ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລີເບຍ ວ່າ ຕົນໄດ້ທໍາລາຍ ອາວຸດເຄມີ ເກືອບໝົດແລ້ວ (ວີ​ດີ​ໂອ)


ຖັງເຄມີ ທີ່ບໍ່ມີຄົນເຝົ້າຍາມ ຢູ່ບ່ອນເກັບມ້ຽນ ທີ່ທະເລຊາຍ ໃນປະເທດລີເບຍ
ຖັງເຄມີ ທີ່ບໍ່ມີຄົນເຝົ້າຍາມ ຢູ່ບ່ອນເກັບມ້ຽນ ທີ່ທະເລຊາຍ ໃນປະເທດລີເບຍ
ລັດຖະມົນຕີ ຕ່າງປະ​ເທດ ລີ​ເບຍ ກ່າວ​ວ່າ ຕົນ​ໄດ້​ທໍາລາຍ​ອາວຸດ
​ເຄມີ ທີ່​ຮູ້ກັນ​ວ່າ​ເປັນບ່ອນເກັບອາວຸດເຄມີແຫ່ງສຸດ​ທ້າຍ ຈາກ​ສະ
​ໄໝຂອງ​ມື້ລາງຈອມຜະ​ເດັດ​ການ Moammar Gadhafi.

ທ່ານ Mohammed Abdelaziz ກ່າວ​ໃນ​ວັນ​ອັງຄານ​ວານນີ້​ວ່າ
ບັດ​ນີ້ ລີເບຍ ​ບໍ່​ມີ​ອາວຸດ​ເຄມີ​ອີກ​ແລ້ວ ທີ່​ອາດ​ເປັນ​ໄພ​ຂົ່ມຂູ່ ຕໍ່ປະ
ຊາ​ຊົນລິເບຍ ບັນດາປະ​ເທດ​ເພື່ອນ​ບ້ານ ​ແລະ​ສິ່ງ​ແວດ​ລ້ອມ.

ຫົວໜ້າອົງການ​ເກືອດຫ້າມ ການນຳໃຊ້ອາວຸດ​ເຄມີ ທ່ານ Ahmet
Azumcu ​ໄດ້ຢ້ຽ​ມຢາມສະຖານ​ທີ່​ໃນລີເບຍບ່ອນ​ທີ່​ອາ​ວຸດດັ່ງກ່າວ
​ໄດ້​ຖືກ​ທໍາລາຍແລະ​ຮ້ອງ​ການ​ປະຕິບັດ​ງານນີ້ວ່າ “​ເປັນ​ການປະຕິ
ບັດງານສໍາຄັນ​ທີ່​ສຸດ.”

ທ່ານ ກ່າວ​ວ່າ : “ທຸກ​ລູກ​ປືນ ​ທີ່ຈັດວ່າເປັນປະເພດທີ 1 ທັງໝົດ ທີ່​ໄດ້​ປະກາດ​ໂດຍລີ​ເບຍ ໃນ
​ເດືອນ​ກຸມພາ ປີ 2012 ​ໄດ້​ຖືກ​ທໍາລາຍ​ແລ້ວ. ຍັງ​ມີ​ເຊື້ອລະ​ເບີດທີ່​ຍັງຕົກ​ຄ້າງ​ຢູ່ ​ແລະປະເພດ
2 ທີ່ເຮົາ​ແນ່​ໃຈ​ວ່າ ຈະ​ຖືກ​ທໍາລາຍ​ເຊັ່ນ​ດຽວ​ກັນ​ເມື່ອໃດເວລາ​ມາ​ເຖິງ. ຂ້າພະ​ເຈົ້າ​ເຊື່ອ​ວ່າ ນີ້​ເປັນບາດກ້າວທີ່​ສໍາຄັນ​ແກ່ລີ​ເບຍ ທີ່​ກາຍ​ມາ​ເປັນປະ​ເທດປອດ​ອາ​ວຸດ​ເຄມີທັງ​ໝົດ.”

ອາວຸດເຄມີ ປະເພດທີ 2 ​ເປັນສິ່ງທີ່ພວກເຮົາຮູ້ກັນວ່າ ເປັນເຄມີຕົ້ນ ທີ່ໃຊ້ໃນການຜະລິດອາ
ວຸດຕ່າງໆ. ອາວຸດ​ເຫລົ່າ​ນີ້ ມີ​ກໍາໜົດ​ທີ່​ຈະ​ຖືກ​ທໍາລາຍ​ ໃນ​ທ້າຍ​ປີ 2016.

ລີ​ເບຍ ​ໄດ້​ເຊັນສົນທິ​ສັນຍາ ກ່ຽວກັບອາວຸດ​ເຄມີນາໆ​ຊາດ ​ໃນ​ປີ 2004 ​ແລະ​ໄດ້​ໃຊ້​ເວລາ​ຫລາຍ​ປີທໍາລາຍຄັງອາວຸດຂອງ​ຕົນ ກ່ອນ​ທີ່​ຈະ​ຢຸດ​ການ​ປະຕິບັດ​ງານ ​ໃນ​ປີ 2010​.

ລັດຖະບານຊົ່ວຄາວຊຸດໃໝ່ຂອງລີເບຍ ຫລັງ​ຈາກ​ໄດ້ມີການ​ໂຄ່ນ​ລົ້ມທ່ານ Gadhafi ​ແລ້ວ
ປະກາດ​ວ່າ​ ໄດ້ຄົ້ນ​ພົບ​ອາວຸດເຄມີເພີ້ມຕື່ມ​ ​ແລະ​ການ​ທໍາລາຍ​ໄດ້​ເລີ້​ມຄືນອີກ ໃນ​ປີ​ກາຍ​ນີ້.

Libya Chemical
please wait
Embed

No media source currently available

0:00 0:01:34 0:00
XS
SM
MD
LG