ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ມາຄຣົງ ຂອງຝຣັ່ງ ກ່າວວ່າ ຕົນ 'ຮັບເອົາ ຄວາມຮັບຜິດຊອບ' ສຳລັບ ການປະທ້ວງ ຕໍ່ຕ້ານ ລັດຖະບານ

ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາຄຣົງ ກ່າວໃນ
ການໃຫ້ຄຳປາໄສພິເສດຕໍ່ປະເທດຊາດ, ຊຶ່ງທ່ານໄດ້ອອກ
ມາໃຫ້ຄຳເຫັນຕໍ່ມວນຊົນ ຄັ້ງທຳອິດຫຼັງຈາກສີ່ສັບປະດາຂອງ
ການປະທ້ວງໃນທົ່ວປະເທດທີ່ເອີ້ນວ່າ 'yellow vest' (gilet jaune), ວັນທີ 10 ທັນວາ 2018, at the Elysee Palace, in Paris.
ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາຄຣົງ ກ່າວໃນ ການໃຫ້ຄຳປາໄສພິເສດຕໍ່ປະເທດຊາດ, ຊຶ່ງທ່ານໄດ້ອອກ ມາໃຫ້ຄຳເຫັນຕໍ່ມວນຊົນ ຄັ້ງທຳອິດຫຼັງຈາກສີ່ສັບປະດາຂອງ ການປະທ້ວງໃນທົ່ວປະເທດທີ່ເອີ້ນວ່າ 'yellow vest' (gilet jaune), ວັນທີ 10 ທັນວາ 2018, at the Elysee Palace, in Paris.

ປະທານາທິບໍດີ ຝຣັ່ງ ທ່ານ ເອັມແມນູແອລ ມາຄຣົງ ທັງມີຄວາມຖ່ອມໂຕ ແລະເດັດດ່ຽວ
ພ້ອມກັນ ໃນຂະນະທີ່ກ່າວຕໍ່ມວນຊົນເປັນເທື່ອທຳອິດ ກ່ຽວກັບການປະທ້ວງຕໍ່ຕ້ານລັດ
ຖະບານ ທີ່ໄດ້ເຮັດໃຫ້ປະເທດຊາດສັ່ນຄອນ.

ທ່ານ ມາຄຣົງ ໄດ້ກ່າວໃນຄຳປາໄສທີ່ຖ່າຍທອດໄປທົ່ວປະເທດ ໃນຄືນວັນຈັນວານນີ້
ວ່າ “ຂ້າພະເຈົ້າ ຮັບເອົາສ່ວນທີ່ເປັນຄວາມຮັບຜິດຊອບຂອງຂ້າພະເຈົ້າ. ຂ້າພະເຈົ້າ
ອາດເຮັດໃຫ້ປະຊາຊົນເຈັບປວດຍ້ອນຄຳເວົ້າຂອງຂ້າພະເຈົ້າ.”

ທ່ານຍັງໄດ້ກ່າວອີກວ່າ ທ່ານຮັບຮູ້ວ່າ ຂໍ້ສະເໜີຂຶ້ນພາສີຕໍ່ເງິນບຳນານນັ້ນ ແມ່ນ
“ບໍ່ເປັນທຳ.”

ແຕ່ທ່ານ ມາຄຣົງ ໄດ້ເອີ້ນຄວາມຄຽດແຄ້ນ ທີ່ຟົດເດືອດກາຍເປັນຄວາມຮຸນແຮງ ໃນ
ຕະຫຼອດຫຼາຍສັບປະດາຜ່ານມານີ້ວ່າ ສົ່ງຜົນເຮັດໃຫ້ເປັນສິ່ງ ທີ່ທ່ານອະທິບາຍວ່າ
ເປັນ “ຄວາມເຈັບປວດ” ມາດົນນານເຖິງ 40 ປີ ໂດຍສະເພາະສຳລັບພວກຊາວຝຣັ່ງ
ຢູ່ເຂດຊົນນະບົດ.

ຊາຍຄົນນຶ່ງໃສ່ເສື້ອໜາວ ທີ່ໂຕໜັງສືຢູ່ດ້ານຫຼັງ ອ່ານວ່າ "ມາຄຣົງ ລາອອກ ຫຼື Macron resign" ໂບກທຸງຊາດຂອງຝຣັ່ງ ໃນຂະນະທີ່ພວກປະທ້ວງ ທີ່ເອີ້ນວ່າ "ເສື້ອໜາວສີເຫຼືອງ ຫຼື yellow vests" (Gilets jaunes) ເຕົ້າໂຮມກັນເພື່ອປະທ້ວງຕໍ່ຕ້ານກ່ຽວກັບ ຄ່ານ້ຳມັນ ແລະຄ່າຄອງຊີບ ທີ່ເພີ້ມຂຶ້ນນັບມື້ ຢູ່ຖະໜົນດ່ວນສາຍນຶ່ງ ຂອງເມືອງ La Barque,ວັນທີ 9 ທັນວາ 2018, ຢູ່ໃກ້ໆກັບ Marseille, ທາງພາກໃຕ້ຂອງຝຣັ່ງ.

ທ່ານປະທານາທິບໍດີ ໄດ້ປະກາດໃຫ້ “ປະເທດຢູ່ໃນພາວະສຸກເສີນດ້ານເສດຖະກິດ
ແລະສັງຄົມ.”

ພ້ອມໆກັບການຕັດພາສີສຳລັບເງິນບຳນານ ລັດຖະບານຈະສະໜັບສະໜຸນການເພີ່ມ
ເງິນເດືອນຂັ້ນຕ່ຳສຸດ ໃນຈຳນວນ 113 ໂດລາ, ຍົກເລີກການເກັບພາສີສຳລັບເງິນລ່ວງ
ເວລາ ແລະຂໍຮ້ອງທຸລະກິດຂະນາດໃຫຍ່ທັງຫລາຍ ໃຫ້ເງິນບຳເນັດແກ່ພວກຄົນງານ
ໃນທ້າຍທຸກໆສາມໂດຍໃຫ້ຍົກເວັ້ນພາສີນຳ.

ແຕ່ທ່ານ ມາຄຣົງ ໄດ້ຍຶດໝັ້ນໃນການຕໍ່ຕ້ານການປະທ້ວງຕາມທ້ອງຖະໜົນ ໂດຍກ່າວ
ວ່າ ຈະບໍ່ຍອມ “ປ່ອຍໃຫ້ເຮັດຕາມໃຈ” ສຳລັບພວກຜູ້ທີ່ທຸບແກ້ວ ແລະທຳການຈະລາ ຈົນຮ້ານຄ້າຕ່າງໆ ແລະ ໂຈມຕີເຈົ້າໜ້າທີ່ຕຳຫຼວດ.

ທ່ານຍັງບໍ່ໄດ້ສະແດງອອກສັນຍານໃດໆ ທີ່ຈະຍິນຍ້ອມຕໍ່ນຶ່ງໃນຂໍ້ຮຽກຮ້ອງ ອັນດັບສູງ
ຂອງພວກປະທ້ວງ ນັ້ນກໍຄື ໃຫ້ທ່ານລາອອກນັ້ນ.

ຜູ້ປະທ້ວງຄົນນຶ່ງ ທີ່ໃສ່ເສື້ອໜາວສີເຫຼືອ (Gilets jaunes) ກຳລັງປະເຊີນໜ້າ ກັບ ພວກຕຳຫຼວດປາບຈະລາຈົນ ໃນລະຫວ່າງການປະທ້ວງ ທີ່ເອີ້ນວ່າ 'ເສື້ອໜາວສີເຫຼືອງ' (Gilets Jaunes) ຕໍ່ຕ້ານຄ່າຄອງຊີບທີ່ສູງຂຶ້ນນັບມື້ ຢູ່ທີ່ຖະໜົນ Champs Elysees ໃນນະຄອນຫຼວງ ປາຣີ, ວັນທີ 8 ທັນວາ 2018.

ທ່ານມາຄຣົງ ໄດ້ຍົກເລີກການຂຶ້ນພາສີນ້ຳມັນເຊື້ອໄຟ ທີ່ໄດ້ກໍ່ໃຫ້ເກີດການປະທ້ວງຂຶ້ນ
ເກືອບນຶ່ງເດືອນຜ່ານມານັ້ນ ໄປແລ້ວ

ຄວາມຄຽດແຄ້ນໄດ້ຂະຫຍາຍອອກໄປເກີນກວ່າການຂຶ້ນພາສີ ຈົນເຖິງຄວາມບໍ່ພໍອົກ
ພໍໃຈ ຕໍ່ທ່ານປະທານາທິບໍດີ ໂດຍທົ່ວໄປ ຊຶ່ງພວກປະທ້ວງຫຼາຍໆຄົນ ກ່າວວ່າ ທ່ານ
ສົນໃຈແຕ່ພວກຄົນຮັ່ງມີ ຫຼາຍກວ່າພວກພົນລະເມືອງຝຣັ່ງ ທຳມະດາສາມັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG