ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະນັກງານປະຈຳແຂວງ ຫຼາຍໆຄົນ ຍັງບໍ່ທັນໄດ້ຮັບເງິນເດືອນ ນັບແຕ່ເດືອນພຶດສະພາ ເປັນຕົ້ນມາ


ພະນັກງານທະນາຄານ ກຳລັງນັບເງິນກີບລາວ.
ພະນັກງານທະນາຄານ ກຳລັງນັບເງິນກີບລາວ.

ພະນັກງານລັດຖະບານລາວຈຳນວນຫຼາຍ ໃນແຂວງຕ່າງໆ ຍັງບໍ່ມັນໄດ້ຮັບ ເງິນເດືອນ
ຕາມປົກກະຕິ ນັບແຕ່ເດືອນພຶດສະພາ ເປັນຕົ້ນມາ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກ
ບາງກອກ.

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີແລະລັດຖະມົນຕີວ່າການກະຊວງ ການເງິນ
ຖະແຫຼງຍອມຮັບວ່າ ມີພະນັກງານຂອງລັດຖະບານລາວ ຈຳນວນ ຫຼາຍໃນຂັ້ນແຂວງທົ່ວ
ປະເທດ ທີ່ຍັງບໍ່ທັນໄດ້ຮັບເງິນເດືອນຢ່າງເປັນປົກກະຕິ ນັບແຕ່ເດືອນພຶດສະພາ 2020
ເປັນຕົ້ນມາແລ້ວ ເນື່ອງຈາກວ່າບັນດາແຂວງ ສ່ວນໃຫຍ່ ຈັດເກັບລາຍຮັບໄດ້ ຕໍ່າກວ່າ
ແຜນການທີ່ວາງໄວ້ ອັນເປັນຜົນກະ ທົບໂດຍຕົງ ຈາກການລະບາດຂອງເຊື້ອໄວຣັສ
COVID-19 ຈຶ່ງເຮັດໃຫ້ລັດ ຖະບານຕ້ອງໃຫ້ການຊ່ວຍເຫຼືອດ້ານງົບປະມານຢ່າງຮີບ
ດ່ວນ ຫາກບໍ່ສະນັ້ນ ກໍຈະກະທົບຕໍ່ການບໍລິຫານງານໃນແຂວງຢ່າງຫລີກລ່ຽງບໍ່ໄດ້ ດັ່ງ
ທີ່ທ່ານສົມ ດີ ຢືນຢັນວ່າ:

“ຈະຕ້ອງໄດ້ມີການຄົ້ນຄວ້າກົນໄກ ດຸນດ່ຽງໃຫ້ແກ່ງົບປະມານ ຂອງທ້ອງຖິ່ນຈະເຮັດ
ແນວໃດເພື່ອໃຫ້ທ້ອງຖິ່ນນີ້ມີງົບປະມານສາມາດຮັບໃຊ້ເບີກເງິນເດືອນ ເງິນນະໂຍບາຍ
ທີ່ຈຳເປັນ ໃຫ້ແກ່ພະນັກງານໃນທ້ອງຖິ່ນຫັ້ນ ອີງຕາມຂໍ້ມູນທີ່ ພວກຂ້າພະເຈົ້າໄດ້ຮັບໃນ
ປີນີ້ ກະເຫັນວ່າຫຼາຍທ້ອງຖິ່ນກະປະຕິບັດແຜນຮັບ ນີ້ກະໄດ້ຕໍ່າ ສະນັ້ນກະສິໃຫ້ຂາດແຫຼ່ງ
ທຶນເພື່ອເບີກເງິນເດືອນ ສະນັ້ນຂັ້ນສູນ ກາງກໍຈະຕ້ອງໄດ້ຊ່ວຍດຸນດ່ຽງແຫຼ່ງທຶນ ໃຫ້ທ້ອງ
ຖິ່ນເພື່ອສະໜັບສະໜູນ ໃຫ້ ເຂົາເຈົ້າສາມາດເຄື່ອນໄຫວ ໄດ້ໂດຍພື້ນຖານ.”

ແຕ່ຢ່າງໃດກໍດີໃນ 6 ເດືອນຕົ້ນປີ 2020 ການຈັດເກັບລາຍຮັບຂອງລັດ ຖະບານລາວ ກໍ
ປະຕິບັດໄດ້ຕໍ່າກວ່າເປົ້າໝາຍທີ່ວາງໄວ້ ຍ້ອນຜົນກະທົບ ຈາກການລະບາດ ຂອງເຊື້ອ
ໂຄວິດ-19 ທັງຍັງເຮັດໃຫ້ຄາດໝາຍໄດ້ວ່າ ການຈັດເກັບລາຍຮັບຂອງລັດຖະບານໃນຕະ
ຫຼອດປີ 2020 ຈະປະຕິບັດ ໄດ້ຕໍ່າກວ່າແຜນການທີ່ວາງໄວ້ ຄິດເປັນມູນຄ່າລວມເຖິງ
6,322 ຕື້ກີບ ໂດຍສະເພາະແມ່ນລາຍຮັບຊ່ວຍສາອາກອນນັ້ນ ຖືເປັນພາກສ່ວນທີ່ຖືກ
ກະທົບຫຼາຍທີ່ສຸດ ທັງຍັງປາກົດວ່າມີພະນັກງານພາສີຈໍານວນບໍ່ໜ້ອຍທີ່ ປະຕິບັດງານ
ໂດຍທຸດຈະລິດ ໃນໜ້າທີ່ຂອງພວກຕົນອີກດ້ວຍ.

ທັ້ງນີ້ລັດຖະບານລາວ ໄດ້ປັບຫລົດງົບລົງທຶນພັກລັດລົງ 50 ເປີເຊັນ ໃນ ແຜນການພັດ
ທະນາເສດຖະກິດສັງຄົມ ໃນປິ 2020 ເພາະວ່າ ການລະ ບາດຂອງໄວຣັສ COVID-19
ເຮັດໃຫ້ການຈັດເກັບລາຍຮັບ ຈາກພາສີ ອາກອນຕ່າງໆບໍ່ໄດ້ຕາມເປົ້າໝາຍທີ່ວາງໄວ້
ຈຶ່ງມີງົບປະມານບໍ່ພຽງພໍກັບ ຄວາມຕ້ອງການໂຕຈິງ ຈຶ່ງຕ້ອງໂຈະແລະເລື່ອນການຈັດ
ຕັ້ງປະຕິບັດຫຼາຍ

ໂຄງການອອກໄປໃນປີ 2021 ໃຫ້ຄົງໄວ້ສະເພາະໂຄງການທີ່ສໍາຄັນໆ ທີ່ ເປັນການ
ຮ່ວມມືແລະໄດ້ຮັບການຊ່ວຍເຫຼືອດ້ານເງິນທຶນຈາກຕ່າງປະເທດ ເທົ່ານັ້ນ.

ນອກຈາກນີ້ການລະບາດຂອງເຊື້ອໄວຣັສ COVID-19 ກໍຍັງເຮັດໃຫ້ເສດ ຖະກິດລາວ
ເກີດການເສຍຫາຍຄິດເປັນມູນຄ່າຫຼາຍກວ່າ 7,000 ຕື້ກີບ ເພາະການປະກາດຄໍາສັ່ງ
ເລກທີ່ 06 ຂອງນາຍົກລັດຖະມົນຕີວ່າດ້ວຍມາດ ຕະການສະກັດກັ້ນການລະບາດຂອງ
ເຊື້ອໄວຣັສ COVID-19 ທີ່ໃຊ້ບັງຄັບ ນັບແຕ່ວັນທີ 1 ເມສາ ໄດ້ເຮັດໃຫ້ ບໍ່ມີນັກທ່ອງ
ທ່ຽວຊາວຕ່າງຊາດເດີນທາງ ເຂົ້າມາໃນລາວ ສ່ວນການປິດດ່ານຊາຍແດນທົ່ວປະເທດ
ກໍຍັງໄດ້ສົ່ງຜົນກະທົບ

ຕໍ່ການຄ້າ ແລະການຂົນສົ່ງສິນຄ້າ ລະຫວ່າງລາວກັບຕ່າງປະເທດອີກດ້ວຍ ພາຍໃຕ້
ສະພາບການດັ່ງກ່າວ ຈຶ່ງເຮັດໃຫ່້ລັດຖະບານລາວຕ້ອງປັບຫລົດຄາດ ໝາຍການເຕີບ
ໂຕ ທາງເສດຖະກິດ ຈາກລະດັບ 6.5 ເປີເຊັນ ລົງມາເປັນບໍ່ ເກີນ 3.6 ປີເຊັນ ໃນຕະ
ຫຼອດປີ 2020.

ສ່ວນກອງທຶນການເງິນສາກົນ (IMF) ກໍໄດ້ປັບຫລົດຄາດໝາຍການເຕີບໂຕ ທາງເສດ
ຖະກິດໃນລາວ ຈາກລະດັບ 6.2 ເປີເຊັນ ລົງມາເປັນ 0.7 ເປີເຊັນ ໃນປີ 2020 ທັງເປັນ
ຄາດໝາຍທີ່ຕໍ່າກວ່າທະນາຄານພັດທະນາເອເຊຍ (ADB) ທີ່ປັບຫລົດຄາດໝາຍການ
ຂະຫຍາຍໂຕ ທາງເສດຖະກິດຂອງລາວ ຈາກ 6.2 ເປີເຊັນ ລົງມາເປັນ 3.5 ເປີເຊັນ
ເພາະຖືກກະທົບຈາກການ ລະ ບາດຂອງເຊື້ອໄວຣັສ COVID-19 ດັ່ງກ່າວ ທັງນີ້ພາກ
ບໍລິການ ແລະທ່ອງ ທ່ຽວ ພາກກະສິກຳ ແລະພາກອຸດສາຫະກຳ ຈະຂະຫຍາຍໂຕພຽງ
1.3 ເປີ ເຊັນ ກັບ 2.5 ເປີເຊັນ ແລະ 5.7 ເປີເຊັນ ຕາມລໍາດັບ ນອກຈາກນີ້ລັດຖະບານ
ລາວ ກໍຍັງຈະຕ້ອງຜະເຊີນກັບບັນຫາຂາດດູນບັນຊີເງິນຕາຕ່າງປະເທດ ເຖິງ 9.4 ເປີ
ເຊັນ ຂອງ GDP ໃນປີ 2020 ຊື່ງຈະເຮັດໃຫ້ ມີທຶນສໍາລອງ ເງິນຕາຕ່າງປະເທດບໍ່ເຖິງ
1,000 ລ່້ານໂດລາສະຫະລັດ ເທົ່າກັບ ການນຳ ເຂົ້າສິນຄ້າຈາກຕ່າງປະເທດໄດ້ພຽງ
ບໍ່ເຖິງ 2 ເດືອນເທົ່ານັ້ນ.

XS
SM
MD
LG