ທ່ານ Coble ກ່າວ​ວ່າ ການ​ເອົາເຄື່ອງ​ໝາຍດັ່ງກ່າວທຽບໃສ່ກັນ ຈະ​ສາມາດ​ເຮັດ​ໄດ້
​ດ້ວຍ​ມື, ​ແຕ່​ວ່າ ຫ້ອງ​ແລັບຕ່າງໆ​ໃນ​ສະຫະລັດ ​ໄດ້ພາກັນ​ຊື້​ເຄື່ອງຈັກມາໃຊ້ ທີ່​ສາມາດ​ຊ່ອຍວຽກໄດ້​ໄວ​ຂຶ້ນຫຼາຍ.

ພວກນັກວິທະຍາສາດຈາກ NIST ​ແລະ​ຫ້ອງແລັບທົດ​ລອງຕ່າງໆ ດຽວນີ້ກຳລັງ​ພັດທະນາ ​ເທັກ​ໂນ​ໂລ​ຈີແນວໃໝ່ ທີ່​ເອີ້ນວ່າ massive parallel sequencing​ຊຶ່ງ​ຈະ​ຊ່ອຍ​ໃນ​ການ​ສັນ​ນິສູດຫຼັກຖານ​ຕາມທາງວິທະຍາສາດ ເພື່ອຊອກຫາຕົວຢ່າງສີຂອງ​ຕາ ສີຂອງ​ຜົມ ຄວາມ​ສູງ ​ແລະແມ່ນກະທັ່ງອາຍຸ ນຳ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG