ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜ່ນດິນໄຫວຄວາມແຮງ 5.8 ໄດ້ກະທົບ ຂົງເຂດ ຊິນຈຽງ ທາງພາກຕາເວັນຕົກສຽງເໜືອ ຂອງຈີນ


ແຜນທີ່ປະເທດຈີນ ສະແດງໃຫ້ເຫັນ ເຂດຊິນຈຽງ
ແຜນທີ່ປະເທດຈີນ ສະແດງໃຫ້ເຫັນ ເຂດຊິນຈຽງ

ເກີດແຜ່ນດິນໄຫວຄວາມແຮງ 5.8 ທີ່ໄດ້ກະທົບເຂດເມືອງອາກກີໃນຂົງເຂດຊິນຈຽງທາງພາກຕາເວັນຕົກສຽງເໜືອຂອງຈີນ ໃນຕອນທ່ຽງເວລາ 12 ໂມງ 14 ນາທີ ຕາມເວລາໃນທ້ອງຖິ່ນ ເມື່ອວັນອາທິດວານນີ້ ສູນກາງເຄືອຂ່າຍດ້ານແຜ່ນດິນໄຫວຂອງຈີນ ຫຼື CENC ໄດ້ກ່າວ.

ຈຸດສູນກາງຂອງແຜນດິນໄຫວດັ່ງກ່າວ ທີ່ໄດ້ຖືກຕິດຕາມເບິ່ງ ແມ່ນຢູ່ທີ່ 41.15 ອົງສາເສັ້ນແບ່ງໂລກທາງຂວາງທິດເໜືອ ແລະຢູ່ທີ່ 78.41 ອົງສາເສັ້ນແບ່ງໂລກທາງຍາວທິດຕາເວັນອອກ ໂດຍມີຄວາມເລິກ 11 ກິໂລແມັດ ອີງຕາມການກ່າວຂອງ CENC.

ບໍ່ມີລາຍງານຜູ້ໄດ້ຮັບບາດເຈັບໃດໆ ຫຼື ເຮືອນຊານພັງລົງແຕ່ຢ່າງໃດ ຈົນເຖິງເວລາບ່າຍ 1 ໂມງ, ອົງການຂ່າວຊິນຫົວ ໄດ້ລາຍງານໂດຍອ້າງເຖິງເຈົ້າໜ້າທີ່ໃນທ້ອງຖິ່ນ ແລະໄດ້ກ່າວຕື່ມວ່າ ພື້ນທີ່ອ້ອມຮ້ອບຈຸດສູນການແມ່ນມີປະຊາກອນອາໄສຢູ່ບໍ່ຫຼາຍ.

ເຄືອຂ່າຍສາຍສົ່ງກະແສໄຟຟ້າຫຼັກຢູ່ໃນທ້ອງຖິ່ນ ແມ່ນປະຕິບັດງານໄດ້ຕາມທຳມະດາ ແລະການປະຕິບັດງານຂອງລົດໄຟໃນທ້ອງຖິ່ນ ກໍບໍ່ໄດ້ຮັບຜົນກະທົບແຕ່ຢ່າງໃດ ອົງການຂ່າວຊິນຫົວ ໄດ້ກ່າວຕື່ມ.

ແຜ່ນດິນໄຫວຄວາມແຮງ 7.1 ໄດ້ສັ່ນສະເທືອນຂົງເຂດຊາຍແດນລະຫວ່າງປະເທດກຽກກິສຖານແລະຊິນຈຽງ ເມື່ອວັນທີ 23 ເດືອນມັງກອນ ທີ່ໄດ້ສັງຫານຢ່າງໜ້ອຍ ສາມຄົນ.

A 5.8-magnitude struck Akqi County in China's northwestern Xinjiang region at 12:14 p.m. (0414 GMT) Sunday, the China Earthquake Networks Center (CENC) said.

The quake’s epicenter was monitored at 41.15 degrees north latitude and 78.41 degrees east longitude, with a depth of 11 kilometers (6.84 miles), CENC said.

No casualties or collapsed houses had been reported as of 1 p.m., Xinhua reported citing local authorities, adding that the areas around the epicenter are sparsely populated.

The local main grid and power distribution networks are operating as normal, and local train operations have not been affected, Xinhua added.

A 7.1-magnitude earthquake shook the Kyrgyzstan-Xinjiang border region on Jan. 23, killing at least three people.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG