ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫຼວງພະບາງ ສະຫຼອງ ບຸນປີໃໝ່ ລາວ 12 ວັນ ເພື່ອຮັກສາ ວັດທະນະທຳ ອັນເກົ່າແກ່ໄວ້


ປະຊາຊົນຫຼວງພະບາງ ຕົບປະທາຍ ໃນບຸນປີໃໝ່ ລາວ
ປະຊາຊົນຫຼວງພະບາງ ຕົບປະທາຍ ໃນບຸນປີໃໝ່ ລາວ

ເມືອງມໍລິດົກໂລກ ຫຼວງພະບາງ ສະຫຼອງບຸນປີໃໝ່ ລາວ ຢ່າງຍິ່ງໃຫຍ່ເຖິງ 12 ວັນດ້ວຍ ການສືບສານຮີດຄອງປະເນີບູຮານອັນດີງາມຂອງຊາວ ຫຼວງພະບາງ ໄວ້ຢ່າງຄົບຖ້ວນ.

ທ່ານ ສຸກັນ ບຸນຍົງ ເຈົ້າເມືອງຫຼວງພະບາງ ຖະແຫຼງຢືນຢັນວ່າງານສົງການປີໃໝ່ ລາວ ຢູ່ ເມືອງມໍລະດົກໂລກຫຼວງພະບາງ ປີພຸດທະສັກກະລາດ 2559 ນີ້ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ໂດຍການສະເຫຼີມສະຫຼອງຈະດຳເນີນໄປເປັນເວລາເຖິງ 12 ວັນຕິດຕໍ່ກັນ ກໍຄືນັບຈາກວັນ ທີ 9 ຫາ 20 ເມສາ ດ້ວຍການຈັດກິດຈະກຳ ແລະ ພິທີການຕ່າງໆຕາມຮີດຄອງປະເພນີ ບູ ຮານອັນດີງາມຂອງ ລາວ ຢ່າງຄົບຖ້ວນ.

ໂດຍເລີ່ມດ້ວຍການເປີດຕະຫຼາດນັດວາງສະແດງສິນຄ້າຢູ່ທີ່ເດີ່ນທາດຫຼວງໃນວັນທີ 9 ເມ ສາ ຕິດຕາມດ້ວຍປະກວດນາງສັງຂານເພື່ອຄັດເລືອກເອົາສາວງາມ 7 ຄົນເປັນຕົວແທນ ຂອງທິດາພະຍາກະບິນລະພົມໃນວັນທີ 10 ຫາ​11 ເມສາທີ່ເດີ່ນທາດຫຼວງ ສ່ວນວັນທີ 12 ເມສາກໍເປັນການຈັດຂະບວນແຫ່ຊ້າງຈາກເດີ່ນທາດຫຼວງມາຢູ່ຂ້າງຫໍພິພິທະພັນເບື້ອງວັດ ໃໝ່ ແລະ ໜ້າວັດຊຽງທອງ.

ສຳລັບວັນທີ 13 ເມສາກໍເປັນການເປີດຕະຫຼາດນັດມວນຊົນ ຫຼື ໂລະລາດໃນຕອນເຊົ້າ ລົງຕົບພະທາດຊາຍ ແລະ ບູຊາພະທາດຊາຍຢູ່ທີ່ດອນຊາຍມົງຄຸນ, ບາສີສູ່ຂວັນ, ຫຼິ້ນກິ ລາພື້ນເມືອງ, ຈູດບັ້ງໄຟຫາ ແລະ ທ່ຽວຊົມສະຖານທີ່ທ່ອງທ່ຽວຕ່າງໆຢູ່ເມືອງຈອມເພັດ.

ສ່ວນໃນຕອນເຊົ້າວັນທີ 14 ເມສາ ເລີ່ມດ້ວຍການໃສ່ບາດພະສົງຢູ່ທີ່ຫໍພິພິທະພັນແຫ່ງ ຊາດ ຕາມດ້ວຍກິດຈະກຳທ່ຽວຊົມບ້ານວັດທະນະທຳ ໄທລື້ ທີ່ບ້ານຜານົມ, ການສະແດງ ສິນລະປະວັນນະຄະດີທີ່ເປັນເອກະລັກຂອງເຜົ່າລື້ ແລະ ການບາສີສູ່ຂວັນໃຫ້ແກ່ການນຳ ຂັ້ນຕ່າງໆ ສ່ວນໃນຕອນບ່າຍກໍເປັນການແຫ່ວໍ່ ແລະ ນາງສັງຂານ ຈາກວັດທາດນ້ອຍ ໄປ ຫາວັດຊຽງທອງ ແລະ ໃນຕອນຄ່ຳເປັນພິທີສົງນ້ຳພະຢູ່ຕາມວັດວາອາຮາມ ໃນທົ່ວເມືອງ ຫຼວງພະບາງ ສ່ວນວັນທີ 15 ເມສາກໍເປັນການຫຼິ້ນນ້ຳໝົດມື້.

ສຳລັບມື້ສັງຂານຂຶ້ນ ກົງກັບວັນທີ 16 ເມສາ ແລະ ຖືເປັນມື້ຮັບໂຊກລາບນັ້ນ ບັນດາການ ນຳ ແລະ ຊາວຫຼວງພະບາງ ກໍຈະຮ່ວມກັນໃສ່ບາດໃນຕອນເຊົ້າຢູ່ທີ່ຫໍພິພິທະພັນ ແລ້ວກໍ ຂຶ້ນບູຊາພະທາດຈອມສີ ສ່ວນຕອນບ່າຍກໍຈະເປັນການແຫ່ວໍ່ ແຕ່ວັດຊຽງທອງ ຫາວັດ ທາດນ້ອຍ ແລະ ຕອນຄ່ຳກໍຈະມີການແຫ່ພະຍານາກ ແລະ ໂຄມໄຟຈາກພະທາດຈອມສີ ລົງມາສູ່ງໜອງນ້ຳໃນເຂດຫໍພິພິທະພັນ ພ້ອມດ້ວຍການສະແດງລະຄອນພະລັກ- ພະ ລາມ, ຟ້ອນຍັກ, ຟ້ອນລີງ ແລະ ຟ້ອນນາງແກ້ວ.

ສ່ວນພິທີການອະລາດທະນາ ອັນເຊີນພະບາງຈາກຫໍພະບາງ ເພື່ອໄປປະດິດສະຖານຢູ່ ວັດໃໝ່ສຸວັນນະພູມມາຣາມນັ້ນ ມີຂຶ້ນໃນຕອນເຊົ້າວັນທີ 17 ເມສາ ເພື່ອໃຫ້ປະຊາຊົນໄດ້ ຫົດສົງ ສ່ວນຕອນບ່າຍຂອງມື້ດຽວກັນ ບັນດາການນຳ ແລະ ນາງສັງຂານທັງ 7 ກໍເດີນ ທາງໄປສົງພະພຸດທະຮູບ ຢູ່ຖຳ້ຕິ່ງທີ່ເມືອງນ້ຳບາກ ແລະ ສືບຕໍ່ສົງນ້ຳພະບາງ, ຊົມການ ສະແດງສິນລະປະ ວັນນະຄະດີ ພະລັກ-ພະລາມ ໃນຕອນກາງຄືນທີ່ວັດໃໝ່.

ສຳລັບວັນທີ 18-19 ເມສາ ກໍຍັງຄົງສືບຕໍ່ການສົງນ້ຳພະບາງ ແລະ ພະມິ່ງບ້ານຂັວນ ເມືອງ ແລະ ຊົມການສະແດງສິນລະປະ ວັນນະຄະດີພະລັກ-ພະລາມ ໃນຕອນຄ່ຳ ສ່ວນ ຕອນເຊົ້າຂອງວັນທີ 20 ເມສາ ເປັນການອັນເຊີນພະບາງຈາກວັດໃໝ່ກັບຄືນສູ່ຫໍພະບາງ ດັ່ງເດີມ ແລະ ເປັນອັນສຳເລັດພິທີ.

ທ່ານ ສຸກັນ ຢືນຢັນວ່າມີນັກທ່ອງທ່ຽວຊາວຕ່າງຊາດມາຮ່ວມສະເຫຼີມສະຫຼອງ ບຸນສົງການ ປີໃໝ່ລາວ ຢູ່ແຂວງຫຼວງພະບາງ ເພີ່ມຂຶ້ນທຸກປີ ຊຶ່ງເຮັດໃຫ້ຕ້ອງມີການກໍ່ສ້າງໂຮງແຮມ, ບ້ານພັກ ເພີ່ມຂຶ້ນທຸກປີເຊັ່ນດຽວກັນ ດັ່ງທີ່ທ່ານໄດ້ໃຫ້ການອະທິບາຍວ່າ.

"ຈຳນວນຂອງຫ້ອງພັກ ຫຼືວ່າ ສະຖານທີ່ພັກເຊົານີ້ ມາຮອດປະຈຸບັນນີ້ ຢູ່ຫຼວງພະບາງ ມັນກະມີຢ່າງຫຼາກຫຼາຍ ຊຶ່ງເຊື່ອວ່າຈະແກ້ໄຂໄດ້ດີກວ່າທຸກປີຜ່ານມາ ເພາະວ່າມັນກະ ມີລະດັບໜຶ່ງ, ລະດັບປານກາງ, ລະດັບຕ່ຳ ແລະ ພວກເຮົາໄດ້ເນັ້ນກັນຢູ່ບ່ອນວ່າ ຕໍ່ກັບ ສະມາຄົມໂຮງແຮມ, ສະມາຄົມຮ້ານອາຫານນີ້ກໍຈະຕ້ອງຮັກສາລາຄາໃຫ້ຄົງຕົວ ບໍ່ໃຫ້ ສວຍໂອກາດ."

ປະຈຸບັນນີ້ ແຂວງຫຼວງພະບາງ ມີໂຮງແຮມ-ຣີສອດ 76 ແຫ່ງ, ບ້ານພັກ 327 ແຫ່ງ, ຮ້ານ ອາຫານພື້ນເມືອງ ແລະ ສາກົນ 286 ແຫ່ງທີ່ຮອງຮັບນັກທ່ອງທ່ຽວຊາວຕ່າງຊາດ 5 ແສນ ກວ່າຄົນໃນປີ 2015.

XS
SM
MD
LG