ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ມາເລເຊຍ ຕົກລົງ ຊື້ໄຟຟ້າ ຈາກ ລາວ ໃນເບື້ອງຕົ້ນ 100 ເມກາວັດ


ການລົງນາມໃນຂໍ້ຕົກລົງ 3 ຝ່າຍວ່າດ້ວຍການຊື້-ຂາຍ ແລະການສົ່ງ ກະແສໄຟຟ້າ ລະຫວ່າງ ລາວ-ໄທ ແລະ ມາເລເຊຍ ໄດ້ມີຂຶ້ນໃນໂອກາດກອງປະຊຸມ ລັດຖະມົນຕີ
ພະລັງງານອາຊຽນ ຄັ້ງທີ 35 ຢູ່ກຸງມະນີລາ ປະເທດຟີລິບປິນ.
ການລົງນາມໃນຂໍ້ຕົກລົງ 3 ຝ່າຍວ່າດ້ວຍການຊື້-ຂາຍ ແລະການສົ່ງ ກະແສໄຟຟ້າ ລະຫວ່າງ ລາວ-ໄທ ແລະ ມາເລເຊຍ ໄດ້ມີຂຶ້ນໃນໂອກາດກອງປະຊຸມ ລັດຖະມົນຕີ ພະລັງງານອາຊຽນ ຄັ້ງທີ 35 ຢູ່ກຸງມະນີລາ ປະເທດຟີລິບປິນ.

ລັດຖະບານມາເລເຊຍ ຕົກລົງຊື້ກະແສໄຟຟ້າຈາກລາວ ໃນປະລິມານເບື້ອງຕົ້ນ 100
ເມກາວັດ ນັບຈາກປີ 2018 ເປັນຕົ້ນໄປ ໂດຍລາວ ຈະສົ່ງກະແສໄຟຟ້າ ຜ່ານລະບົບ
ໂຄງຂ່າຍສາຍສົ່ງໃນປະເທດໄທ.

ການລົງນາມໃນຂໍ້ຕົກລົງ 3 ຝ່າຍວ່າດ້ວຍການຊື້-ຂາຍ ແລະການສົ່ງ ກະແສໄຟຟ້າ
ລະຫວ່າງ ລາວ-ໄທ ແລະ ມາເລເຊຍ ໄດ້ມີຂຶ້ນໃນໂອກາດກອງປະຊຸມ ລັດຖະມົນຕີ
ພະລັງງານອາຊຽນ ຄັ້ງທີ 35 ຢູ່ກຸງມະນີລາ ປະເທດຟີລິບປິນ ເມື່ອທ້າຍເດືອນກັນຍາ
ທີ່ຜ່ານມາ ໂດຍການຕົກລົງໃນຄັ້ງນີ້ ລັດວິສາຫະກິດໄຟຟ້າລາວ ຈະຂາຍກະແສໄຟຟ້າ
ໃນປະລິມານເບື້ອງຕົ້ນ 100 ເມກາວັດ ໃຫ້ກັບທາງການມາເລເຊຍ ດ້ວຍການສົ່ງຜ່ານ
ລະບົບ ໂຄງຂ່າຍສາຍສົ່ງກະແສໄຟຟ້າໃນປະເທດໄທ ນັບຈາກວັນທີ 1 ສິງຫາ 2018
ເປັນຕົ້ນໄປ.

ກອງປະຊຸມ ລັດຖະມົນຕີ ພະລັງງານອາຊຽນ ຄັ້ງທີ 35 ຢູ່ກຸງມະນີລາ ປະເທດຟີລິບປິນ ເມື່ອທ້າຍເດືອນກັນຍາ ທີ່ຜ່ານມາ.
ກອງປະຊຸມ ລັດຖະມົນຕີ ພະລັງງານອາຊຽນ ຄັ້ງທີ 35 ຢູ່ກຸງມະນີລາ ປະເທດຟີລິບປິນ ເມື່ອທ້າຍເດືອນກັນຍາ ທີ່ຜ່ານມາ.

ໂດຍການລົງນາມ 3 ຝ່າຍໃນຄັ້ງນີ້ ເມື່ອປະກອບກັບການທີ່ລາວຍັງໄດ້ ສົ່ງກະແສໄຟຟ້າ
ໄປຂາຍໃຫ້ໄທ ຫວຽດນາມ ກຳປູເຈຍ ແລະມຽນມາ ເພີ່ມຂຶ້ນຢ່າງຕໍ່ເນື່ອງດ້ວຍນັ້ນ ຍັງຖື
ເປັນບາດກ້າວສຳຄັນ ຕໍ່ການພັດທະນາ ລາວ ໄປສູ່ການເປັນຜູ້ສົ່ງອອກພະລັງງານໄຟຟ້າ
ລາຍໃຫຍ່ ຫຼື ເປັນໝໍ້ໄຟຂອງອາຊຽນ (Battery of ASEAN) ໃນອະນາຄົດ ເຖິງແມ່ນວ່າ
ການສົ່ງກະແສໄຟຟ້າໄປຂາຍໃຫ້ມາເລເຊຍ ຈະຕ້ອງຜ່ານໄທ ກໍຕາມ ດັ່ງທີ່ທ່ານຄຳມະນີ
ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະບໍ່ແຮ່ ຢືນຢັນວ່າ:

“ປັນຈຸບັນນີ້ ພວກເຮົາສົ່ງໄຟຟ້າໄປປະເທດໄທ ຫວຽດນາມ ກຳປູເຈຍ ມຽນມາ ກະໄດ້
ເພີ່ມຂຶ້ນ 4 ເທົ່າ ສົມທຽບໃສ່ກັບປີ 2010 ຖືວ່າ ແຕ່ລະປີ ມີການເພີ່ມຂຶ້ນ ແລ້ວກະ
ມາເລເຊຍ ເຂົາກະສິຊື້ ໃນປະມານ 3-5 ຊົ່ວໂມງຕໍ່ມື້ ແຕ່ວ່າ ການສົ່ງໄປມາເລເຊຍນີ້
ບໍ່ໝາຍຄວາມວ່າ ເຮົາມີສາຍສົ່ງຕ່າງຫາກ ເຮົາສົ່ງຜ່ານໄທ ໄທຮັບເຂົ້າຢູ່ເບື້ອງຊາຍ
ແດນເຮົານິ ແລ້ວເຂົາຈະຜະລິດພະລັງງານໄຟຟ້າຕື່ມ ຢູ່ທາງເບື້ອງພາກໃຕ້ ສົ່ງໄປຫາ
ມາເລເຊຍ ຊຶ່ງຝ່າຍໄທນິ ເຂົາສິໄດ້ເລື່ອງຄ່າສາຍສົ່ງຄ່າອື່ນໆ ເຂົາກໍມີສ່ວນໄດ້ ຈາກ
ເຮົາຄືກັນ.”

ທ່ານຄຳມະນີ ບອກວ່າ ພາຍໃນປີ 2021 ລາວຈະມີເຂື່ອນໄຟຟ້າເຖິງ 100 ໂຄງການ
ມີກຳລັງຕັ້ງລວມ ຫຼາຍກວ່າ 13,000 ເມກາວັດ ທີ່ສາມາດຜະລິດກະແສໄຟຟ້າໄດ້
67,000 ລ້ານກິໂລວັດ/ໂມງ/ປີ ໂດຍໃນນີ້ ແບ່ງເປັນແຫລ່ງຜິລິດພະລັງງານໄຟຟ້າ ທີ່ມີ
ຢູ່ແລ້ວ 46 ໂຄງການ ມີກຳລັງຕິດຕັ້ງ 6,444 ເມກາວັດ ທີ່ສາມາດຜະລິດກະແສໄຟຟ້າ
ໄດ້ເຖິງ 35,000 ລ້ານກິໂລວັດ/ໂມງ ແລະ ກຳລັງກໍ່ສ້າງ 54 ໂຄງການມີກຳລັງຕິດຕັ້ງ
ລວມ 6,618 ເມກາວັດ ສາມາດຜະລິດກະແສໄຟຟ້າໄດ້ເຖິງ 32,000 ລ້ານກິໂລວັດ/ໂມງ
ຊຶ່ງສ່ວນໃຫຍ່ ມີກຳນົດການກໍ່ສ້າງແລ້ວສຳເລັດ ໃນຊ່ວງປີ 2020-2021.

ລັດວິສາຫະກິດໄຟຟ້າລາວ ຈະຂາຍກະແສໄຟຟ້າ ໃນປະລິມານເບື້ອງຕົ້ນ 100 ເມກາວັດ ໃຫ້ກັບທາງການມາເລເຊຍ ດ້ວຍການສົ່ງຜ່ານ ລະບົບ ໂຄງຂ່າຍສາຍສົ່ງກະແສໄຟຟ້າໃນປະເທດໄທ ນັບຈາກວັນທີ 1 ສິງຫາ 2018 ເປັນຕົ້ນໄປ.
ລັດວິສາຫະກິດໄຟຟ້າລາວ ຈະຂາຍກະແສໄຟຟ້າ ໃນປະລິມານເບື້ອງຕົ້ນ 100 ເມກາວັດ ໃຫ້ກັບທາງການມາເລເຊຍ ດ້ວຍການສົ່ງຜ່ານ ລະບົບ ໂຄງຂ່າຍສາຍສົ່ງກະແສໄຟຟ້າໃນປະເທດໄທ ນັບຈາກວັນທີ 1 ສິງຫາ 2018 ເປັນຕົ້ນໄປ.

ທັງນີ້ ໂດຍທາງການລາວ ທັງຂັ້ນສູນກາງ ແລະທ້ອງຖິ່ນ ໄດ້ລົງນາມໃນບັນທຶກຄວາມ
ເຂົ້າໃຈ (MOU) ຮ່ວມກັນກັບບໍລິສັດເອກກະຊົນລາວ ແລະ ຕ່າງປະເທດ ກ່ຽວກັບ ການ
ພັດທະນາແຫລ່ງພະລັງງານໄຟຟ້າໄປແລ້ວ 357 ໂຄງການ ມີກຳລັງຕິດຕັ້ງລວມ 26,147
ເມກາວັດ ທີ່ຜະລິດກະແສໄຟຟ້າໄດ້ລວມກັນເຖິງ 115,118 ລ້ານກິໂລວັດ/ໂມງ ພາຍໃຕ້
ເປົ້າໝາຍເພື່ອພັດທະນາລາວ ໃຫ້ເປັນຜູ້ສົ່ງອອກພະລັງງານໄຟຟ້າລາຍໃຫຍ່ ໃນກຸ່ມ
ອາຊຽນ ກໍຄືການເປັນໝໍ້ໄຟຂອງອາຊຽນ (Battery of ASEAN) ໃຫ້ໄດ້ຢ່າງແທ້ຈິງ
ນັ້ນເອງ.

ກ່ອນໜ້ານີ້ ລັດຖະມົນຕີພະລັງງານຂອງ ລາວ ໄທ ມາເລເຊຍ ແລະ ສິງກະໂປ ມີກຳນົດ
ຈະລົງນາມໃນບັນທຶກຄວາມເຂົ້າໃຈຮ່ວມກັນ (MOU) ວ່າດ້ວຍການເຊື່ອມຕໍ່ລະບົບ
ສາຍສົ່ງກະແສໄຟຟ້າ ລະຫວ່າງກັນ ໃນປີ 2016 ຫາກແຕ່ກໍບໍ່ສາມາດຈັດການລົງນາມ
ໄດ້ ເນື່ອງຈາກລັດຖະບານມາເລເຊຍ ຕ້ອງການສຶກສາ-ສຳຫຼວດ ກ່ຽວກັບຜົນກະທົບ
ຈາກການເຊື່ອມຕໍ່ລະບົບສາຍສົ່ງກະແສໄຟຟ້າ ລະຫວ່າງມາເລເຊຍກັບສິງກະໂປ ທີ່ໄດ້ມາດຕະຖານສາກົນເສຍກ່ອນ ແລະຈົນເຖິງປັດຈຸບັນນີ້ ການສຶກສາ-ສຳຫຼວດດັ່ງ
ກ່າວ ກໍຍັງບໍ່ແລ້ວສຳເລັດ ຈຶ່ງເຮັດໃຫ້ທັງ 4 ປະເທດຍັງບໍ່ສາມາດລົງນາມ ຮ່ວມກັນໄດ້
ຈົນເຖິງຂະນະນີ້.

ແຕ່ຢ່າງໃດກໍຕາມ ການພັດທະນາແຫລ່ງຜະລິດພະລັງງານໄຟຟ້າໃນລາວ ກໍບໍ່ໄດ້ມີ
ເປົ້າໝາຍພຽງເພື່ອການສົ່ງອອກ ໄປຕ່າງປະເທດເທົ່ານັ້ນ ເພາະວ່າ ຄວາມຕ້ອງການ
ຊົມໃຊ້ ພະລັງງານໄຟຟ້າ ພາຍໃນຂອງລາວ ກໍມີທ່າອຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊັ່ນ
ດຽວກັນ.

ໂດຍອີງຕາມລາຍງານຂອງລັດວິສາຫະກິດໄຟຟ້າລາວ ລະບຸວ່າ ການຊົມໃຊ້ພະລັງງານ
ໄຟຟ້າຂອງລາວ ໃນປີ 2015 ຢູ່ທີ່ລະດັບ 989 ເມກາວັດ ແລ້ວກໍເພີ່ມຂຶ້ນເປັນ 1,180
ເມກາວັດໃນປີ 2016 ຄິດເປັນອັດຕາການເພີ່ມຂຶ້ນ 20 ເປີເຊັນ ແລະ ໃນປີ 2017 ຄາດ
ໝາຍວ່າ ການຊົມໃຊ້ໄຟຟ້າໃນລາວ ຈະເພີ່ມຂຶ້ນເປັນ 1,579 ເມກາວັດ ເພີ່ມຂຶ້ນເຖິງ 33
ເປີເຊັນ ທຽບໃສ່ປີ 2016 ທັງຍັງເຮັດໃຫ້ຄາດໝາຍໄດ້ວ່າ ການຊົມໃຊ້ພະລັງງາານໄຟຟ້າ
ຂອງລາວ ຈະເພີ່ມຂຶ້ນເປັນ 2,862 ເມກາວັດ ໃນປີ 2020 ແລະ 7,093 ເມກາວັດ ໃນປີ
2030 ຕາມລຳດັບ.

XS
SM
MD
LG