ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫຼວງພະບາງ ຢືນຢັນວ່າ ຈະໄດ້ຮັບຜົນປະໂຫຍດ ຫຼາຍດ້ານ ຈາກເຂື່ອນໄຊຍະບູລີ


ປະຊາຊົນໄທທໍາການປະທ້ວງຕໍ່ການສ້າງເຂື່ອນໄຊຍະບູລີຢູ່ໃນລໍາແມ່ນໍ້າຂອງ
ປະຊາຊົນໄທທໍາການປະທ້ວງຕໍ່ການສ້າງເຂື່ອນໄຊຍະບູລີຢູ່ໃນລໍາແມ່ນໍ້າຂອງ
ທາງການແຂວງຫຼວງພະບາງຢືນຢັນວ່າຈະໄດ້ຮັບຜົນປະໂຫຍດ
ຫຼາຍດ້ານຈາກເຂື່ອນໄຊຍະບູລີ ໃນຂະນະທີ່ເຄືອຂ່າຍປະຊາ
ຊົນ ຍັງສືບຕໍ່ຄັດຄ້ານທຸກໂຄງການເຂື່ອນເທິງແນວແມ່ນໍ້າຂອງ.

ທ່ານບົວຄົງ ນາມບົວວົງ ຮອງເຈົ້າເຂວງ ແລະຮອງເລຂາພັກ
ແຂວງຫຼວງພະບາງຖະແຫຼງຢືນຢັນວ່າໂຄງການກໍ່ສ້າງເຂື່ອນ
ໄຊຍະບູລີເທິງແນວແມ່ນໍ້າຂອງຈະສົ່ງຜົນດີຕໍ່ການພັດທະນາ
ເພື່ອຍົກລະດັບສະພາບຊີວິດການເປັນຢູ່ຂອງປະຊາຊົນລາວ
ໃນແຂວງຫຼວງພະບາງໃຫ້ດີຂຶ້ນນັບມື້ ທັງຍັງຈະສົ່ງຜົນດີຕໍ່ການ ພັດທະນາດ້ານການທ່ອງທ່ຽວໃນແຂວງຫຼວງພະບາງອີກດ້ວຍ.

ທັງນີ້ໂດຍສະເພາະແມ່ນໃນເຂດເມືອງນ່ານທີ່ເປັນເຂດນຶ່ງທີ່
ປະຊາຊົນລາວ ສ່ວນໃຫຍ່ຍັງມີສະພາບຊີວິດການເປັນຢູ່ທີ່
ຍາກຈົນຢ່າງຍິ່ງແລະດໍາລົງຊີບຢູ່ ດ້ວຍການຕັດໄມ້ທໍາລາຍປ່າເພື່ອການເຮັດໄຮ່ເລື່ອນ
ລອຍນັ້ນ ກໍຈະໄດ້ຮັບຜົນປະໂຫຍດ ໂດຍກົງຈາກໂຄງການເຂື່ອນໄຊຍະບູລີ ເນື່ອງຈາກ
ວ່າເຂື່ອນໄຊຍະບູລີ ມີສ່ວນຢ່າງສໍາຄັນໃນການຫັນປ່ຽນອາຊີບຂອງປະຊາຊົນໃນເຂດ
ດັ່ງກ່າວ ຊຶ່ງກໍຄືການຫັນປ່ຽນຈາກການຕັດໄມ້ທໍາລາຍປ່າ ເພື່ອການເຮັດໄຮ່ເລື່ອນລອຍ
ໄປສູ່ອາຊີບອື່ນໆ ທີ່ມີຄວາມຍືນຍົງແລະມີລາຍໄດ້ເພີ່ມຂຶ້ນ ເຊັ່ນການກະເສດຄົງທີ່ແລະ
ການປະມົງເປັນຕົ້ນ ດັ່ງທີ່ທ່ານບົວຄົງໄດ້ຖະແຫຼງຢືນຢັນວ່າ:

ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີໃນແມ່ນໍ້າຂອງ
ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີໃນແມ່ນໍ້າຂອງ

ໂຄງການນີ້ພາຍຫຼັງທີ່ສ້າງສໍາເລັດແລ້ວ ກໍຈະຫັນ
ອາຊີບພວກເຂົາເຈົ້າໄປ ເຮັດການບໍລິການການ
ທ່ອງທ່ຽວ ເຮັດການປະມົງ ແລ້ວກໍເປັນການກໍ່ສ້າງ ພື້ນຖານໂຄງລ່າງເພື່ອອໍານວຍຄວາມສະດວກໃຫ້
ແກ່ການພັດທະນາ ແລະ ກະເຫັນວ່າປະຊາຊົນ ກະມີຄວາມພ້ອມໃຫ້ການສະໜັບສະໜຸນໂຄງການ
ຂອງພວກເຮົາເປັນຢ່າງດີ.”


ແຕ່ຢ່າງໃດກໍຕາມ ທ່ານນາງພຽນພອນ ດີເທດ ຜູ້ປະສານ
ງານຂອງອົງການ ແມ່ນໍ້າສາກົນ ຫຼື International River ປະຈໍາປະເທດໄທ ກໍໄດ້ໃຫ້
ການຢືນຢັນວ່າ ໃນເວລານີ້ ບັນດາອົງການອະນຸລັກສະພາບແວດລ້ອມທໍາມະຊາດໃນ
ລຸ່ມແມ່ນໍ້າຂອງແລະລະດັບສາກົນ ຊຶ່ງລວມເຖິງເຄືອຂ່າຍປະຊາຊົນໄທເພື່ອການອະນຸ
ລັກແມ່ນໍ້າຂອງດ້ວຍນັ້ນ ຍັງຄົງດໍາເນີນການເຄື່ອນໄຫວຄັດຄ້ານການກໍ່ສ້າງເຂື່ອນເທິງ ແນວແມ່ນໍ້າຂອງຕໍ່ໄປຢ່າງບໍ່ຢຸດຍັ້ງ ດ້ວຍເປົ້າໝາຍຈະຊຸກຍູ້ໃຫ້ບັນຫາຂັດແຍ້ງກ່ຽວກັບ ການກໍ່ສ້າງເຂື່ອນເທິງແນວແມ່ນໍ້າຂອງ ໃຫ້ເປັນບັນຫາລະດັບພູມິພາກອາຊ່ຽນ.

ປະຊາຊົນຢູ່ຕາມແຄມແມ່ນໍ້າຂອງຝັ່ງໄທປະທ້ວງການສ້າງເຂື່ອນໄຊຍະບູລີ (ຄລິກຮູບເພື່ອຂະຫຍາຍໃຫ້ໃຫຍ່ຂຶ້ນ)
ປະຊາຊົນຢູ່ຕາມແຄມແມ່ນໍ້າຂອງຝັ່ງໄທປະທ້ວງການສ້າງເຂື່ອນໄຊຍະບູລີ (ຄລິກຮູບເພື່ອຂະຫຍາຍໃຫ້ໃຫຍ່ຂຶ້ນ)

ທັງນີ້ທ່ານນາງພຽນພອນ ໄດ້ໃຫ້ການອະທິບາຍວ່າ ສາເຫດ
ທີ່ເຮັດໃຫ້ ຕ້ອງມີການຍົກລະດັບຂອງການເຄື່ອນໄຫວຈາກ
ສະເພາະໃນເຂດລຸ່ມແມ່ນໍ້າຂອງໄປສູ່ລະດັບອາຊ່ຽນນັ້ນ ກໍ
ຍ້ອນວ່າການເຈລະຈາຕໍ່ຮອງຜົນປະໂຫຍດຕ່າງໆ ຕາມການ
ຕົກລົງວ່າດ້ວຍການໃຊ້ປະໂຫຍດຈາກແມ່ນໍ້າຂອງ ລະຫວ່າງ
ລາວ ໄທ ກໍາປູເຈຍ ແລະຫວຽດນາມ ຫຼືຄະນະກໍາມາທິການ
ແມ່ນໍ້າຂອງ (MRC)ໂດຍ​ທີ່​ບໍ່​ມີ​ຈີນ​ແລະ​ມຽນມາ​ຮ່ວມ​ດ້ວຍນັ້ນ
ຖືເປັນ​ຈຸ​ດອ່ອນ​ທີ່ສຸດ ​ເພາະນອກຈາກ​ຈະ​ບໍ່​ສາມາດ​ເຈລະຈາ
​ຕໍ່ຮອງ​ກັບ​ຈີນກ່ຽວ​ກັບ​ແຜນການ​ກໍ່ສ້າງເຂື່ອນ​ເທິງ​ແນວ​ແມ່​ນໍ້າ
ຂອງ ຂອງ​ຈີນ​ໄດ້​ແລ້ວ ຂໍ້​ຕົກລົງ​ດັ່ງກ່າວ​ກໍ​ຍັງບໍ່​ສາມາດ ທີ່​ຈະ​
ບັງຄັບ​ໃຊ້​ກັບປະ​ເທດ​ສະມາຊິກ​ດ້ວຍ​ກັນ​ໄດ້​ ຢ່າງ​ແທ້​ຈິງ​ອີກ​ດ້ວຍ.

​ກໍລະນີ​ທີ່​ສາມາດ​ສະທ້ອນ​ໃຫ້​ເຫັນ​ບັນຫາ​ດັ່ງກ່າວ​ນີ້​ໄດ້​ຢ່າງ​ຊັດ​ເຈນ​ທີ່​ສຸດ ກໍ​ຄື​ການ​ກໍ່
ສ້າງ​ເຂື່ອນ​ໄຊ​ຍະ​ບູລີ​ເທິງ​ແມ່​ນໍ້າຂອງ​ໃນ​ເຂດ​ປະ​ເທດ​ລາວ​ ທີ່​ຍັງ​ບໍ່​ໄດ້​ຮັບ​ສັນທາ​ມະຕິ​
ຈາກ​ປະ​ເທດ​ສະມາຊິກ​ດ້ວຍ​ກັນ​ແຕ່​ຢ່າງ​ໃດ ​ແຕ່​ກໍ​ປະກົດ​ວ່າ​ທາງ​ການ​ລາວ​ ແລະ​ກຸ່ມ​
ລົງທຶນ​ໃນ​ໂຄງການ​ ກໍ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ຢ່າງເປັນ​ທາງ​ການ​ ນັບ​ຕັ້ງ​ແຕ່​ທ້າຍ​ປີ​ທີ່ຜ່ານ​
ມາ​ແລ້ວ ດ້ວຍ​ເຫດ​ນີ້ ​ຈຶ່ງ​ເຮັດ​ໃຫ້​ເຄືອຂ່າຍ​ຂອງ​ອົງການ​ອະນຸລັກ​ໄດ້​ຕັດສິນ​ໃຈ ​ທີ່​ຈະ​
ຍົກ​ລະດັບ​ການ​ເຄື່ອນ​ໄຫວ​ຈາກລຸ່ມ​ແມ່​ນໍ້າຂອງ​ໄປ​ສູ່​ລະດັບ​ອາ​ຊ່ຽນ ​ໂດຍ​ຈະ​ໃຊ້​ໂຄງ
ການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບຸລີ ​ເປັນ​ກໍລະນີ​ຕົວຢ່າງ.
ພາບຈໍາລອງຂອງເຂື່ອນໄຊຍະບູລີ
ພາບຈໍາລອງຂອງເຂື່ອນໄຊຍະບູລີ

ກ່ອນ​ໜ້າ​ນີ້ ສະມາຊິກ​ວຸທິສະພາ​ໄທ ກໍ​ໄດ້​ຍື່ນ​ຈົດໝາຍ​ເຖິງ​
ທ່ານ​ນາງ ຍິ່ງລັກ ຊິນນະ​ວັດນາຍົກລັດຖະມົນຕີ​ໄທ ​ເພື່ອ​ຂໍ​ໃຫ້​
ທົບ​ທວນ​ແຜນການ​ຮັບ​ຊື້​ກະ​ແສ ໄຟຟ້າ​ຈາກ​ເຂື່ອນ​ໄຊ​ຍະ​ບູລີ
​ເພາະ​ຍັງ​ບໍ່​ໝັ້ນ​ໃຈ​ຕໍ່​ມາດ​ຕະການ​ປ້ອງ​ກັນ​ຜົນ​ກະທົບ​ຕໍ່​ສິ່ງ​
ແວດ​ລ້ອມ​ທໍາ​ມະ​ຊາດ ​ໂດຍ​ເຖິງ​ແມ່ນ​ວ່າ​ຈະ​ເປັນ​ໂຄງການ​ທີ່
ຢູ່​ໃນ​ເຂ​ດອະທິປະ​ໄຕ​ຂອງ​ລາວ​ກໍ​ຕາມ ​ແຕ່​ກໍ​ບໍ່​ມີ​ຫຼັກ​ປະກັນ
​ໃດ​ເລີຍ​ ທີ່​ຈະ​ຮັບປະກັນໄດ້​ວ່າ​ ເຂື່ອນ​ຈະ​ບໍ່​ສົ່ງ​ຜົນ​ກະທົບ​ຂ້າມ
​ແດນ ​ຫຼື​ຂ້າມ​ປະ​ເທດ ​ເນື່ອງ​ຈາກເປັນ​ໂຄງການ​ເຂື່ອນ​ທີ່​ຈະ
​ຕ້ອງ​ສ້າງ​ຢູ່​ເທິງ​ແນວ​ແມ່​ນໍ້າຂອງ​ທີ່​ມີ​ສະຖານະເປັນ​ແມ່ນໍ້າ ​ລະຫວ່າງ​ປະ​ເທດ​ນັ້ນ​ເອງ.

ທາງ​ດ້ານ​ທ່ານ​ວີ​ລະພົນ ວີລະ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ພະລັງງານແລະ​ບໍ່
ແຮ່ ກໍ​ຢືນຢັນ​ວ່າ​ ໂຄງການ​ເຂື່ອນ​ໄຊ​ຍະ​ບຸລີ​ເປັນ​ຕົວ​ແບບ​ຂອງ​ການພັດທະນາ​ຢ່າງ​
ຍືນ​ຍົງທີ່​ນອກຈາກ​ຈະ​ສ້າງ​ຜົນ​ປະໂຫຍ​ດທາງ​ເສດຖະກິດ​ໄດ້ຢ່າງ​ຄຸ້ມ​ຄ່າ​ແລ້ວ ກໍຍັງ​ຈະ​
ບໍ່​ສົ່ງ​ຜົນ​ກະທົບ​ຕໍ່​ສະພາບ​ແວດ​ລ້ອມ​ທໍາ​ມະ​ຊາດ​ ຢູ່​ທີ່​ເຂດ​ຕອນ​ລຸ່ມ​ຂອງ​ເຂື່ອນ​ອີກດ້ວຍ.
XS
SM
MD
LG