ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

'ເຮັດໃຫ້ອາເມຣິກາ ສະຫຼາດອີກເທືື່ອນຶ່ງ' ແມ່ນຄຳຂວັນ ຂອງການໂຮມຊຸມນຸມ ເພື່ອວິທະຍາສາດ ສຫລ


ຜູ້ບໍລິຫານໃຫຍ່ ຂອງອົງການ Cool Effect ທ່ານນາງ ມາຣີຊາ ເດີ ແບລໂລຍ (Marisa de Belloy), ຢູ່ກາງ, ຜູ້ສ້າງຕັ້ງຮ່ວມ ຂອງອົງການ Cool Effect ທ່ານນາງ ດີ ລໍເຣັນສ໌
(Dee Lawrence), ກາງຈາກຂວາ, ຜູ້ອຳນວຍການ ຝ່າຍການ
ຕະຫຼາດ ຂອງອົງການ Cool Effect ທ່ານນາງ ໂຈດີ ແມນນິງ (Jodi Manning), ຂວາ, ແລະ ບັນດາຜູ້ສະໜັບສະໜູນ ທີ່ເຂົ້າຮ່ວມໃນການໂຮມຊຸມນຸມ ເມື່ອວັນທີ 14 ເມສາ 2018, ໃນນະຄອນຫຼວງ ວໍຊິງຕັນ ດີ ຊີ.
ຜູ້ບໍລິຫານໃຫຍ່ ຂອງອົງການ Cool Effect ທ່ານນາງ ມາຣີຊາ ເດີ ແບລໂລຍ (Marisa de Belloy), ຢູ່ກາງ, ຜູ້ສ້າງຕັ້ງຮ່ວມ ຂອງອົງການ Cool Effect ທ່ານນາງ ດີ ລໍເຣັນສ໌ (Dee Lawrence), ກາງຈາກຂວາ, ຜູ້ອຳນວຍການ ຝ່າຍການ ຕະຫຼາດ ຂອງອົງການ Cool Effect ທ່ານນາງ ໂຈດີ ແມນນິງ (Jodi Manning), ຂວາ, ແລະ ບັນດາຜູ້ສະໜັບສະໜູນ ທີ່ເຂົ້າຮ່ວມໃນການໂຮມຊຸມນຸມ ເມື່ອວັນທີ 14 ເມສາ 2018, ໃນນະຄອນຫຼວງ ວໍຊິງຕັນ ດີ ຊີ.

ການເດີນຂະບວນປະທ້ວງເພື່ອວິທະຍາສາດປະຈຳປີ ຄັ້ງທີສອງ ໄດ້ຈັດຂຶ້ນຢູ່ທີ່ສະໜາມ
ຫຼວງແຫ່ງຊາດ ໃນນະຄອນຫຼວງວໍຊິງຕັນ ຂອງສະຫະລັດ ໃນວັນເສົາວານນີ້ ແລະ ພິທີ
ທີ່ຄ້າຍຄືກັນນີ້ ກໍໄດ້ຖືກຈັດຂຶ້ນ ຢູ່ຫຼາຍກວ່າ 200 ແຫ່ງ ຢູ່ທົ່ວໂລກ.

ຫຼາຍພັນຄົນ ໄດ້ເຂົ້າຮ່ວມ ໃນພິທີ ທີ່ເປັນຫລັກ ຢູ່ໃນນະຄອນຫຼວງວໍຊິຕັນ ແຕ່ຈຳນວນ
ຄົນທີ່ອອກມາຮ່ວມ ແມ່ນເຫັນວ່າ ມີໜ້ອຍກວ່າປີກາຍນີ້.

ການເດີນຂະບວນປະທ້ວງ ຂອງວັນເສົາວານນີ້ ໄດ້ມີຂຶ້ນ ຫຼັງຈາກ ເກີດຄວາມປັ່ນປ່ວນ
ໃນນະໂຍບາຍດ້ານວິທະຍາສາດ ພາຍໃຕ້ຄະນະລັດຖະບານຂອງທ່ານທຣຳ. ການປ່ຽນ
ແປງຕ່າງໆ ທີ່ກ່ຽວຂ້ອງກັບດ້ານວິທະຍາສາດ ຈາກທຳນຽບຂາວ ແມ່ນລວມທັງການ
ຖອນສະຫະລັດ ອອກຈາກສັນຍາປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງ
ໂລກແລະ ການຕໍ່ສູ້ ເພື່ອນຳຄືນມາພວກໂຮງງານພະລັງໄຟຟ້າທີ່ໃຊ້ຖ່ານຫີນ. ວໍຊິງຕັນ
ຍັງສະແຫວງຫາ ການຫລຸດຜ່ອນລະບຽບການຕ່າງໆໃນດ້ານສິ່ງແວດລ້ອມຢູ່.

ພວກທີ່ເຂົ້າຮ່ວມ ເຮັດປ້າຍຕ່າງໆ ສະແດງໃຫ້ເຫັນ ການປ່ຽນແປງຂອງສະພາບອາກາດ ໃນດ້ານວິທະຍາສາດ ຢູ່ທີ່ ງານວາງສະແດງ ຜົນໂລກເຢັນລົງ ໃນລະຫວ່າງ ການເດີນຂະບວນ ເພື່ອວິທະຍາສາດ ເມື່ອວັນເສົາ ທີ 14 ເມສາ 2018, ໃນນະຄອນຫຼວງ ວໍຊິງຕັນ, ດີ ຊີ.
ພວກທີ່ເຂົ້າຮ່ວມ ເຮັດປ້າຍຕ່າງໆ ສະແດງໃຫ້ເຫັນ ການປ່ຽນແປງຂອງສະພາບອາກາດ ໃນດ້ານວິທະຍາສາດ ຢູ່ທີ່ ງານວາງສະແດງ ຜົນໂລກເຢັນລົງ ໃນລະຫວ່າງ ການເດີນຂະບວນ ເພື່ອວິທະຍາສາດ ເມື່ອວັນເສົາ ທີ 14 ເມສາ 2018, ໃນນະຄອນຫຼວງ ວໍຊິງຕັນ, ດີ ຊີ.

​ຜູ້ປະທ້ວງຄົນນຶ່ງ ໄດ້ຖືປ້າຍອັນນຶ່ງ ທີ່ກ່າວວ່າ “ເຮັດໃຫ້ອາເມຣິກາສະຫຼາດຄືນອີກ
ເທື່ອນຶ່ງ”
--ເຊິ່ງເປັນການລໍ້ຫລິ້ນ ຕໍ່ຄຳຂວັນໂຄສະນາຫາສຽງຂອງທ່ານປະທານາທິບໍດີ
ທີ່ວ່າ “ເຮັດໃຫ້ອາເມຣິກາຍິ່ງໃຫຍ່ອີກເທື່ອນຶ່ງ.”

ທ່ານເດວິດ ທິດລີ ພົນຕີທະຫານເຮືອ ຜູ້ທີ່ໄດ້ອອກກິນເບ້ຍບຳນານແລ້ວ ກ່າວບອກຝຸງ
ຄົນຢູ່ໃນ ນະຄອນຫຼວງວໍຊິງຕັນວ່າ “ວິທະຍາສາດ ແມ່ນສິ່ງທີ່ໄຈ້ແຍກຄວາມຈິງ ຈາກ
ຄວາມຫລອກລວງ ຄວາມເຂົ້າໃຈຜິດ ແລະ ຄວາມບ້າຄັ້ງຫລົງໃຫລທັງຫຼາຍ.”
ທ່ານ
ທິດລີ ຜູ້ທີ່ນຳພາກອງກຳລັງພິເສດຂອງກອງທັບເຮືອສະຫະລັດ ທີ່ສຶກສາກ່ຽວກັບການ
ປ່ຽນແປງ ຂອງດິນຟ້າອາກາດ ໄດ້ກ່າວຕື່ມວ່າ “ຖ້າພວກເຮົາບໍ່ເອົາຫົວຊາ ແລະ ໝິ່ນ
ປະມາດ ວິທະຍາສາດແລ້ວ ຖ້າພວກເຮົາເຮັດເຊັ່ນນັ້ນ ມັນກໍຈະເປັນພິດໄພ ແກ່ຕົວ
ພວກເຮົາເອງ.”

ແຕ່ບັນດາຜູ້ຈັດການເດີນຂະບວນ ກ່າວວ່າ ການໂຈມຕີຕໍ່ວິທະຍາສາດ ບໍ່ໄດ້ເລີ່ມຕົ້ນ
ກັບຄະນະລັດຖະບານ ທ່ານທຣຳ. ເປັນເວລາຫຼາຍທົດສະວັດມາແລ້ວ ທີ່ພວກເຂົາເຈົ້າ
ກ່າວວ່າ ອຸດົມຄະຕິ ໄດ້ແຊງໜ້າ ຫລັກຖານກ່ຽວກັບບັນຫາຕ່າງໆ ໃນດ້ານສຸຂະພາບ
ຂອງພວກແມ່ຍິງ ຄວາມຮຸນແຮງໃນການໃຊ້ປືນ ແລະ ຫົວຂໍ້ອື່ນໆ ທີ່ເປັນບັນຫາຖົກ
ຖຽງກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG