ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໖ ກັນຍາ ໒໐໒໓

ນັກວິທະຍາສາດ ຍັງສືບຕໍ່ ຊອກຫາ ສິ່ງ​ທີ່​ມີ​ຊີວິດ ຢູ່ດາວພະອັງຄານ


ພາບສາທິດໃຫ້ເຫັນຍານອາວະກາດແມ່ Trace Gas Orbiter ຂອງໂຄງການ ExoMars ໂຄຈອນເຂົ້າໄປໃກ້ ດາວພະອັງຄານ ເພື່ອຈະລົງຈອດຢູ່ທີ່ນັ້ນ, ໃນຂະນະທີ່ຍານສໍາຫລວດ Schiaparelli ກໍາລັງຈະເຂົ້າໄປສູ່ດາວພະອັງຄານໃນເດືອນຕຸລາ ປີ 2016.

ການຄົ້ນຄວ້າ​ກ່ຽວກັບ​ດາວພະອັງຄານ​ບໍ່​ໄດ້​ດໍາ​ເນີນ​ໄປ​ໂດຍ​ປາສຈາກການ​ຂາດຕົກ
ບົກຜ່ອງ ​ແຕ່​ຢ່າງໃດ​ກໍ​ຕາມ ສະພາບ​ການ​ນັ້ນ ກໍ​ບໍ່​ໄດ້​ເຮັດ​ໃຫ້​ນັກວິທະຍາສາດ​ລົດ​
ລະ​ຄວາມ​ພະຍາຍາມ ທີ່​ຈະ​ຫາ​ຄໍາ​ຕອບສໍາລັບຄໍາ​ຖາມ​ທີ່​ສໍາຄັນ​ອັນ​ນຶ່ງ​ໃນ​ຫລາຍໆ
ອັນ ຊຶ່ງ​ນັ້ນກໍ​ຄື ດາວ​ນົບພະ​ເຄາະ​ສີ​ແດງໜ່ວຍນີ້ມີ​ສິ່ງທີ່​ມີ​ຊີວິດ​ອາ​ໄສ​ຢູ່​ ​ຫລືບໍ່? ຖ້າ
​ຫາກ​ຄໍາ​ຕອບເປັນ​ໄປ​ໃນ​ທາງ​ບວກ ​ກໍ​ສະ​ແດງ​ວ່າ ບໍ່ມີ​ແຕ່ພວກ​ເຮົາ​ເທົ່າ​ນັ້ນ ທີ່​ອາ​ໄສ
ຢູ່​ໃນ​ຈັກກະວານ​ນີ້. ພວກ​ນັກວິທະຍາສາດ ທີ່ອົງການ​ອາ​ວະ​ກາດ​ຂອງ​ຢູ​ໂຣບ ຫລື
ESA ​ໄດ້ຢຸດເຊົາ​ສຸມ​ຄວາມ​ສົນ​ໃຈຕໍ່​ອຸປະຕິ​ເຫດຍານບັນທຸກ​ເຄື່ອງ​ໃນ​ປີ​ກາຍ​ນີ້​ແລ້ວ ​
ໂດຍ​ໄດ້ກະກຽມ​ເອົາ​ຍານ​ອາ​ວະ​ກາດ​ແມ່ເຂົ້າສູ່​ວົງໂຄຈອນ ​ເພື່ອ​ເລີ້ມຊອກ​ຫາ​ອາຍ
​ແກັສ ທີ່​ກ່ຽວຂ້ອງ​ກັບ​ສິ່ງ​ທີ່​ມີ​ຊີວິດ.

ESA ​ກັບ Roscosmos ຂອງອົງການ​ອາ​ວະ​ກາດສະຫະພັນຣັດ​ເຊຍ​ຢູ່​ດາວ​ພະ​ອັງ
ຄານ ໃນ​ປີ 2016 ນັ້ນ ບໍ່​ໄດ້​ສິ້ນສຸດ​ລົງ​ຢ່າງ​ສໍາ​ເລັດ​ຜົນ​. ຍານ​ ສໍາ​ຫລວດ​
Schiaparelli ​ໄດ້​ພັງທະລາຍເວລາລົງ​ຈອດ​ ​ແລະ​ບໍ່​ໄດ້​ສົ່ງ​ສັນຍານໃດໆມາໃຫ້ ຊາບ​
ເລີຍ.

​ແຕ່​ວ່າຍານອາ​ວະ​ກາດ​ແມ່ Trace Gas Orbiter, ຍັງ​ສາມາດ​ປະຕິບັດ​ງານ​ໄດ້​ຢ່າງ​
ເຕັມ​ສ່ວນຢູ່. ພາຍຫລັງ​ທີ່​ໄດ້​ທົດ​ລອງ​ ອຸປະກອນ​ຂອງ​ຕົນ, ພວກ​ນັກວິທະຍາສາດ​
ປັດຈຸບັນ​ກໍາລັງ​ກຽມ​ເລີ້ມຊອກ​ຫາ​ແຫ​ລ່ງທີ່​ມາ​ຂອງແກັສ​ມີ​ເທ​ນ (methane) ​ແລະ​ອາຍ​ແກັສອື່ນໆ ຢູ່​ເທິງໜ້າດິນ​ດາວ​ພະ​ອັງຄານນັ້ນຢູ່.

​ໂດຍທີ່ໂຄຈອນຢູ່ຫ່າງ ໃນ​ໄລຍະ 400 ກິ​ໂລ​ແມັດ​ ຈາກ​ດາວ​ອັງ​ຄານ ຍານ​ດັ່ງກ່າວຈະ
ຕ້ອງ​ມີ​ວິທະຍາສາດ​ແບບສະຫລັບຊັບຊ້ອນ​ບາງ​ຢ່າງ. ທ່ານ JORGE VAGO ນັກວິທະຍາສາດ​ຈາກ​ໂຄງການ EXOMARS ​ໃຫ້ຄໍາ​ເຫັນ​ວ່າ:
"ສະນັ້ນ, ​ແທ້ໆ​ແລ້ວ ມັນ​ຈະ​ຕ້ອງ​ແມ່ນ​ວຽກຂອງນັກສືບຊັ້ນຍອດ Sherlock
Holmes ​ທີ່ຈະເກັບ​ກໍາເອົາ​ຂໍ້​ມູນຕ່າງໆມາ​ອ້າງ​ອີງ​ໃຫ້​ເຊື່ອ​ໄດ້​ວ່າ ມັນ​ແມ່ນ ການ
​ເຄື່ອນ​ໄຫວ​ທາງ​ດ້ານທໍລະນີວິທະຍາບໍ່ ຫລື​ວ່າ ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ຊີວະ​
ສາດຂອງ​ຍານ​ດັ່ງກ່າວ ທີ່ມີໜ້າທີ່​ຮັບຜິດຊອບ​ໃນ​ການ​ຊອກ​ຄົ້ນຫາ​ທາດ​ມີ​ເທ​ນ (methane)."

ພ້ອມ​ກັນນັ້ນ ມັນ​ກໍຕ້ອງ​ມີ​ກົນລະຍຸດ​ອັນ​ສະຫລັບຊັບຊ້ອນບາງຢ່າງ. ຍານ​ໂຄຈອນ
ອ້ອມຮອບ Orbiter ບິນ​ໄວ​ເກີນ​ໄປ ຈຶ່ງບໍ່ສາມາດ​ສ່ອງ​ກວດ​ເບິ່ງ​ໜ້າດິນ​ຂອງ​ດາວ​
ພະ​ອັງຄານ​ໄດ້ ສະນັ້ນ ​ເຄື່ອງ​ຄວບ​ຄຸມ​ການ​ປະຕິບັດ​ງານ ຈຶ່ງ​ຕ້ອງ​ໄດ້​ເຮັດ​ໃຫ້​ຍານ​
ດັ່ງກ່າວ​ເຄື່ອນຊ້າ​ລົງ ​ແລະ​ປ່ຽນແບບໂຄຈອນ​ຂອງ​ມັນ​ຈາກ ວົງໂຄຈອນ​ຕາມຮູບ​ກະ
ສວຍ ມາເປັນ​ການ​ໂຄ​ຈອນ​ແບບ​ຮູບວົງມົນ​.

​ໃນ​ການ​ພະຍາຍາມ​ປະຢັດ​ນໍ້າມັນ​ໃສ່​ເຄື່ອງ​ຈັກ​ຂອງ​ຈະ​ຫລວດ ທີ່​ໃຊ້ໃນ​ການ​ເຈາະ
ພວກ​ນັກ​ວິທະຍາສາດຈຶ່ງໄດ້ຕັດສິນ​ໃຈ​ໃຊ້​ບັນຍາກາດ​ທີ່​ປ່ຽນຢູ່​ຕະຫລອດ​ນັ້ນ ​ເຮັດ
​ໃຫ້​ຍານ​ໂຄຈອນ ຫລຸດຜ່ອນ​ຄວາມ​ໄວ​ລົງ. SILVIA SANGIORGI ຮອງຜູ້​ຈັດການ
ດ້ານ​ການ​ປະຕິບັດ​ງານ ​ເວົ້າວ່າ:
"​ເພື່ອ​ໃຫ້​ແນ່​ໃຈ​ວ່າ ໃນ​ກໍລະນີ​ທີ່​ພວກ​ເຮົາ ຢູ່​ບັນຍາກາດທີ່ມີ​ຄວາມໜາ​ແໜ້ນສູງ
ຢູ່ລະດັບ​ຄວາມ​ສູງ​ສຸດທີ່​ພວກ​ເຮົາ​ບິນ​ໄປ​ເຖິງ ພວກ​ເຮົາກໍ​ຍັງຈະມີ​ຄວາມ​ປອດ​ໄພ
ຢູ່ໃນ​ການ​ໃຊ້​ຍານ​ອາ​ວະ​ກາດ​."


ຍານ Orbiter ຄວນ​ເລີ້ມສົ່ງການ​ວັດ​ແທກ​ອາຍ​ແກັສ ຢູ່​ດາວ​ອັງຄານ ຄັ້ງທໍາ​ອິດ​ຂອງ​
ມັນ ​ມາໃຫ້ພວກເຮົາຊາບໃນ​ທ້າຍປີນີ້.

​ໃນ​ຂະນະ​ດຽວກັນ ພວກ​ນັກ​ວິສະວະກອນ ຈາກ​ອົງການ​ອາ​ວະ​ກາດ​ຂອງ​ຢູ​ໂຣບ ​
ແລະຣັດ​ເຊຍ ກໍກໍາລັງ​ພາກັນ​ຫ້າວ​ຫັນສ້າງຍານ​ສໍາ​ຫລວດ​ເທິງອາ​ວະ​ກາດລຸ້ນ​ໃໝ່
ທີ່​ຄວນ​ບິນ​ໄປ​ຫາ​ດາວ​ພະອັງຄານ​ໄດ້​ໃນ​ປີ 2020 ​ແລະ​ກໍ​ກໍາລັງ​ຊອກ​ຫາ​ບ່ອນ​ລົງ​
ຈອດ​ທີ່​ດີ​ທີ່​ສຸດ. ທ່ານ JORGE VAGO ກ່າວ​ເພີ້ມ​ເຕີມ​ວ່າ:
"ບ່ອນ​ທີ່ພວກ​ເຮົາ​ເຫັນ​ວ່າ​ມີ​ນໍ້າ​ແຫລວໆ ຢູ່​ຫັ້ນ​ມາ​ໄດ້​ຫລາຍໆຮ້ອຍ​ລ້ານ​ປີ​ແລ້ວ ​
ແລະ​ພວກ​ເຮົາ​ຢາກ​ໃຫ້​ນໍ້າ​ແຫລວ ​ເປັນ​ແບບ​ດຽວກັນກັບ​ທີ່​ພວກ​ເຮົາ​ເອີ້ນວ່າ ນໍ້າ
​ທີ່​ມີ​ພະລັງໜ້ອຍ ຫລື​ໄຫລ​ຊ້າໆ ຄືກັນ​ກັບ​ຢູ່​ໃນ​ຄອງ​ນໍ້າຢູ່​ນະຄອນ Amsterdam
ນັ້ນ."


ພວກ​ນັກວິທະຍາສາດພາກັນ​ຕັ້ງຂໍ້​ສົມມຸດຖານຂຶ້ນມາ​ວ່າ ສະພາບ​ຢູ່​ເທິງໜ້າດິນ
ຂອງ​ດາວ​ພະອັງຄານ​ໃນ​ຫລາຍໆ ຕື້ປີ​ກ່ອນນັ້ນ ແມ່ນເປັນ​ຄື​ກັນ​ກັບ​ສະພາບ​ໃນ
ໜ່ວຍ​ໂລກ ໃນຕອນ​ທີ່​ເລີ້ມຕົ້ນສິ່ງ​ທີ່​ມີ​ຊີວິດ​ອາ​ໄສ​ຢູ່ໃໝ່ໆ​ນັ້ນ.

ເບິ່ງວີດິໂອນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG