ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍຮ້ອຍຄົນ ເຕົ້າໂຮມ ສະແດງ ຄວາມເປັນຫ່ວງ ນຳຜູ້ໂດຍສານ ຖ້ຽວບິນ MH 370 (ວີດີໂອ)


MALAYSIA VIGIL VOSOT
please wait
Embed

No media source currently available

0:00 0:00:24 0:00
ຜູ້ຄົນທີ່ປາຖະໜາດີ ຈຳນວນຫຼາຍຮ້ອຍຄົນ ໄດ້ພາກັນເຕົ້າ
ໂຮມກັນໃນເຂດຊານເມືອງ ຂອງຫຼວງມາເລເຊຍ ກຸງກົວລາ
ລຳເປີ ເພື່ອສະແດງອອກ ເຖິງຄວາມເປັນຫ່ວງເປັນໃຍນຳ
ພວກຜູ້ໂດຍສານທີ່ຫາຍສາບສູນ ຂອງສາຍການບິນມາເລ
ເຊຍຖ້ຽວບິນ MH 370 ແລະຄອບຄົວຂອງພວກເຂົາເຈົ້າ.

ການປະຕິບັດງານຮ່ວມຂອງ 26 ປະເທດ ແມ່ນກຳລັງຊອກຄົ້ນຫາເຮືອບິນທີ່ຫາຍໄປ
ໃນວັນທີ 8 ມີນາ ທີ່ມີຜູ້ໂດຍສານ 239 ຄົນ ຢູ່ເທິງເຮືອບິນ ໃນຖ້ຽວບິນກາງຄືນທີ່ເດີນ
ທາງມຸ່ງໜ້າໄປສູ່ກຸງປັກກິ່ງ ຈາກກຸງກົວລາລຳເປີ.

ນຶ່ງໃນບັນດາຜູ້ຈັດແຈງການໂຮມຊຸມນຸມໄດ້ກ່າວວ່າ ເຖິງແມ່ນວ່າ ຂໍ້ມູນຕ່າງໆນາໆ
ທີ່ຫ້ອມລ້ອມຂອງການຫາຍສາບສູນຂອງເຮືອບິນ ແລະບັນດາຜູ້ໂດຍສານລຳ
ດັ່ງກ່າວນີ້ ຈະບໍ່ແນ່ນອນກໍຕາມ ສິ່ງທີ່ສຳຄັນທີ່ສຸດໃນຂະນະນີ້ ກໍຄືການໃຫ້ການ
ສະໜັບສະໜູນ ເປັນກຳລັງໃຈພວກເພື່ອນມິດ ແລະຄອບຄົວຂອງພວກທີ່ຫາຍ
ສາບສູນໄປນີ້.

Reshmonu ຜູ້ຈັດແຈງການໂຮມຊຸມນຸມໄດ້ກ່າວວ່າ: “ພວກເຮົາ ບໍ່ຮູ້ວ່າ
ມີຫຍັງເກີດຂຶ້ນ, ແຕ່ວ່າ ພວກເຮົາມີຄວາມເຊື່ອໝັ້ນວ່າ ພວກເຮົາ ສາມາດ
ແບ່ງປັນຄວາມເຈັບປວດນີ້ໄດ້. ພວກເຮົາມາຢູ່ນີ້ ເພື່ອພວກທ່ານ.”


ການຄົ້ນຫາຂອງເຮືອບິນທີ່ຫາຍສາຍສູນຄັ້ງນີ້ ແມ່ນເປັນການຄົ້ນຫາ ທີ່ໃຫຍ່ສຸດ
ໃນປະຫວັດສາດການບິນ.

Hundreds of well-wishers gathered on the outskirts of the Malaysian capital Kuala Lumpur to show their support for the passengers of missing Malaysia Airlines flight MH370 and their families.

A coalition of 26 countries is looking for the plane that vanished on March 8 with 239 people aboard on a night flight from Kuala Lumpur to Beijing.

One of the event organizers said that, despite the uncertainty surrounding the disappearance of the plane and passengers, what was important was to support the friends and family of the missing.

"We don't know what's happening, but we can surely share the pain. We are there for you."

The search for the aircraft is the largest in aviation history.
XS
SM
MD
LG