ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະ​ຊາ​ຊົນ ມາ​ເຊ​ໂດ​ເນຍ ລົງປະ​ຊາ​ມະ​ຕິ​ ປ່ຽນ​ຊື່​ຂອງ​ປະ​ເທດ


ປະ​ຊາ​ຊົນ​ຊອກ​ຫາ​ຊື່​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ລາຍ​ຊື່ ໃນ​ເວ​ລາ​ທີ່​ເຂົາ​ເຈົ້າ​ໄປ​ປ່ອນ​ບັດ​ ເພື່ອ​​ລົງ​ປະ​ຊາ​ມະ​ຕິ ໃນ​ການ​ປ່ຽນ​ຊື່​ຂອງ​ປະ​ເທດ ມາ​ເຊ​ໂດ​ເນຍ, ນະ​ຄອນຫຼວງ ສ​ກົບ​ເຈ, ປະ​ເທດ ມາ​ເຊ
​ໂດ​ເນຍ. 30 ກັນ​ຍາ, 2018.
ປະ​ຊາ​ຊົນ​ຊອກ​ຫາ​ຊື່​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ລາຍ​ຊື່ ໃນ​ເວ​ລາ​ທີ່​ເຂົາ​ເຈົ້າ​ໄປ​ປ່ອນ​ບັດ​ ເພື່ອ​​ລົງ​ປະ​ຊາ​ມະ​ຕິ ໃນ​ການ​ປ່ຽນ​ຊື່​ຂອງ​ປະ​ເທດ ມາ​ເຊ​ໂດ​ເນຍ, ນະ​ຄອນຫຼວງ ສ​ກົບ​ເຈ, ປະ​ເທດ ມາ​ເຊ ​ໂດ​ເນຍ. 30 ກັນ​ຍາ, 2018.

ປະ​ຊາ​ຊົນ ມາ​ເຊ​ໂດ​ເນຍ ກຳ​ລັງ​ພາ​ກັນ​ລົງ​ຄະ​ແນນ​ສຽງໃນ​ວັນ​ອາ​ທິດ​ມື້​ນີ້ ວ່າ​ປະ​ເທດ​
ຂອງເຂົາເຈົ້າຄວນປ່ຽນຊື່ຫຼືບໍ່.

ປະ​ຊາ​ຊົນ ມາ​ເຊ​ໂດເນຍ ໄດ້​ຖືກ​ຂໍ​ໃຫ້​ປ່ຽນ​ຊື່​ປະ​ເທດ​ຂອງ​ເຂົາ​ເຈົ້າ​ເປັນ ມາ​ເຊ​ໂດ​ເນຍ
ເໜືອ ເພື່ອສິ້ນສຸດຄວາມຂັດແຍ້ງຫຼາຍທົດສະວັດກັບປະເທດ ກຣິສ ທີ່ຢູ່ໃກ້ຄຽງ ແລະ
ສ້າງຊ່ອງທາງສຳລັບການໄດ້ເຂົ້າເປັນສະມາຊິກອົງການ ເນໂຕ ແລະ ສະຫະພາບ
ຢູໂຣບ ຂອງປະເທດນັ້ນ.

ລັດ​ຖະ​ບານ ເອ​ເທັນ​ສ໌ ໄດ້​ໂຕ້​ແຍ້ງວ່າຊື່ “ມາ​ເຊ​ໂດ​ເນຍ” ເປັ​ນ​ຊື່​ຂອງ​ແຂວງ ມາ​ເຊ​ໂດ​
ເນຍ ຂອງເຂົາເຈົ້າທີ່ຕັ້ງຢູ່ພາກເໜືອ ແລະ ການໃຊ້ຊື່ດັ່ງກ່າວຂອງລັດຖະບານ ສກົບເຈ
(Skopje) ມີເຈຕະນາທີ່ຈະອ້າງກຳມະສິດເອົາແຂວງຂອງປະເທດ ກຣີສ.

ກ​ຣີ​ສ ໄດ້​ກົດ​ດັນ​ລັດ​ຖະ​ບານ ສ​ກົບ​ເຈ ໃຫ້​ປ່ຽນ​ຊື່ປະ​ເທດຫຼາຍ​ປີ​ແລ້ວ, ບັງ​ຄັບ​ໃຫ້​ເຂົາ​
ເຈົ້າ ຕ້ອງໃຊ້ຊື່ຫຼິ້ນ ທີ່ເປັນທາງການຫຼາຍກວ່າ ວ່າ ອະດີດສາທາລະນະລັດ ຢູໂກສລາ
ເວຍ ແຫ່ງມາເຊໂດເນຍ ໃນອົງການສະຫະປະຊາຊາດ.

ເຂົາ​ເຈົ້າ​ຍັງ​ໄດ້​ກີດ​ກັ້ນ​ ປະ​ເທດ​ເພື່ອນ​ບ້ານ ​ທີ່​ນ້ອຍກວ່າ ຈາກ​ການ​ເປັນ​ສະ​ມາ​ຊິກ​ອົງ​
ການ ເນໂຕ ແລະ ສະຫະພາບ ຢູໂຣບ ເປັນປະຈຳ ຕາບໃດທີ່ເຂົາເຈົ້າຍັງຮັກສາຊື່ນັ້ນ
ໄວ້ຢູ່.

ປະ​ທາ​ນາ​ທິ​ບໍ​ດີ ຈໍ​ຈ໌ ອີ​ວານອ​ຟ ກ່າວ​ວ່າ ການ​ຮຽກ​ຮ້ອງ​ຂອງ​ລັດ​ຖະ​ບານ ເອ​ເທັນ​ຈະ​
ເປັນ “ການລະເມີດອໍານາດອະທິປະໄຕ ທີ່ມີຄວາມຜິດຢ່າງຊັດເຈນ.”

ທ່ານ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ສະ​ໜັບ​ສະ​ໜູນ ​ຂໍ້​ຕົກ​ລົງ ​ທີ່​ໄດ້​ບັນ​ລຸ ​ລະ​ຫວ່າງ​ ນາ​ຍົກ​ລັດ​ຖະ​
ມົນຕີ ມາເຊໂດເນຍ ທ່ານ ໂຊຣານ ຊາເອຟ (Zoran Zaev) ກັບ ຄູ່ຮ່ວມຕຳແໜ່ງຂອງ
ທ່ານຈາກ ກຣີສ ທ່ານ ອາເລັກຊິສ ຊີປຣາສ (Alexis Tsipras) ທີ່ໄດ້ເຮັດໃຫ້ມີການລົງ
ຄະແນນສຽງ ເພື່ອປ່ຽນຊື່ປະເທດນັ້ນ.

ທ່ານ ອີ​ວາ​ນອ​ຟ ກ່າວ​ວ່າ “ການ​ລົງ​ປະ​ຊາ​ມະ​ຕິ ອາດ​ເຮັດ​ໃຫ້​ພວກ​ເຮົາ​ກາຍ​ເປັນ​ປະ​
ເທດທີ່ຢູ່ໃຕ້ບັງຄັບບັນຊາ, ເພິ່ງພາອາໄສປະເທດອື່ນ. ພວກເຮົາຈະເປັນປະເທດໃນຊື່
ເທົ່ານັ້ນ, ບໍ່ແມ່ນໃນຕົວຕົນ.”

ທ່ານ ອີ​ວານອ​ຟ ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ ມາ​ເຊ​ໂດ​ເນຍ ຕໍ່​ຕ້ານ​ການ​ລົງ​ປະ​ຊາ​ມະ​ຕິ
ກ່ຽວກັບ ການປ່ຽນຊື່ຂອງປະເທດ, ໂດຍເວົ້າວ່າ ການປ່ຽນຊື່ ຈະເທົ່າກັບການ “ຂ້າຕົວ
ຕາຍຄັ້ງປະຫວັດສາດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG