ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມາ​ເລ​ເຊຍ ສົ່ງ​ຂີ້​ເຫຍື້ອ ພ​ລາ​ສ​ຕິກ ກັບ​ຄືນ​ໄປ​ຍັງ ປະ​ເທດ​ຕົ້ນ​ກຳ​ເນ​ີດ ໂດຍ​ກ່າວ​ວ່າ ຈະ​ບໍ່​ເປັນ​ຖັງ​ຂີ້​ເຫຍື້ອ​ຂອງ​ໂລກ


ພະ​ນັກ​ງານ​ຄົນ​ນຶ່ງ ກວດ​ພົບ​ເຫັນ​ຂີ້​ເຫຍື້ອພ​ລາ​ສ​ຕິກ​ຢູ່​ໃນ​ຕູ້​ສິນ​ຄ້າ ຢູ່​ທີ່​ທ່າ​ເຮືອ Tanjung Priok ໃນ​ນະ​ຄອນຫຼວງ​ຈາ​ກາ​ຕາ ​ຂອງ​ອິນ​ໂດ​ເນ​ເຊຍ, ວັນ​ທີ 18 ກັນ​ຍາ 2019.
ພະ​ນັກ​ງານ​ຄົນ​ນຶ່ງ ກວດ​ພົບ​ເຫັນ​ຂີ້​ເຫຍື້ອພ​ລາ​ສ​ຕິກ​ຢູ່​ໃນ​ຕູ້​ສິນ​ຄ້າ ຢູ່​ທີ່​ທ່າ​ເຮືອ Tanjung Priok ໃນ​ນະ​ຄອນຫຼວງ​ຈາ​ກາ​ຕາ ​ຂອງ​ອິນ​ໂດ​ເນ​ເຊຍ, ວັນ​ທີ 18 ກັນ​ຍາ 2019.

ມາ​ເລ​ເຊຍ ໄດ້​ສົ່ງ​ຕູ້​ສິນ​ຄ້າ 150 ຕູ້ ທີ່​ບັນ​ຈຸຂີ້​ເຫຍື້ອພ​ລາ​ສ​ຕິກ ກັບ​ຄືນ​ໄປ​ຍັງ 13 ປະ​ເທດ​ໂດຍ​ສ່ວນ​ໃຫຍ່​ແລ້ວ ເປັນ​ປະ​ເທດ​ທີ່​ຮັ່ງ​ມີ ນັບ​ຕັ້ງ​ແຕ່​ໄຕ​ມາດ​ທີ​ສາມ​ຂອງ​ປີ​ກາຍນີ້ ໂດຍ​ທີ່​ລັດ​ຖະ​ມົນ​ຕີ​ສະ​ພາບ​ແວດ​ລ້ອມ ​ໄດ້​ກ່າວເຕືອນ​ໃນ​ວັນ​ຈັນ​ມື້ນີ້ ​ວ່າ ຈຳ​ພວກ​ນີ້ ຜູ້​ທີ່​ເຮັດ​ໃຫ້​ປະ​ເທດ​ກາຍ​ເປັນ​ຖັງ​ຂີ້​ເຫຍື້ອຂອງ​ໂລກ ສາ​ມາດ “ຝັນ​ຕໍ່​ໄປໄດ້.”

ສິນ​ຄ້າຂອງ​ຂີ້​ເຫຍື້ອທັງຫຼາຍທີ່ບໍ່​ມີ​ໃຜ​ຢາກ​ໄດ້ນັ້ນ ໄດ້​ຖືກ​ຫັນ​ສົ່ງ​ໄປ​ຍັງ​ປະ​ເທດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ນັບ​ຕັ້ງ​ແຕ່​ຈີນ ໄດ້​ຫ້າມ​ການ​ນຳ​ເຂົ້າ​ຂີ້​ເຫຍື້ອ​ພ​ລາ​ສ​ຕິກ ຕັ້ງ​ແຕ່​ປີ 2018 ເປັນ​ຕົ້ນ​ມາ ແຕ່​ມາ​ເລ​ເຊຍ ແລະ​ພວກ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ​ອື່ນໆ ແມ່ນ​ພວມ​ຕໍ່​ສູ້​ຕ້ານ​ຢັນ​ຄືນ.

ລັດ​ຖະ​ມົນ​ຕີ​ສະ​ພາບ​ແວດ​ລ້ອມ​ຂອງ​ມາ​ເລ​ເຊຍ ທ່ານ​ນາງ ຢຽວ ບີ ຢິນ ໄດ້​ກ່າວ​ວ່າ ອີກ 110 ຕູ້​ສິນ​ຄ້າ ແມ່ນ​ຄາດ​ວ່າ ຈະ​ຖືກ​ສົ່ງ​ກັບ​ຄືນ​ໄປ ພາຍ​ໃນ​ກາງ​ເດືອນນີ້.

ທ່ານ​ນາງ​ຢຽວ ​ໄດ້​ກ່າວ​ອີກວ່າ ການ​ສົ່ງ​ກັບ​ຄືນ​ປະ​ເທດ​ຂອງ​ຂີ້​ເຫຍື້ອ​ຈຳ​ນວນ​ທັງ​ໝົດ 4,120 ໂຕນ ນັ້ນ ເປັນ​ທີ່​ສຳ​ເລັດ​ຜົນ ຫຼັງ​ຈາກ​ທີ່​ໄດ້​ບັງ​ຄັບ​ໃຊ້​ກົດ​ລະ​ບຽບ​ທີ່​ເຂັ້ມ​ງວດ ຢູ່​ທີ່​ທ່າ​ເຮືອ​ຂອງ​ມາ​ເລ​ເຊຍ ທີ່​ສຳ​ຄັນ​ແຫ່ງ​ຕ່າງໆ ເພື່ອ​ສະ​ກັດ​ກັ້ນ​ການ​ລັກ​ລອບ​ຂີ້​ເຫຍືອ ແລະ​ນຳ​ສົ່ງ​ ພວກ​ໂຮງ​ງານ​ໝຸນ​ໃຊ້​ຂີ້​ເຫຍື້ອ​ ຫຼາຍກວ່າ 200 ແຫ່ງ ຢ່າງ​ຜິດ​ກົດ​ໝາຍ.

ໃນ​ຈຳ​ນວນ 150 ຕູ້​ຂີ້​ເຫຍື້ອ 43 ຕູ້ ໄດ້​ຖືກ​ສົ່ງ​ກັບ​ຄືນ​ໄປ​ ​ຝ​ຣັ່ງ 42 ຕູ້​ ສົ່ງກັບ​ຄືນ​ໄປ ອັງ​ກິດ 17 ຕູ້ ສົ່ງກັບ​ຄືນ​ໄປ ສະ​ຫະ​ລັດ 11 ຕູ້ ສົ່ງກັບ​ຄືນ​ໄປ ກາ​ນາ​ດາ 10 ຕູ້ໄປ ​ສະ​ເປນ ແລະ ສ່ວ​ນ​ທີ່​ເຫຼືອ ໄປ​ຍັງ ຮົງ​ກົງ ຍີ່​ປຸ່ນ ສິງ​ກະ​ໂປ ປອກ​ຕຸ​ຍການ ຈີນ ບັງ​ກ​ລາ​ແດັ​ສ ສ​ຣີ​ລັງ​ກາ ແລະລີ​ທົວ​ເນຍ ອີງ​ຕາ​ມ​ການ​ກ່າວ​ຈາກກະ​ຊວງ ​ຂອງ​ທ່ານ​ນາງ​ຢຽວ.

Malaysia has sent back 150 containers of plastic waste to 13 mainly rich countries since the third quarter last year, with the environment minster warning on Monday that those who want to make the country a rubbish bin of the world can "dream on."

Shipments of unwanted rubbish have been rerouted to Southeast Asia since China banned the import of plastic waste in 2018, but Malaysia and other developing countries are fighting back.

Environment Minister Yeo Bee Yin said another 110 containers are expected to be sent back by the middle of this year.

Yeo said the successful repatriation of a total 3,737 metric tonnes (4,120 U.S. tons) of waste followed strict enforcement at key Malaysian ports to block smuggling of waste and shuttering more than 200 illegal plastic recycling factories.

Of the 150 containers, 43 were returned to France, 42 to the United Kingdom, 17 to the United States, 11 to Canada, 10 to Spain and the rest to Hong Kong, Japan, Singapore, Portugal, China, Bangladesh, Sri Lanka and Lithuania, her ministry said.

XS
SM
MD
LG