ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພັກລັດຖະບານ ຊະນະ ການເລືອກຕັ້ງ ໃນມາເລເຊຍ (ສະໄລດ໌/ວີດິໂອ)


ນາຍົກລັດຖະມົນຕີ Najib Razak ອ່ານຄໍາສາບານໂຕ ຕໍ່ໜ້າ
ກະສັດ Abdul Halim Mu'adzam Shah ຂອງ ມາເລເຊຍ (ບໍ່ເຫັນໃນຮູບ)
ນາຍົກລັດຖະມົນຕີ Najib Razak ອ່ານຄໍາສາບານໂຕ ຕໍ່ໜ້າ ກະສັດ Abdul Halim Mu'adzam Shah ຂອງ ມາເລເຊຍ (ບໍ່ເຫັນໃນຮູບ)
ບັນດາ​ເຈົ້າ​ໜ້າທີ່​ເລືອກ​ຕັ້ງ ກ່າວ​ວ່າ ພັກ​ປະສົມ​ຂອງ​ລັດຖະບານ
ມາ​ເລ​ເຊຍ ​ໄດ້​ຮັບ​ບ່ອນ​ນັ່ງ ​ເປັນ​ຝ່າຍສຽງ​ສ່ວນ​ຫລາຍຢູ່​ໃນ​ສະພາ ​
ໃນ​ການ​ເລືອກ​ຕັ້ງ​ເມື່ອ​ວັນ​ອາທິ​ດວານ​ນີ້ ຊຶ່ງ​ເປັນ​ການ​ຕໍ່ໄລຍະ
ການປົກຄອງປະ​ເທດມາ​ເປັນ​ເວລາ 56 ປີ ນັ້ນ ອອກ​ໄປ​ອີກ ຫລັງ
​ຈາກ​ໄດ້​ມີ​ການ​ຕໍ່ສູ້​ກັນ​ຢ່າງ​ໜັກ​ໜ່ວງ ​ກັບພັກພັນ​ທະ​ມິດ​ຝ່າຍ​ຄ້ານ
ທີ່​ແຂງ​ແຮງ​ຂຶ້ນ​ກ່ວາ​ເກົ່າ.

ຜົນຂັ້ນສຸດ​ທ້າຍຂອງ​ການ​ເລືອກ​ຕັ້ງໃນ​ວັນ​ອາທິດ​ວານ​ນີ້ ​ສະ​ແດງ​
ໃຫ້​ເຫັນ​ວ່າ ພັກປະສົມ ​ແນວ​ໂຮມແຫ່ງ​ຊາດ ​ຂອງນາຍົກລັດຖະມົນ
​ຕີ Najib Razak ໄດ້​ຮັບ​ບ່ອນ​ນັ່ງ 133 ຍ່ອນ​ໃນຈໍານວນທັງ​ໝົດ
222 ບ່ອນ​ນັ່ງ​ໃນ​ສະພາ ​ແລະ ພັກພັນທະ​ມິດຝ່າຍ​ຄ້ານ ທີ່ປະກອບ
ດ້ວຍສາມ​ພັກ​ນ້ນ ​ໄດ້​ຮັບ 89 ບ່ອນ​ນັ່ງ. ຜົນ​ການ​ເລືອກ​ຕັ້ງ​ສະ​ແດງ
ໃຫ້​ເຫັນ​ວ່າ ສົມທຽບໃສ່​ກັບການ​ເລືອກ​ຕັ້ງເມື່ອ​ປີ 2008 ​ແລ້ວ ພັກ
ປະສົມຂອງ​ລັດຖະບານ​ໄດ້​ຮັບ​ບ່ອນ​ນັ່ງໜ້ອຍ​ລົງ ແຕ່ຝ່າຍ​ຄ້ານ​ໄດ້
ຮັບ​ຫລາຍ​ຂຶ້ນ.

ຫລາຍ​ຊົ່ວໂມງ​ຫລັງ​ຈາກ​ໜ່ວຍ​ປ່ອນ​ບັດ​ໄດ້​ປິດ​ລົງ​ໃນ​ວັນ​ອາທິດ
ວານ​ນີ້ ຫົວໜ້າ​ຝ່າຍ​ຄ້ານທ່ານ Anwar Ibrahim ​ໄດ້ຂຽນຂໍ້ຄວາມ​ລົງ​ໃນ Twitter ​ເວົ້າ​ວ່າ
ພັກ​ປະສົມ​ຂອງ​ທ່ານຈະບໍ່​ຍອມຮັບ​ເອົາ​ຜົນ​ການ​ເລືອກ​ຕັ້ງ​ ຈົນ​ກວ່າ​ວ່າທາງເຈົ້າ​ໜ້າ​ທີ່​ເລືອກ
​ຕັ້ງ​ຈະອອກມາ​ຊີ້​ແຈງກ່ຽວ​ກັບ “ການ​ກ່າວ​ຫາ​ສໍ້​ໂກງຫລາຍໆກໍລະນີທີ່​ມີ​ການ​ກ່າວ​ຫາ​ນັ້ນ.
” ທ່ານ​ບໍ່​ໄດ້ໃຫ້ລາຍລະ​ອຽດ ​ແລະກໍ​ບໍ່​ເປັນ​ທີ່​ແຈ້ງຂາວ​ວ່າ ​ການ​ອຸທອນ​ຢ່າງ​ເປັນ​ທາງ​ການ
ຈະມີ​ຜົນກະທົບຢ່າງ​ໃດ ຕໍ່​ຜົນ​ການ​ເລືອກ​ຕັ້ງ.

ຫລາຍ​ກວ່າ 10 ລ້ານ​ຄົນ​ພາກັນອອກ​ໄປ​ປ່ອນ​ບັດ ຊຶ່ງ​ເປັນສັດສ່ວນ​ທີ່​ສູງ​ເປັນ​ປະວັດ​ການ
ຂອງຈໍານວນ​ຜູ້​ມີ​ສິດ​ປ່ອນ​ບັດ ຄື 80 ​ເປີ​ເຊັ​ນ.



ການ​ໂຄສະນາ​ຫາ​ສຽງ​ຂອງ​ຝ່າ​ນຄ້ານ ​ໄດ້ເນັ້ນໜັກ​ໃສ່ ການ​ກ່າວ​ຫາ​ພັກ​ລັດຖະບານວ່າ
ມີ​ທ່າ​ທີ​ຍະ​ໂສ​ໂອ​ຫັງ ​ໃຊ້​ເງິນ​ຫລວງ​ຢ່າງ​ສະ​ຊາຍ ​ແລະຈໍາ​ແນ​ກກີດ​ກັນ ​ຕໍ່​ປະຊາກອນເຊື້ອ
ສາຍຈີນ ທີ່​ມີຈໍານວນ​ຫລວງ​ຫລາຍ​ໃນ​ປະ​ເທດ.

​ໄຊຊະນະ​ໃນ​ຄັ້ງ​ນີ້ ​ແມ່ນເປັນໄຊຊະນະ​ຄັ້ງ​ທີ 13 ລຽນຕິດ​ຂອງພັກ​ປະສົມ ແນວ​ໂຮມ​ແຫ່ງ​ຊາດ
ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ນັບ​ຕັ້ງ​ແຕ່ມາ​ເລ​ເຊຍ ​ໄດ້​ຮັບ​ເອກ​ກະລາດ ຈາກອັງກິດ​ໃນ​ປີ 1957​.
ບັນດາ​ເຈົ້າ​ໜ້າທີ່​ເລືອກ​ຕັ້ງ ກ່າວ​ວ່າ ພັກ​ປະສົມ​ຂອງ​ລັດຖະບານມາ​ເລ​ເຊຍ ​ໄດ້​ຮັບ​ບ່ອນ​ນັ່ງ ​
ເປັນຝ່າຍສຽງ​ສ່ວນ​ຫລາຍຢູ່​ໃນ​ສະພາ ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ວັນ​ອາທິ​ດວານ​ນີ້ ຊຶ່ງ​ເປັນ​ການ
​ຕໍ່ໄລຍະການປົກຄອງປະ​ເທດມາ​ເປັນ​ເວລາ 56 ປີ ນັ້ນ ອອກ​ໄປ​ອີກ ຫລັງ​ຈາກ​ໄດ້​ມີ​ການ​ຕໍ່ສູ້​
ກັນ​ຢ່າງ​ໜັກໜ່ວງ ​ກັບພັກພັນ​ທະ​ມິດ​ຝ່າຍ​ຄ້ານທີ່​ແຂງ​ແຮງ​ຂຶ້ນ​ກ່ວາ​ເກົ່າ.

ຜົນຂັ້ນສຸດ​ທ້າຍຂອງ​ການ​ເລືອກ​ຕັ້ງໃນ​ວັນ​ອາທິດ​ວານ​ນີ້ ​ສະ​ແດງ​ໃຫ້​ເຫັນ​ວ່າພັກປະສົມແນວ​
ໂຮມແຫ່ງ​ຊາດ ​ຂອງນາຍົກລັດຖະມົນ​ຕີ Najib Razak ໄດ້​ຮັບ​ບ່ອນ​ນັ່ງ 133 ຍ່ອນ​ໃນຈໍາ
ນວນທັງ​ໝົດ 222 ບ່ອນ​ນັ່ງ​ໃນ​ສະພາ ​ແລະ ພັກພັນທະ​ມິດຝ່າຍ​ຄ້ານ ທີ່ປະກອບ​ດ້ວຍສາມ​
ພັກ​ນ້ນ ​ໄດ້​ຮັບ 89 ບ່ອນ​ນັ່ງ. ຜົນ​ການ​ເລືອກ​ຕັ້ງ​ສະ​ແດງ​ໃຫ້​ເຫັນ​ວ່າ ສົມທຽບ​ໃສ່​ກັບການ
​ເລືອກ​ຕັ້ງເມື່ອ​ປີ 2008 ​ແລ້ວ ພັກປະສົມຂອງ​ລັດຖະບານ​ໄດ້​ຮັບ​ບ່ອນ​ນັ່ງ​ໜ້ອຍ​ລົງ ແຕ່ຝ່າຍ​
ຄ້ານ​ໄດ້​ຮັບ​ຫລາຍ​ຂຶ້ນ.

ຫລາຍ​ຊົ່ວໂມງ​ຫລັງ​ຈາກ​ໜ່ວຍ​ປ່ອນ​ບັດ​ໄດ້​ປິດ​ລົງ​ໃນ​ວັນ​ອາທິດວານ​ນີ້ ຫົວໜ້າ​ຝ່າຍ​ຄ້ານ
ທ່ານ Anwar Ibrahim ​ໄດ້ຂຽນຂໍ້ຄວາມ​ລົງ​ໃນ Twitter ​ເວົ້າ​ວ່າ ພັກ​ປະສົມ​ຂອງ​ທ່ານ ຈະ​
ບໍ່​ຍອມຮັບ​ເອົາ​ຜົນ​ການ​ເລືອກ​ຕັ້ງ​ ຈົນ​ກວ່າ​ວ່າທາງເຈົ້າ​ ໜ້າ​ທີ່​ເລືອກ​ຕັ້ງ​ຈະອອກ​ມາ​ຊີ້​ແຈງ​
ກ່ຽວ​ກັບ “ການ​ກ່າວ​ຫາ​ສໍ້​ໂກງຫລາຍໆກໍລະນີ ທີ່​ມີ​ການ​ກ່າວ​ຫາ​ນັ້ນ.” ທ່ານ​ບໍ່​ໄດ້ໃຫ້ລາຍ​ລະ​
ອຽດ ​ແລະກໍ​ບໍ່​ເປັນ​ທີ່​ແຈ້ງຂາວ​ວ່າ ​ການ​ອຸທອນ​ຢ່າງເປັນ​ທາງ​ການ ຈະມີ​ຜົນ​ກະທົບຢ່າງ​ໃດ
ຕໍ່​ຜົນ​ການ​ເລືອກ​ຕັ້ງ.

ຫລາຍ​ກວ່າ 10 ລ້ານ​ຄົນ​ພາກັນອອກ​ໄປ​ປ່ອນ​ບັດ ຊຶ່ງ​ເປັນສັດສ່ວນ​ທີ່​ສູງ​ເປັນ​ປະວັດ​ການ
ຂອງຈໍານວນ​ຜູ້​ມີ​ສິດ​ປ່ອນ​ບັດ ຄື 80 ​ເປີ​ເຊັ​ນ.

ການ​ໂຄສະນາ​ຫາ​ສຽງ​ຂອງ​ຝ່າ​ນຄ້ານ ​ໄດ້ເນັ້ນໜັກ​ໃສ່ ການ​ກ່າວ​ຫາ​ພັກ​ລັດຖະບານວ່າ ມີ​
ທ່າ​ທີ​ຍະ​ໂສ​ໂອ​ຫັງ ​ໃຊ້​ເງິນ​ຫລວງ​ຢ່າງ​ສະ​ຊາຍ ​ແລະຈໍາ​ແນ​ກກີດ​ກັນ ​ຕໍ່​ປະຊາກອນ​ເຊື້ອ
ສາຍຈີນ ທີ່​ມີຢ່າງ​ຫລວງ​ຫລາຍ​ໃນ​ປະ​ເທດ.

​ໄຊຊະນະ​ໃນ​ຄັ້ງ​ນີ້ ​ແມ່ນເປັນໄຊຊະນະ​ຄັ້ງ​ທີ 13 ລຽນຕິດ​ຂອງພັກ​ປະສົມ ແນວ​ໂຮມ​ແຫ່ງ​
ຊາດ ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ນັບ​ຕັ້ງ​ແຕ່ມາ​ເລ​ເຊຍ ​ໄດ້​ຮັບ​ເອກ​ກະລາດ ຈາກອັງກິດ​ໃນ​
ປີ 1957​.

Malaysia
please wait
Embed

No media source currently available

0:00 0:01:18 0:00
XS
SM
MD
LG