ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໘ ກັນຍາ ໒໐໒໔

ຕໍາຫຼວດ ມາເລເຊຍ ຊ່ວຍເຫຼືອເດັກນ້ອຍຫຼາຍກວ່າ 400 ຄົນທີ່ສົງໄສວ່າ ຖືກລ່ວງລະເມີດທາງເພດ


ແຟ້ມຮູບ-ເດັກກໍາພ້າຊາວແຄສເມຍມຸສລິມ ກໍາລັງສວດພາວະນາໃນລະຫວ່າງລໍຖ້າໂຈະຖືສິນອົດເປັນເວລາໝົດມື້ ຢູ່ສະຖານທີ່ລ້ຽງເດັກກໍາພ້າ Srinagar ໃນເຂດແຄສເມຍ ທີ່ຄວບຄຸມໂດຍ ອິນເດຍ, ວັນທີ 31 ພຶດສະພາ 2018.
ແຟ້ມຮູບ-ເດັກກໍາພ້າຊາວແຄສເມຍມຸສລິມ ກໍາລັງສວດພາວະນາໃນລະຫວ່າງລໍຖ້າໂຈະຖືສິນອົດເປັນເວລາໝົດມື້ ຢູ່ສະຖານທີ່ລ້ຽງເດັກກໍາພ້າ Srinagar ໃນເຂດແຄສເມຍ ທີ່ຄວບຄຸມໂດຍ ອິນເດຍ, ວັນທີ 31 ພຶດສະພາ 2018.

ເຈົ້າໜ້າທີ່ຕຳຫຼວດລະດັບສູງກ່າວໃນວັນພຸດວານນີ້ວ່າ ເຈົ້າໜ້າທີ່ມາເລເຊຍ ໄດ້ທໍາການຊ່ວຍຊີວິດເດັກນ້ອຍຫຼາຍກວ່າ 400 ຄົນ, ໂດຍສົງໃສວ່າ ຖືກລ່ວງລະເມີດທາງເພດຢູ່ທີ່ບ້ານການກຸສົນ ທີ່ດຳເນີນງານໂດຍອົງການທຸລະກິດ ອິສລາມທີ່ມີຊື່ສຽງ ເຊິ່ງພົວພັນກັບນິກາຍສາສະໜາທີ່ຖືກຫ້າມໄປແລ້ວນັ້ນ.

ທ່ານ ຣາຊາຣູດີນ ຮູເຊນ, ເຊິ່ງເປັນຜູ້ບັນຊາການ ຕໍາຫຼວດແຫ່ງຊາດກ່າວວ່າ ເຈົ້າໜ້າຕຳຫຼວດໄດ້ຈັບກຸມຜູ້ໃຫຍ່ຈໍານວນ 171 ຄົນ, ລວມທັງ 'ອູສທັສ' ຫຼື ຄູສອນສາສະໜາອິສລາມ, ໃນລະຫວ່າງການ ປະສານສົມທົບການບຸກຄົ້ນ 20 ສະຖານທີ່ໃນທົ່ວສອງລັດຂອງມາເລເຊຍ.

ບັນດາຜູ້​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ດັ່ງກ່າວ​ລວມມີ​ເດັກ​ຊາຍຈໍານວນ 201 ຄົນ ​ແລະ ​ເດັກ​ຍິງອີກຈໍານວນ 201 ຄົນ, ​ໃນ​ອາຍຸ​ລະຫວ່າງ​ 1 ​ຫາ 17 ປີ, ຫຼັງ​ຈາກ​ມີ​ລາຍ​ງານ​ໃນ​ເດືອນ​ນີ້​ວ່າ ​ມີການປ່ອຍປະ, ການຂົ່ມເຫັງ, ການ​ລ່ວງ​ລະ​ເມີດທາງເພດ, ແລະການ​ລວນລາມ​ທາງ​ເພດ, ອີງຕາມການກ່າວຕໍ່ກອງປະຊຸມຂອງ ທ່ານ ຣາຊາຣູດີນ, ເຊິ່ງທ່ານເອງ​ບໍ່​ໄດ້​ບອກ​ວ່າ ​ໃຜ​ເປັນ​ຜູ້​ຂຽນ​ບົດ​ລາຍ​ງານດັ່ງກ່າວມານີ້.

ທ່ານ ຣາຊາຣູດີນ ກ່າວຕື່ມວ່າ ເຮືອນການກຸສົນທັງໝົດຖືກດໍາເນີນງານໂດຍ ອົງການ Global Ikhwan Services and Business ຫຼື GISB.

ໃນຖະແຫຼງການຫຼ້າສຸດຂອງວັນພຸດວານນີ້, ອົງການ GISB ໄດ້ອອກມາປະຕິ ເສດການກ່າວຫາກ່ຽວກັບການລ່ວງລະເມີດທາງເພດ ແລະກ່າວວ່າ ພວກເຂົາບໍ່ ໄດ້ບໍລິຫານຈັດການເຮືອນການກຸສົນດັ່ງກ່າວມານັ້ນ. ທາງບໍລິສັດກ່າວວ່າ “ມັນບໍ່ຢູ່ໃນນະໂຍບາຍຂອງພວກເຮົາທີ່ຈະວາງແຜນ ແລະປະຕິບັດການເຄື່ອນ ໄຫວຕ່າງໆທີ່ຜິດກົດຫມາຍອິສລາມ ແລະກົດໝາຍແຫ່ງຊາດ,” ແລະກ່າວຕື່ມ ວ່າ ພວກເຂົາຈະຍື່ນ​ລາຍ​ງານກັບເຈົ້າໜ້າທີ່ຕໍາຫຼວດ ແລະຮຽກຮ້ອງໃຫ້ມີ ການສືບສວນສອບສວນ.

ອົງການ GISB, ມີສ່ວນຮ່ວມໃນທຸລະກິດຕ່າງໆ ນັບແຕ່ສູນການຄ້າຂະໜາດ ໃຫຍ່ ຈົນຮອດຮ້ານຊັກຜ້າ, ເຊິ່ງມີການດໍາເນີນງານຢູ່ໃນຫຼາຍປະເທດ ລວມທັງອິນໂດເນເຊຍ, ສິງກະໂປ, ອີຈິບ, ຊາອູດີ ອາຣາເບຍ, ຝຣັ່ງ, ອອສເຕຣເລຍແລະ ປະເທດໄທ, ອີງຕາມເວັບໄຊທ໌ຂອງພວກເຂົາ.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

KUALA LUMPUR, Sept 11 (Reuters) - Malaysian authorities rescued more than 400 children on Wednesday suspected of being sexually abused at charity homes run by a prominent Islamic business organisation with links to a banned religious sect, the top police official said.

Police arrested 171 adults, including 'ustazs' or Islamic religious teachers, during coordinated raids on 20 premises across two Malaysian states, Inspector-General of Police Razarudin Husain said.

Those rescued included 201 boys and 201 girls, aged between one and 17, after reports were filed this month that alleged neglect, abuse, sexual harassment and molestation, Razarudin told a press conference. He did not say who wrote the reports.

The homes were all run by Global Ikhwan Services and Business (GISB), Razarudin said.

In a statement late Wednesday, GISB denied the sexual abuse allegations and said it did not manage the charity homes. "It is not in our policy to plan and carry out actions that are against Islamic and national laws," the company said, adding that it would file a police report and demand an investigation.

GISB, involved in businesses ranging from supermarkets to laundromats, operates in multiple countries, including Indonesia, Singapore, Egypt, Saudi Arabia, France, Australia and Thailand, according to its website.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG