ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄວິດ-19 ເຮັດໃຫ້ວຽກງານ ສັກຢາ ກັນພະຍາດອື່ນໆ ຢູ່ໃນຫລາຍປະເທດ ພົບອຸປະສັກ


ພະນັກງານການແພດຄົນນຶ່ງ ກໍາລັງສັກຢາກັນພະຍາດຕ້ານໄຂ້ມະເລເຣຍໃຫ້ເດັກນ້ອຍຜູ້ນຶ່ງໃນບ້ານ Ndhiwa ຂອງເມືອງ Homabay ທາງພາກຕາເວັນອອກຂອງເຄັນຢາ (ວັນທີ 13 ກັນຍາ, 2019) ຢູ່ໃນຂະນະທີ່ກໍາລັງປຸກລະດົມໃຫ້ສັກຢາກັນໄຂ້ມາເລເຣຍ ທົ່ວປະເທດຢູ່ນັ້ນ
ພະນັກງານການແພດຄົນນຶ່ງ ກໍາລັງສັກຢາກັນພະຍາດຕ້ານໄຂ້ມະເລເຣຍໃຫ້ເດັກນ້ອຍຜູ້ນຶ່ງໃນບ້ານ Ndhiwa ຂອງເມືອງ Homabay ທາງພາກຕາເວັນອອກຂອງເຄັນຢາ (ວັນທີ 13 ກັນຍາ, 2019) ຢູ່ໃນຂະນະທີ່ກໍາລັງປຸກລະດົມໃຫ້ສັກຢາກັນໄຂ້ມາເລເຣຍ ທົ່ວປະເທດຢູ່ນັ້ນ

ໃນຂະນະທີ່ການລະບາດໃນລະດັບໂລກ ຂອງໄວຣັສໂຄໂຣນາ ກໍາ ລັງສ້າງຄວາມເສຍຫາຍຢູ່ນີ້ມັນກໍໄດ້ເຮັດໃຫ້ການປຸກລະດົມໃນການສັກຢາວັກ ຊິນ ຢູ່ໃນປະເທດດ້ອຍພັດທະນາຈໍານວນນຶ່ງຢຸດສະງັກລົງ. ອົງການດ້ານການ ສັກຢາວັກຊິນໃຫຍ່ອົງການນຶ່ງ ກໍາລັງຮຽກຮ້ອງໃຫ້ບັນດາປະເທດຕ່າງໆ ສືບຕໍ່ ສັກຢາກັນພະຍາດ ເຖິງແມ່ນວ່າເຂົາເຈົ້າຍັງຕໍ່ສູ້ກັບການລະບາດຂອງພະຍາດ ໂຄວິດ-19 ຢູ່ກໍຕາມ. Mariama Diallo, ນັກຂ່າວວີໂອເອ ລາຍງານມາວ່າ ສິ່ງສຸດທ້າຍ ທີ່ ປະເທດນຶ່ງ ຈະເປັນປະເທດໃດກໍຕາມ ຢາກຈະໃຫ້ເປັນ ກໍຄື ນອກຈະເຮັດໃຫ້ການ ລະບາດລະດັບໂລກຂອງພະຍາດ ສາມາດປ້ອງກັນໄດ້ ແລ້ວ ກໍຍັງເຮັດໃຫ້ການລະບາດໃນລະດັບລອງລົງມາຂອງພະຍາດ ສາມາດ ປ້ອງກັນໄດ້ອີກ ດັ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ການສຶກສາຄົ້ນຄວ້າເມື່ອມໍ່ໆມານີ້ ໂດຍອົງການກາວີ (Gavi), ເຄືອຂ່າຍ ດ້ານຢາວັກຊິນຂອງໂລກ ຄາດຄະເນວ່າ ພະຍາດໂຄວິດ-19 ຈະເຮັດໃຫ້ຄົນ ຫລາຍກວ່າ 13 ລ້ານຄົນ ພາດໂອກາດໃນການສັກຢາວັນຊິນ ກັນພະຍາດໄຂ້ ໝາກແດງ, ໂຣກສະໝອງອັກເສບ, ໂຣກເປ້ຍລ່ອຍຫລືໂປລິໂອແລະໄຂ້ໝາກ

ເຫລືອງທີ່ນອນຢູ່ໃນພະຍາດຕິດແປດ ແລະມັກຈະເປັນອັນຕະລາຍຮ້າຍແຮງ
ອື່ນໆໄດ້.

ທ່ານ ທາບານີ ມາໂຟຊາ (Thabani Maphosa), ອໍານວຍການໂຄງການ ປະຈໍາປະເທດປາກິສຖານ ຂອງອົງການກາວີ (Gavi) ກ່າວວ່າ:
“ຢູ່ໃນປາກິສຖານນີ້ ພວກເຮົາໄດ້ຍຸຕິໂຄງການຕ່າງໆ ຍ້ອນການປິດເມືອງ ແລະ ຄົນບໍ່ມີຄວາມສາມາດເຄື່ອນໄຫວໄປມາໄດ້. ປະເທດອື່ນໆຈໍານວນນຶ່ງແມ່ນຢູ່ໃນ ເຂດຕາພາກເວັນຕົກຂອງທະວີບອາຟຣິກາ, ປະເທດເບີກີນາ ຟາໂຊ (Burkina Faso), ຊາດ (Chad), ຊິມບັບເວ (Zimbabwe) ຫຼາຍໆປະເທດ ແມ່ນນອນ ບັນຊີຂອງປະເທດທີ່ຈະໄດ້ຮັບຜົນກະທົບອັນນີ້.”

ແຕ່ວ່າທ່ານ ທາບານີ ມາໂຟຊາ (Thabani Maphosa) ກໍໄດ້ບອກວີໂອເອ ວ່າ ບໍ່ແມ່ນການປຸກລະດົມໃຫ້ສັກຢາວັກຊິນທຸກຢ່າງໄດ້ຢຸດສະງັກລົງໝົດ.

ຍົກຕົວຢ່າງເຊັ່ນສາທາລະນະລັດປະຊາທິປະໄຕຄອງໂກ ກໍາລັງສືບຕໍ່ການສັກ ຢາຕາມປົກກະຕິຂອງຕົນເພື່ອຕ້ານພະຍາດໄຂ້ໝາກແດງ ໃນຂະນະທີ່ປະເທດ ດັ່ງກ່າວ ກໍາລັງຮັບມືກັບເຊື້ອໂຣກ ອື່ນໆ ຢູ່.

ທ່ານ ມາໂຟຊາກ່າວເພີ້ມອີກວ່າ:
“ເຫດຜົນທີ່ເຂົາເຈົ້າເລືອກ ທີ່ຈະເດີນໜ້າຕໍ່ໄປ ໃນການປຸກລະດົມຕ້ານພະຍາດ ໝາກແດງ ກໍເພາະວ່າ ເຂົາເຈົ້າໄດ້ຮຽນຮູ້ບົດຮຽນອັນໃຫຍ່ຫລວງຈາກພະຍາດ ອີໂບລາວ່າ ທີ່ຈິງແລ້ວ ພະຍາດໄຂ້ໝາກແດງໄດ້ສັງຫານຊີວິດຂອງເດັກນ້ອຍ ຫລາຍກວ່າພະຍາດອີໂລບາ ທີ່ສັງຫານຊີວິດຄົນນັ້ນອີກ.”

ການລະບາດຂອງໄຂ້ໝາກແດງ ປັດຈຸບັນນີ້ໄດ້ເກີດຂຶ້ນຢູ່ໃນຫລາຍປະເທດແລ້ວ ລວມທັງ ປະເທດສາທາລະນະລັດປະຊາທິປະໄຕຄອງໂກ ທີ່ມີກໍລະນີຄົນປ່ວຍ ສູງຢ່າງເປັນປະຫວັດການ ໂດຍມີຈໍານວນຫຼາຍກວ່າ 300,000 ລາຍແລະເສຍ ຊີວິດໄປແລ້ວ 6,000 ຄົນ ຊຶ່ງສ່ວນໃຫຍ່ແລ້ວ ແມ່ນຄົນມີອາຍຸຕໍ່າກວ່າ 5 ປີ ລົງມາ, ອີງຕາມ ອົງການສະຫະປະຊາດ ດ້ານກອງທຶນຊ່ວຍເຫລືອເດັກ ຫລື UNICEF.

ຢູ່ໃນໂຮງໝໍແຫ່ງນຶ່ງທີ່ຢູ່ພາກເໜືອຂອງສາທາລະນະລັດປະຊາທິປະໄຕຄອງໂກ ນັ້ນ, ອົງການທ່ານໝໍບໍ່ມີພົມແດນ ຫລື Doctors Without Borders ໄດ້ປິ່ນ ປົວຄົນປ່ວຍ ຢູ່ໃນພະແນກ ໄຂ້ໝາກແດງທີ່ຢູ່ບ່ອນຕ່າງຫາກ.

ດຣ. ພາທຣີເຊຍ ຊິອອງກຣັງເດິ (Patrizia Giongrande), ຈາກອົງການ ທ່ານ ໝໍບໍ່ມີພົມແດນໃຫ້ຄໍາເຫັນວ່າ:
“ສະນັ້ນ ພວກເຮົາສາມາດເຫັນຕຸ່ມຜື່ນແດງ ແບບທໍາມະດາຈາກໄຂ້ໝາກແດງ. ຢູ່ບ່ອນໜີ້ ຢູ່ໃນຜິວໜັງນີ້ ພວກເຮົາສາມາດເຫັນການປາກົດໂຕຂອງເສັ້ນເປັນ ລາຍໆ ຂຶ້ນມາ ຊຶ່ງເປັນສະພາບປົກກະຕິຂອງອາການທີ່ຢູ່ໃນໄລຍະທີ່ຈະຫາຍ ຈາກພະຍາດໄຂ້ໝາກແດງ.”

ແຕ່ວ່າ ພະຍາດໂຄວິດ-19 ທີ່ກໍາລັງແຜ່ຜາຍໄປທົ່ວໂລກທີ່ກໍາລັງພັດທະນາຢູ່ ນັ້ນ ມັນຂ້ອນຂ້າງວ່າຈະເຮັດໃຫ້ໂຄງການສັກຢາກັນພະຍາດຕ່າງໆ ຕ້ອງໄດ້ ໂຈະໄວ້ ຊຶ່ງພາໃຫ້ມີການສ່ຽງທີ່ຈະເກີດມີພະຍາດທີ່ປ້ອງກັນໄດ້ດ້ວຍການສັກ
ຢາວັກຊິນ ນັ້ນ ກັບຄືນກັບມາອີກ, ອີງຕາມບັນດານັກຊ່ຽວຊານທາງການແພດ.

ທ່ານ ມາໂຟຊາອະທິບາຍວ່າ:
“ພວກເຮົາຈະມີສິ່ງທີ່ຂ້າພະເຈົ້າຈະເອີ້ນວ່າ ກຸ່ມພວກເດັກນ້ອຍທີ່ມີສະພາບບໍ່ດີ ອາດຈະບໍ່ໄດ້ຮັບການປົກປ້ອງຈາກການເປັນໄຂ້ໝາກແດງ, ອາດຈະບໍ່ໄດ້ຮັບ ການປົກປ້ອງບໍ່ໃຫ້ເປັນໂຣກໄອຫອບ ແລະພະຍາດອື່ນໆ ທີ່ເຮັດໃຫ້ມີການ ເຈັບປ່ວຍ ແລະ ເສຍຊີວິດສູງ ກໍເປັນໄດ້ໃນ 6 ເດືອນ, ໃນ 1 ປີ ຕໍ່ໜ້ານີ້.”

ມີບາງຄົນກໍຄິດຢູ່ວ່າ ການປ້ອງກັນບໍ່ໃຫ້ຖືກສໍາພັດກັບໄວຣັສໂຄໂຣນາ ແມ່ນສໍາ ຄັນກວ່າບໍ່ ຫລື ການເຮັດໃຫ້ຄວາມສ່ຽງໃນການຕິດພະຍາດອື່ນມີຄວາມສໍາຄັນ ກວ່າ.

ທ່ານ ມາໂຟຊາກ່າວອະທິບາຍອີກວ່າ:
“ສິ່ງທີ່ສໍາຄັນກໍຄືທັງສອງຢ່າງເລີຍ. ສິ່ງທີ່ພວກເຮົາຕ້ອງການແມ່ນ ພະນັກງານ ການແພດ ທີ່ສາມາດສະໜອງການສັກຢາກັນພະຍາດໃຫ້ ຢ່າງເປັນປົກກະຕິ. ແຕ່ວ່າ ຖ້າຫາກພະນັກງານການແພດເຫລົ່ານັ້ນ ບໍ່ໄດ້ຮັບການປົກປ້ອງ ບໍ່ໃຫ້ ຕິດພະຍາດ ໂຄວິດ-19 ແລ້ວ ມັນກໍຈະບໍ່ມີການສັກຢາປ້ອງກັນພະຍາດ ຕາມ ປົກກະຕິໄດ້ ແລະກໍເຮັດແນວໃດ ທີ່ພວກເຮົາຈະສາມາດ ໃຫ້ການປົກປ້ອງປະ ຊາຊົນ ທີ່ມີຈໍານວນໃຫຍ່ກວ່ານັ້ນ ແລະຕ້ານກັບພະຍາດໂຄວິດ-19 ໄດ້.”
ການລະດົມການສັກຢາກກັນພະຍາດປະເຊີນກັບສິ່ງທ້າທາຍ ຕັ້ງແຕ່ດົນ ກ່ອນ ພະຍາດ ໂຄວິດ-19 ຈະປາກົດໂຕຂຶ້ນມາອີກ.

ທ່ານ ມາໂຟຊາກ່າວມ້ວນທ້າຍວ່າ:
“ມັນຈະມີໃຜຜູ້ນຶ່ງທີ່ບໍ່ຮູ້ຈັກຢູ່ຕະຫລອດ. ໃຜຜູ້ນຶ່ງ ທີ່ບໍ່ເຊື່ອໃນການສັກຢາວັກ ຊິນ. ບົດບາດຂອງພວກເຮົາແມ່ນເວົ້າຄວາມຈິງກ່ຽວກັບຢາວັກຊິນ ແລະບອກ ໃຫ້ຮູ້ວ່າ ມັນເຮັດຫຍັງໄດ້ແດ່.”

ທ່ານມາໂຟຊາ ເວົ້າວ່າ ປະຊາຄົມຕ່າງໆ ຕ້ອງເຂົ້າໃຈວ່າ ຈະຕ້ອງເຮັດໃຫ້ຜົນ ປະໂຫຍດ ຈາກການສັກຢາແມ່ນຍັງສືບຕໍ່ໄປຢູ່ ແມ່ນແຕ່ຢູ່ໃນຂະນະ ທີ່ພວກ ເຂົາເຈົ້າກໍາລັງຕໍ່ສູ້ ກັບໂຄວິດ-19 ຢູ່ກໍຕາມ.

ອ່ານລາຍງານນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້

As the coronavirus pandemic rages on, it’s disrupting vaccine campaigns in some of the world’s least developed countries. A major vaccine organization is urging nations to continue immunizations even as they battle COVID-19 outbreaks. VOA’s Mariama Diallo reports, the last thing any nation would want is a preventable epidemic on top of a pandemic.

A recent study by Gavi, a global vaccine alliance, estimates COVID-19 will cause more than 13 million people to miss out on vaccinations against measles, meningitis, polio, and yellow fever, among other infectious and often deadly diseases.

Thabani Maphosa - GAVI’s Managing Director of Country Programs:
“In Pakistan, we have had to hold back on programs because of lockdowns and the inability of people to move. // A good number of other countries in West Africa, Burkina Faso, Chad, Zimbabwe, so there is a whole list of countries that would be impacted.”

But Thabani Maphosa - Gavi’s Managing Director of Country Programs – tells VOA that not all vaccine campaigns have stopped.

For example, the Democratic Republic of Congo is continuing its routine immunization against measles while the country deals with other pathogens.

Thabani Maphosa - GAVI’s Managing Director of Country Programs:
“The reason they chose to go ahead with measles campaign is because they really learnt a big lesson with Ebola that measles was actually killing more children than Ebola was killing people.”

Measles outbreaks are currently ongoing in several countries, including DRC, which has recorded more than 300,000 cases and 6,000 deaths - mostly children under the age of five, according to UNICEF.

At a northern DRC hospital, Doctors Without Borders (MSF) has treated patients in a measles isolation ward.

Dr. Patrizia Giongrande, Doctors Without Borders:

"So here we can see typical rashes coming from measles. Here in the skin we can see the tigroid appearance typical of the recovery phase of the measles."

But with COVID-19 spreading across the developing world, it’s likely that more immunization programs will be suspended, risking a resurgence of vaccine-preventable diseases, according to health experts.

Thabani Maphosa - GAVI’s Managing Director of Country Programs:
“We will have in the next six months, in the next one year what I would call a bad cohort of children that may not be protected from measles, that may not be protected from pertussis and other diseases that really have high morbidity and mortality.”

Some wonder whether it is more important to prevent exposure to the coronavirus or to lower the risk of contracting other diseases.

Thabani Maphosa - GAVI’s Managing Director of Country Programs:

“What’s important is both. // What we need are health workers that are able to deliver that routine immunization. But if those health workers are not protected from COVID then there’s no routine immunization / but also how we protect the broader population and contain Covid.”

Immunization campaigns faced challenges long before COVID-19 emerged.

Thabani Maphosa - GAVI’s Managing Director of Country Programs:

“There's always going to be somebody who is uninformed. Somebody who does not believe in vaccines. Our role is to speak the truth of vaccines and what they do.”

Maphosa says communities must understand the enduring benefits of vaccinations even as they battle COVID-19.

ເບິ່ງວີດິໂອເພີ້ມກ່ຽວກັບລາຍງານນີ້ເປັນພາສາອັງກິດ

XS
SM
MD
LG