ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເຈົ້າໜ້າທີ່ຂັ້ນສູງ ຕໍ່ຕ້ານສໍ້ລາດບັງຫຼວງ ຂອງມາເລເຊຍ ຟ້ອງຜູ້ເປີດ​ເຜີຍການກະທຳຜິດ ໃນຖານໝິ່ນປະມາດ


ຊາຍຄົນນຶ່ງຖືພາບຂອງຫົວໜ້າຄະນະກຳມາທິການຕໍ່ຕ້ານການສໍ້ລາດບັງຫຼວງ ຂອງມາເລເຊຍ ຫຼື MACC ທ່ານອາຊາມ ຍາຄີ (Azam Baki) ໃນລະຫວ່າງການໂຮມຊຸມນຸມ ຮຽກຮ້ອງໃຫ້ຈັບກຸມທ່ານ ໃນນະຄອນຫຼວງກົວລາລຳເປີ, ໃນ ວັນທີ 22 ມັງກອນ 2022.
ຊາຍຄົນນຶ່ງຖືພາບຂອງຫົວໜ້າຄະນະກຳມາທິການຕໍ່ຕ້ານການສໍ້ລາດບັງຫຼວງ ຂອງມາເລເຊຍ ຫຼື MACC ທ່ານອາຊາມ ຍາຄີ (Azam Baki) ໃນລະຫວ່າງການໂຮມຊຸມນຸມ ຮຽກຮ້ອງໃຫ້ຈັບກຸມທ່ານ ໃນນະຄອນຫຼວງກົວລາລຳເປີ, ໃນ ວັນທີ 22 ມັງກອນ 2022.

ຫົວ​ໜ້າຕໍ່ຕ້ານການສໍ້ລາດບັງຫຼວງຂອງມາເລເຊຍ ໄດ້ຟ້ອງນັກຂ່າວທ້ອງຖິນຄົນນຶ່ງໃນຂໍ້ຫາໝິ່ນປະມາດຕໍ່ບົດລາຍງານທີ່ໄດ້ຕັ້ງຄຳຖາມເຖິງຄວາມຖືກຕ້ອງຕາມກົດໝາຍ ຂອງການຖືຮຸ້ນໃນອະດີດຂອງທ່ານ ຊຶ່ງບາງຄົນເຫັນວ່າ ຄະດີນີ້ເປັນຕົວຊີ້ວັດ ແລະການທົດສອບຕົວບົດກົດໝາຍຂອງປະເທດ.

ທ່ານອາຊາມ ບາຄີ (Azam Baki) ຫົວໜ້າຄະນະກຳມາທິການຕໍ່ຕ້ານການສໍ້ລາດບັງຫຼວງຂອງມາເລເຊຍ ຫຼື MACC ໄດ້ຢື່ນຟ້ອງຕໍ່ທ່ານນາງລາລີທາ ຄູນາຣັຕນາມ (Lalitha Kunaratnam) ໃນວັນທີ 12 ມັງກອນ ໂດຍຮຽກຮ້ອງຄ່າເສຍຫາຍໃນຈຳນວນ 2,380,000 ໂດລາ ແລະຄ່າໃຊ້ຈ່າຍຕ່າງໆ ຍ້ອນບົດລາຍງານສອງສະບັບ ທີ່ໄດ້ພິມອອກເຜີຍແຜ່ຄັ້ງທຳອິດ ໃນເດືອນຕຸລາ ໂດຍອົງການຂ່າວອິດສະຫລະ ຊຶ່ງເປັນແຫລ່ງຂ່າວທາງອອນໄລນ໌. ໃນບົດລາຍງານນັ້ນ ທ່ານນາງລາລີທາ ໄດ້ລຽບລຽງລາຍການຜົນປະໂຫຍດທາງດ້ານທຸລະກິດແລະການເຊື່ອມໂຍງ ແລະຕັ້ງຄຳຖາມວ່າ ສິ່ງທັງຫຼາຍເຫຼົ່ານີ້ ໄດ້ຖືກປະກາດຢ່າງຖືກຕ້ອງແລ້ວບໍ່ ຫຼື ມັນຈະບໍ່ເຮັດໃຫ້ເກີດບັນຫາຂັດແຍ້ງ ໃນດ້ານຜົນປະ ໂຫຍດສ່ວນຕົວ ຫຼືບໍ່.

ອີງຕາມບົດລາຍງານດັ່ງກ່າວນັ້ນ ທ່ານອາຊາມ ໄດ້ຖືຮຸ້ນເກືອບ 3 ລ້ານຮຸ້ນໃນສອງບໍລິສັດ ແລະອີກກວ່າ 2 ລ້ານຮຸ້ນ ຕະຫຼອດຊ່ວງປີ 2015 ແລະ 2016 ທີ່ເປັນພື້ນຖານຂອງການກວດສອບ ໃນຂະນະທີ່ເປັນຜູ້ອຳນວຍການອົງການສືບສວນສອບສວນ ຢູ່ທີ່ MACC ນັ້ນ ຍັງອາດເປັນການລະເມີດຕໍ່ກົດໝາຍຂອງຂໍ້ຈຳກັດສຳລັບລັດຖະກອນ. ສ່ວນອ້າຍນ້ອງຂອງທ່ານອາຊາມ ອີງຕາມລາຍງານດັ່ງກ່າວ ໄດ້ສ້າງຕັ້ງທຸລະກິດຂອງພວກເຂົາເຈົ້າເອງຢ່າງກວ້າງຂວາງ ໃນລະຫວ່າງທີ່ທ່ານດຳລົງຕຳແໜ່ງຢູ່ໃນຄະນະກຳມາທິການດັ່ງກ່າວ.

ທ່ານອາຊາມ ໄດ້ປະຕິເສດຕໍ່ການກະທຳຜິດໃດໆຢູ່ທີ່ກອງປະຊຸມຖະແຫລງຂ່າວໃນວັນທີ 5 ມັງກອນ ແລະໄດ້ກ່າວວ່າ ທ່ານບໍ່ໄດ້ຖືຮຸ້ນໃດໆໃນບໍລິສັດອີກຕໍ່ໄປ. ທ່ານໄດ້ກ່າວອີກວ່າ ອ້າຍຂອງທ່ານ ທ່ານນາຊີຣ ບາຄີ ໄດ້ໃຊ້ບັນຊີການຄ້າຂອງທ່ານ ຊື້ຮຸ້ນທັງຫຼາຍໃນປີ 2015 ແລະວ່າ ຮຸ້ນເຫຼົ່ານັ້ນ ໄດ້ຖືກໂອນໄປໃສ່ບັນຊີອ້າຍຂອງທ່ານ ໃນເວລາຕໍ່ມາ ປີດຽວກັນນັ້ນ.

ຫຼາຍຮ້ອຍຄົນໄດ້ໂຮມຊຸມນຸມຢູ່ໃນໃຈກາງນະຄອນຫຼວງກົວລາລຳເປີຂອງມາເລເຊຍ ໃນວັນເສົາ ທີ 22 ມັງກອນ ຮຽກຮ້ອງທ່ານອາຊາມ ລົງຈາກຕຳແໜ່ງ ຍ້ອນຂໍ້ກ່າວຫາດັ່ງກ່າວ. ຕຳຫຼວດໄດ້ກີດກັນເສັ້ນທາງຫຼັກແລະໄດ້ປິດສະຖານີລົດໄຟໃຕ້ດິນຢູ່ໃນບໍລິເວນອ້ອມຮອບສະຖານທີ່ຊຸມນຸມກ່ອນໜ້າ ອີງຕາມການກ່າວອ້າງຂອງພວກປະທ້ວງບາງຄົນ ເພື່ອຫລຸດຜ່ອນຈຳນວນຂອງຝູງຄົນ.

ກຸ່ມປົກປ້ອງສິດທິມະ​ນຸດຕ່າງໆ ກ່າວວ່າ ການຟ້ອງຂອງທ່ານອາຊາມ ເປັນການປະຕິບັດ ທີ່ສອດຄ່ອງກັບພື້ນທີ່ທີ່ຫລຸດລົງສຳລັບອົງ​ການຂ່າວທີ່ເສລີ ແລະການຮາວີພວກນັກຂ່າວ ຫຼາຍຂຶ້ນນັບມື້ ນັບຕັ້ງແຕ່ການລົ້ມລະລາຍ ຂອງລັດຖະບານປະ​ສົມ​ຫົວ​ກ້າວ​ໜ້າ ປາກາຕັນ ຮາຣາປານ ໃນຕົ້ນປີ 2020.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG