ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ ມາເລເຊຍ ຕ່າວປີ້ນ ການຕັດສິນ ໃຫ້ທ່ານ Anwar ພົ້ນໂທດ (ວີ​ດີ​ໂອ)


ຜູ້ນຳຝ່າຍຄ້ານມາເລເຊຍ ທານ Anwar Ibrahim (ກາງ) ແລະພັນລະຍາຂອງທ່ານ ນາງ Wan Azizah ໄປຂຶ້ນສານ ທີ່ມືອງ Putrajaya (7 ມີນາ 2014)
ຜູ້ນຳຝ່າຍຄ້ານມາເລເຊຍ ທານ Anwar Ibrahim (ກາງ) ແລະພັນລະຍາຂອງທ່ານ ນາງ Wan Azizah ໄປຂຶ້ນສານ ທີ່ມືອງ Putrajaya (7 ມີນາ 2014)
ສານອຸທອນແຫ່ງນຶ່ງຂອງມາເລເຊຍໄດ້ຕ່າວປີ້ນການຕັດສິນໃຫ້
ພົ້ນໂທດ ຕໍ່ທ່ານ Anwar Ibrahim ຜູ້ນຳຝ່າຍຄ້ານ ໃນປີ 2012
ກ່ຽວກັບການຮ່ວມເພດ ກັບຄົນເພດດຽວກັນ.

ສານອຸທອນຂອງມາເລເຊຍ ໄດ້ຕັດສິນ ໃນວັນສຸກມື້ນີ້ວ່າ ທ່ານ
Anwar ແມ່ນມີຄວາມຜິດໃນການມີເພດສຳພັນໃນປີ 2008 ກັບ
ຜູ້ຊາຍຄົນນຶ່ງ ຊຶ່ງໃນເວລານັ້ນເປັນຜູ້ຊ່ອຍຂອງທ່ານ.

ສານຊັ້ນຕົ້ນແຫ່ງນຶ່ງ ໄດ້ຕັດສິນໃຫ້ທ່ານ Anwar ພົ້ນໂທດໃນປີ
2012 ໂດຍເວົ້າວ່າ ຫລັກຖານດ້ານ DNA ໃນການດຳເນີນຄະດີ
ແມ່ນມີເຊື້ອອື່ນ ມາປະປົນ.

ການຮ່ວມເພດກັບຄົນເພດດຽວກັນ ສາມາດໄດ້ຮັບໂທດຈຳຄຸກດົນເຖິງ 20 ປີ ພາຍໃຕ້ກົດ ໝາຍສະໄໝອານານິຄົມຂອງມາເລເຊຍ.

ອະດີດຮອງນາຍົກລັດຖະມົນຕີ Anwar ອາຍຸ 66 ປີ ກ່າວວ່າ ຂໍ້ຫາດັ່ງກ່າວແມ່ນເປັນຄວາມ ພະຍາຍາມຂອງລັດຖະບານ ທີ່ຈະທຳລາຍອາຊີບ ທາງດ້ານການເມືອງຂອງທ່ານ.

ການຕັດສິນທີ່ວ່ານີ້ ຈະສ້າງບັນຫາສະລັບຊັບຊ້ອນໃຫ້ແກ່ຄວາມຫວັງຂອງທ່ານ Anwar ທີ່ ຈະລົງສະໝັກແຂ່ງຂັນໃນການເລືອກຕັ້ງເພີ້ມຢູ່ເຂດທ້ອງຖິ່ນໃນວັນທີ 23 ມີນາຈະມາເຖິງນີ້. ຫຼາຍໆຄົນພາກັນຄາດຄະເນວ່າ ນັກການເມືອງອະວຸໂສທ່ານນີ້ຈະເປັນຜູ້ຊະນະບ່ອນນັ່ງດັ່ງ ກ່າວ.

Malaysia Anwar Appeal
please wait
Embed

No media source currently available

0:00 0:00:55 0:00
XS
SM
MD
LG