ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຄວບຄຸມ ຄວາມໂສກເສົ້າ ສາມາດຊ່ອຍ ພວກຄົນເປັນມະເຮັງ ໃຫ້ຫາຍ ຈາກພະຍາດ ໄດ້ໄວຂຶ້ນ (ວີດີໂອ)


Managing Stress Helps Cancer Patients Heal Faster And Feel Better
please wait

No media source currently available

0:00 0:03:11 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບລາຍງານເລື້ອງນີ້

ໃນ​ຂະນະ​ທີ່ຄວາມເຄັ່ງ​ຄຽດ​ແລະ​ຄວາມວິຕົກກັງວົນ ສົ່ງ​ຜົນ​ກະທົບ
ໃນທາງ​ລົບຕໍ່​ສຸຂະພາບ ການ​ມີທ່າ​ທີ​ແລະ​ແນວ​ຄິດໃນ​ທາງ​ບວກ
​ກໍ​ເຮັດ​ໃຫ້​ມີ​ກໍາລັງ​ໃຈ ​ແລະສາມາດຊ່ວຍໃຫ້ ຫາ​ຍຈາກ​ໂຣຄາ​ພະ
ຍາ​ດໄດ້. ນາງ Carol Pearson ຜູ້​ສື່​ຂ່າວ​ວີ​ໂອ​ເອ​ໄດ້​ໂອ້​ລົມ​ກັບ​
ນັກ​ຈິດຕະວິທະຍາຄົນ​ນຶ່ງ​ ທີ່​ເຮັດ​ວຽກ​ກັບ​ພວກ​ຄົນເຈັບ​ທີ່​ເປັນ​ໂຣກ
ມະ​ເຮັງ ​ແລະໄດ້ ໂອ້​ລົມ​ກັບເພື່ອນ​ນັກ​ຂ່າວ​ວີ​ໂອ​ເອ ນາງ Zulima
Palacio ທີ່​ເປັນ​ໂຣກມະ​ເຮັງ ຊຶ່ງ​ຜູ້ກ່ຽວ​ກຳລັງ​ພະຍາຍາມຮັກສາ​
ກໍາລັງ​ໃຈ ​ແລະຈິດ​ໃຈ​ຂອງ​ຕົນ​ໃຫ້​ດີ​ຂຶ້ນ ​ໂດຍ​ການ​ບໍ່​ຍອມ​ຈົມ​ຢູ່​ກັບ
​ຄວາມ​ໂສກ​ເສົ້າ​ແລະ​ທໍ້​ໃຈ. ສິງ​ມີລາຍ​ລະອຽດ ມາສະ​ເໜີ​ທ່ານ​ຕໍ່​ໄປ...


​ເວລາ​ນາງ Zulima Palacio ຮູ້​ວ່າ ຕົນເປັນ​ໂຣກມະ​ເຮັງ​ໃນ​ເຕົ້ານົມນັ້ນ ນາງ​ໄດ້​ຮ້ອງ​ໄຫ້​ຂຶ້ນທັນທີ. ນາງເວົ້າວ່າ :

“ພຽງ​ແຕ່​ໄດ້​ຂ່າວ​ວ່າ ເປັນ​ໂຣກມະ​ເຮັງເທົ່ານັ້ນ ມັນ​ກໍເປັນຄວາມຮູ້ສຶກ​ທີ່ໂສກ​ເສົ້າ​ ​
ແລະ​ພາ​ໃຫ້​ທໍ້​ໃຈ​ທີ່​ສຸດ​ແລ້ວ.”


ນາງ Palacio ຕໍ່ສູ້​ກັບ​ຄວາມ​ຮູ້ສຶກ​ທໍ້​ໃຈ​ແລະ​ໂສກ​ເສົ້ານັ້ນ ​ໂດຍ​ການເຮັດ​ໃຫ້​ຕົນ​ເອງ​ຫຍຸ້ງ
​ຢູ່ຕະຫຼອດ​ເວລາ ​ກັບສິ່ງທີ່​ລາວ​ມັກ​ເຮັດຫຼາຍ​ ​ເຊັ່ນ​ການ​ເຮັດ​ສວນ​ຄົວ ​ແລະ​ໄປ​ຍ່າງຫລິ້ນ
ເລາະ​ແຄມແມ່​ນ້ຳ ​ກັບ​ສາມີ​ຂອງ​ນາງ ຫຼື​ກັບ​ໝູ່​ເພື່ອນ​ຂອງ​ລາວ.

ນາງ Palacio ​ເວົ້າວ່າ “ຂ້ອຍ​ອອກ​ໄປ​ຍ່າງ​ ​ໃນ​ທ່າມກາງທຳ​ມະ​ຊາດ ເວລາ​ໃດທີ່​
ຂ້ອຍ​ສາມາດເຮັດໄດ້. ຖ້າ​ທ່ານໂຊກ​ດີ ມີ​ສວນສາທາລະນະ​ຢູ່​ໃກ້ໆ ຫຼື​ແມ່​ນ້ຳ ຫຼື​
ອັນ​ໃດ​ກໍ​ຕາມ​ ທີ່ເປັນ​ບ່ອນງາມໆ ກໍ​ຄວນ​ອອກ​ໄປ​ຍ່າງ.”


​ຄັ້ງ​ນຶ່ງ ນາງ​ພົບ​ເຕົ່າ​ນ້ອຍ​ໂຕ​ນຶ່ງ ​ຊຶ່ງ​ນາງ​ເຫັນ​ວ່າ ​ມັນ​ງາມ​ຫລາຍ ​ແລະ​ເວົ້າວ່າ:

“​ແລະຖ້າ​ເຮົາ​ເອົາ​ໃຈ​ໃສ່ກັບ​ສິ່ງ​ອ້ອມ​ຂ້າງ ​ເຮົາ​ກໍຈະພົບກັບ​ສັດ​ປ່າ​ທຸກ​ຢ່າງ.”

​ເວລາ​ຢູ່​ໃນ​ບ້ານ​ເຮືອນ ນາງ Palacio ຈະ​ຝຶກ​ນັ່ງ​ສະມາທິ ​ແລະ​ປະຕິບັດເທັກ​ນິກຕ່າງໆ​
ໃນ​ການ​ຜ່ອນຄາຍ ຄວາມ​ໂສກ​ເສົ້າ ເຄ່ງ​ຄຽດ ແລະ​ເຮັດ​ໃຫ້​ຕົນ​ເອງ​ສະບາຍ​ໃຈ​.

ນາງ Palacio ​ເວົ້າ​ວ່າ “ເຮົາສາມາດສະ​ສາງ​ສະໝອງ​ຂອງ​ເຮົາ​ ​ໃຫ້​ປອດ​ໂປ່​ງ
ຈາກ​ ຄວາມ​ຄຶດ​ທີ່​ ມືດ​ມົນ​ແລະ​ໜ້າຢ້ານ​ກົວ​ຕ່າງໆ​ໄດ້. ​ເວລາ​ເຮົາ​ລຸກ​ຂຶ້ນ​ຈາກ
ການ​ປະຕິບັດວິທີ​ການຜ່ອນຄາຍ ​ແລະ​ການ​ນັ່ງ​ສະມາທິ​ນັ້ນ ຄວາມ​ຮູ້ສຶກໂດຍ​
ລວມແມ່ນ​ດີ​ທີ່ສຸດ​ ຢ່າງ​ບໍ່​ໜ້າ​ເຊື່ອ.”


ນາງ Palacio ກ່າວ​ຕື່ມ​ວ່າ ການ​ຫົວ​ກໍ​ຊ່ອຍໄດ້​ຫລາຍ​ເຊັ່ນ​ກັນ. ນາງ​ໄດ້​ສະ​ສົມ​ບົດ​ຕອນ​ຕ່າງໆຂອງ​ລະຄອນເລື້ອງ I love Lucy ຊຶ່ງເປັນລະຄອນຕະຫຼົກ ທີ່ອອກອາກາດທາງ
ໂທລະພາບຕັ້ງແຕ່ສະໄໝຊຸມປີ 1950 ໄວ້ເບິ່ງ. ນາງ Palacio ກ່າວ​ວ່າ :

“ຂ້ອຍ​ຫົວ​ນຳ​ລາຍການ I Love Lucy ​ເອົາ​ແທ້​ເອົາ​ວ່າ ຈົນເຈົ້າ​ບໍ່​ຢາກ​ເຊື່ອພຸ້ນ​ລະ.
ຂ້ອຍ​ບໍ່​ຈຳ​ເປັນ​ຈະ​ຕ້ອງຄຶດ​ໂສກ​ເສົ້າ​ ​ວ່າ​ຂ້ອຍ​ຈະ​ຕາຍ ຂ້ອຍ​ຕ້ອງໄດ້ໃສ່​ຢາ​ຄີໂມ​
ຊຶ່ງມັນ​ພາ​ໃຫ້​ເຈັບ​ປວດ. ​ເວລາ​ຂ້ອຍຫົວ ຂ້ອຍ​ລືມ​ຄວາມ​ເຈັບ​ປວດ​ໄປ ລືມ​ວ່າ
ກ້ອນ​ຊີ້ນ​ຂ້ອຍ​ອາດຈະ​ເຈັບ​ປວດ ຫຼື​ຂໍ້​ຕໍ່​ຕ່າງໆ​ກໍ​ຈະ​ເຈັບ​ປວດ​. ຂ້ອຍ​ລືມ​ມັນ​ໄປ
​ເລີຍ. ​ແລະ​ຂ້ອຍມີ​ແຕ່​ຫົວ​ໄປ​ເລື້ອຍໆ.”


ທ່ານ​ນາງ ດອກ​ເຕີ້ Suzanne Lechner ນັກ​ຈິດຕະວິທະຍາ ກ່າວ​ວ່າ ການມີ​ແນວ​ຄິດ​
ທີ່ແຈ່ມ​ໃສ​ກ່ຽວ​ກັບ​ຊີວິດ ​ໃນ​ຂະນະ​ດຽວ​ກັນ​ກໍຍອມຮັບ​ຮູ້​ຄວາມ​ຮູ້ສຶກ​ທີ່​ໂສກ​ເສົ້ານັ້ນ
ສາມາດ​ຊ່ອຍ​ໃນຂັ້ນ​ຕອນ​ປິ່ນປົວ​ພະຍາດໄດ້ ຊຶ່ງ​ທ່ານ​ນາງ​ກ່າວ​ຕໍ່ ວີ​ໂອ​ເອ ຜ່ານທາງ
Skype ວ່າ:

“ສິ່ງທີ່​ພວກ​ເຮົາ​ຮູ້ນັ້ນ ກໍ​ຄືວ່າ ພວກ​ຄົນ​ປ່ວຍ​ຟື້ນ​ໂຕ​ຄືນ​ໄດ້​ໄວ​ຂຶ້ນ ຖ້າ​ເຂົາ​ເຈົ້າ​ມີຄວາມປະພຶດປະຕິບັດ ທີ່​ມີ​ຜົນ​ດີ​ຕໍ່​ສຸຂະພາບ​ໃນ​ລະຫວ່າງ​ ຂັ້ນ​ຕອນການ​ປິ່ນ
ປົວ ຖ້າ​ເຂົາ​ເຈົ້າ​ຄວບ​ຄຸມ​ຄວາມເຄ່ງ​ຄຽດ​ຂອງ​ເຂົາ​ເຈົ້າ​ໄດ້ ​ແລະ​ຖ້າ​ເຂົາ​ເຈົ້າ​
ສືບ​ຕໍ່​ພົວພັນເອົາ​ໃຈ​ໃສ່​ນໍາ​ ຂັ້ນ​ຕອນການ​ປິ່ນປົວ​ທົງ​ໝົດ​ນັ້ນ.”


ດອກ​ເຕີ້ Lechner ກ່າວ​ວ່າ ມີການ​ສຶກສາ​ຄົ້ນຄວ້າ​ຫຼາຍໆ​ບັ້ນ ທີ່​ສະ​ແດງ​ໃຫ້​ເຫັນວ່າ
ຄວາມ​ເຄັ່ງ​ຄຽດສົ່ງ​ຜົນ​ທີ່ເປັນອັນຕະລາຍ​ຕໍ່ຮ່າງກາຍ. ການ​ສຶກສາ​ອື່ນໆ​ອີກ​ນັ້ນສະ​ແດງ​
ໃຫ້​ເຫັນ​ວ່າ ການ​ຮັບ​ມື​ກັບ​ພະຍາດ ​ແລະການ​ໄດ້​ຮັບ​ການ​ສະໜັບສະໜຸນ​ຊ່ອຍ​ເຫຼືອແລະ
ກໍາລັງ​ໃຈຈາກ​ສາມີຫຼື​ພັນ​ລະ​ຍາ ຈາກ​ໝູ່​ເພື່ອນ ​ແລະ​ຈາກ​ພວກ​ສະມາຊິກ​ໃນ​ຄອບຄົວ
ກໍ​ມີ​ຜົນ​ໃນ​ທາງ​ບວກຕໍ່​ສຸຂະພາບ ​ແລະ​ການ​ຮັກສາ​ປິ່ນປົວ​ເຊັ່ນ​ກັນ.

ດ້ວຍ​ທ່າ​ທີ​ແລະ​ແນວ​ຄິດດັ່ງກ່າວ​ນັ້ນ ນາງ Zulima Palacio ​ສາມາດ​ຟື້ນ​ໂຕ​ຄືນ​ຢ່າງ​ໄວ
ຈາກ​ຜົນກະທົບ​ຂ້າງຄຽງຂອງ ການ​ບໍາບັດ​ດ້ວຍ​ຢາ​ເຄມີ ຫຼື chemotherapy ​ໃນ​ແຕ່ລະ​
ຮອບ ​ແລະຂະໜາດ​ຂອງເນື້ອງອກຂອງ​ນາງ​ໄດ້​ລົດ​ລົງ​ເຄິ່ງນຶ່ງ​ ຈາກ​ເວລາ​ທີ່​ນາງ​ເລີ້ມ​ທຳ​
ການ​ປິ່ນປົວ​ນັ້ນ ຊຶ່ງ​ພາ​ໃຫ້​ນາງ​ດີ​ໃຈ​ຢ່າງ​ທີ່​ສຸດ. ​ແລະ​ພວກ​ນາຍ​ແພດ​ຂອງ​ນາງ​ໄດ້ບອກ​
ໃຫ້ນາງ​ສືບ​ຕໍ່​ເຮັດ​ ໃນ​ສິ່ງ​ທີ່​ນາງ​ກໍາລັງ​ເຮັດ​ຢູ່ ​ເພາະວ່າ​ມັນ​ໄດ້ຜົນ.

ວີດີໂອພາສາລາວ ກ່ຽວກັບດາລາຮູບເງົາຊື່ດັງ Angelina Jolie ທີ່ຜ່າຕັດເອົາ
ນົມອອກ ທັ້ງໆທີ່ບໍ່ໄດ້ເປັນມະເຮັງເຕົ້ານົມ:


XS
SM
MD
LG