ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໕ ຕຸລາ ໒໐໒໔

ນັກສຶກສາລາວ ຫຼາຍຄົນບໍ່ສາມາດກັບຄືນໄປຮຽນຕໍ່ ມະຫາວິທະຍາໄລໃນຈີນ ຍ້ອນຄ່າໃຊ້ຈ່າຍ ທີ່ກ່ຽວຂ້ອງກັບ Covid-19 ສູງເກີນໄປ


ມະຫາວິທະຍາໄລແຫ່ງຊາດລາວ ດົງໂດກ ສະຖາບັນຂົງຈື ທີ່ຈີນ ໃຫ້ການຊ່ອຍເຫຼືອປຸກສ້າງໃຫ້ແກ່ລາວ
ມະຫາວິທະຍາໄລແຫ່ງຊາດລາວ ດົງໂດກ ສະຖາບັນຂົງຈື ທີ່ຈີນ ໃຫ້ການຊ່ອຍເຫຼືອປຸກສ້າງໃຫ້ແກ່ລາວ

ນັກສຶກສາລາວສ່ວນຫຼາຍທີ່ໄປຮຽນໃນຈີນນັ້ນ ໄດ້ຕັດສິນໃຈບໍ່ກັບຄືນໄປຮຽນຕໍ່ ໃນມະຫາວິທະຍາໄລຂອງເຂົາເຈົ້າ ຍ້ອນບັນຫາຄ່າໃຊ້ຈ່າຍ ທີ່ກ່ຽວຂ້ອງກັບນະໂຍບາຍ ຄວບຄຸມພະຍາດໂຄວິດ-19 ທີ່ເຄັ່ງຄັດ ຊຶ່ງເອີ້ນກັນວ່າ ນະໂຍ ບາຍໂຄວິດສູນກໍລະນີ ຫລື Zero-Covid Policy ຂອງລັດຖະບານຈີນທີ່ຍັງສືບຕໍ່ໃຊ້ຢູ່ ດັ່ງການໃຫ້ສໍາພາດຂອງນັກສຶກສາລາວ ທີ່ບໍ່ຢາກກັບໄປຮຽນຕໍ່ ໃນຈີນ ແລະ ຄໍາເຫັນຂອງເຈົ້າໜ້າທີ່ໃນກະຊວງສຶກສາຂອງລາວ ຊຶ່ງໄຊ​ຈະ​ເລີນ​ສຸກ ມີລາຍລະອຽດກ່ຽວກັບເລື້ອງນີ້ ຈາກ​ນັກ​ຂ່າວ​ຂອງ​ພວກ​ເຮົາ ມາສະເໜີ ທ່ານໃນອັນດັບຕໍ່ໄປ.

ການລະບາດຂອງພະຍາດໂຄວິດ-19 ທີ່ເລີີ້ມຕົ້ນຂຶ້ນຢູ່ເມືອງວູຫານຂອງຈີນ ໃນ ທ້າຍປີ 2019 ນັ້ນໄດ້ເຮັດໃຫ້ເກືອບທຸກປະເທດໃນໂລກພາກັນຮີບຮ້ອນຫາທາງ ສະກັດກັ້ນ ໂດຍນໍາໃຊ້ນະໂຍບາຍໂຄວິດ ສູນກໍລະນີ ຫລື Zero-Covid. ມັນເປັນຍຸດທະສາດແນໃສ່ “ຄວບຄຸມແລະສະກັດກັ້ນການແຜ່ລະບາດຂອງພະຍາດ ໃນລະດັບເຄັ່ງຄັດທີ່ສຸດ”. ໃນນັ້ນ ແມ່ນໃຊ້ມາດຕະການສາທາລະນະສຸກ ເຊັ່ນການທາວຫາຜູ້ສໍາພັດກັບຜູ້ຕິດເຊື້ອ, ການກວດຫາເຊື້ອໄວຣັສໂຄໂຣນາ ແກ່ຝູງຊົນເປັນຈໍານວນຫລາຍ, ການຕັ້ງສູນກັກກັນລວມໝູ່ຢູ່ຫຼາຍແຫ່ງ, ປິດເຂດບ້ານ, ປິດເຂດເມືອງ ທີ່ມີກໍລະນີລະບາດເກີດຂຶ້ນ ແລະປິດປະເທດ ເພື່ອບໍ່ໃຫ້ມີການແຜ່ລະບາດໃນຊຸມຊົນ. ແຕ່ຕົກມາຮອດທ້າຍປີ 2021 ເມື່ອຫລາຍປະເທດໃນໂລກໄດ້ສັກຢາຢ່າງເຕັມສ່ວນໃຫ້ປະຊາຊົນຂອງຕົນໄດ້ ຢູ່ໃນລະດັບໃດນຶ່ງແລ້ວ ເຊັ່ນສະຫະລັດ ແລະປະເທດຕາເວັນຕົກອື່ນໆ ກໍເລີ້ມເປີດຊາຍແດນໃຫ້ແກ່ ພວກເດີນທາງມາຈາກຕ່າງປະເທດເຂົ້າໄປໄດ້. ແຕ່ກົງກັນຂ້າມມາຮອດປັດຈຸບັນ ປະເທດຈີນ ຍັງນໍາໃຊ້ນະໂຍບາຍນີ້ຢູ່ ເຖິງແມ່ນວ່າຈໍານວນກໍລະນີຄົນຕິດພະຍາດຂອງປະເທດນັ້ນ ມີຈໍານວນໜ້ອຍ ແລະທ່າອ່ຽງຫລຸດລົງກໍຕາມ.

ສະພາບການນີ້ ໄດ້ເຮັດໃຫ້ນັກສຶກສາຈໍານວນຫລວງຫລາຍທີ່ມາຈາກປະເທດທີ່ ມີລາຍໄດ້ຕໍ່າ ເຊັ່ນລາວ ແລະ ບໍ່ມີທຶນການສຶກສາຈາກລັດຖະະບານຈີນ ແລະ ມະຫາວິທະຍາໄລຂອງຈີນນັ້ນ ບໍ່ສາມາດຈະກັບໄປສຶກສາໃນປະເທດນັ້ນຄືນໄດ້ ເພາະຕ້ອງຮັບຜິດຊອບຄ່າໃຊ້ຈ່າຍເອງ ນັບທັງການກວດໂຄວິດໃນປະເທດຈີນອີກດ້ວຍ, ອີງຕາມການໃຫ້ສໍາພາດຂອງນັກສຶກສາສາວລາວ ນະຄອນວຽງຈັນຄົນນຶ່ງທີ່ຖືກໂຮງຮຽນຮ້ອງຄືນໃຫ້ໄປສືບຕໍ່ຮໍ່າຮຽນ ທີ່ມະຫາໄລແຂວງບູນານ ເມືອງຊານຊາ ໃນສາຂາວິສະວະກໍາ ສິ່ງແວດລ້ອມເລົ່າສູ່ຟັງວ່າ: (ນັກສຶກສາລາວທີ່ກໍາລັງຈະກັບໄປໂຮງຮຽນ)

“ອັນດຽວນີ້ເພິ່ນເປີດໃຫ້ໂຮງຮຽນ ແຕ່ລະໂຮງຮຽນກັບໄປແລ້ວ ແລະຕອນນີ້ຊຸດນຶ່ງ ມີຫລາຍໂຮງຮຽນແລ້ວທີ່ກັບໄປ ແລ້ວເພິ່ນໃຫ້ກັກຕົວກ່ອນ ທຳອິດເພິ່ນໃຫ້ເອົາໃບຢັ້ງຢືນຈາກໂຮງຮຽນມາ ວ່າເພິ່ນໃຫ້ອະນຸຍາດຂໍກັບ ບາງຄົນກະຂໍເຮັດບົດຢູ່ພີ້ ໃນກໍລະນີຂອງເຮົາແມ່ນຕ້ອງໄດ້ກັບໄປເຮັດທົດລອງ ເພາະວ່າ ບໍ່ສາ ມາດຈະເຮັດທົດລອງຢູ່ລາວໄດ້ ບາງຄົນກະບໍ່ຢາກກັບໄປເພາະວ່າມັນຄ່າປີ້ຍົນ ແລະຄ່າກັກໂຕ ເຮົາຕ້ອງໄດ້ຈ່າຍໝົດ ທາງໂຮງຮຽນຈະບໍ່ຮັບຜິດຊອບໃນສ່ວນນີ້ໃຫ້ ເພິ່ນຈະໃຫ້ການເຊັນເອກະສານເຈົ້າຕ້ອງການທີ່ວ່າ ຈະຈ່າຍສ່ວນນັ້ນບໍ ຖ້າຈະຈ່າຍເອງ ແມ່ນໃຫ້ເຊັນເອກະສານໃນສ່ວນນັ້ນ ແລ້ວສົ່ງໃຫ້”.

ສປປ ລາວ ເປັນປະເທດນຶ່ງທີ່ໄດ້ສົ່ງນັກສຶກສາໄປຮຽນຢູ່ໃນຫລາຍໆມະຫາວິທະ ຍາໄລຂອງຈີນ. ອີງຕາມສະຖິຕິກະຊວງສຶກສາຂອງຈີນ ໃນປີ 2018, ມີນັກສຶກສາລາວຮຽນຢູ່ຈີນ 14,645 ຄົນ ຊຶ່ງເປັນຈໍານວນນັກສຶກສາສູງອັນດັບ 8 ຢູ່ໃນຈີນ. ແຕ່ວ່າອີງຕາມທ່ານ ບົວແກ້ວ ພູມວົງໄຊ, ຫົວໜ້າກົມການຂ່າວ, ໂຄສົກກະຊວງການຕ່າງປະເທດລາວ ລາຍງານຢູ່ໃນເວັບໄຊຂອງກະຊວງການຕ່າງປະ ເທດວ່າ ໃນສົກປີ 2019-2020 ນັກສຶກສາລາວ ຮຽນຢູ່ຈີນ 8,200 ກວ່າຄົນ ແລະສ່ວນໃຫຍ່ ໄດ້ກັບຄືນປະເທດ ເພື່ອຢ້ຽມຢາມຄອບຄົວໃນໄລຍະພັກຮຽນເຊັ່ນໃນຊ່ວງລະດູຮ້ອນ.

ທາງເຈົ້າໜ້າທີ່ອະ​ວຸໂສທ່ານນຶ່ງໃນກະຊວງສຶກສາຂອງລາວນັ້ນ ກໍໄດ້ໃຫ້ທັດສະ ນະວ່າ ສໍາລັບນັກສຶກສາ ທີ່ໄດ້ຮັບທຶນລັດຖະບານຈີນ ຫລື ມະຫາວິທະຍາໄລຂອງຈີນ ສ່ວນຫລາຍແລ້ວ ແມ່ນກັບໄປເມື່ອຖືກຮຽກໃຫ້ກັບໄປສືບຕໍ່ຮຽນໃຫ້ຈົບ. ທັງນີ້ກໍເພາະວ່າ ພວກເຂົາເຈົ້າມີອັດຕາກິນ ແລະຄ່າໃຊ້ຈ່າຍເກືອບສອງຫາສາມພັນຢວນຕໍ່ເດືອນ.

ແຕ່ວ່າ ກໍຍັງມີນັກສຶກສາຈໍານວນນຶ່ງທີ່ບໍ່ມີຄວາມສາມາດທີ່ຈະສືບຕໍ່ຈ່າຍຄ່າຮຽນ, ຄ່າເດີນທາງ ແລະຄ່າໃຊ້ຈ່າຍໃນການກັກກັນພະຍາດໂຄວິດ-19 ຕາມກໍານົດ ຂອງລັດຖະບານຈີນໄດ້. ທັງນີ້ກໍເພາະສະພາບເສດຖະກິດຂອງລາວຊຸດໂຊມລົງ ຢ່າງວ່ອງໄວ, ຄ່າຄອງຊີບຂຶ້ນສູງເກີນຄາດ ແລະອັດຕາແລກປ່ຽນລະຫວ່າງເງິນ ກີບກັບເງິນຕາຕ່າງປະເທດຖີບຕົວສູງຂຶ້ນຢ່າງໄວວາ ນັບຕັ້ງແຕ່ມີສົງຄາມຣັດເຊຍໃນຢູເຄຣນ ໃນທ້າຍເດືອນກຸມພາປີນີ້ມາ. ສະພາບການນີ້ ມີຕົ້ນເຫດມາຈາກໄພເງິນເພີ້ ໃນຫລາຍປະເທດລວມທັງປະເທດລາວ. ສ່ວນນັກສຶກສາລາວນັ້ນ ສ່ວນຫລາຍກໍສິ້ນຫວັງຫລືໝົດໃຈ ແລະຫັນຫລັງບໍ່ກັບໄປສຶກສາອີກຕໍ່ໄປທັງໆທີ່ໃກ້ຈະຮຽນຈົບແລ້ວກໍຕາມ ດັ່ງນັກສຶກສາລາວຂັ້ນປະລິນຍາຕີຄົນນຶ່ງທີ່ຮຽນຢູ່ໃນມະຫາວິທະຍາໄລແຫ່ງນຶ່ງ ໃນເມືອງຄຸນໝິງ, ມົນທົນຢູໜ່ານ ທາງພາກໃຕ້ຂອງຈີນບອກວ່າ:

(ນັກສຶກສາລາວທີ່ບໍ່ໄດ້ກັບໄປສຶກສາຕໍ່)

“ຮຽນກົດໝາຍ ສາມປີປາຍແລ້ວ ພວກເຮົາບໍ່ໄດ້ໄປຮຽນແລ້ວນະ ເຮົາອອກເລີຍນະ ເງິນມັນສູງແນ່ແລ້ວ ແມ່ນໃຜກະບໍ່ຢາກໄປ ເງິນຄ່າຮຽນ ແລະເງິນໃຊ້ຈ່າຍເດ ແມ່ນເປັນຮ້ອຍພຸ້ນແຫລະ ຫລາຍຫລາຍ ”.

ອີງຕາມເວັບໄຊທ໌ ຂອງອົງການອະນາໄມໂລກ, ໃນວັນທີ 10 ຕຸລາ, ປີນີ້ ມີຄົນຕິດໂຄວິດ-19 ຢູ່ 328,900 ກວ່າຄົນ ແລະມາຮອດວັນທີ 17 ຕຸລາປີນີ້ ຈໍານວນຄົນຕິດພະຍາດໃນປະເທດນີ້ ຫລຸດລົງໄປຢູ່ໃນຈໍານວນ 208,000 ກວ່າຄົນ ຊຶ່ງສະແດງໃຫ້ເຫັນວ່າ ເປັນອັດຕາການຕິດເຊື້ອທີ່ຕິດຕໍ່ຫລາຍເມື່ອທຽບ ໃສ່ພົນລະເມືອງຂອງປະເທດທີ່ມີທັງໝົດ 1 ຕື້ 402 ລ້ານກວ່າຄົນແລ້ວ. ແຕ່ວ່າ ຈີນກໍຍັງຮັກສານະໂຍບາຍຮັບມືກັບການລະບາດຂອງພະຍາດໂຄວິດ-19 ທີ່ເຄັ່ງຄັດທີ່ສຸດຢູ່ ຊຶ່ງແຕກຕ່າງກັນກັບນະໂຍບາຍ ດ້ານໂຄວິ ຂອງຫລາຍປະເທດໃນໂລກຫລາຍ ລວມທັງສະຫະລັດ.

ສໍາລັບພວກທີ່ບໍ່ກັບໄປຮຽນຕໍ່ໃນຈີນນັ້ນ ມີບາງຄົນທີ່ຄອບຄົວຍັງສາມາດສືບຕໍ່ໃຫ້ການສະໜັບສະໜຸນໄດ້ ກໍຫາທາງສຶກສາຕໍ່ຢູ່ໃນວິທະຍາໄລ ຢູ່ໃນປະເທດລາວ ສ່ວນຜູ້ທີ່ຄອບຄົວ ມີລາຍຮັບຕໍ່າກໍໝົດຫວັງ ທີ່ຈະສືບຕໍ່ຮຽນໃຫ້ຈົບເພື່ອໃຫ້ໄດ້ຮັບໃບປະລິນຍາໄດ້ ແລະກໍອອກໂຮງຮຽນເລີຍ ເພື່ອເຮັດການຄ້າຂາຍ ຫລືເຮັດວຽກເພື່ອຫາລ້ຽງຕົນເອງ ຫລືຊ່ວຍຄອບຄົວ.

ສະຫລຸບແລ້ວ ນະໂຍບາຍສູນກໍລະນີ ຫລື Zero-Covid ເຮັດໃຫ້ນັກສຶກສາລາວທີ່ໄປສຶກສາຢູ່ໃນປະເທດຈີນ ທີ່ມີເກືອບຮອດ 10 ພັນຄົນຕໍ່ປີນັ້ນ ສ່ວນຫລວງຫລາຍແມ່ນບໍ່ສາມາດກັບຄືນໄປສຶກສາຕໍ່ໄດ້ ຊຶ່ງມີສາເຫດຕົ້ນຕໍມາຈາກ ຄ່າໃຊ້ຈ່າຍທີ່ສູງຂຶ້ນກວ່າປົກກະຕິ ຍ້ອນການໃຊ້ນະໂຍບາຍສາທາລະນະສຸກອັນ ເຄັ່ງຄັດທີ່ວ່ານີ້ ທ່າມກາງໄພເງິນເຟີ້ໃນເກືອບທົ່ວໂລກ ແລະສະພາບເສດຖະກິດ ທີ່ນັບມື້ ນັບຝືດເຄືອງໃນລາວ.

XS
SM
MD
LG