ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການປ່ອນບັດ ເລືອກຕັ້ງ ປະທານາທິບໍດີ ຢູ່ ມາດາກາສກາ (ສະໄລດ໌/ວີດີໂອ)


ດາມາກາສກາ ປ່ອນບັດຄັ້ງສໍາຄັນທີ່ສຸດ
please wait

No media source currently available

0:00 0:00:53 0:00
ລິງໂດຍກົງ
ປະ​ເທດ Madagascar ຈັດການ​ເລືອກ​ຕັ້ງປະທານາທິບໍດີ ທີ່​
ໄດ້​ມີ​ການ​ຊັກ​ຊ້າ ມາ​ເປັນ​ເວລາ​ດົນ​ນານ​ແລ້ວນັ້ນ ​ໃນ​ວັນ​ສຸກ​ມື້
​ນີ້ ຊຶ່ງເບິ່ງ​ກັນວ່າ​ ມີ​ຄວາມສໍາຄັນ ຕໍ່ການ​ຟື້ນຟູ ​ການ​ປົກຄອງ​
ແບບປະຊາທິປະ​ໄຕ ລຸນ​ຫຼັງທີ່​ໄດ້​ມີ​ການ​ກໍ່​ລັດຖະປະຫານ ​ໃນ
​ປີ 2009.

ຜູ້​ສະໝັກສາມ​ສິບສາມ​ຄົນ ພາກັນ​ແຂ່ງຂັນ​ຢາກ​ເປັນປະ​ທາ​ນາ
​ທິບໍດີ. ບໍ່ຄາດ​ວ່າ​ຈະມີ​ຜູ້​ໃດ ​ໄດ້​ຮັບຄະ​ແນນ​ສຽງ​ພຽງພໍ ​ເພື່ອ
​ຫລີກ​ລ່ຽງ​ການ​ແຂ່ງຂັນຮອບ​ສອງ​ຊຶ່ງ ຈະ​ມີ​ຂຶ້ນໃນ​ເດືອນ​ທັນວາ​.

ຜູ້​ນໍາ​ໃນ​ການ​ກໍ່​ລັດຖະປະຫານ ທ່ານ Andy Rajoelina ​ແລະ
ປະທານາທິບໍດີ ທີ່​ທ່ານໂຄ່ນ​ລົ້ມຄືທ່ານ Marc Ravalomanana ​ໄດ້​ຖືກຫ້າມ​ບໍ່​ໃຫ້​ສະໝັກ​ເຂົ້າ​ແຂ່ງຂັນ ຈຶ່ງ​ເຮັດ​ໃຫ້​ບໍ່​ມີ​ຜູ້​ໃດ ທີ່​ມີ​ຄະ​ແນນ​ສຽງ​ນຳ​ໜ້າ​ຢ່າງ​ຈະ​ແຈ້ງ.

ທ່ານ Rojoelina ​ໄດ້ເຂົ້າກໍາ​ອໍາ​ນາດ ​ໃນ​ນາມ​ຜູ້​ນໍາ​ໃນ​ໄລຍະ​ຂ້າມ​ຜ່ານ​ໃນ​ປີ 2009 ​ແຕ່​ບໍ່​ສາມາດ​ປະຕິບັດ​ຕາມຄໍາ​ໝັ້ນ​ສັ້ນ​ຍາທີ່​ທ່ານ​ໄດ້​ໃຫ້​ໄວ້ ​ວ່າຈະ​ໃຫ້​ມີ​ການ​ເລືອກ​ຕັ້ງ​ ພາຍໃນ​ສອງ​ປີ.

ການ​ກໍ່ລັດຖະປະຫານທີ່​ວ່າ​ນີ້ ແມ່ນ​ເຊື່ອ​ກັນ​ຢ່າງ​ກວ້າງຂວາງ​ວ່າ ​ເຮັດ​ໃຫ້​ປະ​ເທດ​ເກາະ
ດອນ​ອາຟຣິກາ ທີ່​ມີ​ປະຊາກອນ 22 ລ້ານ​ຄົນແຫ່ງ​ນີ້ ກ້າວ​ເຂົ້າ​ສູ່​ວິ​ກິດ​ການທາງ​ດ້ານ​ເສດ​ຖະກິດ.

XS
SM
MD
LG