ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່າກຳປັ່ນຂອງເປຣູ ທີ່ບໍລິສັດຈີນເປັນເຈົ້າຂອງໂດຍສ່ວນໃຫຍ່ ສັນຍາຈະໃຫ້ຜົນປະໂຫຍດຕ່າງໆ ແຕ່ມາພ້ອມດ້ວຍຄ່າແລກປ່ຽນ, ນັກວິຈານ ກ່າວ


ວີດີໂອ ທ່າກຳປັ່ນໃນເປຣູ ທີ່ສ່ວນໃຫຍ່ບໍລິສັດຈີນເປັນເຈົ້າຂອງ ສັນຍາທີ່ຈະໃຫ້ຜົນປະໂຫຍດຕ່າງໆ ແຕ່ມາພ້ອມດ້ວຍຄ່າແລກປ່ຽນ, ນັກວິຈານ ກ່າວ

ທ່າກຳປັ່ນ ຈັນໄກ (Chancay), ເຊິ່ງເປັນທ່າກໍາປັ່ນຂະໜາດໃຫຍ່ທີ່ສ້າງຂຶ້ນໂດຍຈີນ ໃນປະເທດເປຣູ, ອາດກາຍເປັນປະຕູສຳລັບການຄ້າຂອງເອເຊຍ ຕໍ່ພາກພື້ນແຫ່ງນີ້. ແຕ່ບັນດາພົນລະເມືອງໃນທ້ອງຖິ່ນ ແລະບັນດານັກວິເຄາະດ້ານຄວາມໝັ້ນຄົງ ກ່າວວ່າ ຜົນປະໂຫຍດດ້ານເສດຖະກິດດັ່ງກ່າວ ຈະມີຜົນກະທົບດ້ານລົບຕາມມາ.

ອ່າວທະເລແຫ່ງນີ້ ໄດ້ກາຍມາເປັນບ່ອນທີ່ ທ່ານນາງ ເມຍຣຽມ ອາກເຣ (Miriam Acre) ບໍ່ສາມາດຈື່ຈຳໄດ້ເລີຍ ພາຍໃນໄລຍະສັ້ນໆພຽງບໍ່ເທົ່າໃດປີຜ່ານມານີ້.

ທ່ານນາງ ເມຍຣຽມ ອາກເຣ ເປັນຜູ້ນຳຊຸມຊົນ ກ່າວໃນພາສາສະເປນວ່າ “ອ່າວແຫ່ງນີ້ ໄດ້ຢຸດເຊົາເປັນອ່າວໄປແລ້ວ. ມັນຖືກປົກປິດທັງໝົດເລີຍ. ມັນຖືກທຳລາຍເສຍຫາຍ.”

ທ່ານນາງ ອາກເຣ ໄດ້ອາໄສຢູ່ໃນຊຸມຊົນໃກ້ກັບທ່າກຳປັ່ນ ຈັນໄກ ໃໝ່ຂອງເປຣູ ຕະຫຼອດຊີວິດຂອງທ່ານນາງ. ທ່ານນາງກ່າວວ່າ ການກໍ່ສ້າງທ່າກຳປັ່ນແຫ່ງນີ້ ແມ່ນເຮັດໃຫ້ເກີດຄວາມເສຍຫາຍຕໍ່ສະພາບແວດບ້ອມ ແລະຕໍ່ 20 ພັນຄອບຄົວ ຜູ້ທີ່ອາໄສຢູ່ໃກ້ຄຽງ ຂະນະທີ່ສິ່ງເສດເຫຼືອທັງຫຼາຍຈາກໂຄງການນັ້ນ ຖືກປ່ອຍລົງສູ່ມະຫາສະໝຸດ.

ທ່ານນາງ ອາກເຣ ກ່າວອີກວ່າ “ການປະມົງກໍໄດ້ຫາຍໄປ ແລະຈະຫາຍໄປຫຼາຍຂຶ້ນຕື່ມອີກ. ສະຖານທີ່ບ່ອນທີ່ທ່າກຳປັ່ນຖືກສ້າງຂຶ້ນນັ້ນ ເປັນສະຖານທີ່ບ່ອນທີ່ພວກປາແຜ່ພັນ.”

ການກໍ່ສ້າງທ່າກຳປັ່ນຂະໜາດໃຫຍ່ແບບນີ້ ໃນເມືອງ ຈັນໄກ ທີ່ຕັ້ງຢູ່ປະມານ 70 ກິໂລແມັດທາງກໍ້າເໜືອຈາກ ລີມາ ເຊິ່ງແມ່ນນະຄອນຫຼວງຂອງເປຣູ ຄາດໝາຍວ່າ ຈະສຳເລັດພາຍໃນທ້າຍປີນີ້. ເປົ້າໝາຍກໍແມ່ນວ່າ ຈະເຮັດໃຫ້ເປັນປະຕູແຫ່ງການຄ້າຂອງເອເຊຍ ກັບທະວີບອາເມຣິກາໃຕ້.

ບໍລິສັດ Cosco Shipping ທີ່ລັດຖະບານຈີນເປັນເຈົ້າຂອງນັ້ນ ມີຮຸ້ນສ່ວນ 60 ເປີເຊັນໃນໂຄງການສ້າງທ່າກຳປັ່ນ ຄິດເປັນມູນຄ່າ 3 ລ້ານ 5 ແສນໂດລາ ແລະ ບໍລິສັດຂອງເປຣູ ຖືຮຸ້ນສ່ວນທີ່ເຫຼືອ.

ທ່ານ ເປໂດຣ ມອລໂດນາໂດ ນັກເສດຖະສາດ ກ່າວວ່າ “ທ່າກຳປັ່ນ ຈະຮວບຮວມເອົາການນຳພາດ້ານການຄ້າຂອງຈີນ ເຂົ້າມາໃນອາເມຣິກາລາຕິນ ແລະເສີມຂະຫຍາຍສາຍສຳພັນທາງດ້ານການຄ້າ ທີ່ຕົນມີຢູ່ແລ້ວ ກັບປະເທດດັ່ງກ່າວນັ້ນ. ທ່ານກ່າວວ່າ ຈີນ ໄດ້ເຂົ້າມາແທນສະຫະລັດ ໃນດ້ານການຄ້າ ໃນຖານະເປັນຄູ່ຮ່ວມມືດ້ານການຄ້າຫຼັກຂອງເປຣູ ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ.”

ນັກເສດຖະສາດ ທ່ານ ເປໂດຣ ມອລໂດນາໂດ ກ່າວວ່າ ຄວາມສົນໃຈຂອງຈີນ ໃນເປຣູ ນັ້ນ ສຸມໃສ່ເລື້ອງແຮ່ທາດຂອງປະເທດດັ່ງກ່າວ ແລະວັດຖຸດິບອື່ນໆ.

ທ່ານມອລໂດນາໂດ ເວົ້າວ່າ “ໃນຈຳນວນ 60 ຕື້ໂດລາ ທີ່ປະເທດນີ້ສົ່ງອອກໄປໃນທົ່ວໂລກນັ້ນ 20 ຕື້ໂດລາ ແມ່ນສົ່ງໄປຈີນ. ການສົ່ງອອກສ່ວນໃຫຍ່ແມ່ນແຮ່ທາດ ເຊັ່ນທອງແດງ.

ບໍລິສັດ Cosco Shipping ກ່າວວ່າ ທ່າກໍາປັ່ນແຫ່ງນີ້ ຈະເຮັດໃຫ້ຄ່າໃຊ້ຈ່າຍຫລຸດລົງ ແລະຫລຸດຜ່ອນເວລາໃນການຂົນສົ່ງສິນຄ້າລົງຈາກ 30 ວັນມາເປັນ 20 ວັນ.

ໃນການໃຫ້ສຳພາດກັບບັນດານັກຂ່າວ ໃນເດືອນມັງກອນ ໂຄສົກຂອງບໍລິສັດ Cosco Shipping ທ່ານ ມາຣີໂອ ເດີ ໄອອາສ ຄາຊາສ ໄດ້ກ່າວວ່າ ທ່າກຳປັ່ນດັ່ງກ່າວ ສາມາດຮັບຮອງຕູ້ຄອນເທນເນີ້ໄດ້ເຖິງນຶ່ງລ້ານຕູ້ຕໍ່ປີ.

ທ່ານມາຣີໂອ ເດີ ໄອອາສ ຄາຊາສ ເວົ້າວ່າ “ເປຣູ ເປັນນຶ່ງໃນບັນດາຜູ້ນຳດ້ານການຜະລິດກະສິກຳ ແຕ່ຕົນຂາດແຄນຄວາມສາມາດທີ່ຈະເຂົ້າເຖິງເອເຊຍ. ຫວັງວ່າ ພາຍໃນທ້າຍປີ 2024 ທ່າກຳປັ່ນນີ້ ຈະສະໜອງໂອກາດນັ້ນໃຫ້.”

ຈີນ ອາດຍັງມີຄວາມກະຕືລືລົ້ນໃນທາງອື່ນໆກັບທ່າກຳປັ່ນແຫ່ງນີ້ ອາຈານສອນການພົວພັນລະຫວ່າງປະເທດ ທ່ານ ຢູຄລີດສ໌ ທາເປຍ ກ່າວ.

ທ່ານ ຢູຄລີດສ໌ ທາເປຍ ຈາກມະຫາວິທະຍາໄລ ຂອງປານາມາ ເວົ້າວ່າ “ບໍ່ມີຂໍ້ສົງໄສເລີຍ, ບໍ່ມີການສົນທະນາ. ຖ້າທ່າກຳປັ່ນແຫ່ງນີ້ ຕ້ອງຮອງຮັບໜ້າທີ່ທາງການທະຫານ, ມັນກໍຈະເຮັດໄດ້, ຈົບ, ເພາະວ່າ ກອງທັບເຮືອຂອງຈີນ ແມ່ນຍັງມີສ່ວນກ່ຽວຂ້ອງໃນການກໍ່ສ້າງທ່າກຳປັ່ນແຫ່ງນີ້.”

ທ່ານທາເປຍ ກ່າວອີກວ່າ ຈີນ ຍັງຫາທາງຮວບຮວມອິດທິພົນຂອງຕົນຢູ່ໃນອາເມຣິກາລາຕິນ ໂດຍການລົງທຶນໃນເສັ້ນທາງການຄ້າທີ່ສຳຄັນ.

ທ່ານທາເປຍ ເວົ້າຕື່ມວ່າ “ຈະມີສາຍໃຍດ້ານຄວາມສຳພັນລະຫວ່າງ ຈີນ ແລະອາເມຣິກາລາຕິນ ຄ້າຍຄືກັນກັບສິ່ງທີ່ພວກເຂົາເຈົ້າກຳລັງສ້າງຂຶ້ນຢູ່ທະວີບອື່ນໆ ເຊັ່ນ ອາຟຣິກາ ຫຼື ເອເຊຍຕາເວັນອອກສຽງໃຕ້. ມັນກໍແມ່ນບົດຄວາມແບບດຽວກັນ ກໍຄືວ່າ: ການຄວບຄຸມເສດຖະກິດ ແລະອິດທິພົນດ້ານການທະຫານ.”

ບໍລິສັດ Cosco Shipping ບໍ່ໄດ້ຕອບຕໍ່ການຂໍຮ້ອງຊໍ້າແລ້ວຊໍ້າອີກ ຈາກວີໂອເອ ເພື່ອໃຫ້ມີຄວາມເຫັນ.

ສ່ວນບັນດາເຈົ້າໜ້າທີ່ຂອງເປຣູ ໄດ້ອະນຸຍາດສິດພິເສດໃຫ້ແກ່ ບໍລິສັດ Cosco ເພື່ອເປັນຜູ້ດຳເນີນການທ່າກຳປັ່ນຂະໜາດໃຫຍ່ແຫ່ງນີ້. ຕໍ່ຈາກນັ້ນມາ ໃນຕົ້ນປີນີ້ ພວກເຂົາເຈົ້າໄດ້ກ່າວວ່າ ພວກເຂົາບໍ່ມີສິດທາງດ້ານກົດໝາຍ ທີ່ຈະອະນຸຍາດໃຫ້ສິດໃດໆແກ່ ບໍລິສັດ Cosco. ໃນຂະນະທີ່ຂໍ້ຂັດແຍ້ງຍັງມີຢູ່ຕໍ່ເນື່ອງ ການກໍ່ສ້າງກໍເຊັ່ນດຽວກັນ......ໃນຂະນະທີ່ພົນລະເມືອງທັງຫຼາຍ ກໍຈັບຕາເບິ່ງ ການປ່ຽນແປງຂອງພື້ນທີ່ແຫ່ງນີ້.

The Chancay port, a Chinese-built megaport in Peru, could become the gateway for Asian trade to the region. But local residents and security analysts say the economic benefit comes at a price. Adriana Núñez Rabascall has the details.

This bay has become unrecognizable to Miriam Arce in just a few short years.

Miriam Arce, Community Leader

"This bay has stopped being a bay. It's completely covered. It's mutilated."

Arce has lived in the community near Peru’s new Chancay port her whole life. She says port construction is hurting the environment and the 20-thousand families who live nearby, as waste from the project ends up in the ocean.

Miriam Arce, Community Leader

"Fishing has disappeared and will disappear even more. The site where the port is being built is a place where fish reproduce."

Construction of this massive port in the city of Chancay — about 70 kilometers north of Peru's capital, Lima — is expected to finish by the end of this year. The goal is to make this the gateway for Asian trade to South America.

Chinese state-owned enterprise Cosco Shipping owns 60% of the $3.5-million-dollar port. A Peruvian company holds the remaining stake.

Pedro Maldonado, Economist

"It will consolidate China's trade leadership in Latin America and strengthen the commercial relationship it already has with the country. China has commercially displaced the United States as Peru's main trading partner since 2015."

China's interest in Peru centers on the country's minerals and other raw materials, says economist Pedro Maldonado.

Pedro Maldonado, Economist

"Of the $60 billion that the country exports to the rest of the world, $20 billion goes to China. Most of the exports are minerals such as copper."

Cosco Shipping says this port will lower costs and reduce the transit time of goods from 30 days to 20 days.

In an interview with reporters in January, Cosco Shipping’s spokesperson Mario de las Casas said the port could handle one million containers a year.

Mario de las Casas, Cosco Shipping Spokesperson

"Peru is one of the leaders in agricultural production, but it lacks the capacity to reach Asia. Hopefully, by the end of 2024, this port will provide that opportunity."

China may also have other ambitions with this new port, says international relations professor Euclides Tapia.

Euclides Tapia, University of Panama

"There is no doubt, no discussion. If this port has to fulfill a military function, it will fulfill it, period, because the Chinese navy is also involved in the construction of the port."

Tapia says China also seeks to consolidate its influence in Latin America by investing in key trade routes.

Euclides Tapia, University of Panama

"There will be an umbilical relationship between China and Latin America, similar to what they are building on other continents like Africa or Southeast Asia. It's the same script: economic control and military influence."

Cosco Shipping has not responded to VOA’s repeated requests for comment.

Peruvian officials had granted Cosco the exclusive right to run this megaport. Then earlier this year, they said they did not have the legal right to grant Cosco the rights. As the dispute continues, so does construction…as residents watch the landscape change.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG