ທະຫານທີ່ໄດ້ຮັບການຍ້ອງຍໍເປັນຢ່າງສູງ ຜູ້ທີ່ໄດ້ວາງລະເບີດລົດ ເທສລາ ໄຊເບີທຣັກ ຢູ່ດ້ານນອກໂຮງແຮມ ທຣຳ ໃນ ລາສ ເວກັສ ໄດ້ໃຊ້ປັນຍາປະດິດເພື່ອຄິດສ້າງ ລວມທັງ ChatGPT ເພື່ອຊ່ອຍໃນການວາງແຜນໂຈມຕີ ດັ່ງທີ່ຕຳຫຼວດນະຄອນລາສ ເວກັສ ໄດ້ກ່າວໃນວັນອັງຄານວານນີ້ ອີງຕາມລາຍງານຂອງອົງການຂ່າວເອພີ.
ຄອມພິວເຕີແລັບທ໋ອບ ໂທລະສັບມືຖື ແລະໂມງ ຍັງຢູ່ພາຍໃຕ້ການກວດສອບເກືອບນຶ່ງອາທິດແລ້ວ ຫຼັງຈາກທ້າວແມັດຕີວ ລີບໂວລສ໌ເບີເກີ ອາຍຸ 37 ປີ ໄດ້ຍິງຕົນເອງສາຫັດ ບໍ່ດົນກ່ອນທີ່ລົດກະບະ ໄຊເບີທຣັກດັ່ງກ່າວ ລະເບີດຂຶ້ນ.
ການສືບສວນສອບສວນໃນການຊອກຫາຂອງທ້າວລີບໂວລສ໌ເບີເກີ ຜ່ານ ChatGPT ໄດ້ບົ່ງຊີ້ວ່າ ນລາວໄດ້ເບິ່ງຂໍ້ມິນກ່ຽວກັບເປົ້າໝາຍຕ່າງໆໃນການວາງລະເບີດ, ຄວາມໄວຂອງລູກປືນບາງປະເພດ ທີ່ຈະເດີນທາງ ແລະບັ້ງໄຟດອກໃດທີ່ຖືກຕ້ອງຢູ່ໃນລັດອາຣີໂຊນາ.
ທ່ານແຄວິນ ແມັກມາຮຽວລ໌ ເຈົ້າໜ້າທີ່ຕຳຫຼວດຂອງກົມຕຳຫຼວດນະຄອນ ລາສ ເວກັສ ໄດ້ເອີ້ນການໃຊ້ປັນຍາປະດິດຄິດສ້າງວ່າ “ເປັນການປ່ຽນເກມ” ແລະໄດ້ກາວວ່າ ກົມຕຳຫຼວດ ໄດ້ແບ່ງປັນຂໍ້ມິນກັບອົງການປະຕິບັດກົດໝາຍຕ່າງໆ.
ທ່ານໄດ້ກ່າວວ່າ “ອັນນີ້ເປັນເຫດການທຳອິດ ທີ່ຂ້າພະເຈົ້າເຄີຍຮູ້ຈັກຢູ່ໃນດິນແດນສະຫະລັດ ບ່ອນທີ່ ChatGPT ຖືກນຳໃຊ້ເພື່ອຊ່ອຍບຸກຄົນ ສ້າງອຸປະກອນສະເພາະໃດນຶ່ງ” ແລະ “ມັນເປັນຊ່ວງເວລາທີ່ໜ້າເປັນຫ່ວງ.”
ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ເກືອບເຄິ່ງຊົ່ວໂມງ, ຕຳຫຼວດລາສ ເວກັສ ແລະເຈົ້າໜ້າທີ່ປະຕິບັດກົດໝາຍລັດຖະບານກາງ ໄດ້ເປີດເຜີຍລາຍລະອຽດໃໝ່ກ່ຽວກັບເຫດລະເບີດແຕກໃນວັນຂຶ້ນປີໃໝ່.
ພານໃນລານລະອຽດທັງຫຼາຍ ເຈົ້າໜ້າທີ່ປະຕິບັດກົດໝາຍ ໄດ້ເຜີຍແບ: ທ້າວລີບໂວລສ໌ເບີເກີ ຢຸດໃນລະຫວ່າງການຂັບລົດໄປລາສ ເວກັສ ເພື່ອຖອກນ້ຳມັນເຊື້ອໄຟເກຣດລົດແຂ່ງ ເຂົ້າຖັງນ້ຳມັນ ໄຊເບີທຣັກ, ເຊິ່ງຕອນນັ້ນໄດ້ເຮັດໃຫ້ວັດຖຸດັ່ງກ່າວຍ້ອຍລົງ. ລົດດັ່ງກ່າວໄດ້ບັນທຸກວັດຖຸບັ້ງໄຟສາກຮູບເງົາຈຳນວນ 27 ກິໂລກຣາມ ແລະບັນດາເຈົ້າໜ້າທີ່ຍັງບໍ່ແນ່ໃຈວ່າ ເປັນນຂະນວນລະເບີດຫຍັງແທ້ ແຕ່ໄດ້ກ່າວວ່າ ມັນອາດເປັນແສງໄຟຈາກປືນທີ່ທ້າວບີລໂວລສ໌ເບີເກີ ໄດ້ໃຊ້ຍິງຕົນເອງຕາຍ.
ທ້າວບີລໂວລສ໌ເບີເກີ ເປັນທະຫານກິຣນເບີເຣຂອງກອງທັບບົກ ຜູ້ທີ່ໄດ້ຖືກສົ່ງໄປປະຈຳການຢູ່ອັຟການິສຖານສອງຄັ້ງ ແລະໄດ້ອາໄສຢູ່ເມືອງໂຄໂລຣາໂດ ສະປຣິງສ໌ ຂອງລັດໂຄໂລຣາໂດ, ລາວໄດ້ປະໜັງສືໂນດໄວ້ທີ່ກ່າວວ່າ ການລະເບີດແມ່ນເພື່ອເຮັດໃຫ້ຕື່ນຕົກໃຈ ທີ່ໝາຍເຖິງເປັນການ “ປຸກໃຫ້ຕື່ນ” ສຳລັບບັນຫາຕ່າງໆຂອງປະເທດ, ບັນດາເຈົ້າໜ້າທີ່ໄດ້ກ່າວເມື່ອອາທິດແລ້ວນີ້.
ລາວໄດ້ປະໂນດໃນໂທລະສັບມືຖື ທີ່ກ່າວວ່າ ລາວຕ້ອງ “ລ້າງ” ຈິດຂອງລາວ “ຂອງອ້າຍນ້ອງທະຫານທີ່ຂ້ອຍໄດ້ສູນເສຍ ແລະປົດປ່ອຍຕົນເອງຈາກພາລະຂອງຊີວິດທັງຫຼາຍທີ່ຂ້ອຍໄດ້ເອົາ.”
ອ່ານຂ່າວນີ້ໃນພາສາອັງກິດ
The highly decorated soldier who exploded a Tesla Cybertruck outside the Trump hotel in Las Vegas used generative AI including ChatGPT to help plan the attack, Las Vegas police said Tuesday.
A laptop, cellphone and watch are still under review nearly a week after 37-year-old Matthew Livelsberger fatally shot himself just before the truck blew up.
An investigation of Livelsberger's searches through ChatGPT indicate he was looking for information on explosive targets, the speed at which certain rounds of ammunition would travel and whether fireworks were legal in Arizona.
Kevin McMahill, sheriff of the Las Vegas Metropolitan Police Department, called the use of generative AI a "game-changer" and said the department was sharing information with other law enforcement agencies.
"This is the first incident that I'm aware of on U.S. soil where ChatGPT is utilized to help an individual build a particular device," he said. "It's a concerning moment."
During a roughly half-hour-long news conference, Las Vegas police and federal law enforcement officials unveiled new details about the New Year's Day explosion.
Among the details law enforcement disclosed: Livelsberger stopped during the drive to Las Vegas to pour racing-grade fuel into the Cybertruck, which then dripped the substance. The vehicle was loaded with 27 kilograms (60 pounds) of pyrotechnic material, and officials are still uncertain exactly what detonated the explosion but said it could have been the flash from the firearm that Livelsberger used to fatally shoot himself.
Livelsberger, an Army Green Beret who deployed twice to Afghanistan and lived in Colorado Springs, Colorado, left notes saying the explosion was a stunt meant to be a "wake up call" for the nation's troubles, officials said last week.
He left cellphone notes saying he needed to "cleanse" his mind "of the brothers I've lost and relieve myself of the burden of the lives I took."
ຟໍຣັມສະແດງຄວາມຄິດເຫັນ