ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໂຄງການສັກຢາກັນ COVID ຂະໜາດໃຫຍ່ ໄດ້ເລີ່ມຂຶ້ນໃນປະເທດ ປາປົວ ນິວກີນີ


ພາບທີ່ຖືກຖ່າຍໃນວັນທີ 30 ມີ, 2021 ນີ້ສະແດງໃຫ້ເຫັນ ນາຍົກລັດຖະມົນຕີ ປາປົວ ນິວກີນີ ທ່ານ ເຈມສ໌ ມາຣາເປ, ຂວາ, ກຽມສັກຢານຶ່ງໂດສຂອງ AstraZeneca ໃນນະຄອນຫຼວງ ພອດ ມໍສບີ, ປະເທດ ປາປົວ ນິວກີນີ.
ພາບທີ່ຖືກຖ່າຍໃນວັນທີ 30 ມີ, 2021 ນີ້ສະແດງໃຫ້ເຫັນ ນາຍົກລັດຖະມົນຕີ ປາປົວ ນິວກີນີ ທ່ານ ເຈມສ໌ ມາຣາເປ, ຂວາ, ກຽມສັກຢານຶ່ງໂດສຂອງ AstraZeneca ໃນນະຄອນຫຼວງ ພອດ ມໍສບີ, ປະເທດ ປາປົວ ນິວກີນີ.

ການສັກຢາວັກຊີນກັນ COVID-19 ໄລຍະທຳອິດໄດ້ເລີ່ມຂຶ້ນແລ້ວໃນປະເທດ ປາປົວ ນິວກີນີ, ໃນຂະນະທີ່ຕົວເລກການຕິດເຊື້ອໄດ້ສືບຕໍ່ເພີ່ມຂຶ້ນ. ບັນດານັກຊ່ຽວຊານກ່າວວ່າປະເທດເພື່ອນບ້ານທີ່ໃກ້ທີ່ສຸດຂອງປະເທດ ອອສເຕຣເລຍ ນັ້ນຍັງໄດ້ຕໍ່ສູ້ກັບການບິດເບືອນຂໍ້ມູນຈຳນວນຫຼາຍ ແລະ ຄວາມເປັນຫ່ວງ ກ່ຽວກັບ ຄວາມປອດໄພຂອງຢາວັກຊີນ. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍງານຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ບັນດານັກຊ່ຽວຊານເວົ້າວ່າ ການບິດເບືອນຂໍ້ມູນ ກ່ຽວກັບ COVID-19 ແມ່ນກຳລັງແຜ່ລາມໄວກວ່າເຊື້ອໂຣກດັ່ງກ່າວໃນປະເທດ ປາປົວ ນິວກີນີ. ທິດສະດີສົມຮູ້ຮ່ວມຄິດ ແລະ ຄວາມຄິດທີ່ຜິດແມ່ນໄດ້ຖືກພົບເຫັນຢ່າງແຜ່ຫຼາຍໃນທາງສັງຄົມອອນໄລນ໌. ນອກນັ້ນຍັງມີຄວາມຮູ້ສຶກຂອງການເຊື່ອຖືໃນທາງທີ່ຜິດ ເຊິ່ງຖືກຝັງເລິກຢູ່ໃນຄວາມເຊື່ອຂອງເວດມົນ. ບັນດາພະນັກງານຊ່ວຍເຫຼືອ ໄດ້ລາຍງານວ່າຄອບຄົວຂອງພະນັກງານສາທາລະນະສຸກໃນ ປາປົວ ນິວກີນີ, ຜູ້ທີ່ຖືກກວດພົບເປັນຜົນບວກສຳລັບໄວຣັສນັ້ນ, ໄດ້ຖືກທໍລະມານໂດຍຄວາມຢ້ານກົວທີ່ກ່ຽວຂ້ອງກັບພະຍາຍາດ ທີ່ບໍ່ສາມາດອະທິບາຍໄດ້.

ທ່ານ ໂຈນາທານ ໄພຣຄ໌ (Jonathan Pryke) ແມ່ນຜູ້ອຳນວຍການຂອງໂຄງການໝູ່ເກາະປາຊີ ຟິກ ຢູ່ສະຖາບັນ ໂລວີ, ເຊິ່ງແມ່ນອົງການຄົ້ນຄວ້າທີ່ມີຫ້ອງການຕັ້ງຢູ່ນະຄອນ ຊິດນີ. ທ່ານໄດ້ກ່າວວ່າ ການຫຼອກລວງທີ່ໄດ້ແຜ່ລາມຢູ່ໃນສື່ສັງຄົມ ກ່ຽວກັບ ໄວຣັສໂຄໂຣນາສາຍພັນໃໝ່ໄດ້ເພີ່ມຄວາມສັບສົນຂຶ້ນຕື່ມອີກ.

ທ່ານ ໂຈນາທານ ໄພຣຄ໌ ໄດ້ກ່າວວ່າ “ເຟສບຸກ ແມ່ນບ່ອນທີ່ເຈົ້າໄດ້ຂໍ້ມູນທັງໝົດຂອງເຈົ້າ, ແລະ ເຟສບຸກ ແມ່ນມີແຕ່ຜະລິດຂໍ້ມູນທີ່ຜິດ ແລະ ການບິດເບືອນຂໍ້ມູນແມ່ນກຳລັງແຜ່ລາມໄວກວ່າໄວຣັສໃນປະເທດນັ້ນ.”

ອົງການອະນາໄມໂລກ ໄດ້ລາຍງານ COVID-19 11,206 ກໍລະນີ ແລະ ການເສຍຊີວິດ 115 ຄົນໃນ ປາປົວ ນິວກີນີ ເມື່ອວັນອັງຄານທີ່ຜ່ານມາ.

ທ່ານ ໄພຣຄ໌ ເຊື່ອວ່າຂອບເຂດທີ່ແທ້ຈິງຂອງໂຣກລະບາດໃນປະເທດເກາະ ປາຊີຟິກ ນັ້ນ ແມ່ນຮ້າຍແຮງກວ່າຫຼາຍຍ້ອນການຂາດການກວດຫາ ແລະ ຄົນໄຂ້ທີ່ມີອາການໄດ້ປະຕິເສດ ຫຼື ຢ້ານການແກ້ແຄ້ນຈາກຄົນໃນຊຸມຊົນຂອງເຂົາເຈົ້າ, ເຊິ່ງໄດ້ປ້ອງກັນເຂົາເຈົ້າຈາກການໄດ້ຮັບການປິ່ນ ປົວ. ກ່ອນເກີດໂຣກລະບາດ, ຄວາມຮຸນແຮງທີ່ກ່ຽວຂ້ອງກັບເວດມົນຕໍ່ຜູ້ເຄາະຮ້າຍຕ່າງໆແມ່ນຮຸນ ແຮງຈົນຄວບຄຸມບໍ່ໄດ້ໃນປະເທດດັ່ງກ່າວ.

ທ່ານ ໄພຣຄ໌ ໄດ້ກ່າວວ່າ “ສະຖິຕິຢ່າງເປັນທາງການບໍ່ໄດ້ເບິ່ງຮ້າຍແຮງຄືກັບພາບທີ່ເປັນຈິງ ແລະ ເຈົ້າຮູ້ບໍ່, ມັນມີຫຼາຍຈຸດຂໍ້ມູນທີ່ເຈົ້າສາມາດເບິ່ງທີ່ສະແດງໃຫ້ເຫັນວ່າມັນຮ້າຍແຮງຊໍ່າໃດ. ມັນຮ້າຍ ແຮງຫຼາຍ. ມັນແມ່ນລະບົບສາທາລະນະສຸກທີ່ຢູ່ໃນສະຖານະການທີ່ຮ້າຍແຮງທີ່ສຸດທີ່ເຂົາເຈົ້າບໍ່ສາມາດຮັບມືກັບຜົນກະທົບໄດ້ຢ່າງແທ້ຈິງ. ພວກເຮົາກຳລັງເຫັນວິກິດການນີ້ເກີດຂຶ້ນຢູ່ຕໍ່ໜ້າຕໍ່ຕາຂອງພວກເຮົາ.”

ໂຣກລະບາດດັ່ງກ່າວແມ່ນຖືກກະທົບແຕກຕ່າງກັນໃນທົ່ວຂົງເຂດມະຫາສະໝຸດປາຊີຟິກ. ບາງປະ ເທດໃນປັດຈຸບັນນີ້ ໄດ້ຫຼີກລ່ຽງມັນໂດຍປາສະຈາກອັນຕະລາຍ. ອີງຕາມອົງການອະນາໄມໂລກນັ້ນ, ປະເທດ ທົງກາ ແມ່ນບໍ່ໄດ້ບັນທຶກ ການຕິດຕໍ່ໃດໆນັບຕັ້ງໂຣກລະບາດໄດ້ເລີ່ມຂຶ້ນ. ເກາະ ຊາມົວ ຫາກໍມີກໍລະນີທີ່ຖືກຢືນຢັນພຽງກໍລະນີດຽວ, ແລະ ສາມກໍລະນີໄດ້ຖືກບັນທຶກໃນເກາະ ວານູອາຕູ. ເກາະ ຟິຈີ ໄດ້ບັນທຶກການຕິດເຊື້ອໄວຣັສໂຄໂຣນາຫຼາຍກວ່າ 100 ກໍລະນີ ແລະ ສອງຄົນໄດ້ເສຍຊີວິດ ອີງຕາມອົງການອະນາໄມໂລກ.

ໂຄງການສັກຢາຂະໜາດໃຫຍ່ແມ່ນກຳລັງດຳເນີນຢູ່ໃນປະເທດເກາະໂປລີນີເຊຍ ຂອງຝຣັ່ງ (French Polynesia). ປັດຈຸບັນນີ້ ມັນໄດ້ມີການກວດພົບເກືອບ 19,000 ກໍລະນີ ແລະ ເສຍຊີ ວິດ 141 ຄົນໃນ 15 ເດືອນທີ່ຜ່ານມາ. ແນວໃດກໍຕາມ, ເຂົາເຈົ້າໄດ້ເປີດຄືນເຂດຊາຍແດນສາກົນ ຂອງເຂົາເຈົ້າຕໍ່ ນັກເດີນທາງທີ່ໄດ້ສັກຢາແລ້ວຈາກ ສະຫະລັດ ເທົ່ານັ້ນ, ຜູ້ທີ່ຖືກກວດພົບເປັນຜົນລົບສຳລັບ COVID ແລ້ວ.

ເກາະ ກວາມ ເຊິ່ງແມ່ນເຂດແດນຂອງ ສະຫະລັດ ໄດ້ລາຍງານຕົວເລກຫຼ້າສຸດຂອງເຂົາເຈົ້າດ້ວຍການຕິດເຊື້ອ 7,700 ກໍລະນີ ແລະ ເສຍຊີວິດ 136 ຄົນ ຍ້ອນໂຣກລະບາດ. ໃນປັດຈຸບັນນີ້, ເກາະ ກວາມ ໄດ້ກຳນົດການກັກບໍລິເວນ 14 ວັນ ສຳລັບຜູ້ໂດຍສານທຸກຄົນທີ່ເດີນທາງເຂົ້າປະເທດທາງອາກາດ ຫຼື ທາງທະເລ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG