ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການ​ຮຽກ​ຮ້ອງ​ຂອງທ່ານ​ ມາ​ກ​ຣົງ ​ໃຫ້​ສະ​ຫະ​ພາບ​ຢູ​ໂຣບ ເຈ​ລະ​ຈາ​ກັບ​ວັງ​ເຄ​ຣັມ​ລິນ ເຮັດ​ໃຫ້​ພັນ​ທະ​ມິດ​ໃນ​ຢູ​ໂຣບ ຕົກ​ໃຈ


ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ກ່າວຄຳປາໄສຢຸ່ສະພາ ຢູໂຣບ ໃນເມືອງ ສຕຣາສບວກ, ຝຣັ່ງ. 19 ມັງກອນ, 2022.
ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ກ່າວຄຳປາໄສຢຸ່ສະພາ ຢູໂຣບ ໃນເມືອງ ສຕຣາສບວກ, ຝຣັ່ງ. 19 ມັງກອນ, 2022.

ການຮຽກຮ້ອງຂອງປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ເພື່ອດຳເນີນການເຈລະຈາຂອງ​ທ່ານເອງກັບວັງເຄຣັມລິນ ແມ່ນໄດ້ກໍ່ໃຫ້ເກີດຄວາມຢ້ານກົວ ກ່ຽວກັບ ຄວາມຄືບໜ້າແຍກກັນ ໃນການຕອບໂຕ້ ຂອງປະເທດຕາເວັນຕົກຕໍ່ໄພຂົ່ມຂູ່ຂອງການບຸກລຸກ ຢູເຄຣນ ໂດຍ ຣັດເຊຍ.

ທ່ານ ມາກຣົງ ແມ່ນໄດ້ພົບຄວາມຫຍຸ້ງຍາກໃນອະດີດທີ່ຈະຊັກຈູງຄູ່ຮ່ວມສະຫະພາບຢູໂຣບຂອງທ່ານ ກ່ຽວກັບ ຄວາມຈຳເປັນສຳລັບຢູໂຣບ ທີ່ຈະຄວບຄຸມຂໍ້ຕົກລົງຄວາມປອດໄພ ແລະ ເພິ່ງພາອາ ໄສ ສະຫະລັດ ໜ້ອຍລົງ. ຄຳປາໄສຂອງທ່ານຕໍ່ບັນດາສະມາຊິກສະພາຢູໂຣບ ໃນວັນພຸດທີ່ຜ່ານມາ, ເຊິ່ງທ່ານໄດ້ຮຽກຮ້ອງກຸ່ມປະເທດດັ່ງກ່າວໃຫ້ທຳການເຈລະຈາຂອງເຂົາເຈົ້າເອງ ກ່ຽວກັບ ຂໍ້ ຕົກລົງຄວາມປອດໄພ ແລະ ຄວາມໝັ້ນຄົງກັບວັງເຄຣັມລິນນັ້ນ, ແມ່ນໄດ້ຖືກຕ້ອນຮັບໂດຍສື່ມວນຊົນລັດຖະບານ ຣັດເຊຍ.

ແຕ່ບັນດາຜູ້ນຳໃນພາກກາງຂອງ ຢູໂຣບ ແລະ ເຂດທະເລ ບາລຕິກ ບາງຄົນໄດ້ກ່າວວ່າ ຄຳເຫັນຂອງທ່ານ ມາກຣົງ ແມ່ນເກີດຂຶ້ນໃນເວລາທີ່ບໍ່ເໝາະສົມ ແລະ ມີຄວາມສ່ຽງໃນການສະໜັບສະໜູນວັງເຄຣັມລິນ ພະຍາຍາມເຮັດໃຫ້ ສະຫະລັດ ແລະ ຢູໂຣບ ຜິດຖຽງກັນ, ແລະ ສ້າງຄວາມແຕກ ແຍກໃນຂະນະທີ່ ສະຫະລັດ ໄດ້ຮຽກຮ້ອງໃຫ້ປະເທດຕາເວັນຕົກມີຄວາມສາມັກຄີ.

ທ່ານ ຄາລ໌ ບິລທ໌, ອະດີດນາຍົກລັດຖະມົນຕີ ສວີເດັນ ໄດ້ກ່າວວ່າທ່ານບໍ່ສາມາດເຂົ້າໃຈວ່າທ່ານ ມາກຣົງ ໝາຍຄວາມວ່າຫຍັງ ກ່ຽວກັບ ການສະເໜີ “ລະບຽບໃໝ່ ກ່ຽວກັບ ຄວາມປອດໄພ ແລະ ຄວາມໝັ້ນຄົງ.”

ທ່ານໄດ້ຂຽນຂໍ້ຄວາມໃນທວິດເຕີວ່າ “ສອງສາມເດືອນທີ່ຜ່ານມາ, ເບິ່ງຄືວ່າຈະຮຽກຮ້ອງໃຫ້ມີການປ້ອງກັນທີ່ໜັກແໜ້ນ ກ່ຽວກັບຄຳສັ່ງຫຼັງປີ 1989 ທີ່ມີຢູ່ນີ້.”

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ກ່າວວ່າ ຣັດເຊຍ ອາດ “ທຳການໂຈມຕີດ້ວຍການແຈ້ງໃຫ້ຊາບໃນເວລາສັ້ນໆ.” ພ້ອມກັນນັ້ນ, ມັນໄດ້ມີການລາຍງານຕ່າງໆວ່າ ຣັດເຊຍ ໄດ້ເຄື່ອນຍ້າຍລູກສອນໄຟຂີປະນາວຸດໄລຍະໃກ້ ອິສແກນເດີ (Iskander) ໄປເຂດຊາຍແດນ, ຕັ້ງມັນຢູ່ໃນໄລຍະການໂຈມຕີ ນະຄອນຫຼວງ ກີຢິບ. ຣັດເຊຍ ໄດ້ສົ່ງກອງທະຫານປະ ມານ 127,000 ຄົນໄປຢູ່ຕາມເຂດຊາຍແດນຂອງ ຢູເຄຣນ, ອີງຕາມການປະເມີນຂໍ້ມູນລັບຂອງ ຢູເຄຣນ.

ປັດຈຸບັນນີ້ກອງທະຫານ ຣັດເຊຍ ຈຳນວນນຶ່ງຢູ່ໃນ ເບລາຣຸສ, ເຊິ່ງແມ່ນພັນ ທະມິດຂອງ ຣັດເຊຍ ນັ້ນ, ໄດ້ຍ້າຍເຂົ້າໄປໃກ້ເຂດຊາຍແດນຂອງ ຢູເຄຣນ, ອີງຕາມກຸ່ມສືບລັບຄວາມຂັດແຍ້ງ, ເຊິ່ງແມ່ນກຸ່ມນັກຄົ້ນຄ້ວາ ຣັດເຊຍ ອິດສະຫຼະ, ຜູ້ທີ່ເວົ້າວ່າອາວຸດຍຸດໂທປະກອນຂອງກອງທັບ ຣັດ ເຊຍ ແມ່ນໄດ້ຖືກພົບເຫັນໃນພາກພື້ນ ໂກແມລ ຂອງ ເບລາຣຸສ, ເຊິ່ງມີໄລຍະບໍ່ໄກຈາກ ຢູເຄຣນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG