ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜ່ນດິນໄຫວ ທີ່ມີຄວາມແຮງ 5.9 ໄດ້ສັ່ນສະເທືອນໄປທົ່ວເຂດພາກຕາເວັນອອກສຽງໃຕ້ ຂອງອອສເຕຣເລຍ


ເຈົ້າໜ້າທີ່ສຸກເສີນສໍາຫຼວດຄວາມເສຍຫາຍໃນນະຄອນເມລເບິນ, ປະເທດອອສເຕຣເລຍ, ບ່ອນທີ່ມີເສດຊາກຫັກພັງກະຈັດກະຈາຍຢູ່ເທິງຖະໜົນ ຫຼັງຈາກສ່ວນນຶ່ງຂອງກໍາແພງຕົກລົງມາຈາກອາຄານ ໃນລະຫວ່າງເກີດແຜ່ນດິນໄຫວ, ເມື່ອວັນທີ 22 ກັນຍາ ປີ 2021.
ເຈົ້າໜ້າທີ່ສຸກເສີນສໍາຫຼວດຄວາມເສຍຫາຍໃນນະຄອນເມລເບິນ, ປະເທດອອສເຕຣເລຍ, ບ່ອນທີ່ມີເສດຊາກຫັກພັງກະຈັດກະຈາຍຢູ່ເທິງຖະໜົນ ຫຼັງຈາກສ່ວນນຶ່ງຂອງກໍາແພງຕົກລົງມາຈາກອາຄານ ໃນລະຫວ່າງເກີດແຜ່ນດິນໄຫວ, ເມື່ອວັນທີ 22 ກັນຍາ ປີ 2021.

ແຜ່ນດິນໄຫວຂະໜາດແຮງ 5.9 ໄດ້ເກີດຂຶ້ນຢູ່ໃກ້ກັບນະຄອນເມລເບີນໃນມື້ວັນພຸດທີ່ຜ່ານມາ, ອັນໄດ້ເຮັດໃຫ້ອາຄານຕ່າງໆຢູ່ໃນເມືອງໃຫຍ່ອັນດັບ 2ຂອງອອສເຕຣເລຍເສຍຫາຍ ແລະແຮງສັ່ນສະເທືອນນັ້ນ ໄດ້ຮູ້ສຶກໄປຮອດລັດຕ່າງໆທີ່ຢູ່ໃກ້ຄຽງ ໃນພາກຕາເວັນອອກສຽງໃຕ້ ຂອງອອສເຕຣເລຍ. ອາຄານຫລາຍຫລັງ ແລະຖະໜົນຫົນທາງໄດ້ຮັບຄວາມເສຍຫາຍ, ແຕ່ຈົນເຖິງຂະນະນີ້ ຍັງບໍ່ມີລາຍງານ ຜູ້ໄດ້ຮັບບາດເຈັບສາຫັດ ຫລືເສຍຊີວິດ. ຟິວ ເມີເຊີ, ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ແຜ່ນດິນໄຫວຄັ້ງທໍາອິດທີ່ມີຄວາມແຮງ 5.9 ກວດພົບເມື່ອເວລາ 09:15 ໂມງຕອນເຊົ້າຕາມເວລາທ້ອງຖິ່ນໃນເຂດອຸທະຍານແຫ່ງຊາດ ອາລພາຍ (Alpine) ໃກ້ເມືອງແມນສ໌ຟຽລດ໌ ທາງພາກຕາເວັນອອກສຽງເໜືອ ຂອງລັດວິກທໍເຣຍ.

ອົງການທໍລະນີສາດຂອງອອສເຕຣເລຍ ເຊິ່ງເປັນໜ່ວຍງານດ້ານວິທະຍາສາດຂອງລັດຖະບານກ່າວວ່າ ແຜ່ນດິນໄຫວຄັ້ງນີ້ແມ່ນແຜ່ນດິນໄຫວຄັ້ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີການບັນທຶກມາ ໃນພາກຕາເວັນອອກ ຂອງອອສເຕຣເລຍ ນັບຕັ້ງ ແຕ່ຊາວຢູໂຣບໄດ້ເຂົ້າມາຕັ້ງຖິ່ນຖານຢູ່ທີ່ນັ້ນ.

ແຜ່ນດິນໄຫວອີກສອງແຫ່ງ ທີ່ມີຄວາມແຮງ 4.0 ແລະ 3.1 ຕາມລໍາດັບ ເຊິ່ງເກີດຂຶ້ນໃນຂົງເຂດດຽວກັນ ບໍ່ດົນຫລັງຈາກນັ້ນ.

ມີລາຍງານກ່ຽວກັບຄວາມເສຍຫາຍແລະດິນເຈື່ອນຢູ່ໃນຫລາຍພື້ນທີ່, ແລະເຮືອ ບິນເຮລີຄັອບເຕີ ໄດ້ຖືກສົ່ງເຂົ້າໄປ ເພື່ອປະເມີນເບິ່ງຜົນກະທົບ ຂອງແຜ່ນດິນໄຫວ.

ມີລາຍງານວ່າ ແຮງສັ່ນສະເທືອນດັ່ງກ່າວ ໃຊ້ເວລາປະມານ 20 ວິນາທີ ໃນນະຄອນເມລເບີນ, ເມືອງເອກຂອງລັດວິກທໍເຣຍ ບ່ອນທີ່ອາຄານຕ່າງໆໃນທີ່ນັ້ນໄດ້ມີການຍົກຍ້າຍຜູ້ຄົນອອກໄປ.

ປະຊາຊົນຜູ້ທີ່ອາໄສຢູ່ໃນທີ່ຫ່າງໄກເຊັ່ນນະຄອນຊິດນີ, ນະຄອນແຄນເບີຣາແລະລັດເກາະຂອງທັສມາເນຍຕ່າງກໍ່ພາກັນກ່າວວ່າ ພວກເຂົາເຈົ້າໄດ້ຮູ້ສຶກເຖິງແຮງສັ່ນສະເທືອນນັ້ນ. ເຈົ້າໜ້າທີ່ຂອງອອສເຕຣເລຍກ່າວວ່າ ບໍ່ໄດ້ຮັບອັນຕະລາຍໃດໆຈາກຄື້ນສຸນາມິ.

ໃນການຢ້ຽມຢາມນະຄອນນິວຢອກ ຢ່າງເປັນທາງການຂອງນາຍົກລັດຖະມົນຕີທ່ານສະກັອດທ໌ ມໍຣິສັນ ກ່າວວ່າ ແຜ່ນດີນໄຫວດັ່ງກ່າວຈະຕ້ອງສ້າງຄວາມຕື່ນຕົກໃຈໃຫ້ກັບຫຼາຍໆຄົນ.

“ມັນອາດເປັນເຫດການລົບກວນຈິດໃຈເປັນທີ່ສຸດສໍາລັບແຜ່ນດິນໄຫວໃນລັກສະ ນະທໍາມະຊາດແບບນີ້. ມັນເປັນເຫດການທີ່ເກີດຂຶ້ນໄດ້ຍາກທີ່ສຸດໃນອອສເຕຣເລຍ ແລະດ້ວຍເຫດນີ້ຂ້າພະເຈົ້າຈຶ່ງມີຄວາມໝັ້ນໃຈວ່າທຸກຄົນຄົງຈະຮູ້ສຶກອຶດອັດໃຈ ແລະອຸກອັ່ງໃຈຈາກເຫດການດັ່ງກ່າວ, ໂດຍສະເພາະຢ່າງຍິ່ງ ໃນພື້ນທີ່ໃກ້ຄຽງທີ່ສຸດທີ່ໄດ້ຮັບຜົນກະທົບ. ແຕ່ວ່າ ໜ່ວຍງານແຫ່ງລັດຂອງລັດຖະບານກໍ່ມີການຈັດລະດັບໃນຄວາມຮັບຜິດຊອບດັ່ງກ່າວແລ້ວ.”

ຜູ້ຊ່ຽວຊານໄດ້ເຕືອນວ່າ ອາດຈະເກີດມີແຜ່ນດິນໄຫວຂະໜາດນ້ອຍຕິດຕາມມາອີກຫຼາຍຮ້ອຍເທື່ອ ເຊິ່ງອາດຈະດໍາເນີນໄປແບບຕໍ່ເນື່ອງ ເປັນເວລາຫຼາຍເດືອນ.

ໂດຍສະເລ່ຍແລ້ວ, ໄດ້ມີການບັນທຶກເຫດການແຜ່ນດິນໄຫວໂດຍສະເລ່ຍ 100 ຄັ້ງຕໍ່ປີຢູ່ໃນອອສເຕຣເລຍ. ສ່ວນຫຼາຍແມ່ນແຜ່ນດິນໄຫວຂະໜາດນ້ອຍ, ມີຂະໜາດຄວາມແຮງຢູ່ໃນລະດັບ 3 ຫລືຫຼາຍກວ່ານັ້ນ.

ໃນເດືອນທັນວາ ປີ 1989, ໄດ້ເກີດແຜ່ນດິນໄຫວທີ່ມີຄວາມແຮງ 5.6 ໃນເຂດ ນິວເຊົາທ໌ເວລສ໌ ເມືອງນິວແຄັສເຊີລ, ທາງພາກເໜືອຂອງນະຄອນຊິດນີ. ມີຜູ້ເສຍຊີວິດ 13 ຄົນ ແລະໄດ້ຮັບບາດເຈັບອີກຈໍານວນ 160 ຄົນ.

Alarms Ring Across City as Magnitude 6.0 Earthquake Strikes
please wait

No media source currently available

0:00 0:00:19 0:00

A rare magnitude 5.9 earthquake struck near Melbourne on Wednesday, causing damage to buildings in Australia's second largest city and sending tremors throughout neighboring states in southeastern Australia. Buildings and roads were damaged, but, so far, no serious injuries or deaths have been reported. From Sydney, Phil Mercer reports.

The first earthquake — a magnitude 5.9 — was detected at 9:15 a.m. local time in the Alpine National Park near Mansfield in Victoria’s northeast.

Geoscience Australia, a government scientific agency, said the ‘quake was potentially the largest ever recorded in eastern Australia since European settlement.

Two other earthquakes — of magnitude 4.0 and 3.1 — struck in the same region shortly afterwards.

Damage and landslides have been reported in several areas, and helicopters have been dispatched to assess the impact of the earthquakes.

Reports suggested the tremors lasted about 20 seconds in Melbourne, the Victoria state capital, where apartment blocks have been evacuated.

Residents as far away as Sydney, Canberra and the island state of Tasmania have said they felt tremors. Australian authorities reported no threat of a tsunami.

Speaking on an official visit to New York, prime minister Scott Morrison said the earthquake would have been a shock for many people.

((Morrison Act))

“It can be a very, very disturbing event for an earthquake of this nature. They are very rare events in Australia and as a result I am sure people would have been quite distressed and disturbed by that, particularly in the most immediate area affected. But the agencies at a state government level are there responding.”

Experts warn there could be hundreds of small aftershocks, which could continue for months.

On average, 100 earthquakes are recorded in Australia each year. Most are small, around magnitude 3 or more.

In December 1989, a magnitude 5.6 ‘quake hit the New South Wales city of Newcastle, north of Sydney. 13 people died and 160 others were injured.

XS
SM
MD
LG