ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ສຶກ​ສາ ແຈ້ງວ່າ ໂລກ ທີ່​ປາ​ສະ​ຈາກ ໄຂ້​ຍຸງ ແມ່ນ​ຍັງ​ໄກ​ຢູ່


ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ກຽມ​ສັກ​ຢາ​ວັກ​ຊີນ ຕ້ານ​ມາ​ເລ​ເຣຍ ໃຫ້​ເດັກ​ນ້ອຍ ທີ່​ໂຮງ​ໝໍ ມີ​ຕຸນ​ດູ ຢູ່​ນະ​ຄອນ​ຫຼວງ ລີ​ລົງ​ເວ ຂອງ​ປະ​ເທດ​ມາ​ລາ​ວີ ເມື່ອ​ວັນ​ທີ 23 ເມ​ສາ 2019.
ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ກຽມ​ສັກ​ຢາ​ວັກ​ຊີນ ຕ້ານ​ມາ​ເລ​ເຣຍ ໃຫ້​ເດັກ​ນ້ອຍ ທີ່​ໂຮງ​ໝໍ ມີ​ຕຸນ​ດູ ຢູ່​ນະ​ຄອນ​ຫຼວງ ລີ​ລົງ​ເວ ຂອງ​ປະ​ເທດ​ມາ​ລາ​ວີ ເມື່ອ​ວັນ​ທີ 23 ເມ​ສາ 2019.

ການສຶກສາເປັນເວລາ 3 ປີ ໂດຍພວກນັກຊ່ຽວຊານດ້ານໄຂ້ຍຸງແລະເຈົ້າໜ້າທີ່ສາທາລະ
ນະສຸກ ແຖວໜ້າ 13 ທ່ານພົບວ່າ ການລຶບລ້າງພະຍາດໄຂ້ປ່າມາເລເຣຍ ຫຼືໄຂ້ຍຸງ ແມ່ນ
ມີທາງເປັນໄປໄດ້​ຢູ່ ແຕ່ຕ້ອງໃຊ້ເຄື່ອງມືໃໝ່ ຄວາມໝັ້ນໝາຍ ທາງດ້ານການເມືອງ ແລະ
ເງິນເປັນຈຳນວນຫຼວງຫຼາຍຈຶ່ງຈະບັນລຸເປົ້າໝາຍນີ້​ໄດ້. Lisa Schlein ມີລາຍງານຈາກ
ສໍານັກງານໃຫຍ່ ອົງການອະນາໄມໂລກ ທີ່ນະຄອນເຈນີວາ ດັ່ງໄພສານຈະນຳເອົາລາຍ
ລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຄວາມຄິດກ່ຽວກັບການລຶບລ້າງໄຂ້ປ່າມາເລເຣຍຫຼືໄຂ້ຍຸງບໍ່ແມ່ນເລື້ອງໃໝ່ມັນໄດ້ເລີ້ມມາ ແຕ່ກາງຊຸມປີ 1950 ເວລາອົງການອະນາໄມໂລກ ເປີດຕົວກ່ຽວກັບແຜນການລຶບລ້າງໄຂ້ ຍຸງຢູ່ໃນທົ່ວໂລກເທື່ອທຳອິດ.

ເຖິງແມ່ນແຜນການດັ່ງກ່າວ ແລະຄວາມພະຍາຍາມໃນຂັ້ນຕໍ່ມາບໍ່ໄດ້ປະສົບຜົນສຳເລັດ
ໃນການກຳຈັດພະຍາດຮ້າຍແຮງນີ້ກໍຕາມ ແຕ່ພວກນັກຊ່ຽວຊານກ່າວວ່າ ການກຳຈັດໄຂ້
ຍຸງແມ່ນມີທາງເປັນໄປໄດ້. ພວກເຂົາເຈົ້າ ກ່າວວ່າ ບໍ່ມີເຄື່ອງກີດຂວາງ ທາງດ້ານຊີວະວິ
ທະຍາໃດໆຕໍ່ການລຶບລ້າງພະຍາດດັ່ງກ່າວ.

ທ່ານເປໂດຣ ອາລອນໂຊ ຜູ້ອຳນວຍການໂຄງການຕໍ່ຕ້ານໄຂ້ຍຸງຂອງອົງການອະນາໄມ
ໂລກກ່າວວ່າ ເພື່ອຈະບັນລຸເປົ້າໝາຍດັ່ງກ່າວໄດ້ຕ້ອງໄດ້ມີການປັບປຸງລະບົບສາທາລະ
ນະສຸກຂັ້ນພື້ນຖານ ແລະການເຂົ້າເຖິງ ການບໍລິການຕ່າງໆ ພ້ອມທັງການນຳໃຊ້ຂໍ້ມູນທີ່
ດີຂຶ້ນແລະລະບົບເຝົ້າລະວັງ.

ແຕ່ກະແຈສຳຄັນໃນການລຶບລ້າງໄຂ້ຍຸງ ທ່ານກ່າວວ່າ ກໍຄືການເລັ່ງລັດໃນການຄົ້ນຄວ້າ
ແລະການພັດທະນາເຄື່ອງມືຊະນິດໃໝ່. ທ່ານອາລອນໂຊກ່າວກ່ຽວກັບເລື້ອງນີ້ວ່າ:

“ພວກເຮົາຈຳເປັນຕ້ອງໄດ້ເລັ່ງລັດຄືນໃໝ່ການຄົ້ນຄວ້າ ແລະຄວາມພະຍາຍາມ ໃນການ
ພັດທະນາພື້ນຖານຄວາມຮູ້ ຍຸດທະສາດແລະເຄື່ອງມືເພື່ອໃຊ້ໃນການຄວບຄຸມພາຫະນຳ
ເຊື້ອ ຢາຕ່າງໆ ປັບປຸງການຊັກຢາວັກຊີນ ຫຼືເທັກໂນໂລຈີອື່ນໆທີ່ຈະອຳນວຍໃຫ້ພວກເຮົາ
ດຳເນີນການຂັ້ນສຸດທ້າຍຫຼືແມ່ນກະທັງເລັ່ງລັດເສັ້ນທາງຂອງພວກເຮົາໄປສູ່ການລຶບລ້າງ
ນັ້ນ.”

ການແຜ່ລະບາດຂອງໄຂ້ຍຸງໃນທົ່ວໂລກ ແລະອັດຕາການເສຍຊີວິດແມ່ນເກືອບວ່າຍັງບໍ່
ມີການປ່ຽນແປງໃດໆ ນັບແຕ່ປີ 2015 ເປັນຕົ້ນມາ.

ອົງການອະນາໄມໂລກລາຍງານວ່າ ໃນທຸກໆປີມີປະມານ 200 ລ້ານຄົນໄດ້ຕິດເຊື້ອໄຂ້
ຍຸງແລະປະມານ 400,000 ຄົນ ຂອງຈຳນວນດັ່ງກ່າວ ໄດ້ເສຍຊີວິດ. ລາຍງານເວົ້າວ່າ
ຫຼາຍກວ່າ 90 ເປີເຊັນ ຂອງພວກທີ່ເສຍຊີວິດ ແມ່ນເກີດຂຶ້ນ ຢູ່ໃນເຂດພາກໃຕ້ຂອງທະ
ເລຊາຍຊາຮາຣາ. ພວກເຄາະຮ້າຍສ່ວນໃຫຍ່ແມ່ນເດັກນ້ອຍ

ພວກນັກຊ່ຽວຊານ ດ້ານສາທາລະນະສຸກ ກ່າວວ່າ ການລຶບລ້າງໄຂ້ປ່າມາເລເຣຍຈະ
ຊ່ວຍທັງຊີວິດຂອງຜູ້ຄົນເອົາໄວ້ ແລະເຮັດໃຫ້ເສດຖະກິດເຕີບໂຕ ແຕ່ນັ້ນຕ້ອງ ໄດ້ມີ
ຄວາມໝັ້ນໝາຍທາງດ້ານການເມືອງ ແລະໃຊ້ຈ່າຍເງິນນຳດ້ວຍ. ອົງການອະນາໄມ
ໂລກກະປະມານວ່າ ຕົ້ນທຶນໃນການເພີ້ມຄວາມພະຍາຍາມ ເພື່ອຈະປາບປາມໄຂ້ຍຸງ
ຈາກລະດັບປັດຈຸບັນ ໄປຫາປີ 2030 ແມ່ນ 34 ພັນລ້ານໂດລາ

ອົງການອະນາໄມໂລກ ກ່າວວ່າ ຜົນກຳໄລຂອງການລົງທຶນດັ່ງກ່າວ ແມ່ນໃຫຍ່ຫຼວງ. ອົງການເວົ້າວ່າ ຍຸດທະສາດໃນການໃຊ້ຈ່າຍເງິນທີ່ວ່ານີ້ ແມ່ນຈະຊ່ວຍປົກປ້ອງຊີວິດ
ຂອງ 4 ລ້ານຄົນ ໃນໄລຍະ 11 ປີຕໍ່ໜ້າ ແລະອາດຈະປ້ອງກັນ 2 ພັນລ້ານຄົນ ຈາກ
ການຕິດເຊື້ອໄຂ້ຍຸງ. ສ່ວນຜົນປະໂຫຍດທາງດ້ານເສດຖະກິດນັ້ນ ອົງການອະນາໄມ
ໂລກກ່າວວ່າຈະມີມູນຄ່າເທົ່າ​ກັບ 283 ພັນລ້ານໂດລາຂອງຍອດຜະລິດຮວມພາຍໃນ.

A three-year study by 13 leading malaria and public health experts finds malaria eradication is feasible, but it will take new tools, political commitment, and lots of money to achieve.

The concept of malaria eradication is not new. It has been around since the mid-1950s, when the World Health Organization launched its first global malaria eradication plan.

Though that and subsequent efforts have failed to rid the world of the debilitating, often deadly, disease, experts say malaria eradication is feasible. They say there is no biological barrier to its elimination.

The director of the WHO’s Global Malaria Program, Pedro Alonso, says achieving that goal would involve improving primary health care and access to services, and better use of data and surveillance systems.

But the key to eradicating malaria, he says, is accelerated research and development of new tools.

“We need re-energized research and development efforts to develop the knowledge base, the strategies and the tools — be these vector control tools, drugs, improved vaccines or other technologies that will allow us to walk the last mile or even accelerate our road to eradication,” Alonso said.

Global malaria infection and death rates have remained virtually unchanged since 2015. The WHO reports every year some 200 million people are infected with malaria and about 400,000 of them die. It says more than 90 percent of those deaths occur in sub-Saharan Africa. Children form the biggest group of victims.

Health experts say eradicating malaria would both save lives and boost economies. But that takes political commitment and money. The WHO estimates the cost of scaling up current malaria intervention until 2030 at $34 billion.

The agency says the return on that investment would be huge. It says the strategy the money buys would save 4 million lives over the next 11 years, and would prevent 2 billion people from being infected with malaria. The economic gain, it says, would be roughly $283 billion in total gross domestic product.

XS
SM
MD
LG