ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຕັດ​ໄມ້ ​ທຳລາຍ​ປ່າ​ ​ໄດ້​ເຮັດ​ໃຫ້ເກີດ ກໍລະນີ​ລະບາດ ຂອງ​ໄຂ້​ຍຸງ ທີ່ບໍ່ເຄີຍມີມາກ່ອນ


Deforestation Driving Spike in Rare Malaria Strain, Scientists Say
please wait

No media source currently available

0:00 0:02:11 0:00

ການ​ຕັດ​ໄມ້​ທຳລາຍ​ປ່າ​ໃນ​ມາ​ເລ​ເຊຍ ​ແມ່ນ​ໄດ້​ເຮັດ​ໃຫ້ກໍລະນີ​
ຂອງ​ໂຣກ​ໄຂ້​ຍຸງຫຼືມາ​ເລ​ເຣຍ ແບບ​ທີ່​ບໍ່ເຄີຍມາກ່ອນ ເພີ້​ມສູງ​
ຂຶ້ນ ອິງ​ຕາມ​ບັນດາ​ນັກວິທະຍາ ສາດ​ຈາກ​ສະ​ຖາບັນອະນາ​ໄມ​
ແລະ​ຢາປົວພະຍາດ​ເຂດ​ຮ້ອນລອນດອນຫລື London
School of Hygiene and Tropical Medicine. Henry
Ridgwell
ມີ​ລາຍ​ງານກ່ຽວກັບ​ເລື້ອງນີ້ ຊຶ່ງວັນນະ​ສອນຈະ​ນຳ
ເອົາລາຍ​ລະອຽດ ​ມາສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

​ປ່າໄມ້​ສ່ວນ​ໃຫຍ່​ ໃນ​ເຂດ Sabah ​ຂອງ​ມາ​ເລເຊຍ ​ກຳລັງ​ຖືກ​ຖາງ​ຫລື​ທຳ ລາຍ​ເພື່ອ​ການ
​ຜະລິດ​ນ້ຳມັນ​ປາມ. ບັນດາ​ນັກ​ຄົ້ນ​ຄ້ວາ​ໄດ້​ອາໄສວີ​ດີ​ໂອທີ່ຖ່າຍຈາກ ​ເຮືອ​ບິນ​ທີ່​ບໍ່​ມີ​ຄົນ​ຂັບ
ຫຼື drone ພ້ອມ​ກັບເຄື່ອງ​ຄອມ​ພິວ​ເຕີ ​ທີ່​ສ້າງແບບຈຳລອງ ຂຶ້ນ ​ເພື່ອເປີດ​ເຜີຍໃຫ້ເຫັນ
ແບບ​ແຜນ​ໃນການທຳລາຍປ່າ.

ບັນດາ​ນັກວິທະຍາສາດ ​ໄດ້​ພົບ​ເຫັນວ່າ ​ການ​ປ່ຽນ​ແປງ​ໃນການນຳ​ໃຊ້​ທີ່ດິນ​ແມ່ນມີສ່ວນ
​ກ່ຽວຂ້ອງ​ຢ່າງໃກ້ຊິດ ​ກັບ​ການ​ເພີ້​ມຂຶ້ນຂອງ​ກໍລະນີໂຣກມາ​ເລ​ເຣຍຊະນິດທີ່ເຄີຍ​ເກີດ​ກັບ
​ສັດ ໃນໝູ່ມວນມະນຸດ ​ທີ່​ເອີ້ນ​ວ່າ Plasmodium knowlesi.

ອາຈານ Chris Drakeley ຈາກສະຖາບັນອະນາໄມ​ແລະ​ຢາປົວພະຍາດ​ເຂດ​ຮ້ອນລອນ
ດອນກ່າວ​ວ່າ “ສັດທີ່ມັນເຄີຍອາໄສຢູ່ນຳຕາມປົກກະຕິ ສັດທີ່ມັນເຄີຍເຕີບໂຕນຳ ແມ່ນ
ລີງ ແລະໃນລະຫວ່າງບໍ່ເທົ່າໃດປີຜ່ານມານີ້​ ໃນເຂດດັ່ງກ່າວຂອງມາເລເຊຍ ຄືໃນພາກ

ເໜືອຂອງເກາະບໍນຽວ ມີການສະແດງໃຫ້ເຫັນວ່າມີກໍລະນີການຕິດເຊື້ອມາເລເຣຍ
ຊະນິດເພີ້ມຂຶ້ນໃນສ່ວນບຸກຄົນ​ທີ່​ໄດ້​ໄປ​ຮັກສາ​ຕົວ ​ທີ່​ໂຮງພະຍາບານ.”

ບັນດາ​ນັກ​ຄົ້ນ​ຄວ້າ​ກ່າວ​ວ່າ ​ນີ້ແມ່ນມີທ່າທາງວ່າໃຫ້​ການອະທິບາຍເຖິງການທີ່ຜູ້ຄົນໄດ້​
ເຂົ້າມາຢູ່​ໃກ້ຊິດ​ກັບ​ປ່າ ທີ່ເຄີຍເປັນ​ແຫຼ່ງອາ​ໄສ​ຂອງ​ພວກລີງແລະ​ພວກ​ຍຸງ​ທີ່ແຜ່​ເຊື້ອ​ໂຣກ
ມາ​ເລ​ເຣຍ. ມີພວກ​ຊາວບ້ານຫຼາຍໆຄົນ​ໄດ້ຖືກວ່າຈ້າງໄປເຮັດ​ວຽກ​ຕັດຕົ້ນ​ໄມ້ ​ແລະ
​ຂະຫຍາຍ​ການ​ກະ​ເສດຢູ່ທີ່ນັ້ນ.

ສາຍ​ພັນ Plasmodium knowlesi ​ຊຶ່ງໃນ​ປະຈຸ​ບັນ​ນີ້ ​ແມ່ນ​ຊະນິດ​ຂອງ​ໂຣກມາ​ເລ​ເຣຍ
ທີ່​ເກີດ​ກັບ​ຄົນແຜ່ຫຼາຍທີ່ສຸດ ​ໃນ​ຫຼາຍໆ​ເຂດ​ຂອງ​ມາ​ເລ​ເຊຍ ​ແລະມີ​ລາຍ​ງານ​ວ່າ ​ຢູ່ໃນ
​ທົ່ວຂົງເຂດ​ເອ​ເຊຍ​ອາຄະ​ເນນຳດ້ວຍ.

ອາຈານ Drakeley ກ່າວ​ຕື່ມ​ວ່າ “ມັນ​ສາມາດ​ແຜ່​ຂະຫຍາຍ​ໃນ​ເລືອ​ດຂອງທ່ານ ​ແລະ​
ທ່ານ​ໄດ້ຕິດເຊື້ອໃນລະດັບທີ່ຮ້າຍແຮງ. ​ໃນ​ກໍລະນີ​ເຖິງ​ຂັ້ນ​ເສຍ​ຊີວິດ​ນັ້ນ ຈຳ​ນວນ
ຂອງຜູ້ຄົນຈາກ​ຕິດເຊື້ອ​ນັ້ນ​ແມ່ນຂ້ອນຂ້າງ​ສູງ​. ພວກ​ເຮົາ​ບໍ່​ຄິດ​ວ່າ​ຈະ​ມີ​ການ​ຕິດຕໍ່
ໃນ
ວົງກວ້າງ ​ແຕ່​ວ່າ​ ພວກ​ເຮົາ​ມີ​ຄວາມ​ເປັນ​ຫວ່ງ​ເປັນ​ໃຍຫຼາຍ ​ໃນຖານະທີ່ເປັນ​ບັນຫາ​
ທາງ​ດ້ານ​ສາທາລະນະ​ສຸກ.”

​ເທົ້າ​ຈົນ​ເຖິງ​ປະຈຸ​ບັນ​ນີ້ ຍັງ​ບໍ່​ທັນ​ມີ​ຫຼັກ​ຖານທີ່ສະແດງໃຫ້ເຫັນວ່າ ສາຍ​ພັນ​ນີ້​ຂອງ​ໂຣ​ກມາ
​ເລ​ເຣຍ ມີການ​ຕິດ​ແປດ​ແຕ່ມະນຸດ​ຫາ​ມະນຸດ.

​ແຕ່​ຜູ້​ຂຽນລາຍ​ງານກ່າວ​ວ່າ ການ​ຄົ້ນ​ຄ້ວາ​ຂອງ​ພວກ​ເຂົາ​ເຈົ້າ ​ສະເໜີແນະ​ໃຫ້​ເຫັນ​ວ່າ
ການຕັດໄມ້​ທຳລາຍ​ປ່າ ​ໄດ້​ມີຜົນ​ກະທົບ​ທີ່​ຕາມ​ມາໃນດ້ານສາທາລະນະ​ສຸກ ທີ່​ ​ຈຳເປັນ
ທີ່​
ຈະ​ຕ້ອງ​ໄດ້ຮັບການແກ້ໄຂ.

ອາຈານ Drakeley ກ່າວວ່າ “​ມີການຮັບຮູ້ ຫຼາຍຂຶ້ນນັບມື້ວ່າ ການປ່ຽນແປງໃນ ການ​
ນຳ​ໃຊ້​ດິນ ​ແລະ​ການ​ປ່ຽນ​ແປງ​ຂອງ​ສະພາບ​ແວດລ້ອມ​ ​ແມ່ນ​ມີ​ຜົນ​ກະທົບ​ຕໍ່​ຜູ້​ຄົນ
​ແລະຕໍ່​ສາທາລະນະ​ສຸກ ​ໃນ​ຫຼາຍໆ​ດ້ານທີ່ແຕກຕ່າງກັນ.”

ຂົງເຂດ​ສ່ວນ​ໃຫຍ່​ໃນ​ເອ​ເຊຍອາຄະ​ເນ ​ພວມມີການຕັດໄມ້​ທຳລາຍ​ປ່າ ຕົ້ນຕໍແລ້ວແມ່ນ
ເພື່ອ​ນຳ​ໃຊ້​ໃນ​ທາງ​ການ​ກະ​ເສດ. ບັນດາ​ນັກວິທະຍາສາດ ​ເຕືອນ​ວ່າ ນອກ​ ຈາກຜົນກະ
ທົບຕໍ່​ສະພາບ​ແວດ​ລ້ອມແລ້ວ ຍັງ​ມີທ່າທາງວ່າມັນຈະເກີດຜົນກະ​ທົບ​ທາງດ້ານສາທາ​
ລະນະ​ສຸກ ​ເຊັ່ນ​ກັນ.

Deforestation in Malaysia is driving a sharp rise in human cases of a type of malaria normally only found in animals, scientists from the London School of Hygiene and Tropical Medicine say.

Researchers focused on a 3,000-square-kilometer area of Sabah state in Malaysia, with a population of 120,000 people. Much of the forest is being cleared to produce palm oil and other commodities.

Using hospital data and satellite mapping, scientists found the changes in land use were closely associated with a rise in the number of human cases of a type of malaria called Plasmodium knowlesi.

Professor Chris Drakeley, who was part of the research team, said the malaria's normal host, "the thing that it normally grows in, is long- and pig-tailed macaques. And in recent years in that part of Malaysia, northern Borneo, they have shown an increase in the number of cases in individuals with this malaria, presenting themselves to hospitals.”

Researchers said this was most likely explained by humans coming in close contact with the forest inhabited by the macaques, and the mosquitoes that transmit malaria. Many local villagers are employed in tree clearance and agricultural expansion.

The Plasmodium knowlesi strain is now the most common form of human malaria in many areas of Malaysia, and it has been reported across Southeast Asia.

“It can rapidly reproduce in your blood, and that means you get very high levels of infection," Drakeley said. "The case fatality rate, the number of people that die per infection, is quite high. We don’t think there’s going to be a very big expansion of it, but we’re very concerned as a general public health problem.”

So far there is no evidence of this strain of malaria being transmitted from human to human. But the report authors said their research suggested that deforestation has distinct public health consequences, which need to be urgently addressed.

XS
SM
MD
LG