ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈະໃສ່ໜ້າກາກ ດີບໍ່ ຫລື ບໍ່ດີ? ນັ້ນຄືຄໍາຖາມໃນຊ່ວງ ໂຄວິດ-19 ລະບາດຢູ່ນີ້


ຄົນໃສ່ຜ້າປິດປາກໄວ້ເພື່ອຫລຸດຜ່ອນການແຜ່ຜາຍຂອງໄວຣັສໂຄໂຣນານັ່ງຢູ່ໃກ້ກັບຮູບປັ້ນຂອງຕໍາຫລວດທີ່ມີຜ້າປິດປາກໄວ້ ຄືກັນຢູ່ສະຖານີລົດໄຟຫົວລໍາໂພງໃນບາງກອກ ນະຄອນຫຼວງຂອງໄທ (ພາບຖ່າຍໃນວັນທີ 1 ເມສາ, 2020)
ຄົນໃສ່ຜ້າປິດປາກໄວ້ເພື່ອຫລຸດຜ່ອນການແຜ່ຜາຍຂອງໄວຣັສໂຄໂຣນານັ່ງຢູ່ໃກ້ກັບຮູບປັ້ນຂອງຕໍາຫລວດທີ່ມີຜ້າປິດປາກໄວ້ ຄືກັນຢູ່ສະຖານີລົດໄຟຫົວລໍາໂພງໃນບາງກອກ ນະຄອນຫຼວງຂອງໄທ (ພາບຖ່າຍໃນວັນທີ 1 ເມສາ, 2020)

ບັນດານັກຊ່ຽງຊານທັງຫລາຍປາກົດເຫັນພ້ອມນໍາກັນວ່າ: ຖ້າເຈົ້າບໍ່ແມ່ນພະນັກ ງານແພດ ບໍ່ຕ້ອງຊື້ຜ້າປິດປາກ ຫລື ໜ້າກາກ N95 ທີ່ຖືວ່າເປັນ ຜ້າປິດປາກ ທີ່ປ້ອງກັນທີ່ດີສຸດແບບລົດ Cadillac.

ມັນຈະບໍ່ຊ່ວຍທ່ານໄດ້ຫລາຍປານໃດ ແລະມັນກໍຂາດເຂີນຫລາຍສຸດຂີດສໍາລັບ ຄົນທີ່ມີຄວາມຕ້ອງການມັນຫລາຍທີ່ສຸດ: ນັ້ນກໍຄືພວກພະນັກງານການແພດ ທີ່ຢູ່ແນວໜ້າ ທີ່ພະຍາຍາມປ້ອງກັນຕົນເອງ ບໍ່ໃຫ້ຕິດເຊື້ອໄວຣັສໂຄວິດ-19 ໃນຂະນະທີ່ພວກເຂົາເຈົ້າຊ່ວຍກອບກູ້ຊີວິດຄົນໄວ້ຢູ່ນັ້ນ.

ແມ່ນແຕ່ຈະເວົ້າເຊັ່ນນັ້ນກໍຕາມ ກໍຍັງມີການສົນທະນາຖົກຖຽງກັນຢູ່ວ່າ ທຸກຄົນ ຄວນເອົາຫຍັງປົກໜ້າໄວ້ຫລືບໍ່ ໃນຕອນທີ່ພວກເຂົາເຈົ້າອອກໄປນອກເຮືອນ.

ການຢູ່ໃນເຮືອນ ແລະຈໍາກັດການໄປຢູ່ກັບກຸ່ມຄົນຕ່າງໆ ຍັງເປັນວິທີທີ່ດີ ຫລາຍທີ່ສຸດຢູ່.

ແຕ່ວ່າ ນັກຊ່ຽວຊານບາງຄົນ ເລີ້ມສະເໜີວ່າ ການໃຊ້ສິ່ງປົກໜ້າ ປະເພດໃດ ປະເພດນຶ່ງອາດຈະຊ່ວຍໄດ້ ບໍ່ແມ່ນວ່າເປັນການຊ່ວຍປ້ອງກັນຜູ້ໃສ່ຜ້າປິດປາກ ບໍ່ໃຫ້ຕິດເຊື້ອດອກ ແຕ່ວ່າ ມັນຊ່ວຍໃຫ້ຄົນອື່ນໆ ບໍ່ໃຫ້ຕິດເຊື້ອຈາກຜູ້ໃສ່ນັ້ນ.

ມີຫລັກຖານສະແດງໃຫ້ເຫັນຫລາຍຂຶ້ນວ່າ ຄົນສາມາດນໍາເອົາພະຍາດໄປແຜ່ ຜາຍຫາຄົນອື່ນໄດ້ ໂດຍທີ່ຕົວເອງບໍ່ມີອາການຫຍັງ ເຖິງແມ່ນວ່າ ມັນຈະບໍ່ເປັນ ປະເດັນທີ່ຜັກດັນໃຫຍ່ທີ່ສຸດ ທີ່ພາໃຫ້ເກີດການລະບາດໃນລະດັບໂລກກໍຕາມ.

ການສຶກສາຄົ້ນຄວ້າ 2 ບັ້ນ ໄດ້ມີເຫັນການຕິດເຊື້ອມີການເຊື່ອມໂຍງກັບຄົນ ທີ່ບໍ່ມີອາການສະແດງອອກມາ ຢູ່ປະມານ 6 ເປີເຊັນ ຫາ 13 ເປີເຊັນ.

ຜ້າປິດປາກ ຫລືໜ້າກາກ “ອາດຈະຊ່ວຍປ້ອງກັນຄົນທີ່ໄດ້ຕິດເຊື້ອພະຍາດແລ້ວ ບໍ່ໃຫ້ແຜ່ຜາຍເຊື້ອນັ້ນໄປຫາຄົນອື່ນໄດ້,” ນັ້ນຄືຄໍາເວົ້າຂອງສາດສະດາຈານບີລ ເຮເນັກຈ໌ (Bill Hanage) ຈາກມະຫາວິທະຍາໄລຮາວາດ. ທ່ານກ່າວຕໍ່ໄປວ່າ “ແລະຖ້າຫາກມີສັດສ່ວນຂອງຄົນທີ່ສ່ວນໃຫຍ່ບໍ່ມີອາການສະແດງອອກມາ ເປັນ ຈໍານວນຫລາຍແລ້ວເຂົາເຈົ້າອາດຈະມີບົດບາດໃນການນໍາເຊື້ອ ໄປແຜ່ຜາຍ ສູງ ເປັນພິດເສດ.”

ໄວຣັສ ຊາ-ໂຄວີ-2 (SARS-CoV-2) ທີ່ພາໃຫ້ເປັນພະຍາດໂຄວິດ-19 ນັ້ນ ສ່ວນຫລາຍແມ່ນແຜ່ເຊື້ອ ຜ່ານສິ່ງນ້ອຍໆ ທີ່ຜູ້ຕິດເຊື້ອພະຍາດນີ້ພົ່ນອອກມາ ຈາກປາກຂອງເຂົາເຈົ້າ. ສິ່ງນັ້ນເກີດຂຶ້ນເມື່ອຄົນໄອ ຫລືຈາມ ຊຶ່ງທ່ານຄວນຈະ ໄອ ຫລືຈາມໃສ່ແຂນເສື້ອຂອງຕົນ ແຕ່ວ່າ ຕອນທີ່ເຂົາເຈົ້າເວົ້າ ຫລື ຮ້ອງເພັງ ກໍ ພົ່ນອອກມາໄດ້ເຊັ່ນກັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG